ເພງທີ 16
ສັນເສີນເຢໂຫວາສຳລັບລູກຊາຍທີ່ຖືກແຕ່ງຕັ້ງ
1. ເຢໂຫວາແຕ່ງຕັ້ງໃຫ້ລູກຊາຍ
ປົກຄອງເທິງພວກເຮົາທຸກຄົນ
ການປົກຄອງທີ່ມີຄວາມຍຸຕິທຳ
ເພື່ອເປັນຕາມທີ່ພະເຈົ້າຕ້ອງການ
(ທ່ອນຊ້ຳ)
ສັນເສີນເຢໂຫວາສຳລັບລູກຊາຍ
ເຊີດຊູເຍຊູຄລິດຜູ້ສັດຊື່
ພວກເຮົາຈະພັກດີແລະຕິດຕາມເລື້ອຍໄປ
ເຊື່ອຟັງກົດໝາຍທຸກຢ່າງເລີຍ
ສັນເສີນເຢໂຫວາສຳລັບລູກຊາຍ
ໃຫ້ທ່ານຂຶ້ນປົກຄອງເທິງສະຫວັນ
ທ່ານມີຄວາມຍິນດີຍອມຮັບການແຕ່ງຕັ້ງ
ໃຫ້ກຽດຊື່ພະເຈົ້າທ່ຽງແທ້
2. ພີ່ນ້ອງຂອງພະຄລິດກໍເຊັ່ນກັນ
ພະເຈົ້າໃຫ້ພວກເຂົາເກີດໃໝ່
ເປັນເຈົ້າສາວທີ່ຈະໄດ້ຮ່ວມປົກຄອງ
ໃຫ້ໂລກໄດ້ກາຍເປັນອຸທິຍານ
(ທ່ອນຊ້ຳ)
ສັນເສີນເຢໂຫວາສຳລັບລູກຊາຍ
ເຊີດຊູເຍຊູຄລິດຜູ້ສັດຊື່
ພວກເຮົາຈະພັກດີແລະຕິດຕາມເລື້ອຍໄປ
ເຊື່ອຟັງກົດໝາຍທຸກຢ່າງເລີຍ
ສັນເສີນເຢໂຫວາສຳລັບລູກຊາຍ
ໃຫ້ທ່ານຂຶ້ນປົກຄອງເທິງສະຫວັນ
ທ່ານມີຄວາມຍິນດີຍອມຮັບການແຕ່ງຕັ້ງ
ໃຫ້ກຽດຊື່ພະເຈົ້າທ່ຽງແທ້
(ເບິ່ງຕື່ມ ສຸພາ. 29:4; ເອຊາ. 66:7, 8; ໂຢ. 10:4; ຄຳປ. 5:9, 10)