ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 18 ໜ້າ 128-133
  • ຂ້ອຍ​ຈະ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ໂຮງ​ຮຽນ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ໂຮງ​ຮຽນ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ສີ່​ຂັ້ນ​ຕອນ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ
  • ຄວາມ​ເຄັ່ງ​ຕຶງ​ເປັນ​ສິ່ງ​ທີ່​ດີ​ບໍ?
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 18 ໜ້າ 128-133

ບົດ​ທີ 18

ຂ້ອຍ​ຈະ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ໂຮງ​ຮຽນ​ໄດ້​ແນວ​ໃດ?

“ຂ້ອຍ​ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ​ເມື່ອ​ຢູ່​ໂຮງ​ຮຽນ ຈົນ​ຫຼາຍ​ຄັ້ງ​ຢາກ​ຮ້ອງໄຫ້​ແລະ​ຮ້ອງ​ກີກ​ອອກ​ມາ​ພ້ອມໆກັນ.”—ນາງ ຊາຣອນ.

“ຄວາມ​ກົດ​ດັນ​ຢູ່​ໂຮງ​ຮຽນ​ບໍ່​ໄດ້​ລົດ​ລົງ​ເມື່ອ​ເຕີບ​ໃຫຍ່​ຂຶ້ນ ນັ້ນ​ຄື​ມີ​ແຕ່​ສາເຫດ​ເທົ່າ​ນັ້ນ​ທີ່​ປ່ຽນ​ໄປ.”—ທ້າວ ເຈມສ.

ເຈົ້າ​ຮູ້ສຶກ​ບໍ​ວ່າ​ພໍ່​ແມ່​ບໍ່​ເຂົ້າ​ໃຈ​ວ່າ​ເຈົ້າ​ເຄັ່ງ​ຕຶງ​ຫຼາຍ​ສ່ຳ​ໃດ​ເມື່ອ​ຢູ່​ໂຮງ​ຮຽນ? ແມ່ນ​ຢູ່ ພໍ່​ແມ່​ອາດ​ບອກ​ວ່າ: ເຈົ້າ​ບໍ່​ຕ້ອງ​ຈ່າຍ​ຄ່າ​ເຊົ່າ​ເຮືອນ ບໍ່​ຕ້ອງ​ເບິ່ງ​ແຍງ​ຄອບຄົວ ຫຼື​ບໍ່​ຕ້ອງ​ເອົາ​ໃຈ​ນາຍ​ຈ້າງ. ແຕ່​ກໍ​ເປັນ​ໄປ​ໄດ້​ທີ່​ເຈົ້າ​ຈະ​ຮູ້ສຶກ​ວ່າ​ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ​ເທົ່າໆກັບ​ພໍ່​ແມ່ ຫຼື​ມີ​ຫຼາຍ​ກວ່າ ​ຊ້ຳ.

ພຽງ​ແຕ່​ການ​ໄປ​ແລະ​ກັບ​ມາ​ຈາກ​ໂຮງ​ຮຽນ​ກໍ​ເຮັດ​ໃຫ້​ເຄັ່ງ​ຕຶງ​ແລ້ວ. ນາງ​ທາຣາ​ເຊິ່ງ​ຢູ່​ປະເທດ​ສະຫະລັດ​ອາເມລິກາ​ບອກ​ວ່າ: “ມີ​ການ​ຖຽງ​ກັນ​ຕະຫຼອດ​ຢູ່​ໃນ​ລົດ​ເມ​ຂອງ​ໂຮງ​ຮຽນ. ພະນັກງານ​ຂັບ​ລົດ​ຈະ​ຈອດ​ລົດ ແລະ​ທຸກ​ຄົນ​ຕ້ອງ​ລົງ​ຈາກ​ລົດ. ພວກ​ເຮົາ​ທຸກ​ຄົນ​ກໍ​ຈະ​ຊ້າ​ເຄິ່ງ​ຊົ່ວ​ໂມງ​ຫຼື​ດົນ​ກວ່າ​ນັ້ນ.”

