ກ5
ຊື່ຂອງພະເຈົ້າໃນພະຄຳພີຄລິດສະຕຽນພາກພາສາກຣີກ
ຜູ້ຊ່ຽວຊານດ້ານຄຳພີໄບເບິນຍອມຮັບວ່າຊື່ຂອງພະເຈົ້າໃນຮູບແບບໂຕອັກສອນເຮັບເຣີ 4 ໂຕທີ່ຮູ້ຈັກກັນວ່າເທຣາກຳມາທອນ (יהוה) ມີຢູ່ໃນຂໍ້ຄວາມຕົ້ນສະບັບຂອງພະຄຳພີພາກພາສາເຮັບເຣີເກືອບ 7.000 ເທື່ອ. ແຕ່ມີຫຼາຍຄົນທີ່ຄິດວ່າຊື່ນີ້ບໍ່ມີຢູ່ໃນຂໍ້ຄວາມຕົ້ນສະບັບຂອງພະຄຳພີຄລິດສະຕຽນພາກພາສາກຣີກ. ຍ້ອນແນວນີ້ ຄຳພີໄບເບິນສະໄໝນີ້ສ່ວນຫຼາຍບໍ່ມີການໃສ່ຊື່ເຢໂຫວາເມື່ອແປພະຄຳພີສ່ວນທີ່ເອີ້ນກັນວ່າພາກພັນທະສັນຍາໃໝ່. ແມ່ນແຕ່ຂໍ້ຄວາມທີ່ຍົກມາຈາກພາກພາສາເຮັບເຣີເຊິ່ງທີ່ຈິງແລ້ວມີເທຣາກຳມາທອນປາກົດຢູ່ ກໍໃຊ້ຄຳວ່າ “ພະອົງເຈົ້າ” ຫຼື “ພະຜູ້ເປັນເຈົ້າ” ແທນທີ່ຈະໃຊ້ຊື່ຂອງພະເຈົ້າ.
ແຕ່ຄຳພີໄບເບິນສະບັບແປໂລກໃໝ່ ບໍ່ໄດ້ເຮັດແບບນັ້ນ. ໃນພະຄຳພີຄລິດສະຕຽນພາກພາສາກຣີກຂອງສະບັບນີ້ມີຊື່ເຢໂຫວາລວມທັງໝົດ 237 ເທື່ອ. ມີເຫດຜົນສຳຄັນ 2 ຂໍ້ທີ່ຜູ້ແປຕັດສິນໃຈເຮັດແບບນີ້: (1) ສຳເນົາພະຄຳພີພາສາກຣີກທີ່ມີໃນປັດຈຸບັນບໍ່ແມ່ນຕົ້ນສະບັບແທ້ໆ. ສຳເນົາຫຼາຍພັນສະບັບທີ່ມີໃນທຸກມື້ນີ້ສ່ວນຫຼາຍມີການຄັດລອກຫຼັງຈາກຕົ້ນສະບັບຖືກຂຽນຢ່າງໜ້ອຍ 200 ປີແລ້ວ. (2) ໃນຕອນນັ້ນ ພວກທີ່ຄັດລອກສຳເນົາໄດ້ປ່ຽນເທຣາກຳມາທອນເປັນ“ຄີຣິໂອສ໌” ທີ່ເປັນຄຳພາສາກຣີກເຊິ່ງແປວ່າ “ພະອົງເຈົ້າ” ຫຼືບໍ່ຊັ້ນກໍຄັດລອກຈາກສຳເນົາພະຄຳພີທີ່ມີການປ່ຽນເທຣາກຳມາທອນເປັນຄຳວ່າ “ພະອົງເຈົ້າ” ຢູ່ແລ້ວ.
ຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ໄດ້ຕັດສິນໃຈວ່າມີຫຼັກຖານຈະແຈ້ງວ່າເທຣາກຳມາທອນມີຢູ່ໃນຕົ້ນສະບັບພາສາກຣີກແທ້. ເຂົາເຈົ້າຕັດສິນໃຈແບບນັ້ນອີງໃສ່ເຫດຜົນຕໍ່ໄປນີ້:
ສຳເນົາພະຄຳພີພາກພາສາເຮັບເຣີທີ່ໃຊ້ໃນສະໄໝຂອງພະເຢຊູແລະສະໄໝຂອງອັກຄະສາວົກມີເທຣາກຳມາທອນປາກົດຢູ່ຫຼາຍເທື່ອ. ໃນສະໄໝແຕ່ກີ້ມີບໍ່ເທົ່າໃດຄົນທີ່ສົງໄສແລະຂັດແຍ່ງກັບຂໍ້ສະຫຼຸບນີ້. ປັດຈຸບັນມີການຄົ້ນພົບສຳເນົາພະຄຳພີໃກ້ກັບຄຸມຣານເຊິ່ງເປັນສຳເນົາພະຄຳພີພາກພາສາເຮັບເຣີທີ່ເຮັດໃນສະຕະວັດທຳອິດ. ການຄົ້ນພົບນີ້ເຮັດໃຫ້ບໍ່ມີຂໍ້ສົງໄສເລີຍວ່າເຄີຍມີຊື່ຂອງພະເຈົ້າຢູ່ໃນພະຄຳພີພາກພາສາເຮັບເຣີທີ່ໃຊ້ໃນສະໄໝພະເຢຊູ.
ໃນສະໄໝຂອງພະເຢຊູແລະສະໄໝຂອງອັກຄະສາວົກ ເທຣາກຳມາທອນມີຢູ່ໃນພະຄຳພີພາກພາສາເຮັບເຣີທີ່ແປເປັນພາສາກຣີກນຳ. ເປັນເວລາຫຼາຍຮ້ອຍປີທີ່ຜູ້ຊ່ຽວຊານພາກັນຄິດວ່າເທຣາກຳມາທອນບໍ່ມີໃນສະບັບແປເຊັບຕົວຈິນ (ພະຄຳພີພາກພາສາເຮັບເຣີທີ່ແປເປັນພາສາກຣີກ). ແຕ່ປະມານປີ 1950 ມີການຄົ້ນພົບຊິ້ນສ່ວນທີ່ເກົ່າແກ່ຫຼາຍຂອງສະບັບແປກຣີກເຊັບຕົວຈິນຈາກສະໄໝຂອງພະເຢຊູເຊິ່ງເຮັດໃຫ້ພວກຜູ້ຊ່ຽວຊານສົນໃຈຫຼາຍ. ໃນຊິ້ນສ່ວນເຫຼົ່ານັ້ນມີຊື່ຂອງພະເຈົ້າທີ່ຂຽນເປັນໂຕອັກສອນພາສາເຮັບເຣີ. ດັ່ງນັ້ນ ໃນສະໄໝຂອງພະເຢຊູ ສຳເນົາຕ່າງໆຂອງພະຄຳພີທີ່ແປເປັນພາສາກຣີກມີຊື່ຂອງພະເຈົ້າຢູ່ແທ້. ແນວໃດກໍຕາມ ເມື່ອຮອດປີ 400 ສຳເນົາພະຄຳພີສະບັບກຣີກເຊັບຕົວຈິນທີ່ສຳຄັນໆເຊັ່ນ ໂຄເດັກສ໌ວາຕິການຸສ໌ແລະໂຄເດັກສ໌ໄຊນາຍຕິຄຸສ໌ບໍ່ມີຊື່ຂອງພະເຈົ້າເລີຍໃນປຶ້ມປະຖົມມະການຈົນຮອດປຶ້ມມາລາກີ (ທັງໆທີ່ຊື່ນີ້ມີໃນສຳເນົາທີ່ເຮັດກ່ອນໜ້ານັ້ນ). ດັ່ງນັ້ນ ບໍ່ແປກໃຈເລີຍວ່າຂໍ້ຄວາມທີ່ຖືກເກັບຮັກສາໄວ້ຕັ້ງແຕ່ຕອນນັ້ນເປັນຕົ້ນມາບໍ່ມີຊື່ຂອງພະເຈົ້າເລີຍໃນສ່ວນທີ່ເອີ້ນກັນວ່າພັນທະສັນຍາໃໝ່ຫຼືພະຄຳພີຄລິດສະຕຽນພາກພາສາກຣີກໃນຄຳພີໄບເບິນ.
