ເພງທີ 122
ຂໍໃຫ້ຢືນຢັດໝັ້ນຄົງ!
1. ທົ່ວໂລກມີຄວາມທຸກຍາກລຳບາກເພີ່ມຂຶ້ນ
ສິ່ງທີ່ເກີດຂຶ້ນໄດ້ເຮັດໃຫ້ຜູ້ຄົນຢ້ານ
ແຕ່ເຮົາຈະຕັ້ງໝັ້ນຄົງຈະບໍ່ຫວັ່ນໄຫວ
ຈະຮັບໃຊ້ພະເຈົ້າໝັ້ນຄົງ
(ທ່ອນຊ້ຳ)
ເຮົາຈະຢືນຢັດຕັ້ງໝັ້ນຄົງ
ຢ່າຫຼົງ ຈົ່ງໜີຈາກໂລກຊົ່ວ
ຍຶດໝັ້ນຈົນວັນສຸດທ້າຍ
ຈະໄດ້ຊີວິດນິລັນ
2. ໃນໂລກນີ້ມີຫຼາຍສິ່ງທີ່ລໍ້ລວງເຮົາ
ຖ້າເຮົາມີສະຕິຈະຕ້ານທານມັນໄດ້
ໂດຍຊັງສິ່ງຊົ່ວແລະຍຶດໝັ້ນກັບສິ່ງດີ
ຈະຊ່ວຍໃຫ້ເຮົາຕັ້ງໝັ້ນຄົງ
(ທ່ອນຊ້ຳ)
ເຮົາຈະຢືນຢັດຕັ້ງໝັ້ນຄົງ
ຢ່າຫຼົງ ຈົ່ງໜີຈາກໂລກຊົ່ວ
ຍຶດໝັ້ນຈົນວັນສຸດທ້າຍ
ຈະໄດ້ຊີວິດນິລັນ
3. ເຮົານະມັດສະການພະເຈົ້າສຸດຫົວໃຈ
ຮັບໃຊ້ຮ່ວມກັບພະເຍຊູຜູ້ເປັນນາຍ
ປະກາດຂ່າວດີທຸກວັນດ້ວຍໃຈຮ້ອນຮົນ
ຈົນວັນສຸດທ້າຍຜ່ານພົ້ນໄປ
(ທ່ອນຊ້ຳ)
ເຮົາຈະຢືນຢັດຕັ້ງໝັ້ນຄົງ
ຢ່າຫຼົງ ຈົ່ງໜີຈາກໂລກຊົ່ວ
ຍຶດໝັ້ນຈົນວັນສຸດທ້າຍ
ຈະໄດ້ຊີວິດນິລັນ
(ເບິ່ງຕື່ມ ລືກາ 21:9; 1 ເປ. 4:7)