ເລື່ອງຊີວິດຈິງ
ຄິດເຖິງພະເຢໂຫວາທຸກຄັ້ງກ່ອນຕັດສິນໃຈ
ຕອນເຊົ້າມື້ໜຶ່ງໃນປີ 1984 ຕອນທີ່ຂ້ອຍກຳລັງເດີນທາງໄປເຮັດວຽກຢູ່ເມືອງກາຣາກັດສ໌ໃນເວເນຊູເອລາ ຂ້ອຍກໍໄດ້ຄິດເຖິງບົດຄວາມໃນຫໍສັງເກດການ ທີ່ຫາກໍສຶກສາຫວ່າງບໍ່ດົນມານີ້ເຊິ່ງມັນເຮັດໃຫ້ຂ້ອຍຮູ້ສຶກວ່າຄົນແຖວບ້ານຊິເບິ່ງຂ້ອຍແນວໃດ. ເຂົາເຈົ້າຈະເບິ່ງວ່າ: ‘ຂ້ອຍເປັນພະນັກງານຢູ່ທະນາຄານທີ່ມີລາຍໄດ້ດີໆບໍ ຫຼືເຂົາເຈົ້າຈະເບິ່ງວ່າຂ້ອຍເປັນຜູ້ຮັບໃຊ້ພະເຈົ້າແລະເຮັດວຽກຢູ່ທະນາຄານເພື່ອເບິ່ງແຍງຄອບຄົວບໍ?’ ຂ້ອຍບໍ່ມັກທີ່ເຂົາເຈົ້າເບິ່ງຂ້ອຍເປັນພຽງແຕ່ພະນັກງານຢູ່ທະນາຄານເທົ່ານັ້ນ. ຂ້ອຍຈຶ່ງຕັດສິນໃຈເຮັດບາງຢ່າງ.
ຂ້ອຍເກີດວັນທີ 19 ພຶດສະພາ ປີ 1940 ຢູ່ເມືອງອາມີຢູນປະເທດເລບານອນ. ສອງສາມປີຕໍ່ມາຄອບຄົວຂອງເຮົາກໍຍ້າຍໄປຢູ່ເມືອງຕຣີໂປລີ ເຊິ່ງເປັນບ່ອນທີ່ຂ້ອຍເຕີບໃຫຍ່ແລະຄອບຄົວຂອງເຮົາກໍຮູ້ຈັກພະເຢໂຫວາຢູ່ຫັ້ນ. ຂ້ອຍມີອ້າຍເອື້ອຍນ້ອງນຳກັນ 5 ຄົນ ຍິງ 3 ຊາຍ 2 ແລະຂ້ອຍກໍເປັນລູກຫຼ້າ. ພໍ່ແມ່ຂອງຂ້ອຍບໍ່ໄດ້ໃຫ້ການຫາເງິນເປັນສິ່ງສຳຄັນທີ່ສຸດ ແຕ່ເຂົາເຈົ້າໃຫ້ການສຶກສາຄຳພີໄບເບິນ ການເຂົ້າຮ່ວມປະຊຸມ ແລະການຊ່ວຍຄົນອື່ນໃຫ້ຮູ້ຈັກພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ.
ໃນປະຊາຄົມຂອງເຮົາມີຜູ້ຖືກເຈີມຫຼາຍຄົນ. ໜຶ່ງໃນນັ້ນກໍແມ່ນພີ່ນ້ອງມິເຊວ ອາບຸດສ໌ເຊິ່ງເປັນຜູ້ນຳການສຶກສາປຶ້ມປະຈຳປະຊາຄົມ. ລາວຮຽນຄວາມຈິງຢູ່ນິວຢອກ ແລະເປັນຄົນທຳອິດທີ່ໄປປະກາດຂ່າວດີຢູ່ເລບານອນໃນປີ 1921. ຂ້ອຍຈື່ວິທີທີ່ລາວໃຫ້ກຽດແລະຊ່ວຍເຫຼືອພີ່ນ້ອງ 2 ຄົນທີ່ຫາກໍຈົບມາຈາກໂຮງຮຽນກິລຽດເຊິ່ງກໍຄືພີ່ນ້ອງແອນນີແລະພີ່ນ້ອງເກວນ ບີເວີ. ແລ້ວ 2 ຄົນນີ້ກໍກາຍມາເປັນໝູ່ສະໜິດຂອງຂ້ອຍ. ຫຼາຍປີຕໍ່ມາ ຂ້ອຍກໍດີໃຈຫຼາຍທີ່ໄດ້ພົບແອນນີຢູ່ສະຫະລັດອາເມຣິກາ ແລະຂ້ອຍກໍຍັງໄດ້ເຈິກັບເກວນເຊິ່ງລາວໄດ້ແຕ່ງດອງກັບພີ່ນ້ອງວິວເຟຣດ ກູດ ແລະຮັບໃຊ້ຢູ່ເບເທນໃນສາຂາລອນດອນປະເທດອັງກິດ.
