ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂ້ອຍ​ຈະ​ເຮັດ​ແນວ​ໃດ​ໃຫ້​ເຊົາ​ໂສກ​ເສົ້າ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
    • ບົດ​ທີ 13

      ຂ້ອຍ​ຈະ​ເຮັດ​ແນວ​ໃດ​ໃຫ້​ເຊົາ​ໂສກ​ເສົ້າ?

      “ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​ມີ​ເລື່ອງ​ອຸກ​ໃຈ ຂ້ອຍ​ຈະ​ຊ່ວຍ​ແກ້​ບັນຫາ​ແລະ​ປອບ​ໃຈ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ. ແຕ່​ສິ່ງ​ທີ່​ບໍ່​ມີ​ໃຜ​ຮູ້​ກໍ​ຄື​ເມື່ອ​ຂ້ອຍ​ເມືອ​ເຮືອນ​ຂ້ອຍ​ເຂົ້າ​ໄປ​ໃນ​ຫ້ອງ​ແລ້ວ​ກໍ​ຮ້ອງໄຫ້.”—ນາງ ເຄລີ.

      “ເມື່ອ​ຂ້ອຍ​ຮູ້ສຶກ​ໂສກ​ເສົ້າ ຂ້ອຍ​ຈະ​ແຍກ​ຕົວ​ໄປ​ຢູ່​ຄົນ​ດຽວ. ຖ້າ​ມີ​ໃຜ​ຊວນ​ຂ້ອຍ​ໄປ​ບ່ອນ​ໃດ​ບ່ອນ​ໜຶ່ງ ຂ້ອຍ​ກໍ​ຈະ​ຫາ​ຂໍ້​ອ້າງ​ທີ່​ຈະ​ບໍ່​ໄປ. ຂ້ອຍ​ປິດ​ບັງ​ຄວາມ​ຮູ້ສຶກ​ໄດ້​ດີ​ຈົນ​ຄອບຄົວ​ບໍ່​ຮູ້. ເຂົາ​ເຈົ້າ​ກໍ​ເລີຍ​ຄິດ​ວ່າ​ຂ້ອຍ​ສະບາຍ​ດີ.”—ທ້າວ ຣິກ.

      ເຈົ້າ​ເຄີຍ​ມີ​ຄວາມ​ຮູ້ສຶກ​ຄ້າຍ​ຄື​ເຄລີ​ແລະ​ຣິກ​ບໍ? ຖ້າ​ເປັນ​ແນວ​ນັ້ນ​ກໍ​ຢ່າ​ຟ້າວ​ສະຫລຸບ​ວ່າ​ມີ​ບາງ​ສິ່ງ​ບາງ​ຢ່າງ​ຜິດ​ປົກກະຕິ​ກັບ​ເຈົ້າ. ຄວາມ​ຈິງ​ກໍ​ຄື​ທຸກ​ຄົນ​ໂສກ​ເສົ້າ​ເປັນ​ບາງ​ຄັ້ງ​ຄາວ. ແມ່ນ​ແຕ່​ຊາຍ​ຍິງ​ຜູ້​ທີ່​ສັດ​ຊື່​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ກໍ​ເຄີຍ​ໂສກ​ເສົ້າ.—1 ຊາເມືອນ 1:6-8; ຄຳເພງ 35:14.

      ໃນ​ບາງ​ກໍລະນີ​ເຈົ້າ​ອາດ​ຮູ້​ສາເຫດ​ທີ່​ຕົນ​ເອງ​ໂສກ​ເສົ້າ ແຕ່​ບາງ​ຄັ້ງ​ກໍ​ບໍ່​ຮູ້. ນາງ​ແອນນາ​ອາຍຸ 19 ປີ​ເວົ້າ​ວ່າ: “ບໍ່​ແມ່ນ​ວ່າ​ເຈົ້າ​ປະເຊີນ​ກັບ​ເລື່ອງ​ທີ່​ໂຫດ​ຮ້າຍ​ແລ້ວ​ຈຶ່ງ​ຈະ​ຮູ້ສຶກ​ໂສກ​ເສົ້າ. ຄວາມ​ຮູ້ສຶກ​ໂສກ​ເສົ້າ​ອາດ​ເກີດ​ຂຶ້ນ​ເວລາ​ໃດ​ກໍ​ໄດ້ ເຖິງ​ແມ່ນ​ວ່າ​ຊີວິດ​ຈະ​ບໍ່​ມີ​ບັນຫາ​ກໍ​ຕາມ. ມັນ​ເປັນ​ເລື່ອງ​ແປກ ແຕ່​ມັນ​ກໍ​ເກີດ​ຂຶ້ນ!”

      ບໍ່​ວ່າ​ຈະ​ຍ້ອນ​ສາເຫດ​ໃດ​ກໍ​ຕາມ ຫຼື​ເມື່ອ​ເບິ່ງ​ຄື​ວ່າ​ບໍ່​ມີ​ສາເຫດ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຄວາມ​ໂສກ​ເສົ້າ​ຄອບງຳ​ເຈົ້າ​ໄວ້? ໃຫ້​ລອງ​ເຮັດ​ສິ່ງ​ຕໍ່​ໄປ​ນີ້.

      1. ໃຫ້​ລະບາຍ​ອອກ​ມາ. ໃນ​ທ່າມກາງ​ຄວາມ​ສົນ​ລະ​ວົນ​ຂອງ​ຕົນ ທ່ານ​ໂຢບ​ເວົ້າ​ວ່າ: “ຂ້ອຍ​ຈະ​ປາກ​ດ້ວຍ​ຄວາມ​ຂົມ​ໃຈ.”—ໂຢບ 10:1.

      ນາງ ເຄລີ “ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຈົນ​ບໍ່​ເປັນ​ຕາ​ໜ້າ​ເຊື່ອ​ຫຼັງ​ຈາກ​ທີ່​ໄດ້​ເວົ້າ​ລົມ​ກັບ​ຜູ້​ໃດ​ຜູ້​ໜຶ່ງ. ໃນ​ທີ່​ສຸດ​ກໍ​ມີ​ຄົນ​ຮູ້​ວ່າ​ຂ້ອຍ​ປະສົບ​ກັບ​ບັນຫາ​ຫຍັງ​ແດ່. ເຂົາ​ເຈົ້າ​ສາມາດ​ຢ່ອນ​ເຊືອກ​ລົງ​ໄປ​ໃນ​ຂຸມ​ເລິກ​ແຫ່ງ​ຄວາມ​ໂສກ​ເສົ້າ ແລະ​ດຶງ​ເອົາ​ຂ້ອຍ​ຂຶ້ນ​ມາ​ໄດ້​ຢ່າງ​ປອດໄພ!”

      ຄຳ​ແນະນຳ ທາງ​ລຸ່ມ​ນີ້​ຂໍ​ໃຫ້​ຂຽນ​ຊື່​ໝູ່​ຜູ້​ໜຶ່ງ​ທີ່​ເຈົ້າ​ຈະ​ລະບາຍ​ຄວາມ​ໃນ​ໃຈ​ເມື່ອ​ເຈົ້າ​ຈົມ​ຢູ່​ໃນ​ຄວາມ​ໂສກ​ເສົ້າ.

