ບົດທີ 18
ຂ້ອຍຈະຮັບມືກັບຄວາມເຄັ່ງຕຶງຢູ່ໂຮງຮຽນໄດ້ແນວໃດ?
“ຂ້ອຍຮູ້ສຶກເຄັ່ງຕຶງຫຼາຍເມື່ອຢູ່ໂຮງຮຽນ ຈົນຫຼາຍຄັ້ງຢາກຮ້ອງໄຫ້ແລະຮ້ອງກີກອອກມາພ້ອມໆກັນ.”—ນາງ ຊາຣອນ.
“ຄວາມກົດດັນຢູ່ໂຮງຮຽນບໍ່ໄດ້ລົດລົງເມື່ອເຕີບໃຫຍ່ຂຶ້ນ ນັ້ນຄືມີແຕ່ສາເຫດເທົ່ານັ້ນທີ່ປ່ຽນໄປ.”—ທ້າວ ເຈມສ.
ເຈົ້າຮູ້ສຶກບໍວ່າພໍ່ແມ່ບໍ່ເຂົ້າໃຈວ່າເຈົ້າເຄັ່ງຕຶງຫຼາຍສ່ຳໃດເມື່ອຢູ່ໂຮງຮຽນ? ແມ່ນຢູ່ ພໍ່ແມ່ອາດບອກວ່າ: ເຈົ້າບໍ່ຕ້ອງຈ່າຍຄ່າເຊົ່າເຮືອນ ບໍ່ຕ້ອງເບິ່ງແຍງຄອບຄົວ ຫຼືບໍ່ຕ້ອງເອົາໃຈນາຍຈ້າງ. ແຕ່ກໍເປັນໄປໄດ້ທີ່ເຈົ້າຈະຮູ້ສຶກວ່າມີຄວາມເຄັ່ງຕຶງຫຼາຍເທົ່າໆກັບພໍ່ແມ່ ຫຼືມີຫຼາຍກວ່າ ຊ້ຳ.
ພຽງແຕ່ການໄປແລະກັບມາຈາກໂຮງຮຽນກໍເຮັດໃຫ້ເຄັ່ງຕຶງແລ້ວ. ນາງທາຣາເຊິ່ງຢູ່ປະເທດສະຫະລັດອາເມລິກາບອກວ່າ: “ມີການຖຽງກັນຕະຫຼອດຢູ່ໃນລົດເມຂອງໂຮງຮຽນ. ພະນັກງານຂັບລົດຈະຈອດລົດ ແລະທຸກຄົນຕ້ອງລົງຈາກລົດ. ພວກເຮົາທຸກຄົນກໍຈະຊ້າເຄິ່ງຊົ່ວໂມງຫຼືດົນກວ່ານັ້ນ.”
ເມື່ອຮອດໂຮງຮຽນຄວາມເຄັ່ງຕຶງໝົດໄປບໍ? ບໍ່ເລີຍ! ບາງທີເຈົ້າອາດປະເຊີນກັບເຫດການຕໍ່ໄປນີ້
• ຄວາມເຄັ່ງຕຶງທີ່ເກີດຈາກນາຍຄູ.
“ພວກນາຍຄູຢາກໃຫ້ຂ້ອຍເປັນນັກຮຽນເກັ່ງ ແລະໄດ້ຄະແນນດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະຂ້ອຍຮູ້ສຶກຖືກກົດດັນທີ່ຈະຕ້ອງເຮັດໃຫ້ນາຍຄູພໍໃຈ.”—ນາງ ແຊນດຣາ.
“ພວກນາຍຄູກົດດັນນັກຮຽນໃຫ້ຮຽນດີຂຶ້ນໄປອີກ ໂດຍສະເພາະຖ້ານັກຮຽນຄົນນັ້ນມີຄວາມສາມາດບາງຢ່າງ.”—ນາງ ເອພິວ.