ເມື່ອ​ຮອດ​ໂຮງ​ຮຽນ​ຄວາມ​ເຄັ່ງ​ຕຶງ​ໝົດ​ໄປ​ບໍ? ບໍ່​ເລີຍ! ບາງ​ທີ​ເຈົ້າ​ອາດ​ປະເຊີນ​ກັບ​ເຫດການ​ຕໍ່​ໄປ​ນີ້

• ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຈາກ​ນາຍ​ຄູ.

“ພວກ​ນາຍ​ຄູ​ຢາກ​ໃຫ້​ຂ້ອຍ​ເປັນ​ນັກ​ຮຽນ​ເກັ່ງ ແລະ​ໄດ້​ຄະແນນ​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ແລະ​ຂ້ອຍ​ຮູ້ສຶກ​ຖືກ​ກົດ​ດັນ​ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ນາຍ​ຄູ​ພໍ​ໃຈ.”—ນາງ ແຊນດຣາ.

“ພວກ​ນາຍ​ຄູ​ກົດ​ດັນ​ນັກ​ຮຽນ​ໃຫ້​ຮຽນ​ດີ​ຂຶ້ນ​ໄປ​ອີກ ໂດຍ​ສະເພາະ​ຖ້າ​ນັກ​ຮຽນ​ຄົນ​ນັ້ນ​ມີ​ຄວາມ​ສາມາດ​ບາງ​ຢ່າງ.”—ນາງ ເອພິວ.

“ເຖິງ​ແມ່ນ​ວ່າ​ເຈົ້າ​ມີ​ເປົ້າ​ໝາຍ​ທີ່​ມີ​ຄ່າ​ສຳລັບ​ຊີວິດ​ຂອງ​ເຈົ້າ ແຕ່​ນາຍ​ຄູ​ບາງ​ຄົນ​ກໍ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ໄຮ້​ຄ່າ ຖ້າ​ເຈົ້າ​ບໍ່​ໄດ້​ຕິດ​ຕາມ​ເປົ້າ​ໝາຍ​ທາງ​ການ​ສຶກສາ​ທີ່​ພວກ​ເພິ່ນ​ຄິດ​ວ່າ​ເຈົ້າ​ຄວນ​ຈະ​ເຮັດ.”a—ນາງ ນາໂອມິ.

ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຈາກ​ນາຍ​ຄູ​ມີ​ຜົນ​ກະທົບ​ຕໍ່​ເຈົ້າ​ແນວ​ໃດ?

․․․․․

• ຄວາມ​ກົດ​ດັນ​ທີ່​ເກີດ​ຈາກ​ຄົນ​ໄວ​ດຽວ​ກັນ.

“ໃນ​ໂຮງ​ຮຽນ​ມໍ​ປາຍ ນັກ​ຮຽນ​ມີ​ເສລີ​ພາບ​ຫຼາຍ​ກວ່າ​ແລະ​ເຂົາ​ເຈົ້າ​ກໍ​ຂືນ​ອຳນາດ​ຫຼາຍ​ກວ່າ. ຖ້າ​ເຈົ້າ​ບໍ່​ເຂົ້າ​ຮ່ວມ​ກັບ​ເຂົາ​ເຈົ້າ ເຂົາ​ເຈົ້າ​ກໍ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຄົນ​ຫຼ້າ​ຫຼັງ.”—ທ້າວ ເຄ​ວິນ.

“ທຸກໆມື້ ຂ້ອຍ​ຖືກ​ຊັກຊວນ​ໃຫ້​ດື່ມ​ເຫຼົ້າ​ແລະ​ມີ​ເພດ​ສຳພັນ. ບາງ​ຄັ້ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕ້ານ​ທານ​ຄວາມ​ປາຖະໜາ​ທີ່​ຢາກ​ຈະ​ເຂົ້າ​ຮ່ວມ​ກັບ​ເຂົາ​ເຈົ້າ.”—ທ້າວ ອາຣອນ.