ພະເຢຊູເວົ້າກົງໆວ່າ: “ຂ້ອຍມາໃນນາມພໍ່ຂອງຂ້ອຍ” ແລະເນັ້ນວ່າເພິ່ນເຮັດວຽກ “ໃນນາມພະເຈົ້າຜູ້ເປັນພໍ່” ຂອງເພິ່ນ
ມີບັນທຶກໃນພະຄຳພີຄລິດສະຕຽນພາກພາສາກຣີກວ່າພະເຢຊູເວົ້າເຖິງຊື່ຂອງພະເຈົ້າເລື້ອຍໆແລະເພິ່ນບອກຄົນອື່ນໃຫ້ຮູ້ຈັກຊື່ນີ້ນຳ. (ໂຢຮັນ 17:6, 11, 12, 26) ພະເຢຊູເວົ້າກົງໆວ່າ: “ຂ້ອຍມາໃນນາມພໍ່ຂອງຂ້ອຍ” ແລະເນັ້ນວ່າເພິ່ນເຮັດວຽກ “ໃນນາມພະເຈົ້າຜູ້ເປັນພໍ່” ຂອງເພິ່ນ.—ໂຢຮັນ 5:43; 10:25
ເນື່ອງຈາກພະຄຳພີຄລິດສະຕຽນພາກພາສາກຣີກເປັນສ່ວນທີ່ໄດ້ຮັບການດົນໃຈໃຫ້ຂຽນຕໍ່ຈາກພະຄຳພີສັກສິດພາກພາສາເຮັບເຣີຈຶ່ງບໍ່ມີເຫດຜົນທີ່ຢູ່ດີໆກໍບໍ່ມີຊື່ຂອງພະເຢໂຫວາ. ໃນໄລຍະກາງສະຕະວັດທຳອິດ ຢາໂກໂບບອກຜູ້ເບິ່ງແຍງໃນເມືອງເຢຣູຊາເລັມວ່າ “ຊີເມໂອນໄດ້ເລົ່າຢ່າງລະອຽດວ່າ ຕອນນີ້ພະເຈົ້າໄດ້ສົນໃຈຄົນຕ່າງຊາດແລ້ວ ແລະເພິ່ນລວບລວມປະຊາຊົນກຸ່ມໜຶ່ງໃນເຂົາເຈົ້າໃຫ້ໃຊ້ຊື່ຂອງເພິ່ນ.” (ກິດຈະການ 15:14) ຢາໂກໂບຄືຊີບໍ່ເວົ້າແບບນີ້ຖ້າໃນສະຕະວັດທຳອິດບໍ່ມີໃຜຮູ້ຈັກຫຼືໃຊ້ຊື່ຂອງພະເຈົ້າເລີຍ.
ຊື່ຫຍໍ້ຂອງພະເຈົ້າມີຢູ່ໃນພະຄຳພີຄລິດສະຕຽນພາກພາສາກຣີກ. ໃນພະນິມິດ 19:1, 3, 4, 6 ມີຄຳພາສາກຣີກທີ່ມາຈາກຄຳພາສາເຮັບເຣີວ່າ “ອາເລລູຢາ” ເຊິ່ງມີຄວາມໝາຍວ່າ “ໃຫ້ສັນລະເສີນເຢໂຫວາ.” ຄຳວ່າ “ຢາ” ທີ່ຢູ່ທາງທ້າຍ “ອາເລລູຢາ” ຫຍໍ້ມາຈາກ “ເຢໂຫວາ.” ມີຫຼາຍຄົນໃນພະຄຳພີຄລິດສະຕຽນພາກພາສາກຣີກທີ່ຊື່ຂອງເຂົາເຈົ້າມີຄວາມໝາຍກ່ຽວຂ້ອງກັບຊື່ຂອງພະເຈົ້າ. ທີ່ຈິງ ປຶ້ມອ້າງອີງຕ່າງໆອະທິບາຍວ່າຊື່ຂອງພະເຢຊູກໍແປວ່າ “ພະເຢໂຫວາເປັນຄວາມລອດ.”