ປະກາດຢູ່ເລບານອນ
ຕອນທີ່ຂ້ອຍຍັງນ້ອຍ ມີພະຍານພະເຢໂຫວາບໍ່ເທົ່າໃດຄົນໃນເລບານອນ. ແຕ່ພວກເຮົາກໍດຸໝັ່ນຫ້າວຫັນທີ່ຈະໄປສອນຄົນອື່ນໃຫ້ຮູ້ຈັກຄຳພີໄບເບິນ ເຖິງວ່າຈະຖືກຕໍ່ຕ້ານຈາກພວກຫົວໜ້າສາສະໜາກໍຕາມ. ຂ້ອຍຈື່ບາງເຫດການທີ່ເກີດຂຶ້ນກັບພວກເຮົາໄດ້ດີ.
ມື້ໜຶ່ງຂ້ອຍກັບເອື້ອຍຂອງຂ້ອຍທີ່ຊື່ຊານາໄປປະກາດຢູ່ອາພາດເມັນຫຼັງໜຶ່ງ ແລ້ວກໍມີຄຸນພໍ່ຍ່າງຂຶ້ນມາບ່ອນທີ່ເຮົາປະກາດ. ຕ້ອງມີຄົນບອກລາວແຫຼະ. ຄຸນພໍ່ໄດ້ດ່າເອື້ອຍຂ້ອຍແລ້ວກໍໃຊ້ຄວາມຮຸນແຮງກັບເອື້ອຍຂ້ອຍແລະຍູ້ລາວຕົກຂັ້ນໄດຈຶ່ງເຮັດໃຫ້ລາວບາດເຈັບ. ມີບາງຄົນໃຈດີໄດ້ໂທຫາຕຳຫຼວດໃຫ້ມາຊ່ວຍເອື້ອຍຊານາ. ຕຳຫຼວດໄດ້ພາຄຸນພໍ່ຜູ້ນີ້ໄປຫ້ອງການຕຳຫຼວດ ແລ້ວກໍເຫັນວ່າຄຸນພໍ່ມີປືນຕິດໂຕນຳ. ຫົວໜ້າຕຳຫຼວດເວົ້າໃຫ້ຄຸນພໍ່ວ່າ: “ເຈົ້າເປັນໃຜກັນແທ້? ເປັນຄູສອນສາສະໜາຫຼືວ່າເປັນຫົວໜ້ານັກເລງ?”
ອີກເຫດການໜຶ່ງທີ່ຂ້ອຍຍັງຈື່ກໍຄື ຕອນທີ່ປະຊາຄົມເຮົາເຊົ່າລົດຕູ້ເພື່ອໄປປະກາດຢູ່ເຂດທີ່ຫ່າງໄກສອກຫຼີກ. ພວກເຮົາກຳລັງປະກາດບັກມ່ວນໆ ແຕ່ເມື່ອຄຸນພໍ່ທີ່ຢູ່ໃນເຂດນັ້ນຮູ້ວ່າພວກເຮົາປະກາດຢູ່ ເຂົາເຈົ້າກໍເລີຍໄປປຸກລະດົມປະຊາຊົນໃຫ້ມາຕໍ່ຕ້ານພວກເຮົາ. ເຂົາເຈົ້າໂຈມຕີເຮົາແລະເຖິງຂັ້ນດຶກກ້ອນຫີນໃສ່ເຮົາ ຈົນເຮັດໃຫ້ພໍ່ຂ້ອຍຫົວແຕກແລະໜ້າເຕັມແຕ່ເລືອດ. ແລ້ວພໍ່ກັບແມ່ກໍຂຶ້ນລົດຕູ້ ແລະພວກເຮົາກໍພາກັນຂຶ້ນລົດໄປນຳ. ສິ່ງທີ່ຂ້ອຍຈື່ໄດ້ແທ້ໆແມ່ນສິ່ງທີ່ແມ່ເວົ້າຕອນທີ່ລາວກຳລັງລ້າງໜ້າພໍ່. ລາວບອກວ່າ: “ພະເຢໂຫວາເອີຍ ຍົກໂທດໃຫ້ເຂົາເຈົ້າແດ່ ເພາະເຂົາເຈົ້າບໍ່ຮູ້ວ່າກຳລັງເຮັດຫຍັງຢູ່.”
