ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 11 ໜ້າ 14
  • ຄວາມ​ກະຕືລືລົ້ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ກະຕືລືລົ້ນ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ເຂົ້າ​ເຖິງ​ຫົວໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ສອນດ້ວຍຄວາມກະຕືລືລົ້ນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຄວາມ​ອົບອຸ່ນ​ແລະ​ການ​ຮ່ວມ​ຄວາມ​ຮູ້ສຶກ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ຜູ້​ຟັງ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 11 ໜ້າ 14

ບົດຮຽນ​ທີ 11

ຄວາມ​ກະຕືລືລົ້ນ

ການ​ອ້າງອີງ​ຂໍ້​ຄຳພີ

ໂລມ 12:11

ຈຸດ​ສຳຄັນ: ເວົ້າ​ດ້ວຍ​ຄວາມ​ກະຕືລືລົ້ນ​ເພື່ອ​ກະຕຸ້ນ​ຜູ້​ຟັງ.

ສິ່ງ​ທີ່​ຄວນ​ເຮັດ:

  • ເຮັດ​ໃຫ້​ເລື່ອງ​ທີ່​ຈະ​ເວົ້າ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຈົ້າ​ກ່ອນ. ເມື່ອ​ກຽມ​ຕົວ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ​ວ່າ​ເລື່ອງ​ທີ່​ເຈົ້າ​ຈະ​ເວົ້າ​ສຳຄັນ​ແນວ​ໃດ. ການ​ຮູ້ຈັກ​ເລື່ອງ​ນັ້ນ​ເປັນ​ຢ່າງ​ດີ​ຈະ​ເຮັດ​ໃຫ້​ເຈົ້າ​ເວົ້າ​ອອກ​ມາ​ຈາກ​ຫົວໃຈ.

  • ຄິດ​ເຖິງ​ຜູ້​ຟັງ. ໃຫ້​ຄິດ​ວ່າ​ເລື່ອງ​ທີ່​ຈະ​ອ່ານ​ຫຼື​ສອນ​ນັ້ນ​ເປັນ​ປະໂຫຍດ​ກັບ​ຜູ້​ຟັງ​ແນວ​ໃດ. ຊອກ​ຫາ​ວິທີ​ນຳ​ສະເໜີ​ເລື່ອງ​ໃນ​ແບບ​ທີ່​ຜູ້​ຟັງ​ຈະ​ໄດ້​ຮັບ​ການ​ກະຕຸ້ນ.

  • ເວົ້າ​ແບບ​ມີ​ຊີວິດ​ຊີວາ. ເວົ້າ​ດ້ວຍ​ຄວາມ​ກະຕືລືລົ້ນ. ອອກ​ທ່າ​ທາງ​ທີ່​ເປັນ​ທຳມະຊາດ​ແລະ​ສະແດງ​ຄວາມ​ຮູ້ສຶກ​ທີ່​ຈິງ​ໃຈ​ອອກ​ມາ​ທາງ​ສີ​ໜ້າ.

    ວິທີ​ປະຕິບັດ

    ລະວັງ​ຢ່າ​ອອກ​ທ່າ​ທາງ​ແບບ​ເກົ່າ​ຊ້ຳໆ ເພາະ​ອາດ​ເຮັດ​ໃຫ້​ຜູ້​ຟັງ​ສົນ​ໃຈ​ທ່າ​ທາງ​ຫຼາຍ​ກວ່າ. ແຕ່​ໃຫ້​ສະແດງ​ທ່າ​ທາງ​ແບບ​ທີ່​ມີ​ຄວາມ​ໝາຍ. ສະແດງ​ຄວາມ​ກະຕືລືລົ້ນ​ໂດຍ​ສະເພາະ​ເມື່ອ​ເວົ້າ​ເຖິງ​ຈຸດ​ສຳຄັນ ແລະ​ເມື່ອ​ຕ້ອງການ​ກະຕຸ້ນ​ຜູ້​ຟັງ. ບໍ່​ຄວນ​ສະແດງ​ຄວາມ​ກະຕືລືລົ້ນ​ຕະຫຼອດ​ເວລາ​ເພາະ​ອາດ​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ເມື່ອຍ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