ເພງທີ 18
ຂອບໃຈສຳລັບຄ່າໄຖ່
1. ມື້ນີ້ເຮົາຢູ່ຕໍ່ໜ້າ ບັນລັງພະເຢໂຫວາ
ຍ້ອນຄວາມຮັກພະອົງຍິ່ງໃຫຍ່ ບໍ່ມີໃຜຈະເທົ່າທຽມ
ສົ່ງລູກຊາຍສຸດທີ່ຮັກ ເພື່ອຊ່ວຍເຮົາໄດ້ຊີວິດ
ທີ່ເສຍສະລະຄັ້ງນີ້ ຈຶ່ງເປັນສິ່ງຍິ່ງໃຫຍ່ທີ່ສຸດ
(ທ່ອນຊ້ຳ)
ພະຄລິດປະທານຊີວິດເພື່ອເຮົາ
ດ້ວຍເລືອດພະອົງເຮົາໄດ້ເສລີ
ສຸດໃຈທີ່ມີ
ເຮົາຈະຂອບຄຸນພະອົງຕະຫຼອດນິລັນ
2. ພະຄລິດສະລະຊີວິດ ເພື່ອເຮົາດ້ວຍຄວາມເຕັມໃຈ
ໃຫ້ຊີວິດສົມບູນມາໄຖ່ ກໍເພາະຮັກເຮົາທຸກຄົນ
ເຮົາເຄີຍໝົດຫວັງຈົນທ່ານ ໄດ້ມາຊ່ວຍເຮົາທັງຫຼາຍ
ເຮົາຈຶ່ງໝັ້ນໃຈແລະຫວັງ ຈະມີຊີວິດນິລັນດອນ
(ທ່ອນຊ້ຳ)
ພະຄລິດປະທານຊີວິດເພື່ອເຮົາ
ດ້ວຍເລືອດພະອົງເຮົາໄດ້ເສລີ
ສຸດໃຈທີ່ມີ
ເຮົາຈະຂອບຄຸນພະອົງຕະຫຼອດນິລັນ
(ເບິ່ງຕື່ມ ເຫບ. 9:13, 14; 1 ເປ. 1:18, 19)