ມີເທື່ອໜຶ່ງເຮົາໄດ້ໄປຢາມຍາດພີ່ນ້ອງຢູ່ບ້ານເກີດເມືອງນອນ ແລະເຮົາກໍເຫັນຫົວໜ້າຄຸນພໍ່ຄົນໜຶ່ງໄດ້ມາຢາມປູ່ຂ້ອຍຢູ່ເຮືອນ. ຫົວໜ້າຄຸນພໍ່ຮູ້ວ່າພໍ່ແມ່ຂ້ອຍເປັນພະຍານພະເຢໂຫວາ. ລາວເອີ້ນຂ້ອຍມາຖາມວ່າ: “ເປັນຫຍັງເຈົ້າຍັງບໍ່ຮັບບັບເຕມາ?” ຕອນນັ້ນຂ້ອຍຫາກໍອາຍຸ 6 ປີ. ແລ້ວຂ້ອຍກໍຕອບລາວວ່າ: “ຂ້ອຍຍັງນ້ອຍຢູ່ ແລະຖ້າຂ້ອຍຊິຮັບບັບເຕມາຂ້ອຍກໍຕ້ອງມີຄວາມຮູ້ໃນຄຳພີໄບເບິນແລະມີຄວາມເຊື່ອທີ່ເຂັ້ມແຂງກ່ອນ.” ລາວບໍ່ມັກທີ່ຂ້ອຍຕອບແບບນີ້ ແລ້ວລາວກໍໄປບອກປູ່ຂ້ອຍວ່າ ຂ້ອຍບໍ່ມີມາລະຍາດ.
ເຖິງຈະມີເລື່ອງທີ່ບໍ່ດີແບບນີ້ ແຕ່ໂດຍທົ່ວໄປແລ້ວຄົນເລບານອນກໍເປັນຄົນໃຈດີແລະມີນ້ຳໃຈ. ພວກເຮົາຈຶ່ງສາມາດລົມເລື່ອງຄຳພີໄບເບິນກັບຫຼາຍຄົນ ແລະນຳການສຶກສາກັບເຂົາເຈົ້າ.
ຕັດສິນໃຈຍ້າຍໄປຢູ່ບ່ອນໃໝ່
ຕອນທີ່ຂ້ອຍຍັງເຂົ້າໂຮງຮຽນຢູ່ ມີພີ່ນ້ອງຊາຍຄົນໜຶ່ງຈາກເວເນຊູເອລາໄດ້ມາສົມທົບກັບປະຊາຄົມຂອງເຮົາ. ຫຼັງຈາກນັ້ນລາວກໍໄດ້ຄົບຫາກັບເອື້ອຍຂອງຂ້ອຍຊື່ວາຟາ. ແລະບໍ່ດົນເຂົາເຈົ້າກໍໄດ້ແຕ່ງດອງກັນ ແລ້ວຍ້າຍໄປຢູ່ເວເນຊູເອລາ. ເອື້ອຍວາຟາຄິດຮອດພວກເຮົາຫຼາຍ ລາວຈຶ່ງໄດ້ຂຽນຈົດໝາຍຫຼາຍສະບັບຫາພໍ່ເພື່ອຊວນຄອບຄົວຍ້າຍໄປຢູ່ເວເນຊູເອລາ ແລະໃນທີ່ສຸດພວກເຮົາກໍຍ້າຍໄປ!
