ເພງທີ 125
ຄົນທີ່ເມດຕາກໍມີຄວາມສຸກ
1. ເຮົາດີໃຈທີ່ພະເຈົ້າເມດຕາ
ພະອົງເມດຕາດ້ວຍຄວາມຮັກແທ້
ມີຄວາມກະລຸນາຕໍ່ທຸກຄົນ
ໂດຍໃຫ້ສິ່ງຈຳເປັນເຮົາທຸກວັນ
ຄົນທີ່ກັບໃຈສາມາດໝັ້ນໃຈ
ວ່າພະອົງຟັງຄຳຂໍເມດຕາ
ພະອົງຮູ້ວ່າເຮົາເປັນແຕ່ດິນ
ເຕັມໃຈເມດຕາກະລຸນາເຮົາ
2. ເມື່ອເຮົາໂສກເສົ້າເພາະພາດຜິດໄປ
ພະເຈົ້າອະໄພເມື່ອເຮົາອ້ອນວອນ
ເຍຊູຄລິດວາງແບບຢ່າງໃຫ້ເຮົາ
ເລື່ອງອະທິດຖານຂໍຄວາມເມດຕາ
ຂໍໃຫ້ພະເຈົ້າອະໄພໃຫ້ເຮົາ
ດັ່ງທີ່ເຮົາໃຫ້ອະໄພຄົນອື່ນ
ບໍ່ຄິດແຄ້ນເຄືອງອະໄພໃຫ້ກັນ
ໃຫ້ເຮົາມີຄວາມສະຫງົບໃນໃຈ
3. ໄດ້ຄວາມເມດຕາເມື່ອໃຫ້ອະໄພ
ສະແດງຜົນພະລັງບໍລິສຸດ
ເຮັດໂດຍບໍ່ຫວັງໃຫ້ຄົນຊື່ນຊົມ
ເຮົາເຕັມໃຈເຮັດຢ່າງມີຄວາມສຸກ
ພະເຈົ້າເຫັນທຸກສິ່ງທີ່ເຮົາເຮັດ
ພະອົງຈະຕອບແທນເຮົາແນ່ນອນ
ຄວາມເມດຕາໃຫ້ເຮົາມີຄວາມສຸກ
ງົດງາມໃນສາຍຕາຂອງພະເຈົ້າ
(ເບິ່ງຕື່ມ ມັດ. 6:2-4, 12-14)