ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 7 ໜ້າ 24-ໜ້າ 25 ຂໍ້ 1
  • ຫໍ​ບາເບນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຫໍ​ບາເບນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ມະນຸດສ້າງຫໍສູງຂະໜາດໃຫຍ່
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຮືອ​ໂນອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 7 ໜ້າ 24-ໜ້າ 25 ຂໍ້ 1
ຫຼັງ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ພາສາ​ຂອງ​ເຂົາເຈົ້າ​ສັບສົນ ເຂົາເຈົ້າ​ກໍ​ເຊົາ​ສ້າງ​ຫໍ​ບາເບນ

ບົດ​ທີ 7

ຫໍ​ບາເບນ

ຫຼັງ​ຈາກ​ນ້ຳຖ້ວມ​ໂລກ ລູກ​ຊາຍ​ຂອງ​ໂນອາ​ກັບ​ເມຍ​ໄດ້​ມີ​ລູກ​ບັກ​ຫຼາຍໆ​ຄົນ. ຄອບຄົວ​ຂອງ​ເຂົາເຈົ້າ​ໃຫຍ່​ຂຶ້ນໆ​ແລະ​ເລີ່ມ​ແຍກ​ຍ້າຍ​ກັນ​ໄປ​ຢູ່​ບ່ອນ​ຕ່າງໆ​ຂອງ​ໂລກ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ເຂົາເຈົ້າ.

ແຕ່​ມີ​ບາງ​ຄອບຄົວ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. ເຂົາເຈົ້າ​ລົມ​ກັນ​ວ່າ: ‘ໃຫ້​ເຮົາ​ມາ​ສ້າງ​ເມືອງ​ໜຶ່ງ​ນຳ​ກັນ​ແລະ​ມາ​ຢູ່​ລວມ​ກັນ​ບ່ອນ​ນີ້. ເຮົາ​ຈະ​ສ້າງ​ຫໍ​ໃຫຍ່​ນີ້​ໃຫ້​ສູງ​ສ່ຳ​ຟ້າ​ເພື່ອ​ເຮົາ​ຈະ​ມີ​ຊື່​ສຽງ.’

ພະ​ເຢໂຫວາ​ບໍ່​ພໍໃຈ​ສິ່ງ​ທີ່​ຄົນ​ພວກ​ນີ້​ກຳລັງ​ເຮັດ ເພິ່ນ​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຢຸດ​ກໍ່ສ້າງ. ເພິ່ນ​ເຮັດ​ແນວ​ໃດ​ຮູ້​ບໍ? ເພິ່ນ​ເຮັດ​ໃຫ້​ເຂົາເຈົ້າ​ເລີ່ມ​ເວົ້າ​ຄົນ​ລະ​ພາສາ. ເມື່ອ​ເວົ້າ​ບໍ່​ເຂົ້າໃຈ​ກັນ ເຂົາເຈົ້າ​ກໍ​ເລີຍ​ເຊົາ​ສ້າງ​ຫໍ​ນັ້ນ. ເມືອງ​ທີ່​ເຂົາເຈົ້າ​ສ້າງ​ນັ້ນ​ຊື່​ວ່າ​ບາເບນ ເຊິ່ງ​ແປ​ວ່າ: “ຄວາມ​ສັບສົນ.” ຜູ້​ຄົນ​ໄດ້​ເລີ່ມ​ແຍກ​ຍ້າຍ​ກັນ​ໄປ​ຢູ່​ທົ່ວ​ໂລກ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່​ແລ້ວ ແຕ່​ເຂົາເຈົ້າ​ກໍ​ຍັງ​ເຮັດ​ຊົ່ວ​ຄື​ເກົ່າ. ແລ້ວ​ຍັງ​ມີ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຢູ່​ບໍ? ເຮົາ​ຈະ​ຮູ້​ຄຳ​ຕອບ​ໃນ​ບົດ​ຕໍ່​ໄປ.

“ທຸກ​ຄົນ​ທີ່​ຍົກ​ໂຕເອງ​ຂຶ້ນ​ຈະ​ຖືກ​ກົດ​ໃຫ້​ຕ່ຳ​ລົງ ແຕ່​ຄົນ​ທີ່​ຖ່ອມ​ໂຕ​ລົງ​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ.”—ລູກາ 18:14

ຄຳ​ຖາມ: ຄົນ​ໃນ​ເມືອງ​ບາເບນ​ໄດ້​ເຮັດ​ຫຍັງ? ພະ​ເຢໂຫວາ​ໄດ້​ຢຸດ​ເຂົາເຈົ້າ​ແນວ​ໃດ?

ປະຖົມມະການ 11:1-9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