ເຮົາມາຮອດເວເນຊູເອລາໃນປີ 1953 ແລະພັກຢູ່ເມືອງກາຣາກັດສ໌ໃກ້ກັບທຳນຽບປະທານປະເທດ. ຍ້ອນວ່າຂ້ອຍເປັນເດັກນ້ອຍ ຂ້ອຍຈຶ່ງຮູ້ສຶກມ່ວນແລະຕື່ນເຕັ້ນເມື່ອເຫັນຂະບວນລົດຂອງປະທານປະເທດກາຍໄປກາຍມາ. ສ່ວນພໍ່ແມ່ຮູ້ສຶກວ່າຍາກທີ່ຈະປັບຕົວເຂົ້າກັບວັດທະນະທຳ ພາສາ ດິນຟ້າອາກາດ ແລະອາຫານການກິນໃໝ່. ຕອນທີ່ກຳລັງປັບໂຕເຂົ້າກັບສະພາບການໃໝ່ ກໍມີເລື່ອງທີ່ບໍ່ດີເກີດຂຶ້ນ.
ຈາກຊ້າຍຫາຂວາ: ພໍ່ຂ້ອຍ ແມ່ຂ້ອຍ ຂ້ອຍຕອນທີ່ຍ້າຍມາເວເນຊູເອລາກັບຄອບຄົວໃນປີ 1953
ເຈິກັບເລື່ອງຮ້າຍໆ
ພໍ່ຂອງຂ້ອຍເປັນຄົນແຂງແຮງດີ ບໍ່ເຄີຍເຈັບເປັນຈັກເທື່ອ. ແຕ່ມີມື້ໜຶ່ງລາວຮູ້ສຶກບໍ່ສະບາຍ ແລ້ວໄປໂຮງໝໍ. ໝໍກວດພົບວ່າລາວເປັນມະເຮັງຕັບອ່ອນ ແລ້ວລາວກໍເຂົ້າຜ່າຕັດ. ໜ້າເສົ້າ ຫຼັງຈາກຜ່າຕັດໄດ້ອາທິດດຽວ ລາວກໍຕາຍ.
ເປັນເລື່ອງຍາກຫຼາຍທີ່ຈະອະທິບາຍຄວາມຮູ້ສຶກຂອງເຮົາກັບສະພາບການທີ່ເຮົາເຈິ. ເຮົາບໍ່ນຶກບໍ່ຝັນເລີຍວ່າພໍ່ຈະຕາຍຈາກໄປ ແລະເຮົາຄິດວ່າຄອບຄົວເຮົາຄືຊິບໍ່ມີຄວາມສຸກອີກແລ້ວ. ຕອນນັ້ນຂ້ອຍອາຍຸ 13 ປີ. ສ່ວນແມ່ກໍຮູ້ສຶກວ່າຍາກຫຼາຍທີ່ຈະຍອມຮັບວ່າພໍ່ໄດ້ເສຍໄປແລ້ວ. ແຕ່ເຮົາຮູ້ວ່າຊີວິດກໍຕ້ອງສູ້ຕໍ່ໄປ ແລະພະເຢໂຫວາກໍຊ່ວຍເຮົາໃຫ້ອົດທົນໄດ້. ເມື່ອຂ້ອຍຮຽນຈົບມັດທະຍົມຕອນອາຍຸ 16 ປີ ຢູ່ເມືອງກາຣາກັດສ໌ ຂ້ອຍຮູ້ສຶກວ່າຕ້ອງຊ່ວຍເຫຼືອຄອບຄົວ.
ເອື້ອຍຊານາກັບຣູເບັນຜົວຂອງລາວໄດ້ຊ່ວຍຂ້ອຍໃຫ້ມີຄວາມເຊື່ອເຂັ້ມແຂງ
ຫຼັງຈາກນັ້ນບໍ່ດົນ ເອື້ອຍຊານາກໍໄດ້ແຕ່ງດອງກັບພີ່ນ້ອງຣູເບັນ ອາຣາອຸໂຮເຊິ່ງຮຽນຈົບຈາກໂຮງຮຽນກິລຽດ ແລ້ວກັບມາຮັບໃຊ້ຢູ່ເວເນຊູເອລາ. ຫຼັງຈາກນັ້ນເຂົາເຈົ້າກໍຍ້າຍໄປຢູ່ນິວຢອກ. ທັງຄອບຄົວໄດ້ຕັດສິນໃຈໃຫ້ຂ້ອຍຮຽນຕໍ່ມະຫາວິທະຍາໄລ ດັ່ງນັ້ນ ຂ້ອຍຈຶ່ງຍ້າຍໄປນິວຢອກ ແລ້ວພັກຢູ່ກັບເອື້ອຍແລະອ້າຍເຂີຍ. ເຂົາເຈົ້າທັງສອງຊ່ວຍຂ້ອຍໃຫ້ມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ. ນອກຈາກນັ້ນ ຍັງມີພີ່ນ້ອງທີ່ມີຄວາມເຊື່ອເຂັ້ມແຂງຢູ່ໃນປະຊາຄົມທີ່ໃຊ້ພາສາແອັດສະປາຍຢູ່ບຣຸກລິນ. ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ຮູ້ຈັກກັບພີ່ນ້ອງມິວຕັນ ເຮັນເຊວ ແລະພີ່ນ້ອງເຟດເດີຣິກ ແຟຣນສ໌. ເຂົາເຈົ້າທັງສອງຄົນຮັບໃຊ້ຢູ່ເບເທນບຣຸກລິນ.
