ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອສ study 10 ໜ້າ 13
  • ປັບ​ລະດັບ​ສຽງ​ແລະ​ຈັງຫວະ​ການ​ເວົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປັບ​ລະດັບ​ສຽງ​ແລະ​ຈັງຫວະ​ການ​ເວົ້າ
  • ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ກະຕືລືລົ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ການ​ເວົ້າ​ທີ່​ເປັນ​ທຳມະຊາດ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ເຂົ້າ​ເຖິງ​ຫົວໃຈ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຝຶກຝົນຕົວເອງໃນການອ່ານແລະການສອນ
ອສ study 10 ໜ້າ 13

ບົດຮຽນ​ທີ 10

ປັບ​ລະດັບ​ສຽງ​ແລະ​ຈັງຫວະ​ການ​ເວົ້າ

ການ​ອ້າງອີງ​ຂໍ້​ຄຳພີ

ສຸພາສິດ 8:4, 7

ຈຸດ​ສຳຄັນ: ຖ່າຍ​ທອດ​ຈຸດ​ສຳຄັນ​ໃຫ້​ຈະ​ແຈ້ງ​ຂຶ້ນ​ແລະ​ກະຕຸ້ນ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຟັງ​ໂດຍ​ການ​ເພີ່ມ​ຫຼື​ຫຼຸດ​ຄວາມ​ດັງ ປັບ​ລະດັບ​ສຽງ​ສູງ​ຕ່ຳ ແລະ​ປັບ​ຈັງຫວະ​ການ​ເວົ້າ.

ສິ່ງ​ທີ່​ຄວນ​ເຮັດ:

  • ເພີ່ມ​ຫຼື​ຫຼຸດ​ຄວາມ​ດັງ. ເວົ້າ​ດັງ​ຂຶ້ນ​ເພື່ອ​ເນັ້ນ​ຈຸດ​ທີ່​ສຳຄັນ​ແລະ​ເພື່ອ​ກະຕຸ້ນ​ຜູ້​ຟັງ ຫຼື​ເມື່ອ​ອ່ານ​ຄຳ​ພິພາກສາ​ໃນ​ຄຳພີ​ໄບເບິນ. ເວົ້າ​ຄ່ອຍໆເພື່ອ​ກະຕຸ້ນ​ຄວາມ​ສົນ​ໃຈ​ໃຫ້​ຢາກ​ຮູ້ ຫຼື​ເພື່ອ​ເວົ້າ​ເລື່ອງ​ທີ່​ເປັນ​ຕາ​ຢ້ານ ແລະ​ເລື່ອງ​ທີ່​ກັງວົນ.

    ວິທີ​ປະຕິບັດ

    ບໍ່​ຄວນ​ເວົ້າ​ດັງ​ຕະຫຼອດ​ການ​ບັນລະຍາຍ​ຈົນ​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ວ່າ​ກຳລັງ​ຖືກ​ຮ້າຍ. ຫຼີກ​ລ່ຽງ​ການ​ສະແດງ​ອາລົມ​ຫຼາຍ​ເກີນ​ໄປ​ຈົນ​ເຮັດ​ໃຫ້​ຜູ້​ຟັງ​ສົນ​ໃຈ​ທີ່​ຕົວ​ເຈົ້າ.

  • ປັບ​ລະດັບ​ສຽງ​ສູງ​ຕ່ຳ. ຖ້າ​ຫາກ​ເປັນ​ເລື່ອງ​ທີ່​ເໝາະ​ສົມ​ໃນ​ພາສາ​ຂອງ​ເຈົ້າ ເຈົ້າ​ອາດ​ໃຊ້​ສຽງ​ສູງ​ເພື່ອ​ເຮັດ​ໃຫ້​ກະຕືລືລົ້ນ ເມື່ອ​ເນັ້ນ​ຂະໜາດ ຫຼື​ໄລຍະ​ທາງ. ໃຊ້​ສຽງ​ຕ່ຳ​ລົງ​ເພື່ອ​ຖ່າຍ​ທອດ​ຄວາມ​ໂສກ​ເສົ້າ​ຫຼື​ຄວາມ​ກັງວົນ.

  • ປັບ​ຈັງຫວະ​ການ​ເວົ້າ. ເວົ້າ​ໄວ​ຂຶ້ນ​ເພື່ອ​ຖ່າຍ​ທອດ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ ເວົ້າ​ຊ້າ​ລົງ​ເພື່ອ​ເນັ້ນ​ຈຸດ​ທີ່​ສຳຄັນ.

    ວິທີ​ປະຕິບັດ

    ບໍ່​ຄວນ​ປ່ຽນ​ຈັງຫວະ​ການ​ເວົ້າ​ແບບ​ກະທັນຫັນ​ເພາະ​ອາດ​ເຮັດ​ໃຫ້​ຜູ້​ຟັງ​ຕົກໃຈ. ຢ່າ​ເວົ້າ​ໄວ​ເກີນ​ໄປ​ຈົນ​ເວົ້າ​ບໍ່​ແຈ້ງ​ແລະ​ເຮັດ​ໃຫ້​ຜູ້​ຟັງ​ບໍ່​ເຂົ້າ​ໃຈ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