      ․․․․․

      2. ໃຫ້​ຂຽນ​ໄວ້. ເມື່ອ​ຄວາມ​ໂສກ​ເສົ້າ​ຄອບງຳ​ທັດສະນະ​ຂອງ​ເຈົ້າ​ໃນ​ເລື່ອງ​ຊີວິດ ເຈົ້າ​ອາດ​ຢາກ​ຖ່າຍ​ທອດ​ຄວາມ​ຮູ້ສຶກ​ນຶກ​ຄິດ​ລົງ​ໃສ່​ເຈ້ຍ. ໃນ​ຄຳເພງ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ ບາງ​ຄັ້ງ​ທ່ານ​ດາວິດ​ກໍ​ສະແດງ​ຄວາມ​ໂສກ​ເສົ້າ​ເສຍໃຈ​ຢ່າງ​ຫຼາຍ​ອອກ​ມາ. (ຄຳເພງ 6:6) ການ​ຂຽນ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ດັ່ງ​ກ່າວ​ອາດ​ຊ່ວຍ​ເຈົ້າ​ໃຫ້ “ຖື​ຮັກສາ​ຄຳ​ເຕືອນ​ສະຕິ​ອັນ​ດີ​ກັບ​ຄວາມ​ຄຶດ​ຕຶກຕອງ​ໄວ້.”—ສຸພາສິດ 3:21.

      ນາງ​ເຮເຕີ​ເວົ້າ​ວ່າ: “ການ​ຂຽນ​ຊ່ວຍ​ຂ້ອຍ​ໃຫ້​ຈັດ​ຄວາມ​ຄິດ​ທີ່​ຫຍຸ້ງ​ຈາກ​ການ​ໂສກ​ເສົ້າ​ໃຫ້​ເປັນ​ລະບຽບ. ເມື່ອ​ສາມາດ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ໄຈ້​ແຍກ​ສາເຫດ ຄວາມ​ໂສກ​ເສົ້າ​ກໍ​ອາດ​ບໍ່​ຮຸນແຮງ​ຫຼາຍ.”

      ຄຳ​ແນະນຳ ໃຫ້​ໃຊ້​ຕາ​ຕະລາງ​ໃນ​ໜ້າ 93 ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ມີ​ຂໍ້​ຄິດ​ເຫັນ​ທີ່​ດີ​ກວ່າ​ເພື່ອ​ເອົາ​ຊະນະ​ຄວາມ​ໂສກ​ເສົ້າ. ສິ່ງ​ນີ້​ຈະ​ຊ່ວຍ​ບັນເທົາ​ຄວາມ​ໂສກ​ເສົ້າ​ໄດ້.

      3. ໃຫ້​ອະທິດຖານ. ຄຳພີ​ໄບເບິນ​ກ່າວ​ວ່າ​ຖ້າ​ເຮົາ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ທີ່​ເຮົາ​ກັງວົນ “ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ໄວ້.”—ຟີລິບ 4:6, 7.

      ນາງ​ເອດສະເທີ​ເວົ້າ​ວ່າ: “ຂ້ອຍ​ພະຍາຍາມ​ຄຶດ​ໃຫ້​ອອກ​ວ່າ​ເປັນ​ຫຍັງ​ຈຶ່ງ​ໂສກ​ເສົ້າ​ຫຼາຍ ແຕ່​ກໍ​ຄິດ​ບໍ່​ອອກ. ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ສະບາຍ​ໃຈ. ຂ້ອຍ​ເບື່ອ​ໜ່າຍ​ທີ່​ຕ້ອງ​ໂສກ​ເສົ້າ​ເມື່ອ​ບໍ່​ມີ​ເຫດຜົນ​ທີ່​ຕ້ອງ​ໂສກ​ເສົ້າ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ເຊົາ​ໂສກ​ເສົ້າ. ຢ່າ​ປະເມີນ​ຄ່າ​ຂອງ​ການ​ອະທິດຖານ​ຕ່ຳ​ເກີນ​ໄປ!”

      ຄຳ​ແນະນຳ ໃຫ້​ໃຊ້​ຄຳເພງ 139:23, 24 ເພື່ອ​ເປັນ​ແບບ​ຢ່າງ​ສຳລັບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຕໍ່​ພະ​ເຢໂຫວາ. ລະບາຍ​ຄວາມ​ຮູ້ສຶກ​ໃນ​ໃຈ​ຂອງ​ເຈົ້າ ແລະ​ຂໍ​ພະອົງ​ໃຫ້​ຊ່ວຍ​ເຈົ້າ​ໃຫ້​ຮູ້​ສາເຫດ​ຂອງ​ຄວາມ​ໂສກ​ເສົ້າ.

      ນອກ​ຈາກ​ຄຳ​ແນະນຳ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ​ແລ້ວ ເຈົ້າ​ມີ​ຄຳພີ​ໄບເບິນ​ເຄື່ອງ​ມື​ທີ່​ມີ​ຄ່າ​ເຊິ່ງ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ. ຈົ່ງ​ບັນຈຸ​ຈິດ​ໃຈ​ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ​ທີ່​ເສີມ​ສ້າງ​ຈາກ​ບັນທຶກ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ສົ່ງ​ຜົນ​ໃນ​ແງ່​ບວກ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເຈົ້າ. (ຄຳເພງ 1:1-3) ເຈົ້າ​ຈະ​ພົບ​ຄຳ​ແນະນຳ​ສຳລັບ​ການ​ອ່ານ​ຄຳພີ​ໄບເບິນ​ທີ່​ເສີມ​ສ້າງ​ໄດ້​ໂດຍ​ການ​ພິຈາລະນາ​ພາກ​ສ່ວນ “ບຸກຄົນ​ທີ່​ເປັນ​ແບບ​ຢ່າງ” ຈາກ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ. ໃນ​ໜ້າ 227 ຂອງ​ເຫຼັ້ມ​ທີ 2 ເຈົ້າ​ຈະ​ໄດ້​ເຫັນ​ວິທີ​ທີ່​ອັກຄະສາວົກ​ໂປໂລ​ຈັດການ​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ຢ່າງ​ປະສົບ​ຜົນ​ສຳເລັດ​ເຊິ່ງ​ບາງ​ຄັ້ງ​ລາວ​ຮູ້ສຶກ​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຕົວ​ເອງ.

