ເພງທີ 112
ພະເຢໂຫວາ ພະເຈົ້າແຫ່ງສັນຕິສຸກ
(ຟີລິບ 4:9)
1. ພະເຈົ້າ ແຫ່ງສັນຕິສຸກ ຍ້ອນຄວາມຮັກ ພະອົງສັນຍາ
ຂໍໃຫ້ພະລັງບໍລິສຸດເຮົາ ໃຫ້ເຮົາມີ ຜົນຂອງພະລັງ
ໃຫ້ເຊື່ອ ລູກຊາຍພະອົງ ຜູ້ພັກດີ ສັດຊື່ຕະຫຼອດ
ຂໍໃຫ້ເຮົາເປັນ ເພື່ອນກັບພະອົງ ຂໍໃຫ້ເຮົາ ມີສັນຕິສຸກ
2. ຄຳສອນ ພະອົງຊີ້ນຳ ແລະພະລັງ ຊ່ວຍໃຫ້ເຂົ້າໃຈ
ໄດ້ການປົກປ້ອງ ແລະການຊີ້ນຳ ຈາກໂລກມືດ ເໝືອນດັ່ງກາງຄືນ
ຈົນເຖິງ ວັນນັ້ນຈະມາ ທີ່ສົງຄາມ ຄວາມຢ້ານບໍ່ມີ
ຂໍພະລັງຊ່ວຍ ເຮົາພະຍາຍາມ ເພື່ອຮັກສາ ຄວາມສັນຕິສຸກ
3. ລວບລວມ ຜູ້ຮັກພະເຈົ້າ ທັງສະຫວັນ ແລະທີ່ໂລກເຮົາ
ພະລັງພະອົງ ໃຫ້ເປັນໜຶ່ງດຽວ ເພື່ອປະກາດ ເລື່ອງການປົກຄອງ
ພະອົງ ປົກຄອງຊອບທຳ ອີກບໍ່ດົນ ໂລກເຮົາສະຫງົບ
ຄົນທີ່ຖ່ອມໃຈ ຈະມີຄວາມສຸກ ມີຊີວິດ ສະຫງົບນິລັນ
(ເບິ່ງຕື່ມ ເພງ. 4:8; ຟີລິບ 4:6, 7; 1 ເທ. 5:23)