“ຕອນ​ນີ້​ຂ້ອຍ​ອາຍຸ 12 ປີ ເລື່ອງ​ທີ່​ຂ້ອຍ​ເຄັ່ງ​ຕຶງ​ທີ່​ສຸດ​ຄື​ທີ່​ໝູ່​ກົດ​ດັນ​ໃຫ້​ມີ​ແຟນ. ທຸກ​ຄົນ​ຢູ່​ໂຮງ​ຮຽນ​ເວົ້າ​ວ່າ: ‘ເມື່ອ​ໃດ​ເຈົ້າ​ຈະ​ມີ​ແຟນ?’”—ນາງ ອາເລັກຊານເດຍ.

“ຂ້ອຍ​ຖືກ​ກົດ​ດັນ​ໃຫ້​ອອກ​ໄປ​ທ່ຽວ​ກັບ​ເດັກ​ຊາຍ​ຄົນ​ໜຶ່ງ. ເມື່ອ​ຂ້ອຍ​ປະຕິເສດ ຂ້ອຍ​ຖືກ​ເອີ້ນ​ວ່າ​ເປັນ​ຄົນ​ມັກ​ເພດ​ດຽວ​ກັນ. ແລະ​ຕອນ​ນັ້ນ​ຂ້ອຍ​ອາຍຸ​ໄດ້​ພຽງ​ແຕ່​ສິບ​ປີ​ເທົ່າ​ນັ້ນ!”—ນາງ ຄລິດ​ສະ​ຕາ.

ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຈາກ​ຄົນ​ໄວ​ດຽວ​ກັນ​ມີ​ຜົນ​ກະທົບ​ຕໍ່​ເຈົ້າ​ແນວ​ໃດ?

․․․․․

• ປັດໄຈ​ອື່ນໆທີ່​ສ້າງ​ຄວາມ​ເຄັ່ງ​ຕຶງ. ໃຫ້​ໝາຍ ✔ ໃນ​ປ່ອງ​ທີ່​ຄິດ​ວ່າ​ເປັນ​ສາເຫດ​ທີ່​ພາ​ໃຫ້​ເຈົ້າ​ເຄັ່ງ​ຕຶງ​ຫຼາຍ​ທີ່​ສຸດ ຫຼື​ຂຽນ​ປັດໄຈ​ອື່ນ​ກໍ​ໄດ້.

