ເພງທີ 135
ພະເຢໂຫວາເຊີນຢ່າງອົບອຸ່ນວ່າ ລູກຂອງເຮົາຈົ່ງມີປັນຍາເຖີດ
1. ໜຸ່ມສາວທັງຫຼາຍ ຈົ່ງມອບຫົວໃຈ ຂອງເຈົ້າໃຫ້ເຮົາ
ໃຫ້ພວກສັດຕູຂອງເຮົາໄດ້ຮູ້ ແລະເຫັນດ້ວຍຕາ
ວ່າເຈົ້າເຕັມໃຈມອບຄວາມເປັນໜຸ່ມ ຂອງເຈົ້າໃຫ້ເຮົາ
ເຮັດໃຫ້ຄົນທົ່ວໂລກຮູ້ວ່າເຈົ້າ ຈະຢູ່ເພື່ອເຮົາ
(ທ່ອນຊ້ຳ)
ລູກຊາຍທີ່ຮັກ ລູກສາວທີ່ມີຄ່າ
ສຸຂຸມ ເຮັດໃຫ້ໃຈເຮົາຊື່ນບານ
ທີ່ເຈົ້າຮັບໃຊ້ເຮົາດ້ວຍສຸດຫົວໃຈ
ແລະເຈົ້າສັນເສີນເຮົາດ້ວຍເລືອກເອງ
2. ຈົ່ງມີຄວາມສຸກ ກັບທຸກສິ່ງທີ່ ເຈົ້າເຮັດເພື່ອເຮົາ
ຖ້າເຈົ້າອ່ອນແອແລະລົ້ມລົງເຮົາ ກໍຈະຊ່ວຍເຈົ້າ
ເຖິງເຈົ້າອາດຜິດຫວັງຈາກບາງຄົນ ທີ່ບໍ່ຈິງໃຈ
ແຕ່ເຈົ້າຢ່າທໍ້ແທ້ຈົ່ງຮູ້ວ່າ ເຮົາຫ່ວງໃຍເຈົ້າ
(ທ່ອນຊ້ຳ)
ລູກຊາຍທີ່ຮັກ ລູກສາວທີ່ມີຄ່າ
ສຸຂຸມ ເຮັດໃຫ້ໃຈເຮົາຊື່ນບານ
ທີ່ເຈົ້າຮັບໃຊ້ເຮົາດ້ວຍສຸດຫົວໃຈ
ແລະເຈົ້າສັນເສີນເຮົາດ້ວຍເລືອກເອງ
(ເບິ່ງຕື່ມ ບັນຍັດ. 6:5; ຜູ້ປ. 11:9; ເອຊາ. 41:13)