ຂ້ອຍຮັບບັບເຕມາໃນປີ 1957
ຕອນທີ່ຂ້ອຍໃກ້ຈະຮຽນຈົບປີ 1 ຢູ່ມະຫາວິທະຍາໄລ ຂ້ອຍກໍເລີ່ມຄິດວ່າຂ້ອຍກຳລັງເຮັດຫຍັງກັບຊີວິດຂອງຕົວເອງຢູ່. ຂ້ອຍໄດ້ອ່ານແລະຄິດຈິງຈັງກ່ຽວກັບເລື່ອງເປົ້າໝາຍຂອງຄລິດສະຕຽນໃນການຮັບໃຊ້ພະເຢໂຫວາຢູ່ໃນວາລະສານຫໍສັງເກດການ. ຂ້ອຍເຫັນວ່າໄພໂອເນຍແລະສະມາຊິກຄອບຄົວເບເທນທີ່ຢູ່ໃນປະຊາຄົມຂອງຂ້ອຍມີຄວາມສຸກຫຼາຍ ແລະຂ້ອຍກໍຢາກເປັນຄືເຂົາເຈົ້າ. ແຕ່ຂ້ອຍຍັງບໍ່ໄດ້ຮັບບັບເຕມາເທື່ອ. ຂ້ອຍຮູ້ວ່າຂ້ອຍຕ້ອງອຸທິດຕົວໃຫ້ກັບພະເຢໂຫວາກ່ອນ. ຫຼັງຈາກນັ້ນຂ້ອຍກໍຮັບບັບເຕມາໃນວັນທີ 30 ເດືອນມີນາປີ 1957.
ການຕັດສິນໃຈທີ່ສຳຄັນ
ຫຼັງຈາກທີ່ຮັບບັບເຕມາແລ້ວ ຂ້ອຍກໍມີເປົ້າໝາຍຢາກຈະເປັນໄພໂອເນຍ. ຂ້ອຍຢາກເປັນໄພໂອເນຍແທ້ໆ! ແຕ່ມັນກໍຄືຊິຍາກເພາະຂ້ອຍທັງຊິຮຽນຢູ່ມະຫາວິທະຍາໄລແລະເປັນໄພໂອເນຍພ້ອມໆກັນໄດ້ແນວໃດ. ຂ້ອຍແລະຄອບຄົວໄດ້ຂຽນຈົດໝາຍລົມກັນກ່ຽວກັບເລື່ອງທີ່ຂ້ອຍຈະເຊົາຮຽນຢູ່ມະຫາວິທະຍາໄລ ແລ້ວກັບໄປຢູ່ເວເນຊູເອລາເພື່ອຈະເປັນໄພໂອເນຍ.
ຂ້ອຍກັບມາກາຣາກັດສ໌ໃນເດືອນມິຖຸນາປີ 1957 ແຕ່ສະພາບເສດຖະກິດຂອງຄອບຄົວຂ້ອຍບໍ່ດີເລີຍ. ເຂົາເຈົ້າຈຳເປັນຕ້ອງມີຄົນຊ່ວຍ. ແລ້ວຂ້ອຍຈະຊ່ວຍຄອບຄົວໄດ້ແນວໃດ? ຂ້ອຍໄດ້ມີໂອກາດເຮັດວຽກຢູ່ທະນາຄານ ແຕ່ຂ້ອຍກໍຢາກເປັນໄພໂອເນຍຫຼາຍແທ້ໆເພາະຂ້ອຍກັບມາຍ້ອນເຫດຜົນນີ້. ຂ້ອຍຈຶ່ງຕັດສິນໃຈເຮັດທັງສອງຢ່າງ. ຂ້ອຍທັງເຮັດວຽກເຕັມເວລາຢູ່ທະນາຄານ ແລະເປັນໄພໂອເນຍເປັນເວລາຫຼາຍປີ. ເຖິງວ່າຂ້ອຍຈະບໍ່ເຄີຍຫຍຸ້ງຫຼາຍປານນີ້ ແຕ່ຂ້ອຍກໍມີຄວາມສຸກຫຼາຍ!