“ເຖິງແມ່ນວ່າເຈົ້າມີເປົ້າໝາຍທີ່ມີຄ່າສຳລັບຊີວິດຂອງເຈົ້າ ແຕ່ນາຍຄູບາງຄົນກໍເຮັດໃຫ້ເຈົ້າຮູ້ສຶກໄຮ້ຄ່າ ຖ້າເຈົ້າບໍ່ໄດ້ຕິດຕາມເປົ້າໝາຍທາງການສຶກສາທີ່ພວກເພິ່ນຄິດວ່າເຈົ້າຄວນຈະເຮັດ.”a—ນາງ ນາໂອມິ.
ຄວາມເຄັ່ງຕຶງທີ່ເກີດຈາກນາຍຄູມີຜົນກະທົບຕໍ່ເຈົ້າແນວໃດ?
․․․․․
• ຄວາມກົດດັນທີ່ເກີດຈາກຄົນໄວດຽວກັນ.
“ໃນໂຮງຮຽນມໍປາຍ ນັກຮຽນມີເສລີພາບຫຼາຍກວ່າແລະເຂົາເຈົ້າກໍຂືນອຳນາດຫຼາຍກວ່າ. ຖ້າເຈົ້າບໍ່ເຂົ້າຮ່ວມກັບເຂົາເຈົ້າ ເຂົາເຈົ້າກໍຈະຖືວ່າເຈົ້າເປັນຄົນຫຼ້າຫຼັງ.”—ທ້າວ ເຄວິນ.
“ທຸກໆມື້ ຂ້ອຍຖືກຊັກຊວນໃຫ້ດື່ມເຫຼົ້າແລະມີເພດສຳພັນ. ບາງຄັ້ງເປັນເລື່ອງຍາກທີ່ຈະຕ້ານທານຄວາມປາຖະໜາທີ່ຢາກຈະເຂົ້າຮ່ວມກັບເຂົາເຈົ້າ.”—ທ້າວ ອາຣອນ.
“ຕອນນີ້ຂ້ອຍອາຍຸ 12 ປີ ເລື່ອງທີ່ຂ້ອຍເຄັ່ງຕຶງທີ່ສຸດຄືທີ່ໝູ່ກົດດັນໃຫ້ມີແຟນ. ທຸກຄົນຢູ່ໂຮງຮຽນເວົ້າວ່າ: ‘ເມື່ອໃດເຈົ້າຈະມີແຟນ?’”—ນາງ ອາເລັກຊານເດຍ.
“ຂ້ອຍຖືກກົດດັນໃຫ້ອອກໄປທ່ຽວກັບເດັກຊາຍຄົນໜຶ່ງ. ເມື່ອຂ້ອຍປະຕິເສດ ຂ້ອຍຖືກເອີ້ນວ່າເປັນຄົນມັກເພດດຽວກັນ. ແລະຕອນນັ້ນຂ້ອຍອາຍຸໄດ້ພຽງແຕ່ສິບປີເທົ່ານັ້ນ!”—ນາງ ຄລິດສະຕາ.
ຄວາມເຄັ່ງຕຶງທີ່ເກີດຈາກຄົນໄວດຽວກັນມີຜົນກະທົບຕໍ່ເຈົ້າແນວໃດ?
․․․․․
• ປັດໄຈອື່ນໆທີ່ສ້າງຄວາມເຄັ່ງຕຶງ. ໃຫ້ໝາຍ ✔ ໃນປ່ອງທີ່ຄິດວ່າເປັນສາເຫດທີ່ພາໃຫ້ເຈົ້າເຄັ່ງຕຶງຫຼາຍທີ່ສຸດ ຫຼືຂຽນປັດໄຈອື່ນກໍໄດ້.
