ພາກຜະຫນວກ
ການປົກຫົວ—ເມື່ອໃດແລະເພາະເຫດໃດ?
ເມື່ອໃດແລະເພາະເຫດໃດຜູ້ຍິງຄລິດສະຕຽນຄວນປົກຫົວໃນກິດຈະກຳທີ່ກ່ຽວຂ້ອງກັບການນະມັດສະການ? ຂໍໃຫ້ພິຈາລະນາສິ່ງທີ່ອັກຄະສາວົກໂປໂລຂຽນກ່ຽວກັບເລື່ອງນີ້ພາຍໃຕ້ການດົນໃຈ. ລາວໃຫ້ຄຳແນະນຳທີ່ຈຳເປັນເພື່ອເຮົາຈະເຮັດການຕັດສິນໃຈໄດ້ຢ່າງຖືກຕ້ອງ ແລະເປັນການຖວາຍກຽດແກ່ພະເຈົ້າ. (1 ໂກລິນໂທ 11:3-16) ໂປໂລສະແດງໃຫ້ເຫັນສາມປັດໄຈທີ່ຄວນຄຳນຶງເຖິງຄື (1) ກິດຈະກຳ ທີ່ຜູ້ຍິງຕ້ອງປົກຫົວ (2) ສະພາບແວດລ້ອມທີ່ຄວນປົກຫົວ ແລະ (3) ແຮງກະຕຸ້ນ ທີ່ຜູ້ຍິງເຮັດຕາມຫລັກການນີ້.
ກິດຈະກຳ. ໂປໂລເວົ້າເຖິງກິດຈະກຳສອງຢ່າງ ນັ້ນຄືການອະທິດຖານແລະການພະຍາກອນ. (ຂໍ້ 4, 5) ແນ່ນອນ ການອະທິດຖານເປັນການເວົ້າກັບພະເຢໂຫວາໃນແບບເຄົາລົບນັບຖື. ການພະຍາກອນໃນທຸກມື້ນີ້ກ່ຽວຂ້ອງກັບການສອນໃດໆກໍຕາມທີ່ອາໄສຄຳພີໄບເບິນເປັນຫລັກເຊິ່ງຄລິດສະຕຽນຜູ້ປະກາດໄດ້ເຮັດ. ເຖິງຢ່າງນັ້ນ ໂປໂລກຳລັງແນະນຳບໍວ່າຜູ້ຍິງຄວນປົກຫົວທຸກເທື່ອເມື່ອອະທິດຖານແລະສອນຄວາມຈິງຈາກຄຳພີໄບເບິນ? ບໍ່ແມ່ນແນວນັ້ນ. ສະພາບແວດລ້ອມເປັນຕົວກຳນົດວ່າຜູ້ຍິງຈຳເປັນຕ້ອງປົກຫົວຫລືບໍເມື່ອອະທິດຖານຫລືສອນ?
ສະພາບແວດລ້ອມ. ຖ້ອຍຄຳຂອງໂປໂລບົ່ງຊີ້ເຖິງສະພາບແວດລ້ອມສອງຢ່າງຫລືສອງຂອບເຂດ ຄືໃນຄອບຄົວແລະໃນປະຊາຄົມ. ລາວເວົ້າວ່າ “ຜູ້ຊາຍເປັນຫົວຂອງຜູ້ຍິງ . . . ຜູ້ຍິງທຸກຄົນທີ່ອ້ອນວອນຫລືທຳນວາຍ ຖ້າບໍ່ປົກຫົວກໍກະທຳບໍ່ນັບຖືແກ່ຫົວ.” (ຂໍ້ 3, 5) ໃນວົງຄອບຄົວ ຜົວເປັນຜູ້ທີ່ພະເຢໂຫວາຕັ້ງໃຫ້ເປັນຫົວຂອງເມຍ. ເມຍຄວນຍອມຮັບສິດອຳນາດຂອງຜົວຢ່າງເຫມາະສົມ ຖ້າບໍ່ເປັນດັ່ງນັ້ນລາວຈະເຮັດໃຫ້ຜົວຂອງຕົນໄດ້ຮັບຄວາມອັບອາຍຖ້າລາວເຮັດຫນ້າທີ່ຮັບຜິດຊອບທີ່ພະເຢໂຫວາມອບໃຫ້ຜູ້ເປັນຜົວເຮັດ. ຍົກຕົວຢ່າງ ຖ້າເກີດມີຄວາມຈຳເປັນທີ່ເມຍຕ້ອງນຳການສຶກສາພະຄຳພີເມື່ອຜົວຢູ່ນຳ ເມຍຈະສະແດງການຍອມຮັບສິດອຳນາດຂອງຜົວໂດຍການປົກຫົວ. ເມຍຈະເຮັດເຊັ່ນນັ້ນບໍ່ວ່າຜົວຈະຮັບບັບເຕມາແລ້ວຫລືບໍ່ກໍຕາມ ເນື່ອງຈາກຜົວເປັນປະມຸກຂອງຄອບຄົວ.a ຖ້າຜູ້ຍິງຕ້ອງອະທິດຖານຫລືສອນເມື່ອລູກຊາຍທີ່ຮັບບັບເຕມາແລ້ວຢູ່ນຳ ແຕ່ລູກຊາຍຍັງບໍ່ຮອດກະສຽນເປັນຜູ້ໃຫຍ່ ລາວຈະປົກຫົວເຊັ່ນກັນ ບໍ່ແມ່ນຍ້ອນວ່າລູກຊາຍເປັນປະມຸກຂອງຄອບຄົວ ແຕ່ຍ້ອນລູກຊາຍໄດ້ຮັບມອບສິດອຳນາດຫນ້າທີ່ໃນຖານະເປັນຜູ້ຊາຍທີ່ຮັບບັບເຕມາແລ້ວຂອງປະຊາຄົມຄລິດສະຕຽນ.
ເມື່ອເວົ້າເຖິງຂອບເຂດໃນປະຊາຄົມ ໂປໂລກ່າວດັ່ງນີ້ “ແຕ່ວ່າຖ້າຜູ້ໃດຢາກຖຽງກັນໃນການນັ້ນ [“ທຳນຽມອື່ນ,” ລ.ມ.] ຝ່າຍເຮົາກໍດີ ຝ່າຍພວກຊຸມນຸມທັງຫລາຍຂອງພະເຈົ້າກໍດີ ບໍ່ມີທຳນຽມສັນນັ້ນ.” (ຂໍ້ 16) ໃນປະຊາຄົມຄລິດສະຕຽນ ມີການມອບຕຳແຫນ່ງປະມຸກໃຫ້ແກ່ຜູ້ຊາຍທີ່ຮັບບັບເຕມາແລ້ວ. (1 ຕີໂມເຕ 2:11-14; ເຫບເລີ 13:17) ສະເພາະຜູ້ຊາຍເທົ່ານັ້ນໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ເຖົ້າແກ່ແລະຜູ້ຊ່ວຍງານຮັບໃຊ້ພ້ອມດ້ວຍມີຫນ້າທີ່ຮັບຜິດຊອບທີ່ພະເຈົ້າປະທານໃຫ້ເພື່ອເບິ່ງແຍງແກະຂອງພະເຈົ້າ. (ກິດຈະການ 20:28) ເຖິງຢ່າງນັ້ນ ເປັນບາງຄັ້ງຄາວມີສະພາບການທີ່ຜູ້ຍິງຄລິດສະຕຽນຖືກຂໍໃຫ້ເຮັດຫນ້າທີ່ເຊິ່ງຕາມປົກກະຕິແລ້ວຈະເຮັດໂດຍຜູ້ຊາຍທີ່ມີຄຸນວຸທິເຊິ່ງຮັບບັບເຕມາແລ້ວ. ຕົວຢ່າງເຊັ່ນ ເມື່ອຜູ້ຊາຍທີ່ຮັບບັບເຕມາແລ້ວເຊິ່ງມີຄຸນວຸທິບໍ່ຢູ່ນຳ ຜູ້ຍິງອາດຕ້ອງນຳການປະຊຸມເພື່ອການປະກາດ. ຫລືຜູ້ຍິງອາດນຳການສຶກສາພະຄຳພີຕາມບ້ານທີ່ກຳນົດໄວ້ແລ້ວໂດຍມີຜູ້ຊາຍທີ່ຮັບບັບເຕມາແລ້ວຢູ່ນຳ. ເນື່ອງຈາກການສຶກສານີ້ທີ່ຈິງແລ້ວເປັນສ່ວນຂອງປະຊາຄົມຄລິດສະຕຽນ ຜູ້ຍິງຈະໃຊ້ຜ້າປົກຫົວເພື່ອຍອມຮັບວ່າລາວກຳລັງເຮັດຫນ້າທີ່ເຊິ່ງຕາມທຳມະດາແລ້ວມອບຫມາຍໃຫ້ຜູ້ຊາຍເຮັດ.