ບົດຂຽນຂອງຄົນຢິວໃນຍຸກທຳອິດສະແດງໃຫ້ຫັນວ່າຄລິດສະຕຽນຄົນຢິວໃຊ້ຊື່ຂອງພະເຈົ້າໃນບົດຂຽນຂອງເຂົາເຈົ້າ. ປຶ້ມໂທເຊັບທາຫຼືປະມວນກົດໝາຍສືບປາກທີ່ເປັນລາຍລັກອັກສອນທີ່ຂຽນແລ້ວປະມານປີ 300 ເວົ້າເຖິງເຫດການຕອນທີ່ຜົນງານການຂຽນຂອງຄລິດສະຕຽນຖືກຈູດໃນວັນຊະບາໂຕວ່າ: “ປຶ້ມຂອງພວກຜູ້ຂຽນກິດຕິຄຸນແລະປຶ້ມຂອງພວກມິນິມ [ເຂົ້າໃຈກັນວ່າແມ່ນຄລິດສະຕຽນຄົນຢິວ] ຖືກຈູດທຳລາຍ. ປຶ້ມເຫຼົ່ານັ້ນມີຊື່ຂອງພະເຈົ້າຢູ່ຖືກຈູດຖິ້ມທັນທີທີ່ເຫັນ.” ປຶ້ມໂທເຊັບທາຍັງຍົກຄຳເວົ້າຂອງຣັບບີໂຢເຊຄົນຄາລີເລທີ່ມີຊີວິດຢູ່ປະມານປີ 100. ລາວເລົ່າວ່າໃນມື້ທີ່ບໍ່ແມ່ນວັນຊະບາໂຕ “ມີຄົນຕັດສ່ວນທີ່ເປັນຊື່ຂອງພະເຈົ້າອອກຈາກປຶ້ມເຫຼົ່ານັ້ນ [ໜ້າຈະໝາຍເຖິງຜົນງານການຂຽນຂອງຄລິດສະຕຽນ] ແລະເກັບໄວ້ ສ່ວນທີ່ເຫຼືອກໍຈູດຖິ້ມ.”
ຜູ້ຊ່ຽວຊານດ້ານຄຳພີໄບເບິນບາງຄົນຍອມຮັບວ່າໃນຂໍ້ຄວາມຂອງພະຄຳພີພາກພາສາເຮັບເຣີທີ່ຍົກມາໃນພະຄຳພີພາກພາສາກຣີກຄວນຈະມີຊື່ຂອງພະເຈົ້າຢູ່ນຳ. ໃນວັດຈະນານຸກົມແອງເຄີ້ຣໄບເບິນ ຢູ່ຫົວຂໍ້ “ເທຣາກຳມາທອນໃນພັນທະສັນຍາໃໝ່” ມີຄຳອະທິບາຍແບບນີ້: “ມີຫຼັກຖານບາງຢ່າງທີ່ສະແດງວ່າຕອນທີ່ຂຽນພັນທະສັນຍາໃໝ່ເປັນເທື່ອທຳອິດ ມີເທຣາກຳມາທອນຫຼືຢາເວທີ່ເປັນຊື່ຂອງພະເຈົ້າຢູ່ໃນຂໍ້ຄວາມບາງຕອນຫຼືທຸກຕອນທີ່ມີການຍົກມາຈາກພັນທະສັນຍາເກົ່າ.” ຜູ້ຊ່ຽວຊານທີ່ຊື່ຈອດສ໌ ໂຮເວີດ ເວົ້າວ່າ: “ຍ້ອນເທຣາກຳມາທອນຍັງມີຢູ່ໃນສຳເນົາຄຳພີໄບເບິນພາສາກຣີກ [ສະບັບເຊັບຕົວຈິນ] ເຊິ່ງເປັນສ່ວນຂອງພະຄຳພີຂອງໂບດໃນຍຸກທຳອິດ ມັນຈຶ່ງມີເຫດຜົນທີ່ຈະເຊື່ອວ່າຜູ້ຂຽນພັນທະສັນຍາໃໝ່ໄດ້ຮັກສາເທຣາກຳມາທອນໄວ້ໃນຄຳພີໄບເບິນເມື່ອຍົກຂໍ້ຄວາມມາຈາກພະຄຳພີພາກພາສາເຮັບເຣີ.”