◻ ການສອບເສັງທີ່ກຳລັງໃກ້ເຂົ້າມາ
◻ ວຽກບ້ານ
◻ ການຄາດໝາຍຂອງພໍ່ແມ່ທີ່ສູງຫຼາຍ
◻ ການເຮັດຕາມຄວາມຄາດໝາຍຂອງຕົນເອງທີ່ສູງຫຼາຍ
◻ ການຖືກຂົ່ມເຫງ ຫຼືການຖືກກໍ່ກວນໃນເລື່ອງເພດ
◻ ອື່ນໆ ․․․․․
ສີ່ຂັ້ນຕອນເພື່ອຫລຸດຜ່ອນຄວາມເຄັ່ງຕຶງ
ຕາມຄວາມເປັນຈິງແລ້ວ ເຈົ້າບໍ່ສາມາດທີ່ຈະຄາດໝາຍວ່າຈະຮຽນຈົບຢູ່ໂຮງຮຽນໂດຍບໍ່ໄດ້ປະສົບກັບຄວາມເຄັ່ງຕຶງເລີຍ. ແມ່ນຢູ່ ການມີຄວາມເຄັ່ງຕຶງຫຼາຍເກີນໄປອາດເຮັດໃຫ້ທໍ້ແທ້. ກະສັດຊາໂລໂມນທີ່ສະຫຼາດສຸຂຸມຂຽນວ່າ: “ຈິງແທ້ການບຽດບຽນໃຫ້ຄົນປັນຍາກາຍເປັນຄົນໂງ່ [“ບ້າ,” ລ.ມ.].” (ຜູ້ເທສະໜາປ່າວປະກາດ 7:7) ແຕ່ເຈົ້າບໍ່ຈຳເປັນຕ້ອງປ່ອຍໃຫ້ຄວາມເຄັ່ງຕຶງເຮັດໃຫ້ເຈົ້າຄຸມສະຕິບໍ່ໄດ້. ເຄັດລັບກໍຄືຮຽນຮູ້ວິທີຈັດການກັບຄວາມເຄັ່ງຕຶງຢ່າງໄດ້ຜົນ.
ການຮັບມືກັບຄວາມເຄັ່ງຕຶງກໍປຽບທຽບຄືກັບການຍົກນ້ຳໜັກ. ເພື່ອຈະປະສົບຄວາມສຳເລັດ ນັກຍົກນ້ຳໜັກຕ້ອງຕຽມຕົວໃຫ້ພ້ອມກ່ອນ. ລາວຈະບໍ່ຍົກແທ່ງເຫຼັກໜັກເກີນກວ່າທີ່ສາມາດຍົກໄດ້ ແລະຍົກຢ່າງຖືກຕ້ອງ. ຖ້າເຮັດຕາມຂັ້ນຕອນດັ່ງກ່າວ ລາວຈະສ້າງກ້າມເນື້ອໃຫ້ແຂງແຮງຂຶ້ນໂດຍບໍ່ເປັນອັນຕະລາຍຕໍ່ຮ່າງກາຍຂອງຕົນເອງ. ແຕ່ຖ້າບໍ່ໄດ້ເຮັດຕາມຂັ້ນຕອນດັ່ງກ່າວ ລາວອາດເຮັດໃຫ້ກ້າມເນື້ອຈີກຫຼືແມ່ນແຕ່ເຮັດໃຫ້ກະດູກຫັກ.
ໃນທຳນອງດຽວກັນ ເຈົ້າອາດຈັດການກັບຄວາມເຄັ່ງຕຶງໃດໆກໍຕາມທີ່ປະສົບຢູ່ແລະເຮັດສິ່ງທີ່ຕ້ອງເຮັດໃຫ້ສຳເລັດໄດ້ໂດຍບໍ່ຈຳເປັນຕ້ອງໃຫ້ຕົວເອງໄດ້ຮັບຄວາມເສຍຫາຍ. ເຮັດແນວໃດ? ຂໍໃຫ້ປະຕິບັດຕາມຂັ້ນຕອນຕ່າງໆຕໍ່ໄປນີ້
1. ລະບຸໃຫ້ໄດ້ວ່າອັນໃດເປັນສາເຫດ. ສຸພາສິດຂໍ້ໜຶ່ງແນະນຳຢ່າງສຸຂຸມວ່າ: “ຄົນຮູ້ກໍເຫັນການຮ້າຍແລະໄປລີ້ຕົວ ແຕ່ວ່າຄົນບໍ່ຮູ້ທັງຫຼາຍກາຍໄປໂລດແລະຖືກການລຳບາກ.” (ສຸພາສິດ 22:3) ແຕ່ເຈົ້າຈະບໍ່ສາມາດປ້ອງກັນຕົວເອງໃຫ້ພົ້ນຈາກການຖືກຄວາມເຄັ່ງຕຶງຮຸມເຮົ້າ ຍົກເວັ້ນແຕ່ເຈົ້າຈະລະບຸວ່າອັນໃດເປັນສາເຫດ. ດັ່ງນັ້ນ ຂໍໃຫ້ເບິ່ງຄືນສິ່ງທີ່ເຈົ້າໝາຍ ✔ ໃນປ່ອງທາງເທິງ. ປັດໄຈທີ່ສ້າງຄວາມເຄັ່ງຕຶງຂໍ້ໃດສົ່ງຜົນກະທົບຕໍ່ເຈົ້າຫຼາຍທີ່ສຸດ?