ໃນອີກດ້ານຫນຶ່ງ ມີການນະມັດສະການຫລາຍແງ່ທີ່ພີ່ນ້ອງຍິງບໍ່ຈຳເປັນຕ້ອງໃສ່ຜ້າປົກຫົວ. ຍົກຕົວຢ່າງເຊັ່ນ ຜູ້ຍິງບໍ່ຕ້ອງໃສ່ຜ້າປົກຫົວເມື່ອອອກຄວາມຄິດເຫັນໃນການປະຊຸມຄລິດສະຕຽນ ໃນການອອກໄປປະກາດຕາມເຮືອນຮ່ວມກັບຜົວຫລືພີ່ນ້ອງຊາຍຄົນອື່ນທີ່ຮັບບັບເຕມາແລ້ວ ຫລືເມື່ອສຶກສາຫລືອະທິດຖານກັບລູກທີ່ຍັງບໍ່ທັນຮັບບັບເຕມາ. ແນ່ນອນວ່າອາດມີຄຳຖາມອື່ນໆເກີດຂຶ້ນ ແລະຖ້າພີ່ນ້ອງຍິງບໍ່ແນ່ໃຈກ່ຽວກັບເລື່ອງນັ້ນ ລາວກໍອາດຄົ້ນຄວ້າເພີ່ມເຕີມ.b ຖ້າຍັງບໍ່ແນ່ໃຈແລະຖ້າສະຕິຮູ້ສຶກຜິດຊອບກະຕຸ້ນລາວໃຫ້ປົກຫົວ ການເຮັດເຊັ່ນນັ້ນກໍບໍ່ຜິດ ດັ່ງທີ່ສະແດງຢູ່ໃນຮູບຫນ້ານີ້.
ແຮງກະຕຸ້ນ. ໃນຂໍ້ 10 ເຮົາເຫັນເຫດຜົນສອງຢ່າງທີ່ຜູ້ຍິງຄລິດສະຕຽນຕ້ອງປົກຫົວ ດັ່ງທີ່ກ່າວໄວ້ວ່າ “ສົມຄວນທີ່ຜູ້ຍິງຈະມີສຳຄັນບັງຄັບ [“ມີເຄື່ອງຫມາຍຂອງການຍອມຢູ່ໃຕ້ສິດອຳນາດ,” ລ.ມ.] ເທິງຫົວເພາະເຫດພວກທູດສະຫວັນ.” ເຫດຜົນທຳອິດ ຂໍໃຫ້ສັງເກດເບິ່ງຖ້ອຍຄຳທີ່ວ່າ “ເຄື່ອງຫມາຍຂອງການຍອມຢູ່ໃຕ້ສິດອຳນາດ.” ການປົກຫົວເປັນວິທີທີ່ຜູ້ຍິງສະແດງວ່າລາວຍອມຮັບສິດອຳນາດທີ່ພະເຢໂຫວາມອບໃຫ້ແກ່ຜູ້ຊາຍທີ່ຮັບບັບເຕມາແລ້ວໃນປະຊາຄົມ. ດັ່ງນັ້ນ ການປົກຫົວເປັນການສະແດງວ່າລາວຮັກແລະພັກດີຕໍ່ພະເຢໂຫວາພະເຈົ້າ. ເຫດຜົນທີສອງພົບໄດ້ໃນຖ້ອຍຄຳທີ່ວ່າ “ເພາະເຫດພວກທູດສະຫວັນ.” ການທີ່ຜູ້ຍິງປົກຫົວສົ່ງຜົນກະທົບແນວໃດຕໍ່ກາຍວິນຍານທີ່ມີລິດເດດເຫລົ່ານີ້?