◻ ການ​ສອບ​ເສັງ​ທີ່​ກຳລັງ​ໃກ້​ເຂົ້າ​ມາ

◻ ວຽກ​ບ້ານ

◻ ການ​ຄາດ​ໝາຍ​ຂອງ​ພໍ່​ແມ່​ທີ່​ສູງ​ຫຼາຍ

◻ ການ​ເຮັດ​ຕາມ​ຄວາມ​ຄາດ​ໝາຍ​ຂອງ​ຕົນ​ເອງ​ທີ່​ສູງ​ຫຼາຍ

◻ ການ​ຖືກ​ຂົ່ມເຫງ ຫຼື​ການ​ຖືກ​ກໍ່​ກວນ​ໃນ​ເລື່ອງ​ເພດ

◻ ອື່ນໆ ․․․․․

ສີ່​ຂັ້ນ​ຕອນ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

ຕາມ​ຄວາມ​ເປັນ​ຈິງ​ແລ້ວ ເຈົ້າ​ບໍ່​ສາມາດ​ທີ່​ຈະ​ຄາດ​ໝາຍ​ວ່າ​ຈະ​ຮຽນ​ຈົບ​ຢູ່​ໂຮງ​ຮຽນ​ໂດຍ​ບໍ່​ໄດ້​ປະສົບ​ກັບ​ຄວາມ​ເຄັ່ງ​ຕຶງ​ເລີຍ. ແມ່ນ​ຢູ່ ການ​ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ​ເກີນ​ໄປ​ອາດ​ເຮັດ​ໃຫ້​ທໍ້​ແທ້. ກະສັດ​ຊາໂລໂມນ​ທີ່​ສະຫຼາດ​ສຸຂຸມ​ຂຽນ​ວ່າ: “ຈິງ​ແທ້​ການ​ບຽດບຽນ​ໃຫ້​ຄົນ​ປັນຍາ​ກາຍ​ເປັນ​ຄົນ​ໂງ່ [“ບ້າ,” ລ.ມ.].” (ຜູ້​ເທສະໜາ​ປ່າວ​ປະກາດ 7:7) ແຕ່​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປ່ອຍ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເຮັດ​ໃຫ້​ເຈົ້າ​ຄຸມ​ສະຕິ​ບໍ່​ໄດ້. ເຄັດ​ລັບ​ກໍ​ຄື​ຮຽນ​ຮູ້​ວິທີ​ຈັດການ​ກັບ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ໄດ້​ຜົນ.

ການ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ກໍ​ປຽບ​ທຽບ​ຄື​ກັບ​ການ​ຍົກ​ນ້ຳ​ໜັກ. ເພື່ອ​ຈະ​ປະສົບ​ຄວາມ​ສຳເລັດ ນັກ​ຍົກ​ນ້ຳ​ໜັກ​ຕ້ອງ​ຕຽມ​ຕົວ​ໃຫ້​ພ້ອມ​ກ່ອນ. ລາວ​ຈະ​ບໍ່​ຍົກ​ແທ່ງ​ເຫຼັກ​ໜັກ​ເກີນ​ກວ່າ​ທີ່​ສາມາດ​ຍົກ​ໄດ້ ແລະ​ຍົກ​ຢ່າງ​ຖືກຕ້ອງ. ຖ້າ​ເຮັດ​ຕາມ​ຂັ້ນ​ຕອນ​ດັ່ງ​ກ່າວ ລາວ​ຈະ​ສ້າງ​ກ້າມ​ເນື້ອ​ໃຫ້​ແຂງແຮງ​ຂຶ້ນ​ໂດຍ​ບໍ່​ເປັນ​ອັນຕະລາຍ​ຕໍ່​ຮ່າງກາຍ​ຂອງ​ຕົນ​ເອງ. ແຕ່​ຖ້າ​ບໍ່​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ດັ່ງ​ກ່າວ ລາວ​ອາດ​ເຮັດ​ໃຫ້​ກ້າມ​ເນື້ອ​ຈີກ​ຫຼື​ແມ່ນ​ແຕ່​ເຮັດ​ໃຫ້​ກະດູກ​ຫັກ.

ໃນ​ທຳນອງ​ດຽວ​ກັນ ເຈົ້າ​ອາດ​ຈັດການ​ກັບ​ຄວາມ​ເຄັ່ງ​ຕຶງ​ໃດ​ໆກໍ​ຕາມ​ທີ່​ປະສົບ​ຢູ່​ແລະ​ເຮັດ​ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ສຳເລັດ​ໄດ້​ໂດຍ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຕົວ​ເອງ​ໄດ້​ຮັບ​ຄວາມ​ເສຍຫາຍ. ເຮັດ​ແນວ​ໃດ? ຂໍ​ໃຫ້​ປະຕິບັດ​ຕາມ​ຂັ້ນ​ຕອນ​ຕ່າງໆຕໍ່​ໄປ​ນີ້

