ເພງທີ 123
ເຊື່ອຟັງກົດລະບຽບຂອງອົງການພະເຈົ້າຢ່າງພັກດີ
1. ຜູ້ຮັບໃຊ້ເຢໂຫວາ ປະກາດທຸກດິນແດນ
ເລື່ອງລາຊະອານາຈັກ ເປັນສິ່ງທີ່ລ້ຳຄ່າ
ຄຳແນະນຳຂອງພະເຈົ້າ ທຸກຄົນຄວນເຊື່ອຟັງ
ສະແດງຄວາມຮັກພັກດີ ເປັນນ້ຳໜຶ່ງໃຈດຽວ
(ທ່ອນຊ້ຳ)
ນ້ອມຟັງດ້ວຍພັກດີ ເຕັມໃຈຈະເຊື່ອຟັງ
ເປັນໜ້າທີ່ຂອງພວກເຮົາ
ພະອົງກະລຸນາ ຮັກແລະປົກປ້ອງເຮົາ
ເຮົາສະແດງຄວາມຮັກພັກດີ
2. ພະເຈົ້າໃຫ້ຜູ້ຮັບໃຊ້ ເພື່ອເບິ່ງແຍງພວກເຮົາ
ຊ່ວຍແນະນຳເຮົາທຸກຄົນ ເດີນທາງຄລິດສະຕຽນ
ຖ້າພວກເຮົາຕັ້ງໝັ້ນຄົງ ພະເຈົ້າພໍໃຈເຮົາ
ພັກດີປະກາດຕໍ່ໄປ ໃຫ້ທຸກຄົນໄດ້ຍິນ
(ທ່ອນຊ້ຳ)
ນ້ອມຟັງດ້ວຍພັກດີ ເຕັມໃຈຈະເຊື່ອຟັງ
ເປັນໜ້າທີ່ຂອງພວກເຮົາ
ພະອົງກະລຸນາ ຮັກແລະປົກປ້ອງເຮົາ
ເຮົາສະແດງຄວາມຮັກພັກດີ
(ເບິ່ງຕື່ມ ລືກາ 12:42; ເຫບ. 13:7, 17)