ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 3
  • ເມດຕາ​ກະລຸນາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເມດຕາ​ກະລຸນາ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ສົນໃຈ​ຄົນ​ອື່ນ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ໃຫ້​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ກະລຸນາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ເຫັນອົກເຫັນໃຈ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ເປັນ​ທຳມະຊາດ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 3

ເລີ່ມ​ລົມ

ພະ​ເຢຊູ​ຄ່ອຍ​ໆ​ເຂົ້າ​ໄປ​ໃກ້​ຜູ້​ຊາຍ​ຕາບອດ​ຄົນ​ໜຶ່ງ​ເພື່ອ​ປິ່ນປົວ​ລາວ.

ຢຮ. 9:1-7

ບົດ​ທີ 3

ເມດຕາ​ກະລຸນາ

ຫຼັກການ: “ຄວາມ​ຮັກ . . . ເມດຕາ.”—1 ກຣ. 13:4

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ຄ່ອຍ​ໆ​ເຂົ້າ​ໄປ​ໃກ້​ຜູ້​ຊາຍ​ຕາບອດ​ຄົນ​ໜຶ່ງ​ເພື່ອ​ປິ່ນປົວ​ລາວ.

ວິດີໂອ: ພະ​ເຢຊູ​ປິ່ນປົວ​ຄົນ​ຕາບອດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ໂຢຮັນ 9:1-7. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ພະ​ເຢຊູ​ເຮັດ​ຫຍັງ​ກັບ​ຄົນ​ຕາບອດ ເພິ່ນ​ເວົ້າ​ເລື່ອງ​ຂ່າວ​ດີ​ກັບ​ລາວ​ເລີຍ​ບໍ​ຫຼື​ປິ່ນປົວ​ລາວ​ກ່ອນ?—ເບິ່ງ​ໂຢຮັນ 9:35-38

  2. ຂ. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ເຕັມໃຈ​ຟັງ​ພະ​ເຢຊູ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ຜູ້​ທີ່​ເຮົາ​ລົມ​ນຳ​ອາດຈະ​ຟັງ​ສິ່ງ​ທີ່​ເຮົາ​ເວົ້າ​ຫຼາຍ​ຂຶ້ນ​ຖ້າ​ລາວ​ຮູ້ສຶກ​ວ່າ​ເຮົາ​ສົນໃຈ​ລາວ​ແທ້​ໆ.

ຮຽນ​ແບບ​ພະ​ເຢຊູ

3. ເຫັນອົກເຫັນໃຈ​ຄົນ​ທີ່​ເຮົາ​ລົມ​ນຳ. ພະຍາຍາມ​ຄິດ​ເບິ່ງ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ.

  1. ກ. ໃຫ້​ຖາມ​ໂຕເອງ​ວ່າ: ‘ລາວ​ອາດ​ກັງວົນ​ເລື່ອງ​ຫຍັງ? ເລື່ອງ​ໃດ​ອາດ​ມີ​ປະໂຫຍດ​ແລະ​ໜ້າສົນໃຈ​ສຳລັບ​ລາວ?’ ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະແດງ​ຄວາມ​ເມດຕາ​ກະລຸນາ​ໄດ້​ຢ່າງ​ເປັນ​ທຳມະຊາດ​ແລະ​ຈິງ​ໃຈ.

  2. ຂ. ຟັງ​ລາວ. ເມື່ອ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ໃສ່​ໃຈ​ໃນ​ສິ່ງ​ທີ່​ສຳຄັນ​ສຳລັບ​ລາວ. ຖ້າ​ລາວ​ບອກ​ເຈົ້າ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ບາງ​ສິ່ງ​ບາງ​ຢ່າງ​ຫຼື​ເວົ້າ​ເຖິງ​ບັນຫາ​ທີ່​ລາວ​ກຳລັງ​ເຈິ​ຢູ່ ຂໍ​ຢ່າ​ຟ້າວ​ປ່ຽນ​ເລື່ອງ.

4. ເວົ້າ​ແບບ​ສຸພາບ​ແລະ​ໃຫ້​ກຽດ. ເມື່ອ​ເຈົ້າ​ຮູ້ສຶກ​ເຫັນອົກເຫັນໃຈ​ຕໍ່​ຜູ້​ທີ່​ເຈົ້າ​ລົມ​ນຳ​ແລະ​ຢາກ​ຊ່ວຍ​ເຫຼືອ​ລາວ​ແທ້​ໆ​ລາວ​ກໍ​ຈະ​ຮູ້ສຶກ​ໄດ້​ຈາກ​ນ້ຳ​ສຽງ​ຂອງ​ເຈົ້າ. ລະວັງ​ກ່ຽວ​ກັບ​ວິທີ​ແລະ​ສິ່ງ​ທີ່​ເຈົ້າ​ເວົ້າ ແລະ​ບໍ່​ເວົ້າ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ລາວ​ຮູ້ສຶກ​ບໍ່​ດີ.

5. ພ້ອມ​ຈະ​ຊ່ວຍ​ເຫຼືອ. ຊອກ​ຫາ​ໂອກາດ​ທີ່​ເໝາະ​ສົມ​ໃນ​ການ​ລົງມື​ຊ່ວຍ​ເຫຼືອ​ລາວ. ເວລາ​ເຮົາ​ໃຈ​ດີ​ນຳ​ຜູ້​ໃດ ຜູ້​ນັ້ນ​ກໍ​ຢາກ​ຈະ​ລົມ​ນຳ​ເຮົາ​ຫຼາຍ​ຂຶ້ນ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ຣມ. 12:15, 16; ຄລຕ. 6:10; ຮຣ. 13:16

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