1. ລະບຸ​ໃຫ້​ໄດ້​ວ່າ​ອັນ​ໃດ​ເປັນ​ສາເຫດ. ສຸພາສິດ​ຂໍ້​ໜຶ່ງ​ແນະນຳ​ຢ່າງ​ສຸຂຸມ​ວ່າ: “ຄົນ​ຮູ້​ກໍ​ເຫັນ​ການ​ຮ້າຍ​ແລະ​ໄປ​ລີ້​ຕົວ ແຕ່​ວ່າ​ຄົນ​ບໍ່​ຮູ້​ທັງ​ຫຼາຍ​ກາຍ​ໄປ​ໂລດ​ແລະ​ຖືກ​ການ​ລຳບາກ.” (ສຸພາສິດ 22:3) ແຕ່​ເຈົ້າ​ຈະ​ບໍ່​ສາມາດ​ປ້ອງກັນ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ການ​ຖືກ​ຄວາມ​ເຄັ່ງ​ຕຶງ​ຮຸມ​ເຮົ້າ ຍົກ​ເວັ້ນ​ແຕ່​ເຈົ້າ​ຈະ​ລະບຸ​ວ່າ​ອັນ​ໃດ​ເປັນ​ສາເຫດ. ດັ່ງ​ນັ້ນ ຂໍ​ໃຫ້​ເບິ່ງ​ຄືນ​ສິ່ງ​ທີ່​ເຈົ້າ​ໝາຍ ✔ ໃນ​ປ່ອງ​ທາງ​ເທິງ. ປັດໄຈ​ທີ່​ສ້າງ​ຄວາມ​ເຄັ່ງ​ຕຶງ​ຂໍ້​ໃດ​ສົ່ງ​ຜົນ​ກະທົບ​ຕໍ່​ເຈົ້າ​ຫຼາຍ​ທີ່​ສຸດ?

2. ຄົ້ນ​ຄວ້າ. ຕົວຢ່າງ​ເຊັ່ນ ຖ້າ​ວຽກ​ບ້ານ​ທີ່​ມີ​ຫຼາຍ​ໂພດ​ເຮັດ​ໃຫ້​ຮູ້ສຶກ​ເຄັ່ງ​ຕຶງ ລອງ​ຄົ້ນ​ເບິ່ງ​ຄຳ​ແນະນຳ​ໃນ​ບົດ​ທີ 13 ຂອງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 2. ຖ້າ​ເຈົ້າ​ຮູ້ສຶກ​ຖືກ​ກົດ​ດັນ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ປະພຶດ​ທີ່​ຜິດ​ສິລະທຳ​ທາງ​ເພດ​ກັບ​ໝູ່​ທີ່​ຮຽນ​ໜັງສື​ຢູ່​ຫ້ອງ​ດຽວ​ກັນ ເຈົ້າ​ຈະ​ພົບ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ໃນ​ບົດ​ທີ 2, 5 ແລະ 15 ໃນ​ເຫຼັ້ມ​ດຽວ​ກັນ​ນັ້ນ.

3. ຢ່າ​ຜັດ​ວັນ​ຜັດ​ຍາມ. ບັນຫາ​ສ່ວນ​ໃຫຍ່​ຈະ​ບໍ່​ໝົດ​ໄປ​ຖ້າ​ບໍ່​ແກ້ໄຂ​ມັນ. ແທນ​ທີ່​ຈະ​ໝົດ​ໄປ ບັນຫາ​ມັກ​ຈະ​ຮ້າຍແຮງ​ຂຶ້ນ ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດ​ໃຫ້​ແຮ່ງ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ. ເມື່ອ​ເຈົ້າ​ຕັດສິນ​ໃຈ​ກ່ຽວ​ກັບ​ວິທີ​ທີ່​ຈະ​ຈັດການ​ກັບ​ຄວາມ​ເຄັ່ງ​ຕຶງ​ບາງ​ຢ່າງ ຢ່າ​ຊັກຊ້າ. ໃຫ້​ລົງ​ມື​ແກ້ໄຂ​ໂລດ. ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເພາະ​ເຫດ​ນັ້ນ​ຈຶ່ງ​ພະຍາຍາມ​ຈະ​ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. ການ​ບອກ​ວ່າ​ເຈົ້າ​ເປັນ​ໃຜ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ນັ້ນ​ອາດ​ເປັນ​ການ​ປ້ອງກັນ​ໄດ້​ແທ້ໆ. ນາງ​ມາເຊ​ອາຍຸ 20 ປີ​ເວົ້າ​ວ່າ: “ເມື່ອ​ເລີ່ມ​ເປີດ​ພາກ​ຮຽນ​ໃໝ່​ໃນ​ແຕ່​ລະ​ປີ ຂ້ອຍ​ຈະ​ເປັນ​ຝ່າຍ​ທີ່​ເລີ່ມ​ເວົ້າ​ລົມ​ໃນ​ບາງ​ເລື່ອງ​ທີ່​ຮູ້​ວ່າ​ຈະ​ເຮັດ​ໃຫ້​ມີ​ໂອກາດ​ອະທິບາຍ​ກ່ຽວ​ກັບ​ມາດຕະຖານ​ຕ່າງໆທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ. ຂ້ອຍ​ຮູ້ສຶກ​ວ່າ​ແຮ່ງ​ຂ້ອຍ​ບອກ​ວ່າ​ຕົນ​ເອງ​ເປັນ​ພະຍານ​ພະ​ເຢໂຫວາ​ຊ້າ​ເທົ່າ​ໃດ ກໍ​ແຮ່ງ​ເຮັດ​ໃຫ້​ບອກ​ໄດ້​ຍາກ​ຂຶ້ນ​ເທົ່າ​ນັ້ນ. ມັນ​ຊ່ວຍ​ໄດ້​ແທ້ໆເມື່ອ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ຈຸດ​ຢືນ​ຂອງ​ຂ້ອຍ ແລ້ວ​ກໍ​ດຳເນີນ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຈຸດ​ຢືນ​ນັ້ນ.”

