ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 15 ໜ້າ 18
  • ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ກະຕືລືລົ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ການ​ເວົ້າ​ທີ່​ເປັນ​ທຳມະຊາດ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ຜູ້​ຟັງ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 15 ໜ້າ 18

ບົດຮຽນ​ທີ 15

ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ

ການ​ອ້າງອີງ​ຂໍ້​ຄຳພີ

1 ເທຊະໂລນີກ 1:5

ຈຸດ​ສຳຄັນ: ສະແດງ​ຄວາມ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ​ວ່າ​ເປັນ​ຄວາມ​ຈິງ​ແລະ​ເປັນ​ສິ່ງ​ທີ່​ສຳຄັນ.

ສິ່ງ​ທີ່​ຄວນ​ເຮັດ:

  • ກຽມ​ຕົວຢ່າງ​ດີ. ສຶກສາ​ເລື່ອງ​ທີ່​ຈະ​ເວົ້າ​ຈົນ​ເຂົ້າ​ໃຈ​ວ່າ ຄຳພີ​ໄບເບິນ​ມີ​ຂໍ້​ພິສູດ​ແນວ​ໃດ​ວ່າ​ເລື່ອງ​ນັ້ນ​ເປັນ​ຄວາມ​ຈິງ. ພະຍາຍາມ​ອະທິບາຍ​ຈຸດ​ສຳຄັນ​ໂດຍ​ໃຊ້​ຄຳ​ເວົ້າ​ງ່າຍໆບໍ່​ເທົ່າ​ໃດ​ຄຳ. ເນັ້ນ​ໃຫ້​ຜູ້​ຟັງ​ເຫັນ​ວ່າ​ເລື່ອງ​ທີ່​ເວົ້າ​ເປັນ​ປະໂຫຍດ​ແນວ​ໃດ​ກັບ​ເຂົາ​ເຈົ້າ. ອະທິດຖານ​ຂໍ​ພະລັງ​ບໍລິສຸດ.

    ວິທີ​ປະຕິບັດ

    ຝຶກ​ຊ້ອມ​ໂດຍ​ເວົ້າ​ອອກ​ສຽງ​ເພື່ອ​ໃຫ້​ຄຸ້ນ​ເຄີຍ​ກັບ​ເລື່ອງ​ທີ່​ຈະ​ເວົ້າ​ແລະ​ເພື່ອ​ປັບ​ປຸງ​ວິທີ​ເວົ້າ​ຂອງ​ເຈົ້າ.

  • ໃຊ້​ຄຳ​ທີ່​ສະແດງ​ເຖິງ​ຄວາມ​ໝັ້ນ​ໃຈ. ໃຊ້​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ແທນ​ທີ່​ຈະ​ເວົ້າ​ຫຼື​ອ່ານ​ຕາມ​ປຶ້ມ. ເລືອກ​ໃຊ້​ຄຳ​ເວົ້າ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ.

  • ສະແດງ​ຄວາມ​ຈິງ​ຈັງ​ແລະ​ຈິງ​ໃຈ. ໃຊ້​ສຽງ​ດັງ​ຢ່າງ​ເໝາະ​ສົມ. ສົບ​ຕາ​ຜູ້​ຟັງ​ຢູ່​ສະເໝີ ຖ້າ​ບໍ່​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ອຶດ​ອັດ.

    ວິທີ​ປະຕິບັດ

    ຄວາມ​ໝັ້ນ​ໃຈ​ບໍ່​ແມ່ນ​ການ​ສະແດງ​ທ່າ​ທາງ​ທີ່​ບໍ່​ສຸພາບ ການ​ອວດ​ສະຫຼາດ ຫຼື​ການ​ຖື​ແຕ່​ຕົວ​ເອງ​ເປັນ​ໃຫຍ່ ເຖິງ​ວ່າ​ຈະ​ເວົ້າ​ດ້ວຍ​ຄວາມ​ຈິງ​ຈັງ ແຕ່​ກໍ​ຄວນ​ເວົ້າ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ຜູ້​ຟັງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