ຜູ້ແປຄຳພີໄບເບິນທີ່ມີຊື່ສຽງຫຼາຍຄົນໃຊ້ຊື່ຂອງພະເຈົ້າໃນການແປພະຄຳພີຄລິດສະຕຽນພາກພາສາກຣີກ. ຜູ້ແປເຫຼົ່ານີ້ບາງຄົນໄດ້ເຮັດແບບນັ້ນມາດົນແລ້ວກ່ອນທີ່ຈະມີການແປສະບັບແປໂລກໃໝ່ຊ້ຳ. ຕົວຢ່າງເຊັ່ນ: ສະບັບ A Literal Translation of the New Testament . . . From the Text of the Vatican Manuscript ໂດຍເຮີມັນ ໄຮນ໌ເຟເຕີ້ (ປີ 1863); The Emphatic Diaglott ໂດຍເບັນຈາມິນ ວິວສັນ (ປີ 1864); The Epistles of Paul in Modern English ໂດຍຈອດສ໌ ບາຣ໌ເກີ້ ສະຕີເວັນ (ປີ 1898); St. Paul’s Epistle to the Romans ໂດຍດັບເບິນຢູ. ຈີ. ຣັດເທີຝອດ (ປີ 1900); ແລະ The New Testament Letters ໂດຍເຈ. ດັບເບິນຢູ. ຊີ. ວານດ໌ ບິຊ໋ອບຂອງລອນດອນ (ປີ 1946). ນອກຈາກນີ້ ໃນພະຄຳພີພາສາແອັດສະປາຍແປໂດຍພາໂບລ ເບສັນ ໃນໄລຍະຕົ້ນສະຕະວັດທີ 20 ກໍມີການໃຊ້ຄຳວ່າ “ເຄໂອບາ” (ເຢໂຫວາ) ໃນລູກາ 2:15 ກັບຢູດາ 14 ແລະຍັງມີຫຼາຍກວ່າ 100 ບ່ອນທີ່ມີໃນໄຂເງື່ອນວ່າໜ້າຈະໃຊ້ຊື່ຂອງພະເຈົ້າຢູ່ຫັ້ນ. ເປັນເວລາດົນກ່ອນທີ່ຈະມີການແປເຫຼົ່ານີ້ ຄືຕັ້ງແຕ່ປີ 1500 ກໍມີເທຣາກຳມາທອນຢູ່ຫຼາຍບ່ອນໃນພະຄຳພີຄລິດສະຕຽນພາກພາສາກຣີກທີ່ແປເປັນພາສາເຮັບເຣີ. ໃນທຸກມື້ນີ້ ສະເພາະພາສາເຢຍລະມັນພາສາດຽວກໍມີພະຄຳພີຄລິດສະຕຽນພາກພາສາກຣີກສະບັບແປຢ່າງໜ້ອຍ 11 ສະບັບທີ່ໃຊ້ຊື່ “ເຢໂຫວາ” (ຫຼື “ຢາເວ” ເຊິ່ງເປັນວິທີອອກສຽງເປັນພາສາເຮັບເຣີແບບປັດຈຸບັນ) ແລະມີອີກ 4 ສະບັບທີ່ຜູ້ແປໃສ່ຊື່ພະເຈົ້າໄວ້ໃນວົງເລັບຫຼັງຄຳວ່າ “ພະອົງເຈົ້າ” ນອກຈາກນີ້ຍັງມີສະບັບແປອື່ນໆໃນພາສາເຢຍລະມັນຫຼາຍກວ່າ 70 ສະບັບທີ່ໃຊ້ຊື່ພະເຈົ້າໃນໄຂເງື່ອນຫຼືໃນສ່ວນອະທິບາຍຄຳສັບນຳ.
