ເພງທີ 75
“ຂ້ອຍຢູ່ນີ້ຂໍສົ່ງຂ້ອຍໄປ!”
- 1. ມະນຸດດູຖູກຢຽດຫຍາມພະເຈົ້າ - ໝິ່ນນາມບໍລິສຸດເຢໂຫວາ - ບາງຄົນບອກວ່າພະອົງບໍ່ດີ - ບາງຄົນບອກວ່າບໍ່ມີພະເຈົ້າ - ໃຜຈະປົກປ້ອງຊື່ສຽງພະອົງ - ສັນເສີນພະອົງໃຫ້ເຂົາໄດ້ຟັງ - (ທ່ອນຊ້ຳ 1) - ຂ້ອຍຢູ່ທີ່ນີ້ ຂໍສົ່ງຂ້ອຍໄປ - ຂ້ອຍຈະສັນເສີນພະອົງສຸດໃຈ - ບໍ່ມີກຽດໃດສູງສົ່ງໄປກວ່ານີ້ - ຂ້ອຍຢູ່ນີ້ ຂໍສົ່ງຂ້ອຍໄປ 
- 2. ບາງຄົນວ່າພະເຈົ້າຊ້າເກີນໄປ - ເຂົາບໍ່ຢຳເກງພະເຢໂຫວາ - ບາງຄົນເອົາຮູບປັ້ນເປັນພະເຈົ້າ - ບາງຄົນໃຫ້ຊີຊາແທນພະອົງ - ໃຜຈະບອກໃຫ້ພວກເຂົາໄດ້ຮູ້? - ເຕືອນເຂົາເຖິງວັນໃຫຍ່ຂອງພະເຈົ້າ? - (ທ່ອນຊ້ຳ 2) - ຂ້ອຍຢູ່ທີ່ນີ້ ຂໍສົ່ງຂ້ອຍໄປ - ຈະອອກໄປເຕືອນເຂົາຢ່າງກ້າຫານ - ບໍ່ມີກຽດໃດສູງສົ່ງໄປກວ່ານີ້ - ຂ້ອຍຢູ່ນີ້ ຂໍສົ່ງຂ້ອຍໄປ 
- 3. ຄົນຖ່ອມຕ່າງພາກັນຮ້ອງຄ່ຳຄວນ - ເພາະຄວາມຊົ່ວທີ່ມີເພີ່ມທະວີ - ຄົນທີ່ສັດຊື່ຊອກຫາຄວາມຈິງ - ເພື່ອໃຫ້ໃຈເຂົາມີສັນຕິສຸກ - ໃຜຈະປອບໂຍນຄົນທີ່ຖ່ອມໃຈ? - ຊ່ວຍເຂົາພົບຄວາມຖືກຕ້ອງຊອບທຳ? - (ທ່ອນຊ້ຳ 3) - ຂ້ອຍຢູ່ທີ່ນີ້ ຂໍສົ່ງຂ້ອຍໄປ - ຂ້ອຍຈະອົດທົນສອນຄົນຖ່ອມໃຈ - ບໍ່ມີກຽດໃດສູງສົ່ງໄປກວ່ານີ້ - ຂ້ອຍຢູ່ນີ້ ຂໍສົ່ງຂ້ອຍໄປ 
(ເບິ່ງຕື່ມ ເພງ. 10:4; ເອເຊກ. 9:4)