4. ຂໍ​ຄວາມ​ຊ່ວຍເຫຼືອ. ແມ່ນ​ແຕ່​ນັກ​ຍົກ​ນ້ຳ​ໜັກ​ທີ່​ແຂງແຮງ​ທີ່​ສຸດ​ກໍ​ມີ​ຂີດ​ຈຳກັດ. ເຈົ້າ​ກໍ​ມີ​ຂີດ​ຈຳກັດ​ຄື​ກັນ. ແຕ່​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ແບກ​ພາລະ​ນັ້ນ​ດ້ວຍ​ຕົວ​ເອງ. (ຄາລາຊີ 6:2) ເປັນ​ຫຍັງ​ບໍ່​ເວົ້າ​ລົມ​ເລື່ອງ​ນີ້​ກັບ​ພໍ່​ແມ່​ຫຼື​ຄລິດສະຕຽນ​ທີ່​ອາວຸໂສ​ຄົນ​ອື່ນໆ? ໃຫ້​ພວກ​ເພິ່ນ​ເບິ່ງ​ຄຳຕອບ​ທີ່​ເຈົ້າ​ຂຽນ​ໄວ້​ຕອນ​ຕົ້ນ​ຂອງ​ບົດ​ນີ້ ແລ້ວ​ກໍ​ຂໍ​ຄຳ​ແນະນຳ.

ຄວາມ​ເຄັ່ງ​ຕຶງ​ເປັນ​ສິ່ງ​ທີ່​ດີ​ບໍ?