ພວກທູດສະຫວັນສົນໃຈທີ່ຈະສັງເກດເບິ່ງວ່າມີການຍອມຮັບສິດອຳນາດຂອງພະເຈົ້າໃນອົງການຂອງພະເຢໂຫວາທັງໃນສະຫວັນແລະທີ່ແຜ່ນດິນໂລກ. ເຂົາເຈົ້າຍັງໄດ້ຮັບປະໂຫຍດຈາກຕົວຢ່າງຂອງມະນຸດທີ່ບໍ່ສົມບູນແບບໃນເລື່ອງນີ້ດ້ວຍ. ເພາະວ່າເຂົາເຈົ້າກໍເຊັ່ນກັນຕ້ອງຍອມຢູ່ພາຍໃຕ້ການຈັດຕຽມຂອງພະເຢໂຫວາ ເຊິ່ງທູດສະຫວັນຫລາຍອົງບໍ່ຜ່ານການທົດສອບນີ້ໃນອະດີດ. (ຢູເດ 6) ພວກທູດສະຫວັນອາດສັງເກດເບິ່ງຈາກຕົວຢ່າງຂອງຜູ້ຍິງຄລິດສະຕຽນເຊິ່ງມີປະສົບການ ມີຄວາມຮູ້ ແລະຫລັກແຫລມກວ່າຜູ້ຊາຍທີ່ຮັບບັບເຕມາແລ້ວໃນປະຊາຄົມ ແຕ່ເຖິງຢ່າງນັ້ນລາວຍອມຢູ່ໃຕ້ສິດອຳນາດຂອງຜູ້ຊາຍ. ໃນບາງກໍລະນີ ຜູ້ຍິງເປັນຄລິດສະຕຽນຜູ້ຖືກເຈີມເຊິ່ງຕໍ່ມາຈະເປັນຄົນຫນຶ່ງທີ່ຮັບມໍລະດົກຮ່ວມກັບພະຄລິດ. ໃນທີ່ສຸດ ພີ່ນ້ອງຍິງເຫລົ່ານັ້ນຈະຮັບໃຊ້ໃນຕຳແຫນ່ງທີ່ສູງສົ່ງກວ່າທູດສະຫວັນຊ້ຳແລະໄດ້ຮ່ວມປົກຄອງກັບພະຄລິດໃນສະຫວັນ. ຖືເປັນຕົວຢ່າງອັນດີເລີດແທ້ໆທີ່ພວກທູດສະຫວັນຈະສັງເກດເຫັນໃນຕອນນີ້! ທີ່ຈິງແລ້ວຖືເປັນສິດທິພິເສດແທ້ໆທີ່ພີ່ນ້ອງຍິງທຸກຄົນສາມາດສະແດງການເຊື່ອຟັງຢ່າງຖ່ອມໃຈໂດຍການກະທຳທີ່ພັກດີແລະການຍອມຢູ່ໃຕ້ສິດອຳນາດຕໍ່ຫນ້າທູດສະຫວັນທີ່ສັດຊື່ຫລາຍລ້ານອົງທີ່ເຝົ້າເບິ່ງຢູ່!
a ປົກກະຕິເມຍທີ່ເປັນຄລິດສະຕຽນຈະບໍ່ອະທິດຖານອອກສຽງເມື່ອຜົວທີ່ຮ່ວມຄວາມເຊື່ອຢູ່ນຳ ຍົກເວັ້ນແຕ່ມີສະພາບການພິເສດເຊັ່ນ ຜົວເວົ້າບໍ່ໄດ້ເນື່ອງຈາກຄວາມເຈັບປ່ວຍ.
b ຂໍໃຫ້ເບິ່ງຂໍ້ມູນເພີ່ມເຕີມໃນຫໍສັງເກດການ ສະບັບວັນທີ 15 ເດືອນກຸມພາ ປີ 2015 (ພາສາໄທ) ຫນ້າ 30 ແລະສະບັບວັນທີ 15 ເດືອນກຸມພາ ປີ 1977 (ພາສາອັງກິດ) ຫນ້າ 125-128.