ເພງທີ 28
ໄດ້ເປັນເພື່ອນກັບພະເຢໂຫວາ
(ຄຳເພງ 15)
1. ໃຜເປັນມິດກັບພະເຈົ້າ? ເຂົ້າໃນທີ່ພັກພະອົງ
ໃຜເປັນມິດແທ້ທີ່ພະອົງໄວ້ໃຈ? ຮູ້ຈັກພະເຈົ້າຢ່າງດີ
ກໍຄືຄົນທີ່ເຊື່ອຟັງ ຜູ້ມີຄວາມເຊື່ອໝັ້ນຄົງ
ທຸກຄົນທີ່ສັດຊື່ມີຄວາມພັກດີ ເດີນຕາມແນວທາງພະອົງ
2. ໃຜເປັນມິດກັບພະເຈົ້າ? ໃຜໄດ້ເຂົ້າໃກ້ພະອົງ?
ໃຜເຮັດໃຫ້ພະອົງຊື່ນຊົມຍິນດີ? ພະອົງຮູ້ຈັກຊື່ເຂົາ
ຄົນທີ່ໃຫ້ກຽດພະເຈົ້າ ພວກເຂົາເຊື່ອຟັງພະອົງ
ທຸກຄົນທີ່ສັດຊື່ຮັກສາສັນຍາ ເວົ້າແຕ່ຄວາມຈິງທຸກຄຳ
3. ມອບພາລະກັບພະອົງ ເປີດໃຈເມື່ອອະທິດຖານ
ໄດ້ເຂົ້າໃກ້ພະອົງຮັກຍິ່ງໝັ້ນຄົງ ຮູ້ວ່າພະອົງຫ່ວງໃຍ
ຂໍເປັນມິດກັບພະເຈົ້າ ສ້າງສາຍສຳພັນເລື້ອຍໄປ
ພະອົງເປັນມິດແທ້ທີ່ດີທີ່ສຸດ ບໍ່ມີຜູ້ໃດທຽບໄດ້
(ເບິ່ງຕື່ມ ເພງ. 139:1; 1 ເປ. 5:6, 7)