ເພງທີ 96
ປຶ້ມຄຳພີໄບເບິນປຽບເໝືອນຊັບສົມບັດ
1. ໜັງສືເຫຼັ້ມໜຶ່ງເຊິ່ງມີບັນທຶກຫຼາຍເລື່ອງລາວ
ໃຫ້ມີຄວາມຫວັງຄວາມສະຫງົບແລະຍິນດີ
ບອກເລື່ອງອຳນາດຍິ່ງໃຫຍ່ແລະສະຕິປັນຍາ
“ຄົນຕາບອດ” ເຫັນໄດ້ “ຄົນຕາຍ” ໄດ້ຟື້ນຄືນ
ນັ້ນຄືໜັງສືຄຳພີໄບເບິນຂອງພະເຈົ້າ
ທີ່ຂຽນຂຶ້ນໂດຍຄົນທີ່ພະເຈົ້າດົນໃຈ
ເປັນຜູ້ທີ່ຮັກພະເຈົ້າເຢໂຫວາແທ້ຈິງ
ໄດ້ຮັບກະຕຸ້ນໃຈໂດຍພະລັງພະອົງ
2. ພວກເຂົາຂຽນຄວາມຈິງເລື່ອງສິ່ງທີ່ພະເຈົ້າສ້າງ
ຈັກກະວານຍິ່ງໃຫຍ່ດ້ວຍອຳນາດພະອົງ
ໄດ້ບັນທຶກໄວ້ຕອນເລີ່ມຕົ້ນມະນຸດສົມບູນ
ບອກເລື່ອງທີ່ອຸທິຍານໄດ້ສູນເສຍໄປ
ເຂົາໄດ້ບັນທຶກໄວ້ວ່າທູດສະຫວັນອົງໜຶ່ງ
ເຊິ່ງທ້າທາຍໃນເລື່ອງການປົກຄອງພະເຈົ້າ
ນຳເອົາຄວາມທຸກຄວາມບາບມາໃຫ້ມະນຸດເຮົາ
ແຕ່ໃນອີກບໍ່ຊ້າເຢໂຫວາມີໄຊ
3. ດຽວນີ້ເປັນເວລາແຫ່ງຄວາມຍິນດີຂອງເຮົາ
ເຢໂຫວາຊີ້ນຳໂດຍກະສັດທີ່ເຈີມ
ເຮົາຈຶ່ງບອກຂ່າວດີເລື່ອງລາຊະອານາຈັກ
ແບ່ງປັນຄວາມຫວັງແລະສິ່ງດີທີ່ຈະມາ
ໜັງສືພະອົງມີຂ່າວທີ່ໃຫ້ເຮົາຍິນດີ
ຄືກັບທີ່ເຮົາຖືກລ້ຽງດູຢ່າງອິ່ມໃຈ
ບອກເລື່ອງສັນຕິສຸກເກີນມະນຸດຈະຝັນໃຝ່
ເປັນສົມບັດຊີວິດເຊີນໃຫ້ທຸກຄົນອ່ານ
(ເບິ່ງຕື່ມ 2 ຕີໂມ. 3:16; 2 ເປ. 1:21)