      ເມື່ອ​ຄວາມ​ໂສກ​ເສົ້າ​ບໍ່​ຫ່າງ​ຫາຍ​ໄປ

      ທ້າວ​ຣາຍອັນ​ບອກ​ວ່າ: “ໃນ​ບາງ​ມື້​ຕອນ​ເຊົ້າ​ຂ້ອຍ​ຮູ້ສຶກ​ຢາກ​ນອນ​ຢູ່​ເທິງ​ຕຽງ​ຕໍ່​ໄປ​ເພື່ອ​ຈະ​ບໍ່​ຕ້ອງ​ລຸກ​ຂຶ້ນ​ມາ​ປະເຊີນ​ກັບ​ມື້​ທີ່​ໄຮ້​ຈຸດ​ມຸ່ງ​ໝາຍ​ອີກ​ມື້​ໜຶ່ງ.” ຣາຍອັນ​ເປັນ​ພະຍາດ​ຊຶມເສົ້າ ແລະ​ບໍ່​ໄດ້​ມີ​ແຕ່​ລາວ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພະຍາດ​ນີ້. ການ​ສຶກສາ​ຄົ້ນ​ຄວ້າ​ສະແດງ​ໃຫ້​ເຫັນ​ວ່າ​ໄວຮຸ່ນ​ປະມານ 1 ໃນ 4 ມີ​ພາວະ​ຊຶມເສົ້າ​ບາງ​ຊະນິດ​ກ່ອນ​ຮອດ​ໄວ​ເປັນ​ຜູ້​ໃຫຍ່.

      ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຈົ້າ​ເປັນ​ພະຍາດ​ຊຶມເສົ້າ​ຫຼື​ບໍ? ອາການ​ທີ່​ປາກົດ​ໃຫ້​ເຫັນ​ໄດ້​ບາງ​ຢ່າງ​ຄື​ພຶດຕິກຳ​ແລະ​ອາລົມ​ປັ່ນປ່ວນ​ຢ່າງ​ຮຸນແຮງ ມັກ​ແຍກ​ຕົວ​ໄປ​ຢູ່​ຄົນ​ດຽວ ເກືອບ​ບໍ່​ຢາກ​ເຮັດ​ຫຍັງ​ເລີຍ ນິດໄສ​ການ​ກິນ​ແລະ​ການ​ນອນ​ຫຼັບ​ປ່ຽນ​ແປງ​ຫຼາຍ ແລະ​ຮູ້ສຶກ​ໄຮ້​ຄ່າ​ຫຼື​ຮູ້ສຶກ​ຜິດ​ຢ່າງ​ຮຸນແຮງ.

      ແນ່ນອນ​ວ່າ​ເກືອບ​ໝົດ​ທຸກ​ຄົນ​ມີ​ອາການ​ທີ່​ກ່າວ​ມາ​ບາງ​ຢ່າງ​ເປັນ​ບາງ​ຄັ້ງ​ຄາວ. ແຕ່​ຖ້າ​ອາການ​ເຫຼົ່າ​ນີ້​ຍືດ​ເຍື້ອ​ຍາວ​ນານ​ຫຼາຍ​ກວ່າ​ສອງ​ສາມ​ອາທິດ ເຈົ້າ​ຄວນ​ຈະ​ປຶກສາ​ພໍ່​ແມ່​ເລື່ອງ​ການ​ໄປ​ຫາ​ທ່ານ​ໝໍ. ທ່ານ​ໝໍ​ອາດ​ຊ່ວຍ​ວິເຄາະ​ໄດ້​ວ່າ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ​ເກີດ​ມາ​ຈາກ​ພະຍາດ​ຊຶມເສົ້າ​ຫຼື​ບໍ່.a

      ຖ້າ​ເຈົ້າ​ເປັນ​ພະຍາດ​ຊຶມເສົ້າ ກໍ​ບໍ່​ມີ​ຫຍັງ​ທີ່​ຕ້ອງ​ອາຍ. ຖ້າ​ໄດ້​ຮັບ​ການ​ປິ່ນປົວ ຫຼາຍ​ຄົນ​ກໍ​ຮູ້ສຶກ​ດີ​ຂຶ້ນ ຫຼື​ອາດ​ຮູ້ສຶກ​ດີ​ແບບ​ທີ່​ບໍ່​ເຄີຍ​ຮູ້ສຶກ​ມາ​ກ່ອນ​ເປັນ​ເວລາ​ດົນ​ນານ​ແລ້ວ! ບໍ່​ວ່າ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ​ຈະ​ເກີດ​ຈາກ​ພະຍາດ​ຊຶມເສົ້າ​ຫຼື​ບໍ່​ກໍ​ຕາມ ຂໍ​ໃຫ້​ຈື່​ຖ້ອຍຄຳ​ໃນ​ຄຳເພງ 34:18 ທີ່​ວ່າ: “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເສຍໃຈ​ແລ້ວ.”

      ໃນ​ບົດ​ຕໍ່​ໄປ

      ຈະ​ວ່າ​ແນວ​ໃດ​ຖ້າ​ຄວາມ​ໂສກ​ເສົ້າ​ມີ​ຢ່າງ​ເຫຼືອ​ລົ້ນ​ຈົນ​ຄຶດ​ທີ່​ຈະ​ຂ້າ​ຕົວ​ຕາຍ?

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ເມື່ອ​ຄວາມ​ໂສກ​ເສົ້າ​ຍືດ​ເຍື້ອ​ຍາວ​ນານ ໄວຮຸ່ນ​ບາງ​ຄົນ​ຄຶດ​ຂ້າ​ຕົວ​ຕາຍ. ຖ້າ​ເຈົ້າ​ເຄີຍ​ຄິດ​ແບບ​ນີ້ ໃຫ້​ເວົ້າ​ລົມ​ກັບ​ຜູ້​ໃຫຍ່​ທີ່​ໄວ້​ໃຈ​ໄດ້​ໂດຍ​ບໍ່​ຊັກຊ້າ.—ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ບົດ​ທີ 14 ຂອງ​ປຶ້ມ​ຫົວ​ນີ້.

      ຂໍ້​ພະ​ຄຳພີ​ຫຼັກ

      “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເສຍໃຈ​ແລ້ວ.”—ຄຳເພງ 34:18.

      ຄຳ​ແນະນຳ

      ໃຫ້​ພັນລະນາ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ​ເມື່ອ​ໂສກ​ເສົ້າ​ແລະ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເປັນ​ສາເຫດ​ຂອງ​ຄວາມ​ໂສກ​ເສົ້າ. ໜຶ່ງ​ເດືອນ​ຕໍ່​ມາ ໃຫ້​ອ່ານ​ສິ່ງ​ທີ່​ໄດ້​ຂຽນ. ຄວາມ​ຮູ້ສຶກ​ຕ່າງໆຕໍ່​ກັບ​ເລື່ອງ​ນັ້ນ​ໄດ້​ປ່ຽນ​ໄປ​ບໍ? ຖ້າ​ປ່ຽນ ໃຫ້​ຂຽນ​ສິ່ງ​ທີ່​ໄດ້​ຊ່ວຍ​ເຈົ້າ.

      ເຈົ້າ​ຮູ້​ບໍ . . .?

      ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ຮ້ອງ​ໄຫ້​ເຖິງ​ແມ່ນ​ວ່າ​ເຈົ້າ​ເປັນ​ຜູ້​ຊາຍ. ໃນ​ໄລຍະ​ໜຶ່ງ​ຂອງ​ຊີວິດ ກະສັດ​ດາວິດ​ຍອມ​ຮັບ​ວ່າ: “ຂ້ານ້ອຍ​ຮ້ອງໄຫ້​ໝົດ​ຄືນ​ນ້ຳ​ຕາ​ໄຫຼ​ລົງ​ໃຫ້​ຕຽງ​ປຽກ ຂ້ານ້ອຍ​ຮົດ​ບ່ອນ​ນອນ​ເອງ​ດ້ວຍ​ນ້ຳ​ຕາ.”—ຄຳເພງ 6:6.