2. ຄົ້ນຄວ້າ. ຕົວຢ່າງເຊັ່ນ ຖ້າວຽກບ້ານທີ່ມີຫຼາຍໂພດເຮັດໃຫ້ຮູ້ສຶກເຄັ່ງຕຶງ ລອງຄົ້ນເບິ່ງຄຳແນະນຳໃນບົດທີ 13 ຂອງປຶ້ມຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2. ຖ້າເຈົ້າຮູ້ສຶກຖືກກົດດັນໃຫ້ເຂົ້າຮ່ວມໃນການປະພຶດທີ່ຜິດສິລະທຳທາງເພດກັບໝູ່ທີ່ຮຽນໜັງສືຢູ່ຫ້ອງດຽວກັນ ເຈົ້າຈະພົບຄຳແນະນຳທີ່ເປັນປະໂຫຍດໃນບົດທີ 2, 5 ແລະ 15 ໃນເຫຼັ້ມດຽວກັນນັ້ນ.
3. ຢ່າຜັດວັນຜັດຍາມ. ບັນຫາສ່ວນໃຫຍ່ຈະບໍ່ໝົດໄປຖ້າບໍ່ແກ້ໄຂມັນ. ແທນທີ່ຈະໝົດໄປ ບັນຫາມັກຈະຮ້າຍແຮງຂຶ້ນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ແຮ່ງເຄັ່ງຕຶງຫຼາຍຂຶ້ນ. ເມື່ອເຈົ້າຕັດສິນໃຈກ່ຽວກັບວິທີທີ່ຈະຈັດການກັບຄວາມເຄັ່ງຕຶງບາງຢ່າງ ຢ່າຊັກຊ້າ. ໃຫ້ລົງມືແກ້ໄຂໂລດ. ຕົວຢ່າງເຊັ່ນ ຖ້າເຈົ້າເປັນພະຍານພະເຢໂຫວາແລະເພາະເຫດນັ້ນຈຶ່ງພະຍາຍາມຈະດຳເນີນຊີວິດຕາມມາດຕະຖານຂອງຄຳພີໄບເບິນ. ການບອກວ່າເຈົ້າເປັນໃຜໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ນັ້ນອາດເປັນການປ້ອງກັນໄດ້ແທ້ໆ. ນາງມາເຊອາຍຸ 20 ປີເວົ້າວ່າ: “ເມື່ອເລີ່ມເປີດພາກຮຽນໃໝ່ໃນແຕ່ລະປີ ຂ້ອຍຈະເປັນຝ່າຍທີ່ເລີ່ມເວົ້າລົມໃນບາງເລື່ອງທີ່ຮູ້ວ່າຈະເຮັດໃຫ້ມີໂອກາດອະທິບາຍກ່ຽວກັບມາດຕະຖານຕ່າງໆທີ່ອາໄສຄຳພີໄບເບິນເປັນຫຼັກ. ຂ້ອຍຮູ້ສຶກວ່າແຮ່ງຂ້ອຍບອກວ່າຕົນເອງເປັນພະຍານພະເຢໂຫວາຊ້າເທົ່າໃດ ກໍແຮ່ງເຮັດໃຫ້ບອກໄດ້ຍາກຂຶ້ນເທົ່ານັ້ນ. ມັນຊ່ວຍໄດ້ແທ້ໆເມື່ອບອກໃຫ້ຄົນອື່ນຮູ້ຈຸດຢືນຂອງຂ້ອຍ ແລ້ວກໍດຳເນີນຊີວິດໃຫ້ສອດຄ່ອງກັບຈຸດຢືນນັ້ນ.”
