ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 12
  • ກ້າ​ໃຫ້​ຄຳ​ແນະນຳ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກ້າ​ໃຫ້​ຄຳ​ແນະນຳ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 2
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 1
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 12

ສອນ​ຄົນ​ໃຫ້​ເປັນ​ລູກສິດ

ພະ​ເຢຊູ​ເວົ້າ​ຢ່າງ​ອົບອຸ່ນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຄູ້ເຂົ່າ​ຢູ່​ຕໍ່​ໜ້າ​ເພິ່ນ​ແລະ​ພວກ​ລູກສິດ.

ມຣກ. 10:17-22

ບົດ​ທີ 12

ກ້າ​ໃຫ້​ຄຳ​ແນະນຳ

ຫຼັກການ: “ຄື​ກັບ​ນ້ຳມັນ​ແລະ​ເຄື່ອງຫອມ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ ໝູ່​ທີ່​ໃຫ້​ຄຳ​ແນະນຳ​ຢ່າງ​ຈິງໃຈ​ກໍ​ເປັນ​ແບບ​ນັ້ນ​ແຫຼະ.”—ສພສ. 27:9

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ເວົ້າ​ຢ່າງ​ອົບອຸ່ນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຄູ້ເຂົ່າ​ຢູ່​ຕໍ່​ໜ້າ​ເພິ່ນ​ແລະ​ພວກ​ລູກສິດ.

ວິດີໂອ: ພະ​ເຢຊູ​ໃຫ້​ຄຳ​ແນະນຳ​ເສດຖີ​ໜຸ່ມ

1. ເບິ່ງ ວິດີໂອ ຫຼື​ອ່ານ​ມາຣະໂກ 10:17-22. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ພະ​ເຢຊູ​ອາດ​ສັງເກດ​ເຫັນ​ຄຸນລັກສະນະ​ທີ່​ດີ​ຫຍັງ​ໃນ​ໂຕ​ເສດຖີ​ໜຸ່ມ?

  2. ຂ. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ມີ​ທັງ​ຄວາມ​ຮັກ​ແລະ​ຄວາມ​ກ້າ​ເພື່ອ​ຈະ​ໃຫ້​ຄຳ​ແນະນຳ​ຜູ້​ຊາຍ​ຄົນ​ນີ້?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ ແຕ່​ເຮົາ​ກໍ​ຕ້ອງ​ອະທິບາຍ​ໃຫ້​ຈະ​ແຈ້ງ​ວ່າ​ຄົນ​ທີ່​ເຮົາ​ສອນ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ລາວ​ຈະ​ໄດ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍ​ໆ.

ຮຽນ​ແບບ​ພະ​ເຢຊູ

3. ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ໃຫ້​ຕັ້ງ​ເປົ້າໝາຍ​ແລະ​ບັນລຸ​ເປົ້າໝາຍ.

  1. ກ. ໃຊ້​ສ່ວນ “ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້” ໃນ​ແຕ່​ລະ​ບົດ​ຮຽນ​ຂອງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

  2. ຂ. ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ລາວ​ຕ້ອງ​ເຮັດ​ເພື່ອ​ບັນລຸ​ເປົ້າໝາຍ​ທັງ​ໄລຍະ​ສັ້ນ​ແລະ​ໄລຍະ​ຍາວ.

  3. ຄ. ຊົມເຊີຍ​ຄົນ​ທີ່​ເຈົ້າ​ສອນ​ສະເໝີ​ເມື່ອ​ເຫັນ​ຄວາມ​ກ້າວໜ້າ​ຂອງ​ລາວ.

4. ເຈົ້າ​ຕ້ອງ​ຮູ້​ວ່າ​ອັນ​ໃດ​ຂັດຂວາງ​ຄົນ​ທີ່​ເຈົ້າ​ສອນ​ບໍ່​ໃຫ້​ກ້າວໜ້າ ແລະ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ອຸປະສັກ​ເຫຼົ່າ​ນັ້ນ.

  1. ກ. ໃຫ້​ຖາມ​ໂຕເອງ​ວ່າ:

    • ‘ຖ້າ​ຄົນ​ທີ່​ຂ້ອຍ​ສອນ​ບໍ່​ກ້າວໜ້າ​ຈົນ​ຮັບ​ບັບເຕມາ ມີ​ຫຍັງ​ບໍ​ທີ່​ຂັດຂວາງ​ລາວ​ຢູ່?’

    • ‘ຂ້ອຍ​ຈະ​ຊ່ວຍ​ຫຍັງ​ລາວ​ໄດ້​ແດ່?’

  2. ຂ. ອະທິດຖານ​ຂໍ​ຄວາມ​ກ້າ​ທີ່​ຈະ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເວົ້າ​ດ້ວຍ​ຄວາມ​ຮັກ​ວ່າ​ຄົນ​ທີ່​ເຈົ້າ​ສອນ​ຕ້ອງ​ເຮັດ​ຫຍັງ​ແດ່.

5. ເຊົາ​ສອນ​ຖ້າ​ລາວ​ບໍ່​ກ້າວໜ້າ.

  1. ກ. ເບິ່ງ​ວ່າ​ຄົນ​ທີ່​ເຈົ້າ​ສອນ​ກ້າວໜ້າ​ບໍ​ໂດຍ​ຖາມ​ໂຕເອງ​ວ່າ:

    • ‘ຄົນ​ທີ່​ຂ້ອຍ​ສອນ​ໄດ້​ເອົາ​ສິ່ງ​ທີ່​ລາວ​ຮຽນ​ໄປ​ໃຊ້​ບໍ?’

    • ‘ລາວ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ບອກ​ຄວາມ​ຈິງ​ກັບ​ຄົນ​ອື່ນ​ບໍ?’

    • ‘ຖ້າ​ລາວ​ຮຽນ​ມາ​ດົນ​ແລ້ວ ລາວ​ຢາກ​ເປັນ​ພະຍານ​ພະ​ເຢໂຫວາ​ແທ້​ໆ​ບໍ?’

  2. ຂ. ຖ້າ​ຄົນ​ທີ່​ເຈົ້າ​ສອນ​ບໍ່​ຢາກ​ກ້າວໜ້າ:

    • ຖາມ​ລາວ​ເບິ່ງ​ວ່າ​ອັນ​ໃດ​ເຮັດ​ໃຫ້​ລາວ​ບໍ່​ກ້າວໜ້າ.

    • ອະທິບາຍ​ດີ​ໆ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊົາ​ສອນ​ລາວ.

    • ບອກ​ໃຫ້​ລາວ​ຮູ້​ວ່າ​ລາວ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ຖ້າ​ລາວ​ຢາກ​ຈະ​ຮຽນ​ອີກ​ເທື່ອ​ໜຶ່ງ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ພສ. 141:5; ສພສ. 25:12; 27:6; 1 ກຣ. 9:26; ກລຊ. 4:5, 6

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