      ແຜນ​ພາກ​ປະຕິບັດ!

      ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ອາລົມ​ດີ​ຂຶ້ນ ຂ້ອຍ​ສາມາດ​ເຮັດ​ກິດຈະກຳ​ຕ່າງໆຕໍ່​ໄປ​ນີ້ ․․․․․

      ການ​ຄົບຫາ​ກັບ​ໝູ່​ເພື່ອນ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ຂ້ອຍ​ໃຫ້​ຜ່ອນຄາຍ​ຄວາມ​ໂສກ​ເສົ້າ ․․․․․

      ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

      ເຈົ້າ​ຄິດ​ວ່າ​ແນວ​ໃດ?

      • ການ​ຮ້ອງໄຫ້​ມີ​ຜົນ​ປະໂຫຍດ​ບໍ?

      • ເປັນ​ຫຍັງ​ການ​ຢູ່​ກັບ​ຄົນ​ອື່ນ​ຈຶ່ງ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ໄດ້?

      [ຈຸດເດັ່ນໜ້າ 96]

      “ເມື່ອ​ຂ້ອຍ​ໂສກ​ເສົ້າ ຂ້ອຍ​ຕ້ອງ​ຫຼີກ​ລ່ຽງ​ການ​ແຍກ​ຕົວ​ໄປ​ຢູ່​ຕ່າງ​ຫາກ. ແມ່ນ​ຢູ່​ວ່າ​ຂ້ອຍ​ອາດ​ຕ້ອງ​ຢູ່​ຄົນ​ດຽວ​ແດ່​ເພື່ອ​ຄຶດ​ຕຶກຕອງ​ແລະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຕົວ​ເອງ ແລະ​ອາດ​ຈະ​ຮ້ອງໄຫ້. ແຕ່​ຫຼັງ​ຈາກ​ນັ້ນ ຂ້ອຍ​ຮູ້​ວ່າ​ຕ້ອງ​ຢູ່​ກັບ​ຄົນ​ອື່ນ​ເພື່ອ​ລືມ​ເລື່ອງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ຂ້ອຍ​ໂສກ​ເສົ້າ.”—ນາງ ຄລິດສະຕີນ

      [ຕາຕະລາງ/ຮູບ​ພາບ​ໜ້າ 93]

      ແບບ​ສອບ​ຖາມ

      ເພື່ອ​ບັນເທົາ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ

      ຂໍ​ໃຫ້​ຕື່ມ​ໃສ່​ຕາ​ຕະລາງ

      ເຫດການ

      ອາຈານ​ຄົນ​ໜຶ່ງ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ

      ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

      ຂ້ອຍ​ໝົດ​ຄວາມ​ພະຍາຍາມ​ທີ່​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ຫ້ອງ​ຮຽນ​ນັ້ນ

      ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

      ຄຳ​ແນະນຳ ຂໍ​ໃຫ້​ເບິ່ງ​ບົດ​ທີ 20 ຂອງ​ປຶ້ມ​ຫົວ​ນີ້

      ເຫດການ

      ໝູ່​ຄົນ​ໜຶ່ງ​ຫຼົບ​ໜ້າ​ຂ້ອຍ

      ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

      ແຜ່​ຂ່າວ​ລື​ທີ່​ບໍ່​ດີ​ກ່ຽວ​ກັບ​ຄົນ​ຜູ້​ນັ້ນ

      ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

      ຄຳ​ແນະນຳ ຂໍ​ໃຫ້​ເບິ່ງ​ນັ້ນ​ບົດ​ທີ 10 ຂອງ​ເຫຼັ້ມ​ທີ 2

      ເຫດການ

      ພໍ່​ແມ່​ຂ້ອຍ​ປະ​ຮ້າງ​ກັນ

      ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

      ເຊື່ອງ​ຄວາມ​ແຄ້ນ​ໃຈ​ຕໍ່​ກັບ​ພໍ່ (ແມ່) ຫຼື​ທັງ​ສອງ

      ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

      ຄຳ​ແນະນຳ ຂໍ​ໃຫ້​ເບິ່ງ​ບົດ​ທີ 4 ຂອງ​ປຶ້ມ​ຫົວ​ນີ້

      ເຫດການ

      ․․․․․

      ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

      ․․․․․

      ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

      ․․․․․

      ເຫດການ

      ․․․․․

      ການ​ຕອບ​ສະໜອງ​ທີ່​ບໍ່​ຄັກ

      ․․․․․

      ການ​ຕອບ​ສະໜອງ​ທີ່​ດີ​ກວ່າ

      ․․․․․

      [ຮູບ​ພາບ​ໜ້າ 95]

      ດ້ວຍ​ຄວາມ​ຊ່ວຍເຫຼືອ​ແລະ​ຄວາມ​ບາກບັ່ນ​ພະຍາຍາມ ເຈົ້າ​ສາມາດ​ຂຶ້ນ​ມາ​ຈາກ​ຂຸມ​ເລິກ​ແຫ່ງ​ຄວາມ​ໂສກ​ເສົ້າ

  • ເປັນ​ຫຍັງ​ຈຶ່ງ​ບໍ່​ຂ້າ​ຕົວ​ຕາຍ​ໃຫ້​ມັນ​ແລ້ວ​ໄປ​ເລີຍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
    • ບົດ​ທີ 14

      ເປັນ​ຫຍັງ​ຈຶ່ງ​ບໍ່​ຂ້າ​ຕົວ​ຕາຍ​ໃຫ້​ມັນ​ແລ້ວ​ໄປ​ເລີຍ?

      “ຄວາມ​ຕາຍ​ດີ​ກວ່າ​ຊີວິດ​ແກ່​ຂ້ານ້ອຍ.” ໃຜ​ເວົ້າ​ຖ້ອຍຄຳ​ເຫຼົ່າ​ນີ້? ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ບໍ? ເປັນ​ຄົນ​ທີ່​ປະ​ຖິ້ມ​ພະເຈົ້າ​ບໍ? ເປັນ​ຄົນ​ທີ່​ພະເຈົ້າ​ປະ​ຖິ້ມ​ບໍ? ບໍ່​ແມ່ນ​ຈັກ​ຢ່າງ. ຄົນ​ທີ່​ເວົ້າ​ແມ່ນ​ທ່ານ​ໂຢນາ​ຜູ້​ເຫຼື້ອມໃສ​ໃນ​ພະເຈົ້າ​ແຕ່​ມີ​ຄວາມ​ກັງວົນ​ຢ່າງ​ໜັກ​ໜ່ວງ.—ໂຢນາ 4:3.

      ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ໂຢນາ​ກຳລັງ​ຈະ​ຂ້າ​ຕົວ​ຕາຍ. ແນວ​ໃດ​ກໍ​ຕາມ ຄຳ​ອ້ອນ​ວອນ​ຢ່າງ​ສິ້ນ​ຫວັງ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ຄວາມ​ຈິງ​ທີ່​ສຳຄັນ​ຢ່າງ​ໜຶ່ງ ນັ້ນ​ຄື​ແມ່ນ​ແຕ່​ຜູ້​ທີ່​ຮັບໃຊ້​ຂອງ​ພະເຈົ້າ​ກໍ​ສາມາດ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ຮູ້ສຶກ​ຫົດ​ຫູ່​ໃຈ​ໄດ້​ໃນ​ບາງ​ໂອກາດ.—ຄຳເພງ 34:19.

      ໜຸ່ມ​ສາວ​ບາງ​ຄົນ​ຮູ້ສຶກ​ສິ້ນ​ຫວັງ​ຫຼາຍ​ຈົນ​ບໍ່​ຮູ້​ວ່າ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ​ເພື່ອ​ຫຍັງ. ເຂົາ​ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ນາງ​ລໍຣາ​ອາຍຸ 16 ປີ​ທີ່​ບອກ​ວ່າ: “ເປັນ​ເວລາ​ຫຼາຍ​ປີ​ທີ່​ຂ້ອຍ​ຮູ້ສຶກ​ຊຶມເສົ້າ​ເລື້ອຍໆ. ຂ້ອຍ​ຄິດ​ເຖິງ​ການ​ຂ້າ​ຕົວ​ຕາຍ​ເລື້ອຍໆ.” ຖ້າ​ເຈົ້າ​ຮູ້ຈັກ​ກັບ​ຄົນ​ທີ່​ເຄີຍ​ບອກ​ວ່າ​ຢາກ​ຂ້າ​ຕົວ​ຕາຍ ຫຼື​ຖ້າ​ເຈົ້າ​ເອງ​ເຄີຍ​ຄິດ​ເຖິງ​ເລື່ອງ​ນີ້ ເຈົ້າ​ຈະ​ເຮັດ​ແນວ​ໃດ? ຂໍ​ໃຫ້​ພິຈາລະນາ​ຢ່າງ​ລະອຽດ​ເຖິງ​ສາເຫດ​ທີ່​ອາດ​ເກີດ​ຄວາມ​ຄິດ​ດັ່ງ​ກ່າວ​ຂຶ້ນ​ໄດ້.

      ເບື້ອງ​ຫຼັງ​ຄວາມ​ສິ້ນ​ຫວັງ

      ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຄິດ​ຂ້າ​ຕົວ​ຕາຍ? ອາດ​ມີ​ຫຼາຍ​ປັດໄຈ​ກ່ຽວ​ຂ້ອງ. ປັດໄຈ​ທຳອິດ ພວກ​ເຮົາ​ມີ​ຊີວິດ​ຢູ່​ທ່າມກາງ “ວິກິດການ​ເຊິ່ງ​ຍາກ​ຈະ​ຮັບ​ມື​ໄດ້” ແລະ​ໜຸ່ມ​ສາວ​ຫຼາຍ​ຄົນ​ຮູ້ສຶກ​ເຖິງ​ຄວາມ​ກົດ​ດັນ​ໃນ​ຊີວິດ​ທີ່​ຮຸນແຮງ​ຫຼາຍ. (2 ຕີໂມເຕ 3:1, ລ.ມ.) ນອກ​ຈາກ​ນັ້ນ ຄວາມ​ບໍ່​ສົມບູນ​ແບບ​ຂອງ​ມະນຸດ​ອາດ​ເປັນ​ສາເຫດ​ໃຫ້​ບາງ​ຄົນ​ໝົກມຸ້ນ​ກັບ​ຄວາມ​ຄິດ​ໃນ​ແງ່​ລົບ​ກ່ຽວ​ກັບ​ຕົວ​ເອງ​ແລະ​ສະພາບການ​ຕ່າງໆທີ່​ຢູ່​ອ້ອມ​ຕົວ. (ໂລມ 7:22-24) ບາງ​ຄັ້ງ​ອາດ​ເປັນ​ຍ້ອນ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ. ໃນ​ກໍລະນີ​ອື່ນໆອາດ​ເປັນ​ຍ້ອນ​ບັນຫາ​ສຸຂະພາບ. ເປັນ​ຕາ​ໜ້າ​ສັງເກດ ໃນ​ປະເທດ​ໜຶ່ງ​ມີ​ການ​ກະ​ປະມານ​ວ່າ​ມີ​ຫຼາຍ​ກວ່າ 90 ສ່ວນ​ຮ້ອຍ​ຂອງ​ຜູ້​ທີ່​ຂ້າ​ຕົວ​ຕາຍ​ມີ​ຄວາມ​ເຈັບ​ປ່ວຍ​ທາງ​ຈິດ​ບາງ​ປະເພດ.a

      ແນ່ນອນ​ວ່າ​ບໍ່​ມີ​ໃຜ​ທີ່​ບໍ່​ຕ້ອງ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ເລີຍ. ທີ່​ຈິງ​ແລ້ວ​ຄຳພີ​ໄບເບິນ​ບອກ​ວ່າ: “ສັບພະ​ທຸກ​ສິ່ງ​ທີ່​ນິລະມິດ​ສ້າງ​ແລ້ວ​ກໍ​ທອດ​ຫຸ່ຍ​ເປັນ​ທຸກ​ລຳບາກ​ດ້ວຍ​ກັນ.” (ໂລມ 8:22) ນັ້ນ​ລວມ​ເຖິງ​ຄົນ​ໜຸ່ມ​ສາວ​ນຳ. ທີ່​ຈິງ ໜຸ່ມ​ສາວ​ສາມາດ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ຈາກ​ເຫດການ​ໂຫດ​ຮ້າຍ​ຕ່າງໆເຊັ່ນ

      • ຄວາມ​ຕາຍ​ຂອງ​ຍາດ​ຕິ​ພີ່​ນ້ອງ ໝູ່ ຫຼື​ສັດ​ລ້ຽງ

      • ຄວາມ​ຂັດ​ແຍ່ງ​ໃນ​ຄອບຄົວ

      • ຄວາມ​ຜິດ​ຫວັງ​ດ້ານ​ການ​ຮຽນ

      • ຄວາມ​ຜິດ​ຫວັງ​ໃນ​ເລື່ອງ​ຄວາມ​ຮັກ

      • ການ​ຖືກ​ທຳ​ຮ້າຍ (ລວມ​ທັງ​ທາງ​ຮ່າງກາຍ​ຫຼື​ທາງ​ເພດ)