ເຈົ້າ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ ແຕ່​ຂໍ້​ຄວາມ​ຈິງ​ທີ່​ວ່າ​ເຈົ້າ​ຮູ້ສຶກ​ເຄັ່ງ​ຕຶງ​ໜ້ອຍ​ໜຶ່ງ​ທີ່​ຈິງ​ແລ້ວ​ເປັນ​ສິ່ງ​ທີ່​ດີ. ເພາະ​ເຫດ​ໃດ? ນັ້ນ​ອາດ​ເປັນ​ສິ່ງ​ຊີ້​ບອກ​ວ່າ​ເຈົ້າ​ເປັນ​ຄົນ​ດຸ​ໝັ່ນ​ແລະ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຈົ້າ​ຍັງ​ບໍ່​ທັນ​ເຊື່ອຍ​ຊ້າ. ຂໍ​ໃຫ້​ສັງເກດ​ວິທີ​ທີ່​ຄຳພີ​ໄບເບິນ​ພັນລະນາ​ເຖິງ​ຄົນ​ທີ່​ບໍ່​ຮູ້ສຶກ​ເຄັ່ງ​ຕຶງ​ຫຍັງ​ເລີຍ​ວ່າ: “ເຈົ້າ​ຈະ​ນອນ​ຢູ່​ຍັງ​ດົນ​ປານ​ໃດ? ເຈົ້າ​ຈະ​ລຸກ​ແຕ່​ນອນ​ຫຼັບ​ໃນ​ເວລາ​ໃດ? ຍັງ​ນອນ​ຫຼັບ​ອີກ​ສັກ​ໜ້ອຍ ຍັງ​ງ້ວງ​ເຫງົາ​ອີກ​ສັກ​ໜ້ອຍ ຍັງ​ເອົາ​ມື​ໄຂວ່​ກັນ​ນອນ​ຫຼັບ​ໄປ​ອີກ​ສັກ​ໜ້ອຍ ແລະ​ຄວາມ​ຈົນ​ຈະ​ມາ​ຖືກ​ເຈົ້າ​ຄື​ຄົນ​ເດີນ​ທາງ ແລະ​ຄວາມ​ຂັດສົນ​ຄື​ຄົນ​ທີ່​ຖື​ເຄື່ອງ​ອາວຸດ.”—ສຸພາສິດ 6:9-11.

ນາງ​ໄຮ​ດີ​ອາຍຸ 16 ປີ​ສະຫລຸບ​ເລື່ອງ​ນີ້​ໄດ້​ດີ​ຫຼາຍ. ລາວ​ເວົ້າ​ວ່າ: “ອາດ​ເບິ່ງ​ຄື​ວ່າ​ໂຮງ​ຮຽນ​ເປັນ​ບ່ອນ​ທີ່​ບໍ່​ດີ​ເລີຍ ແຕ່​ຄວາມ​ກົດ​ດັນ​ທີ່​ພົບ​ຢູ່​ໂຮງ​ຮຽນ​ກໍ​ຄື​ກັບ​ຄວາມ​ກົດ​ດັນ​ທີ່​ຈະ​ຕ້ອງ​ພົບ​ຢູ່​ບ່ອນ​ເຮັດ​ວຽກ.” ແມ່ນ​ຢູ່ ການ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ຖ້າ​ໄດ້​ຮັບ​ການ​ຈັດການ​ຢ່າງ​ດີ ຄວາມ​ເຄັ່ງ​ຕຶງ​ຈະ​ບໍ່​ສ້າງ​ຄວາມ​ເສຍຫາຍ​ໃຫ້​ເຈົ້າ. ທີ່​ຈິງ ຄວາມ​ເຄັ່ງ​ຕຶງ​ສາມາດ​ເຮັດ​ໃຫ້​ເຈົ້າ​ກາຍ​ເປັນ​ຄົນ​ທີ່​ເຂັ້ມແຂງ.

ໃນ​ບົດ​ຕໍ່​ໄປ

ການ​ອອກ​ໂຮງ​ຮຽນ​ເປັນ​ວິທີ​ແກ້​ບັນຫາ​ຂອງ​ເຈົ້າ​ບໍ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ບົດ​ທີ 20 ຂອງ​ປຶ້ມ​ຫົວ​ນີ້.

ຂໍ້​ພະ​ຄຳພີ​ຫຼັກ

“ຄວາມ​ອຸກ​ໃຈ​ຂອງ​ທ່ານ​ທັງ​ຫຼາຍ​ທັງ​ໝົດ​ຈົ່ງ​ປົງ​ໄວ້​ຢູ່​ເທິງ​ພະອົງ ເພາະ​ວ່າ​ພະອົງ​ລ້ຽງ​ຮັກສາ​ພວກ​ທ່ານ​ໄວ້.”—1 ເປໂຕ 5:7.

