ເພງທີ 101
ເຮັດວຽກຮ່ວມກັນຢ່າງເປັນນ້ຳໜຶ່ງໃຈດຽວ
1. ໃນໂລກທີ່ແຕກແຍກຂາດຄວາມຮັກ
ພະເຈົ້າໃຫ້ເຮົາເຂົ້າໃນອ້ອມແຂນ
ເຮົາມີຄວາມສະຫງົບເປັນໜຶ່ງດຽວ
ເຮັດໃຫ້ເຮົາມີຄວາມສຸກ
ຮັກສາຄວາມເປັນໜຶ່ງດຽວ
ສາມັກຄີດີງາມ
ວຽກພະເຈົ້າມີຫຼາຍຢ່າງຕ້ອງເຮັດ
ພະອົງຊີ້ນຳເຮົາຜ່ານລູກຊາຍ
ຂໍໃຫ້ເຮົາຮັບໃຊ້ແລະເຊື່ອຟັງ
ເຮັດວຽກເປັນໜຶ່ງດຽວກັນ
2. ເຮົາອະທິດຖານໃຫ້ເປັນໜຶ່ງດຽວ
ໃຫ້ຮັກກັນເມດຕາແລະອ່ອນໂຍນ
ຄວາມຮັກນັ້ນຈະສັນເສີນພະເຈົ້າ
ມີຄວາມສຸກຄວາມຍິນດີ
ຄວາມສະຫງົບໃຫ້ຊື່ນໃຈ
ເຮັດໃຫ້ເຮົາສົດຊື່ນ
ເມື່ອສະແດງຮັກແທ້ຕໍ່ພີ່ນ້ອງ
ພະເຈົ້າຈະໃຫ້ມີສັນຕິສຸກ
ເຮົາເປັນໜຶ່ງດຽວໄດ້ເພາະພະອົງ
ເຮົາຈະຮັບໃຊ້ເລື້ອຍໄປ
(ເບິ່ງຕື່ມ ມີເກ 2:12; ຊໂຟ. 3:9; 1 ໂກ. 1:10)