      ເປັນ​ທີ່​ຍອມ​ຮັບ​ວ່າ ບໍ່​ຊ້າ​ກໍ​ໄວ​ໜຸ່ມ​ສາວ​ເກືອບ​ທຸກ​ຄົນ​ຕ້ອງ​ປະເຊີນ​ກັບ​ສະພາບການ​ຂ້າງ​ເທິງ​ນັ້ນ​ຢ່າງ​ໜຶ່ງ​ຫຼື​ຫຼາຍ​ກວ່າ​ນັ້ນ. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮັບ​ມື​ກັບ​ສະຖານະການ​ເຫຼົ່າ​ນີ້​ໄດ້​ດີ​ກວ່າ​ຄົນ​ອື່ນ? ຜູ້​ຊ່ຽວຊານ​ບອກ​ວ່າ​ໜຸ່ມ​ສາວ​ທີ່​ຄິດ​ຈະ​ຂ້າ​ຕົວ​ຕາຍ​ເປັນ​ຄົນ​ທີ່​ຮູ້ສຶກ​ວ່າ​ບໍ່​ມີ​ໃຜ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແລະ​ບໍ່​ມີ​ທາງ​ແກ້​ໃດໆເລີຍ​ສຳລັບ​ບັນຫາ​ຂອງ​ເຂົາ​ເຈົ້າ. ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ໜຸ່ມ​ສາວ​ເຫຼົ່າ​ນີ້​ເບິ່ງ​ບໍ່​ເຫັນ​ທາງ​ອອກ​ໃດໆເລີຍ. ເຂົາ​ເຈົ້າ​ບໍ່​ຕ້ອງການ​ທີ່​ຈະ​ຕາຍ ເຂົາ​ເຈົ້າ​ພຽງ​ແຕ່​ຕ້ອງການ​ຍຸດຕິ​ຄວາມ​ເຈັບ​ປວດ.

      ບໍ່​ມີ​ທາງ​ອອກ​ບໍ?

      ເຈົ້າ​ອາດ​ຮູ້ຈັກ​ຄົນ​ໜຶ່ງ​ທີ່​ຢາກ​ໃຫ້​ຄວາມ​ເຈັບ​ປວດ​ໜັກ​ໝົດ​ໄປ​ຈົນ​ເຖິງ​ຂັ້ນ​ທີ່​ລາວ​ຢາກ​ຂ້າ​ຕົວ​ຕາຍ. ຖ້າ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່?

      ຖ້າ​ໝູ່​ຫົດ​ຫູ່​ໃຈ​ຈົນ​ເຖິງ​ຂັ້ນ​ຢາກ​ຕາຍ ຈົ່ງ​ຊຸກ​ຍູ້​ລາວ​ໃຫ້​ສະແຫວງ​ຫາ​ຄວາມ​ຊ່ວຍເຫຼືອ. ຫຼັງ​ຈາກ​ນັ້ນ ບໍ່​ວ່າ​ລາວ​ຈະ​ຮູ້ສຶກ​ແນວ​ໃດ​ກໍ​ຕາມ ໃຫ້​ບອກ​ເລື່ອງ​ນີ້​ກັບ​ຜູ້​ໃຫຍ່​ທີ່​ກ່ຽວ​ຂ້ອງ. ຢ່າ​ກັງວົນ​ວ່າ​ມິດຕະພາບ​ຈະ​ຖືກ​ທຳລາຍ. ໂດຍ​ການ​ແຈ້ງ​ເລື່ອງ​ດັ່ງ​ກ່າວ ເຈົ້າ​ອາດ​ຊ່ວຍ​ຊີວິດ​ຂອງ​ໝູ່​ໄວ້​ໄດ້!

      ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ເຈົ້າ​ເອງ​ມີ​ຄວາມ​ຄິດ​ທີ່​ຈະ​ຂ້າ​ຕົວ​ຕາຍ? ຢ່າ​ເກັບ​ຄວາມ​ຮູ້ສຶກ​ນີ້​ໄວ້​ກັບ​ຕົວ​ເອງ. ໃຫ້​ບອກ​ກັບ​ຜູ້​ໃດ​ຜູ້​ໜຶ່ງ—ພໍ່ (ແມ່) ໝູ່ ຫຼື​ໃຜ​ກໍ​ຕາມ​ທີ່​ຫ່ວງໃຍ​ແລະ​ຕັ້ງ​ອົກ​ຕັ້ງ​ໃຈ​ຮັບ​ຟັງ​ກ່ຽວ​ກັບ​ຄວາມ​ກັງວົນ​ຂອງ​ເຈົ້າ. ເຈົ້າ​ບໍ່​ມີ​ສິ່ງ​ໃດ​ທີ່​ຕ້ອງ​ສູນ​ເສຍ ແຕ່​ເຈົ້າ​ຈະ​ຊ່ວຍ​ຕົວ​ເອງ​ໄດ້​ຢ່າງ​ແນ່ນອນ​ໂດຍ​ເປີດ​ໃຈ​ເວົ້າ​ເຖິງ​ບັນຫາ.b

      ແນ່ນອນ​ວ່າ​ການ​ເວົ້າ​ລົມ​ກ່ຽວ​ກັບ​ບັນຫາ​ຂອງ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ບັນຫາ​ໝົດ​ໄປ. ແຕ່​ຄວາມ​ຊ່ວຍເຫຼືອ​ຈາກ​ຄົນ​ທີ່​ເຈົ້າ​ໄວ້​ໃຈ​ໄດ້​ອາດ​ເປັນ​ສິ່ງ​ທີ່​ເຈົ້າ​ຕ້ອງການ​ເພື່ອ​ເບິ່ງ​ບັນຫາ​ອອກ​ໃນ​ທາງ​ທີ່​ຖືກຕ້ອງ. ມັນ​ອາດ​ເຖິງ​ຂັ້ນ​ຊ່ວຍ​ເຈົ້າ​ໃຫ້​ຊອກ​ຫາ​ທາງ​ອອກ​ທີ່​ໄດ້​ຜົນ​ຈິງ.

      ສະຖານະການ​ປ່ຽນ​ແປງ

      ເມື່ອ​ປະເຊີນ​ກັບ​ບັນຫາ​ໜັກ ຂໍ​ໃຫ້​ຈື່​ໄວ້​ວ່າ ບໍ່​ວ່າ​ສະຖານະການ​ອາດ​ເບິ່ງ​ຄື​ວ່າ​ສິ້ນ​ຫວັງ​ສ່ຳ​ໃດ​ກໍ​ຕາມ ເມື່ອ​ເຖິງ​ເວລາ​ອັນ​ສົມຄວນ​ສະຖານະການ​ຈະ​ປ່ຽນ​ແປງ​ໄປ. ດາວິດ​ຜູ້​ຂຽນ​ພະທຳ​ຄຳເພງ​ເຊິ່ງ​ໄດ້​ເຄີຍ​ປະສົບ​ຄວາມ​ທຸກ​ຍາກ​ຫຼາຍ​ຢ່າງ​ກ່າວ​ໃນ​ຄຳ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ: “ພະອົງ​ໄດ້​ແກ້​ຜ້າ​ກະສອບ​ຂອງ​ຂ້ານ້ອຍ​ແລະ​ໄດ້​ເອົາ​ຄວາມ​ຍິນດີ​ໃຫ້​ຄາດ​ແອວ​ຂ້ານ້ອຍ.”—ຄຳເພງ 30:11.