ຂ້ອຍແຮ່ງມີຄວາມສຸກຫຼາຍກວ່ານັ້ນອີກເພາະຂ້ອຍໄດ້ແຕ່ງດອງກັບຊິນເວຍພີ່ນ້ອງເຢຍລະມັນເຊິ່ງຍ້າຍມາເວເນຊູເອລາກັບພໍ່ແມ່ຂອງລາວ. ຊິນເວຍເປັນຜູ້ຍິງທີ່ງາມຫຼາຍ ແລະຮັກພະເຢໂຫວາ. ເຮົາມີລູກນຳກັນ 2 ຄົນ ລູກຊາຍຊື່ມິເຊວ (ໄມ) ແລະລູກສາວຊື່ຊາມີຣາ. ແລ້ວຂ້ອຍຍັງຕ້ອງໄດ້ເບິ່ງແຍງແມ່ຄືກັນ ແມ່ໄດ້ຍ້າຍມາຢູ່ນຳພວກເຮົາ. ຍ້ອນຂ້ອຍຕ້ອງໄດ້ເບິ່ງແຍງຄອບຄົວ ຂ້ອຍຈຶ່ງເຊົາເປັນໄພໂອເນຍ ແຕ່ວ່າຂ້ອຍກໍຍັງມີຄວາມຄິດທີ່ຢາກຈະເປັນໄພໂອເນຍຢູ່. ດັ່ງນັ້ນ ຂ້ອຍກັບຊິນເວຍຈຶ່ງສະໝັກເປັນໄພໂອເນຍສົມທົບຍາມພັກວຽກທຸກຄັ້ງ.
ການຕັດສິນໃຈທີ່ສຳຄັນອີກເທື່ອໜຶ່ງ
ເລື່ອງທີ່ຂ້ອຍໄດ້ເວົ້າເຖິງໃນຕອນຕົ້ນຂອງບົດຄວາມນີ້ເປັນຕອນທີ່ລູກຂອງເຮົາຍັງເຂົ້າໂຮງຮຽນຢູ່. ຂ້ອຍຍອມຮັບວ່າຂ້ອຍມີຊີວິດທີ່ສະດວກສະບາຍຫຼາຍ ແລະຄົນອື່ນກໍເບິ່ງວ່າຂ້ອຍເປັນພະນັກງານຢູ່ທະນາຄານທີ່ມີຖານະດີ. ແຕ່ຂ້ອຍບໍ່ຢາກໃຫ້ເຂົາເຈົ້າເບິ່ງຂ້ອຍແບບນັ້ນ ຂ້ອຍຢາກໃຫ້ເຂົາເຈົ້າເບິ່ງວ່າຂ້ອຍເປັນພະຍານພະເຢໂຫວາ. ດັ່ງນັ້ນ ຂ້ອຍກັບເມຍຈຶ່ງລົມກັນເລື່ອງສະພາບການເງິນຂອງຄອບຄົວ ຖ້າຂ້ອຍເຊົາເຮັດວຽກຢູ່ທະນາຄານຂ້ອຍກໍຈະໄດ້ເງິນເປັນກ້ອນ ແລະຖ້າພວກເຮົາໃຊ້ຊີວິດແບບພໍພຽງ ເຮົາກໍຈະມີເງິນພໍໃຊ້ໄປໄດ້ດົນເຕີບຍ້ອນວ່າພວກເຮົາບໍ່ມີໜີ້.
ການອອກຈາກວຽກນັ້ນບໍ່ງ່າຍເລີຍ ແຕ່ວ່າເມຍແລະແມ່ກໍບໍ່ໄດ້ຂັດຂ້ອງຫຍັງ ເຂົາເຈົ້າສະໜັບສະໜູນເຕັມທີ. ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກດີໃຈຫຼາຍແທ້ໆທີ່ຈະໄດ້ເປັນໄພໂອເນຍອີກເທື່ອໜຶ່ງ. ແຕ່ຕອນທີ່ຂ້ອຍຈະເລີ່ມເປັນໄພໂອເນຍ ກໍມີເລື່ອງທີ່ບໍ່ຄາດຄິດເກີດຂຶ້ນ.