ຊື່ຂອງພະເຈົ້າໃນກິດຈະການ 2:34 ໃນ The Emphatic Diaglott ໂດຍເບັນຈາມິນ ວິວສັນ (ປີ 1864)
ຄຳພີໄບເບິນໃນພາສາຕ່າງໆຫຼາຍກວ່າ 100 ພາສາມີຊື່ຂອງພະເຈົ້າຢູ່ໃນພະຄຳພີຄລິດສະຕຽນພາກພາສາກຣີກ. ພະຄຳພີທີ່ແປເປັນພາສາຕ່າງໆທີ່ໃຊ້ໃນອາຝຼິກກາ ອາຊີ ເອີຣົບ ເກາະຕ່າງໆໃນປາຊີຟິກ ແລະພາສາພື້ນເມືອງໃນອາເມຣິກາກໍມີຊື່ຂອງພະເຈົ້າຢູ່ຫຼາຍບ່ອນ. (ເບິ່ງລາຍຊື່ໃນໜ້າ 2446 ແລະ 2447) ຜູ້ແປຄຳພີໄບເບິນສະບັບເຫຼົ່ານີ້ເລືອກໃຊ້ຊື່ຂອງພະເຈົ້າດ້ວຍເຫດຜົນຄ້າຍໆກັບທີ່ເວົ້າຢູ່ທາງເທິງ. ພະຄຳພີຄລິດສະຕຽນພາກພາສາກຣີກເຫຼົ່ານີ້ບາງສະບັບຫາກໍແປໄດ້ບໍ່ດົນ ແຕ່ກໍມີຊື່ຂອງພະເຈົ້ານຳ ເຊັ່ນ: ຄຳພີໄບເບິນພາສາໂຣຕູມາ (ປີ 1999) ມີຊື່ “ຈີໂຮວາ” 51 ເທື່ອໃນ 48 ຂໍ້ ແລະພະຄຳພີພາສາບະຕາກ (ໂຕບາ) (ປີ 1989) ຂອງອິນໂດເນເຊຍມີຊື່ “ເຢໂຮວາ” 110 ເທື່ອ.
ຊື່ຂອງພະເຈົ້າໃນມາຣະໂກ 12:29, 30 ໃນສະບັບແປພາສາຮາວາຍ
ດັ່ງນັ້ນ ມີເຫດຜົນຫຼາຍແທ້ໆທີ່ຈະໃສ່ຊື່ເຢໂຫວາເຊິ່ງເປັນຊື່ຂອງພະເຈົ້າໄວ້ໃນພະຄຳພີຄລິດສະຕຽນພາກພາສາກຣີກ. ນີ້ເປັນສິ່ງທີ່ຜູ້ແປຄຳພີໄບເບິນສະບັບແປໂລກໃໝ່ ໄດ້ເຮັດ. ເຂົາເຈົ້ານັບຖືຊື່ຂອງພະເຈົ້າຫຼາຍແທ້ໆແລະບໍ່ກ້າຕັດສິ່ງທີ່ມີຢູ່ໃນຕົ້ນສະບັບອອກ.—ພະນິມິດ 22:18, 19