ເພງທີ 124
ສັດຊື່ຕະຫຼອດໄປ
1. ຮັກແລະພັກດີ ຕໍ່ເຢໂຫວາ ເຮົາຈະສະແດງຄວາມພັກດີ
ໃນຖານະເປັນ ຜູ້ອຸທິດຕົວ ເຮົາຕ້ອງການຮັບຄຳແນະນຳ
ການເຊື່ອຟັງ ຄຳສອນຂອງພະອົງ ມີປະໂຫຍດຕໍ່ຊີວິດເຮົາ
ພະອົງພັກດີ ພວກເຮົາໄວ້ໃຈ ຈະບໍ່ໜີໄກຈາກພະອົງ
2. ຮັກແລະພັກດີ ຕໍ່ພີ່ນ້ອງເຮົາ ຢູ່ກັບເຂົາເມື່ອຍາມຕ້ອງການ
ຄອຍຫ່ວງໃຍກັນ ໄວ້ວາງໃຈກັນ ຊ່ວຍເຫຼືອກັນແລະຊ່ວຍປອບໂຍນ
ເຮົາໃຫ້ກຽດ ກັບພີ່ນ້ອງທຸກຄົນ ນັບຖືກັນດ້ວຍສຸດຫົວໃຈ
ຈະໃກ້ຊິດກັນ ຢູ່ຄຽງຂ້າງກັນ ຈະພັກດີຕໍ່ກັນເລື້ອຍໄປ
3. ຮັກແລະພັກດີ ຕໍ່ຜູ້ຊີ້ນຳ ທີ່ຄອຍຊ່ວຍຊີ້ນຳພວກເຮົາ
ເມື່ອເຂົາຊີ້ບອກ ໃຫ້ຄຳແນະນຳ ເຮົາເຕັມໃຈແລະພ້ອມເຊື່ອຟັງ
ເຢໂຫວາ ຈະອວຍພອນພວກເຮົາ ໃຫ້ມີຄວາມເຊື່ອທີ່ໝັ້ນຄົງ
ຖ້າເຮົາສັດຊື່ ຖ້າເຮົາພັກດີ ເຮົາເປັນຄົນຂອງເຢໂຫວາ
(ເບິ່ງຕື່ມ ເພງ. 149:1; 1 ຕີໂມ. 2:8; ເຫບ. 13:17)