ເພງທີ 126
ຈົ່ງຕື່ນຕົວ ເຂັ້ມແຂງ ໝັ້ນຄົງ
1. ຈົ່ງຕື່ນຕົວ ເຂັ້ມແຂງ ແລະໝັ້ນຄົງ ກ້າວໜ້າໄປດ້ວຍໃຈອົດທົນ
ເດັດດ່ຽວກ້າຫານດັ່ງລູກຜູ້ຊາຍ ຈະໄດ້ໄຊຊະນະແນ່ນອນ
ເຊື່ອຟັງຄຳແນະນຳຂອງພະເຍຊູ
ຜູ້ຊີ້ນຳພວກເຮົາໃຫ້ ຕັ້ງໝັ້ນຄົງ
(ທ່ອນຊ້ຳ)
ຈົ່ງຕື່ນຕົວ ເຂັ້ມແຂງ ແລະຕັ້ງໝັ້ນຄົງ!
ຈົ່ງມຸ່ງໄປ ໃຫ້ເຖິງເສັ້ນໄຊ
2. ຈົ່ງຕື່ນຕົວ ຮັກສາ ຄວາມຄິດໄວ້ ພ້ອມສະເໝີທີ່ຈະເຊື່ອຟັງ
ຄຳສັ່ງທີ່ພະເຍຊູໄດ້ໃຫ້ ຜ່ານທາດສັດຊື່ແລະສຸຂຸມ
ພ້ອມທັງຄຳແນະນຳຂອງຜູ້ເຖົ້າແກ່
ທີ່ດູແລປົກປ້ອງແກະ ແລະຄວາມຈິງ
(ທ່ອນຊ້ຳ)
ຈົ່ງຕື່ນຕົວ ເຂັ້ມແຂງ ແລະຕັ້ງໝັ້ນຄົງ!
ຈົ່ງມຸ່ງໄປ ໃຫ້ເຖິງເສັ້ນໄຊ
3. ຈົ່ງຕື່ນຕົວ ຮັກສາ ຄວາມປອງດອງ ເພື່ອປົກປ້ອງຂ່າວດີຂອງເຮົາ
ເຖິງວ່າພວກສັດຕູຈະຕໍ່ຕ້ານ ເຮົາບໍ່ຢ້ານປະກາດຕໍ່ໄປ
ໃຫ້ຮ່ວມຮ້ອງເພງສັນເສີນທົ່ວໂລກາ
ໃກ້ເຂົ້າມາແລ້ວວັນໃຫຍ່ ເຢໂຫວາ!
(ທ່ອນຊ້ຳ)
ຈົ່ງຕື່ນຕົວ ເຂັ້ມແຂງ ແລະຕັ້ງໝັ້ນຄົງ!
ຈົ່ງມຸ່ງໄປ ໃຫ້ເຖິງເສັ້ນໄຊ
(ເບິ່ງຕື່ມ ມັດ. 24:13; ເຫບ. 13:7, 17; 1 ເປ. 5:8)