      ແນ່ນອນ ດາວິດ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ຄວາມ​ຍິນດີ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ. ລາວ​ຮູ້​ຈາກ​ປະສົບການ​ຂອງ​ຕົນ​ເອງ​ວ່າ​ບັນຫາ​ຂອງ​ຊີວິດ​ຈະ​ເຂົ້າ​ມາ​ແລ້ວ​ກໍ​ອອກ​ໄປ. ເຈົ້າ​ໄດ້​ສັງເກດ​ບໍ​ວ່າ​ມັນ​ເປັນ​ຈິງ​ໃນ​ເລື່ອງ​ບັນຫາ​ຂອງ​ເຈົ້າ? ບັນຫາ​ບາງ​ຢ່າງ​ອາດ​ເບິ່ງ​ຄື​ວ່າ​ຫຼາຍ​ເກີນ​ກວ່າ​ຈະ​ຮັບ​ໄດ້ ຢ່າງ​ໜ້ອຍ​ກໍ​ໃນ​ເວລາ​ນີ້. ແຕ່​ຂໍ​ໃຫ້​ອົດ​ທົນ. ເຫດການ​ປ່ຽນ​ໄປ​ຢູ່​ເລື້ອຍໆ ຫຼາຍ​ຄັ້ງ​ເປັນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ. ໃນ​ບາງ​ກໍລະນີ ບັນຫາ​ອາດ​ຫລຸດ​ໜ້ອຍ​ລົງ​ໃນ​ແບບ​ທີ່​ບໍ່​ໄດ້​ຄາດ​ຄິດ. ໃນ​ກໍລະນີ​ອື່ນໆ ເຈົ້າ​ອາດ​ພົບ​ວິທີ​ຮັບ​ມື​ໄດ້​ແບບ​ທີ່​ເຈົ້າ​ບໍ່​ໄດ້​ຄິດ​ມາ​ກ່ອນ. ປະເດັນ​ກໍ​ຄື ບັນຫາ​ທີ່​ເຮັດ​ໃຫ້​ທໍ້​ແທ້​ຈະ​ບໍ່ ​ເປັນ​ແບບ​ນັ້ນ​ຕະຫຼອດ​ໄປ.—2 ໂກລິນໂທ 4:17.

      ຄຸນຄ່າ​ຂອງ​ຄຳ​ອະທິດຖານ

      ຮູບ​ແບບ​ການ​ສື່​ຄວາມ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ມີ​ຄື​ການ​ອະທິດຖານ. ເຈົ້າ​ສາມາດ​ອະທິດຖານ​ໄດ້​ເຊັ່ນ​ດຽວ​ກັບ​ດາວິດ​ທີ່​ວ່າ: “ໂອ້​ພະເຈົ້າ​ຂໍ​ໂຜດ​ລອງ​ເບິ່ງ​ຂ້ານ້ອຍ​ແລະ​ໂຜດ​ຮູ້ຈັກ​ໃຈ​ຂ້ານ້ອຍ. ເຊີນ​ລອງ​ເບິ່ງ​ຂ້ານ້ອຍ​ແລະ​ຮູ້ຈັກ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ຂ້ານ້ອຍ ແລະ​ໂຜດ​ກວດ​ເບິ່ງ​ມີ​ທຳນຽມ​ອັນ​ຊົ່ວ​ຮ້າຍ​ໃນ​ຂ້ານ້ອຍ​ຫຼື​ບໍ່ ແລະ​ເຊີນ​ພາ​ຂ້ານ້ອຍ​ໄປ​ໃນ​ທາງ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ຄຳເພງ 139:23, 24.

      ການ​ອະທິດຖານ​ບໍ່​ແມ່ນ​ພຽງ​ແຕ່​ເປັນ​ວິທີ​ທີ່​ເພິ່ງ​ທາງ​ໃຈ​ເທົ່າ​ນັ້ນ. ການ​ອະທິດຖານ​ເປັນ​ການ​ສົນທະນາ​ແທ້ໆກັບ​ພໍ່​ຜູ້​ທີ່​ຢູ່​ໃນ​ຟ້າ​ສະຫວັນ ເຊິ່ງ​ຕ້ອງການ​ໃຫ້​ເຮົາ “ຖອກ​ໃຈ​ອອກ​ຕໍ່​ໜ້າ​ພະອົງ.” (ຄຳເພງ 62:8) ຂໍ​ໃຫ້​ພິຈາລະນາ​ຄວາມ​ຈິງ​ພື້ນຖານ​ຕໍ່​ໄປ​ນີ້​ກ່ຽວ​ກັບ​ພະເຈົ້າ

      • ພະອົງ​ຮູ້​ເປັນ​ຢ່າງ​ດີ​ກ່ຽວ​ກັບ​ສະພາບການ​ທີ່​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ຫົດ​ຫູ່​ໃຈ.—ຄຳເພງ 103:14.

      • ພະອົງ​ຮູ້ຈັກ​ເຈົ້າ​ດີ​ກວ່າ​ທີ່​ເຈົ້າ​ຮູ້ຈັກ​ຕົວ​ເອງ.—1 ໂຢຮັນ 3:20.

      • “ພະອົງ​ໃຝ່​ໃຈ​ທ່ານ​ທັງ​ຫຼາຍ.”—1 ເປໂຕ 5:7, ລ.ມ.

      • ໃນ​ໂລກ​ໃໝ່​ພະເຈົ້າ​ຈະ “ເຊັດ​ນ້ຳ​ຕາ​ທັງ​ຫຼາຍ” ຈາກ​ຕາ​ຂອງ​ເຈົ້າ.—ຄຳປາກົດ 21:4.

      ຖ້າ​ບັນຫາ​ກ່ຽວ​ຂ້ອງ​ກັບ​ສຸຂະພາບ!

      ດັ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ ຄວາມ​ຮູ້ສຶກ​ທີ່​ຢາກ​ຂ້າ​ຕົວ​ຕາຍ​ຫຼາຍ​ຄັ້ງ​ມີ​ສາເຫດ​ມາ​ຈາກ​ຄວາມ​ເຈັບ​ປ່ວຍ​ບາງ​ຊະນິດ. ຖ້າ​ນັ້ນ​ເປັນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຈົ້າ ຢ່າ​ອາຍ​ທີ່​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ. ພະ​ເຍຊູ​ສຳນຶກ​ວ່າ​ຄົນ​ປ່ວຍ​ຕ້ອງການ​ໝໍ. (ມັດທາຍ 9:12) ຂ່າວ​ດີ​ກໍ​ຄື​ວ່າ​ສະພາບ​ເຈັບ​ປ່ວຍ​ຫຼາຍ​ຢ່າງ​ສາມາດ​ປິ່ນປົວ​ໄດ້. ການ​ປິ່ນປົວ​ອາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ!c