ຄຳ​ແນະນຳ

ໃຫ້​ແຍກ​ບັນຫາ​ທີ່​ສ້າງ​ຄວາມ​ເຄັ່ງ​ຕຶງ​ອອກ​ເປັນ​ສອງ​ປະເພດ ນັ້ນ​ຄື​ບັນຫາ​ທີ່​ສາມາດ​ເຮັດ​ບາງ​ຢ່າງ​ຕໍ່​ກັບ​ມັນ​ໄດ້ ແລະ​ບັນຫາ​ທີ່​ບໍ່​ສາມາດ​ຄວບຄຸມ​ໄດ້. ທຳອິດ ໃຫ້​ພະຍາຍາມ​ແກ້ໄຂ​ບັນຫາ​ທີ່​ສາມາດ ​ເຮັດ​ບາງ​ຢ່າງ​ຕໍ່​ກັບ​ມັນ​ໄດ້. ຈາກ​ນັ້ນ ເມື່ອ​ບັນຫາ​ທັງ​ໝົດ​ນັ້ນ​ໝົດ​ໄປ​ແລ້ວ ຖ້າ ​ມີ​ມື້​ທີ່​ມັນ​ຈະ​ໝົດ​ໄປ ເຈົ້າ​ຈະ​ມີ​ເວລາ​ເຫຼືອ​ເຟືອ​ທີ່​ຈະ​ຄິດ​ເຖິງ​ບັນຫາ​ທີ່​ບໍ່​ສາມາດ​ແກ້ໄຂ​ໄດ້.

ເຈົ້າ​ຮູ້​ບໍ . . .?

ໃນ​ແຕ່​ລະ​ຄືນ​ນອນ​ຫຼັບ​ໃຫ້​ພຽງ​ພໍ​ຢ່າງ​ໜ້ອຍ​ແປດ​ຊົ່ວ​ໂມງ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ເທົ່າ​ນັ້ນ​ແຕ່​ຍັງ​ຊ່ວຍ​ເສີມ​ສ້າງ​ຄວາມ​ຊົງ​ຈຳ.

ແຜນ​ພາກ​ປະຕິບັດ!

ເພື່ອ​ຊ່ວຍ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ ຂ້ອຍ​ຕັດສິນ​ໃຈ​ວ່າ​ເມື່ອ​ເປັນ​ໄປ​ໄດ້ ຂ້ອຍ​ຈະ​ໄປ​ນອນ​ຕອນ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

• ເປັນ​ຫຍັງ​ການ​ເປັນ​ຄົນ​ທີ່​ຢາກ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ດີ​ເລີດ​ຈຶ່ງ​ມີ​ແຕ່​ເຮັດ​ໃຫ້​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ?

• ເຈົ້າ​ອາດ​ເວົ້າ​ລົມ​ກັບ​ໃຜ​ໄດ້​ແດ່​ຖ້າ​ຖືກ​ຮັດ​ກຸມ​ດ້ວຍ​ຄວາມ​ເຄັ່ງ​ຕຶງ?

[ຈຸດເດັ່ນໜ້າ 132]

“ທຸກໆ​ເຊົ້າ​ພໍ່​ອະທິດຖານ​ກັບ​ຂ້ອຍ​ກ່ອນ​ທີ່​ເພິ່ນ​ຈະ​ສົ່ງ​ຂ້ອຍ​ໄປ​ໂຮງ​ຮຽນ. ການ​ອະທິດຖານ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ປອດໄພ​ສະເໝີ.”—ນາງ ລີດສ

[ຮູບ​ພາບ​ໜ້າ 131]

ການ​ຍົກ​ນ້ຳ​ໜັກ​ຢ່າງ​ຖືກ​ວິທີ​ເຮັດ​ໃຫ້​ຮ່າງ​ກາຍ​ແຂງແຮງ ການ​ຈັດການ​ກັບ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ຖືກຕ້ອງ​ເຮັດ​ໃຫ້​ອາລົມ​ຄວາມ​ຮູ້ສຶກ​ເຂັ້ມແຂງ​ຂຶ້ນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