4. ຂໍຄວາມຊ່ວຍເຫຼືອ. ແມ່ນແຕ່ນັກຍົກນ້ຳໜັກທີ່ແຂງແຮງທີ່ສຸດກໍມີຂີດຈຳກັດ. ເຈົ້າກໍມີຂີດຈຳກັດຄືກັນ. ແຕ່ເຈົ້າບໍ່ຈຳເປັນຕ້ອງແບກພາລະນັ້ນດ້ວຍຕົວເອງ. (ຄາລາຊີ 6:2) ເປັນຫຍັງບໍ່ເວົ້າລົມເລື່ອງນີ້ກັບພໍ່ແມ່ຫຼືຄລິດສະຕຽນທີ່ອາວຸໂສຄົນອື່ນໆ? ໃຫ້ພວກເພິ່ນເບິ່ງຄຳຕອບທີ່ເຈົ້າຂຽນໄວ້ຕອນຕົ້ນຂອງບົດນີ້ ແລ້ວກໍຂໍຄຳແນະນຳ.
ຄວາມເຄັ່ງຕຶງເປັນສິ່ງທີ່ດີບໍ?
ເຈົ້າອາດຮູ້ສຶກວ່າຍາກທີ່ຈະເຊື່ອ ແຕ່ຂໍ້ຄວາມຈິງທີ່ວ່າເຈົ້າຮູ້ສຶກເຄັ່ງຕຶງໜ້ອຍໜຶ່ງທີ່ຈິງແລ້ວເປັນສິ່ງທີ່ດີ. ເພາະເຫດໃດ? ນັ້ນອາດເປັນສິ່ງຊີ້ບອກວ່າເຈົ້າເປັນຄົນດຸໝັ່ນແລະສະຕິຮູ້ສຶກຜິດຊອບຂອງເຈົ້າຍັງບໍ່ທັນເຊື່ອຍຊ້າ. ຂໍໃຫ້ສັງເກດວິທີທີ່ຄຳພີໄບເບິນພັນລະນາເຖິງຄົນທີ່ບໍ່ຮູ້ສຶກເຄັ່ງຕຶງຫຍັງເລີຍວ່າ: “ເຈົ້າຈະນອນຢູ່ຍັງດົນປານໃດ? ເຈົ້າຈະລຸກແຕ່ນອນຫຼັບໃນເວລາໃດ? ຍັງນອນຫຼັບອີກສັກໜ້ອຍ ຍັງງ້ວງເຫງົາອີກສັກໜ້ອຍ ຍັງເອົາມືໄຂວ່ກັນນອນຫຼັບໄປອີກສັກໜ້ອຍ ແລະຄວາມຈົນຈະມາຖືກເຈົ້າຄືຄົນເດີນທາງ ແລະຄວາມຂັດສົນຄືຄົນທີ່ຖືເຄື່ອງອາວຸດ.”—ສຸພາສິດ 6:9-11.
ນາງໄຮດີອາຍຸ 16 ປີສະຫລຸບເລື່ອງນີ້ໄດ້ດີຫຼາຍ. ລາວເວົ້າວ່າ: “ອາດເບິ່ງຄືວ່າໂຮງຮຽນເປັນບ່ອນທີ່ບໍ່ດີເລີຍ ແຕ່ຄວາມກົດດັນທີ່ພົບຢູ່ໂຮງຮຽນກໍຄືກັບຄວາມກົດດັນທີ່ຈະຕ້ອງພົບຢູ່ບ່ອນເຮັດວຽກ.” ແມ່ນຢູ່ ການຮັບມືກັບຄວາມເຄັ່ງຕຶງບໍ່ແມ່ນເລື່ອງງ່າຍ ແຕ່ຖ້າໄດ້ຮັບການຈັດການຢ່າງດີ ຄວາມເຄັ່ງຕຶງຈະບໍ່ສ້າງຄວາມເສຍຫາຍໃຫ້ເຈົ້າ. ທີ່ຈິງ ຄວາມເຄັ່ງຕຶງສາມາດເຮັດໃຫ້ເຈົ້າກາຍເປັນຄົນທີ່ເຂັ້ມແຂງ.