ເລື່ອງທີ່ໜ້າຍິນດີ!
ຄັບຣີເອນລູກຊາຍຫຼ້າຂອງເຮົາເປັນຂອງຂວັນທີ່ພິເສດ
ມື້ໜຶ່ງທ່ານໝໍບອກວ່າຊິນເວຍຖືພາ. ພວກເຮົາຮູ້ສຶກຕື່ນເຕັ້ນແລະດີໃຈຫຼາຍແທ້ໆ. ແຕ່ຂ້ອຍກໍຍັງຄິດກ່ຽວກັບເລື່ອງທີ່ຈະເປັນໄພໂອເນຍຢູ່. ແລ້ວຂ້ອຍຍັງຈະເປັນໄພໂອເນຍໄດ້ຢູ່ບໍ? ບໍ່ດົນ ພວກເຮົາກໍເລີ່ມປັບຕົວແລະກຽມຫົວໃຈທີ່ຈະມີສະມາຊິກມາເພີ່ມອີກຄົນໜຶ່ງ. ແຕ່ຂ້ອຍກໍສົງໄສວ່າ ຂ້ອຍຍັງຈະເປັນໄພໂອເນຍໄດ້ຢູ່ຫວາ?
ຫຼັງຈາກທີ່ເຮົາໄດ້ລົມກັນກ່ຽວກັບເລື່ອງນີ້ແລ້ວ ເຮົາກໍຕັດສິນໃຈວ່າຈັ່ງໃດຂ້ອຍກໍຈະເປັນໄພໂອເນຍໃຫ້ໄດ້. ຄັບຣີເອນລູກຊາຍຂອງເຮົາເກີດເດືອນເມສາປີ 1985. ຂ້ອຍລາອອກຈາກວຽກຢູ່ທະນາຄານແລະເລີ່ມເປັນໄພໂອເນຍປະຈຳອີກເທື່ອໜຶ່ງໃນເດືອນມິຖຸນາປີ 1985. ຕໍ່ມາ ຂ້ອຍກໍໄດ້ຮັບສິດທິພິເສດເຮັດວຽກເປັນຄະນະກຳມະການສາຂາ. ແຕ່ຍ້ອນວ່າສຳນັກງານສາຂາບໍ່ໄດ້ຢູ່ໃນເມືອງກາຣາກັດສ໌ ດັ່ງນັ້ນ ຂ້ອຍຈຶ່ງໄດ້ເດີນທາງປະມານ 80 ກິໂລແມັດເພື່ອໄປເຮັດວຽກອາທິດລະ 2-3 ມື້.
ຍ້າຍບ່ອນຢູ່ອີກແລ້ວ
ສຳນັກງານສາຂາຕັ້ງຢູ່ໃນເມືອງລາວິກຕໍເຣຍ ເຮົາກໍເລີຍຍ້າຍໄປເມືອງນັ້ນເພາະວ່າມັນຢູ່ໃກ້ກັບເບເທນຫຼາຍກວ່າ. ນີ້ເປັນການປ່ຽນແປງຄັ້ງໃຫຍ່ສຳລັບພວກເຮົາ. ຂ້ອຍຮູ້ສຶກດີໃຈແລະຂອບໃຈທຸກຄົນໃນຄອບຄົວທີ່ໃຫ້ຄວາມຮ່ວມມືແລະຍອມຮັບການຕັດສິນໃຈໃນຄັ້ງນີ້. ສ່ວນເອື້ອຍບາຮາກໍໄດ້ເອົາແມ່ໄປຢູ່ນຳ. ໄມລູກຊາຍຂອງເຮົາກໍໄດ້ແຕ່ງດອງແລະຍ້າຍອອກໄປ. ສ່ວນຊາມີຣາກັບຄັບຣີເອນຍັງຢູ່ເຮືອນນຳພວກເຮົາ. ດັ່ງນັ້ນ ການທີ່ພວກເຮົາຍ້າຍໄປຢູ່ລາວິກຕໍເຣຍຈຶ່ງເຮັດໃຫ້ຊາມີຣາກັບຄັບຣີເອນຕ້ອງຈາກໝູ່ທີ່ຢູ່ໃນກາຣາກັດສ໌. ຊິນເວຍເອງກໍຕ້ອງໄດ້ປັບຕົວເພື່ອຈະຢູ່ໃນເມືອງນ້ອຍໆໄດ້. ແລະເຮົາທຸກຄົນກໍຕ້ອງໄດ້ປັບຕົວໃຫ້ລຶ້ງເຄີຍກັບການທີ່ຈະຢູ່ເຮືອນຫຼັງນ້ອຍ. ດັ່ງນັ້ນ ການຍ້າຍຈາກເມືອງກາຣາກັດສ໌ໄປເມືອງລາວິກຕໍເຣຍຈຶ່ງເປັນການຕັດສິນໃຈທີ່ສຳຄັນຫຼາຍແທ້ໆ.