ການອອກໂຮງຮຽນເປັນວິທີແກ້ບັນຫາຂອງເຈົ້າບໍ?
[ຂໍ້ຄວາມໄຂເງື່ອນ]
ຂໍ້ພະຄຳພີຫຼັກ
“ຄວາມອຸກໃຈຂອງທ່ານທັງຫຼາຍທັງໝົດຈົ່ງປົງໄວ້ຢູ່ເທິງພະອົງ ເພາະວ່າພະອົງລ້ຽງຮັກສາພວກທ່ານໄວ້.”—1 ເປໂຕ 5:7.
ຄຳແນະນຳ
ໃຫ້ແຍກບັນຫາທີ່ສ້າງຄວາມເຄັ່ງຕຶງອອກເປັນສອງປະເພດ ນັ້ນຄືບັນຫາທີ່ສາມາດເຮັດບາງຢ່າງຕໍ່ກັບມັນໄດ້ ແລະບັນຫາທີ່ບໍ່ສາມາດຄວບຄຸມໄດ້. ທຳອິດ ໃຫ້ພະຍາຍາມແກ້ໄຂບັນຫາທີ່ສາມາດ ເຮັດບາງຢ່າງຕໍ່ກັບມັນໄດ້. ຈາກນັ້ນ ເມື່ອບັນຫາທັງໝົດນັ້ນໝົດໄປແລ້ວ ຖ້າ ມີມື້ທີ່ມັນຈະໝົດໄປ ເຈົ້າຈະມີເວລາເຫຼືອເຟືອທີ່ຈະຄິດເຖິງບັນຫາທີ່ບໍ່ສາມາດແກ້ໄຂໄດ້.
ເຈົ້າຮູ້ບໍ . . .?
ໃນແຕ່ລະຄືນນອນຫຼັບໃຫ້ພຽງພໍຢ່າງໜ້ອຍແປດຊົ່ວໂມງ ບໍ່ພຽງແຕ່ຊ່ວຍໃຫ້ຮັບມືກັບຄວາມເຄັ່ງຕຶງເທົ່ານັ້ນແຕ່ຍັງຊ່ວຍເສີມສ້າງຄວາມຊົງຈຳ.
ແຜນພາກປະຕິບັດ!
ເພື່ອຊ່ວຍໃຫ້ຮັບມືກັບຄວາມເຄັ່ງຕຶງ ຂ້ອຍຕັດສິນໃຈວ່າເມື່ອເປັນໄປໄດ້ ຂ້ອຍຈະໄປນອນຕອນ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
• ເປັນຫຍັງການເປັນຄົນທີ່ຢາກໃຫ້ທຸກສິ່ງທຸກຢ່າງດີເລີດຈຶ່ງມີແຕ່ເຮັດໃຫ້ເຄັ່ງຕຶງຫຼາຍຂຶ້ນ?
• ເຈົ້າອາດເວົ້າລົມກັບໃຜໄດ້ແດ່ຖ້າຖືກຮັດກຸມດ້ວຍຄວາມເຄັ່ງຕຶງ?
[ຈຸດເດັ່ນໜ້າ 132]
“ທຸກໆເຊົ້າພໍ່ອະທິດຖານກັບຂ້ອຍກ່ອນທີ່ເພິ່ນຈະສົ່ງຂ້ອຍໄປໂຮງຮຽນ. ການອະທິດຖານເຮັດໃຫ້ຂ້ອຍຮູ້ສຶກປອດໄພສະເໝີ.”—ນາງ ລີດສ
[ຮູບພາບໜ້າ 131]
ການຍົກນ້ຳໜັກຢ່າງຖືກວິທີເຮັດໃຫ້ຮ່າງກາຍແຂງແຮງ ການຈັດການກັບຄວາມເຄັ່ງຕຶງຢ່າງຖືກຕ້ອງເຮັດໃຫ້ອາລົມຄວາມຮູ້ສຶກເຂັ້ມແຂງຂຶ້ນ