ຕອນນີ້ມີການປ່ຽນແປງອີກແລ້ວ. ຄັບຣີເອນໄດ້ແຕ່ງດອງແລະຊາມີຣາກໍໄດ້ຍ້າຍອອກໄປຢູ່ຕ່າງຫາກ. ຈາກນັ້ນຂ້ອຍກັບຊິນເວຍກໍໄດ້ຖືກເຊີນໃຫ້ເຂົ້າມາເປັນສະມາຊິກຄອບຄົວເບເທນໃນປີ 2007 ແລະຍັງຮັບໃຊ້ຢູ່ຫັ້ນຈົນຮອດທຸກມື້ນີ້. ໄມລູກຊາຍກົກຂອງເຮົາໄດ້ເປັນຜູ້ດູແລແລະຮັບໃຊ້ເປັນໄພໂອເນຍນຳກັນກັບໂມນິກາເມຍຂອງລາວ. ສ່ວນຄັບຣີເອນກໍເປັນຜູ້ດູແລຄືກັນແລະຮັບໃຊ້ຢູ່ອີຕາລີກັບອຳບຣາເມຍຂອງລາວ. ສ່ວນຊາມີຣາເປັນໄພໂອເນຍປະຈຳແລະເປັນອາສາສະໝັກຊ່ວຍວຽກເບເທນ.
ຈາກຊ້າຍຫາຂວາ: ກັບຊິນເວຍເມຍຂອງຂ້ອຍຢູ່ທີ່ສາຂາເວເນຊູເອລາ ໄມລູກຊາຍກົກຂອງເຮົາກັບໂມນິກາ ຊາມີຣາລູກສາວຂອງເຮົາ ຄັບຣີເອນລູກຊາຍຫຼ້າຂອງເຮົາກັບອຳບຣາ
ຂ້ອຍມີຄວາມສຸກກັບເລື່ອງຕ່າງໆທີ່ຂ້ອຍໄດ້ຕັດສິນໃຈ
ໃນຊີວິດຂອງຂ້ອຍມີຫຼາຍເລື່ອງທີ່ຂ້ອຍໄດ້ຕັດສິນໃຈ ແລະຂ້ອຍກໍມີຄວາມສຸກແລະບໍ່ເຄີຍເສຍໃຈເລີຍທີ່ໄດ້ຕັດສິນໃຈແບບນັ້ນ. ຂ້ອຍເຫັນຄຸນຄ່າກັບທຸກສິ່ງທີ່ຂ້ອຍໄດ້ເຮັດເພື່ອຮັບໃຊ້ພະເຢໂຫວາ. ເມື່ອຫຼາຍປີຜ່ານໄປຂ້ອຍກໍໄດ້ເຫັນວ່າການມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາເປັນເລື່ອງທີ່ສຳຄັນຫຼາຍແທ້ໆ. ບໍ່ວ່າເຮົາຈະຕັດສິນໃຈເລື່ອງນ້ອຍໆຫຼືເລື່ອງໃຫຍ່ໆ ພະເຢໂຫວາກໍໃຫ້ເຮົາມີສັນຕິສຸກ “ທີ່ເກີນຄວາມເຂົ້າໃຈທຸກຢ່າງ.” (ຟລປ. 4:6, 7) ຂ້ອຍກັບຊິນເວຍມັກການເຮັດວຽກຢູ່ເບເທນຫຼາຍ ແລະເຮົາກໍຮູ້ສຶກວ່າພະເຢໂຫວາອວຍພອນການຕັດສິນໃຈຂອງເຮົາທຸກຄັ້ງຍ້ອນວ່າເຮົາໃຫ້ເພິ່ນສຳຄັນທີ່ສຸດໃນຊີວິດຂອງເຮົາ.