      ຄຳພີ​ໄບເບິນ​ມີ​ຄຳ​ສັນຍາ​ທີ່​ໃຫ້​ການ​ປອບ​ໃຈ​ຢ່າງ​ແທ້​ຈິງ​ທີ່​ວ່າ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ “ຊາວ​ຊົນ​ຈະ​ບໍ່​ກ່າວ​ວ່າ ‘ຂ້ອຍ​ບໍ່​ສຳບາຍ.’” (ເອຊາອີ 33:24) ພະເຈົ້າ​ເວົ້າ​ວ່າ​ໃນ​ເວລາ​ນັ້ນ “ເຂົາ​ຈະ​ບໍ່​ຈື່​ຟ້າ​ກັບ​ດິນ​ເດີມ​ແລະ​ສິ່ງ​ນັ້ນ​ຈະ​ບໍ່​ຂຶ້ນ​ໃນ​ໃຈ.” (ເອຊາອີ 65:17) ໃນ​ຂະນະ​ນີ້ ຂໍ​ໃຫ້​ເຈົ້າ​ເຮັດ​ດີ​ທີ່​ສຸດ​ທີ່​ຈະ​ຮັບ​ມື​ກັບ​ຂໍ້​ທ້າທາຍ​ຕ່າງໆໃນ​ຊີວິດ ໂດຍ​ໝັ້ນ​ໃຈ​ວ່າ​ເມື່ອ​ເຖິງ​ເວລາ​ກຳນົດ​ຂອງ​ພະເຈົ້າ ຄວາມ​ຮູ້ສຶກ​ຫົດ​ຫູ່​ໃຈ​ຈະ​ກາຍ​ເປັນ​ອະດີດ.—ຄຳປາກົດ 21:1-4.

      ສາມາດ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ໃນ​ບົດ​ທີ 9 ຂອງ​ເຫຼັ້ມ​ທີ 2

      ໃນ​ບົດ​ຕໍ່​ໄປ

      ພໍ່​ແມ່​ຢາກ​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ຊີວິດ​ຂອງ​ເຈົ້າ ແມ່ນ​ແຕ່​ບາງ​ສິ່ງ​ທີ່​ເຈົ້າ​ອາດ​ຢາກ​ເກັບ​ໄວ້​ເປັນ​ຄວາມ​ລັບ. ເຈົ້າ​ຈະ​ຊະນະ​ໃນ​ການ​ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ສ່ວນ​ຕົວ​ໄດ້​ບໍ?

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ແນວ​ໃດ​ກໍ​ຕາມ ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຮູ້​ວ່າ​ໜຸ່ມ​ສາວ​ສ່ວນ​ຫຼາຍ​ທີ່​ເຈັບ​ປ່ວຍ​ທາງ​ຈິດ​ບໍ່​ໄດ້​ຂ້າ​ຕົວ​ຕາຍ.

      b ຄລິດສະຕຽນ​ທີ່​ຮູ້ສຶກ​ຫົດ​ຫູ່​ໃຈ​ສາມາດ​ຫາ​ຄວາມ​ຊ່ວຍເຫຼືອ​ເພີ່ມ​ອີກ​ແຫຼ່ງ​ໜຶ່ງ ນັ້ນ​ຄື​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ.—ຢາໂກໂບ 5:14, 15.

      c ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ບົດ​ທີ 13 ຂອງ​ປຶ້ມ​ຫົວ​ນີ້.

      ຂໍ້​ພະ​ຄຳພີ​ຫຼັກ

      “ຄວາມ​ຕ້ອງການ​ຢາກ​ໄດ້​ຂອງ​ທ່ານ​ທັງ​ຫຼາຍ​ທຸກ​ສິ່ງ ທ່ານ​ຈົ່ງ​ໃຫ້​ຊາບ​ແກ່​ພະເຈົ້າ . . . ແລະ​ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ໄວ້.”—ຟີລິບ 4:6, 7.

      ຄຳ​ແນະນຳ

      ເມື່ອ​ເຈົ້າ​ຮູ້ສຶກ​ຫົດ​ຫູ່​ໃຈ ໃຫ້​ໄປ​ຍ່າງ​ແບບ​ໄວໆ. ການ​ອອກ​ໄປ​ຂ້າງ​ນອກ​ແລະ​ອອກ​ກຳລັງ​ກາຍ​ສາມາດ​ພາ​ໃຫ້​ສະຫງົບ​ໃຈ​ແລະ​ຮູ້ສຶກ​ດີ.

      ເຈົ້າ​ຮູ້​ບໍ . . .?

      ຜູ້​ທີ່​ຂ້າ​ຕົວ​ຕາຍ​ບໍ່​ໄດ້​ທຳລາຍ​ຊີວິດ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ເຊິ່ງ​ຮັກ​ລາວ.

      ແຜນ​ພາກ​ປະຕິບັດ!

      ຖ້າ​ຮູ້ສຶກ​ວ່າ​ໄຮ້​ຄ່າ​ຫຼື​ບໍ່​ເປັນ​ທີ່​ຮັກ​ໄຄ່ ຂ້ອຍ​ຈະ​ລົມ​ເປັນ​ສ່ວນ​ຕົວ​ກັບ (ໃຫ້​ຂຽນ​ຊື່​ຂອງ​ຜູ້​ທີ່​ເຈົ້າ​ສາມາດ​ລົມ​ເປັນ​ສ່ວນ​ຕົວ​ນຳ​ໄດ້) ․․․․․

      ພະ​ພອນ​ຢ່າງ​ໜຶ່ງ​ໃນ​ຊີວິດ​ທີ່​ຂ້ອຍ​ສາມາດ​ຄິດ​ເຖິງ​ແລະ​ຮູ້​ຄຸນຄ່າ​ແມ່ນ ․․․․․

      ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

      ເຈົ້າ​ຄິດ​ວ່າ​ແນວ​ໃດ?

      • ເຖິງ​ແມ່ນ​ວ່າ​ບັນຫາ​ຕ່າງໆທີ່​ຮ້າຍແຮງ​ມີ​ຢູ່​ພຽງ​ຊົ່ວຄາວ​ເທົ່າ​ນັ້ນ. ການ​ຫາ​ເຫດຜົນ​ຈາກ​ຄວາມ​ເປັນ​ຈິງ​ນັ້ນ​ຊ່ວຍ​ເຈົ້າ​ແນວ​ໃດ?

      • ໂດຍ​ວິທີ​ໃດ​ແດ່​ທີ່​ການ​ຂ້າ​ຕົວ​ຕາຍ​ສົ່ງ​ບັນຫາ​ຂອງ​ຄົນ​ນັ້ນ​ຕໍ່​ໃຫ້​ກັບ​ຄົນ​ອື່ນ​ອີກ?

      [ຈຸດເດັ່ນໜ້າ 104]

      “ຫຼາຍ​ຄັ້ງ ຄວາມ​ຮູ້ສຶກ​ຫົດ​ຫູ່​ໃຈ​ມີ​ຫຼາຍ​ເຫຼືອ​ເກີນ​ຈົນ​ເຖິງ​ຂັ້ນ​ທີ່​ຂ້ອຍ​ຢາກ​ຕາຍ ແຕ່​ຕອນ​ນີ້​ຂ້ອຍ​ສາມາດ​ມີ​ຊີວິດ​ໄດ້​ຕາມ​ປົກກະຕິ ເປັນ​ຍ້ອນ​ຂ້ອຍ​ໄດ້​ອະທິດຖານ​ຢ່າງ​ບໍ່​ລົດ​ລະ​ແລະ​ໄດ້​ຮັບ​ການ​ປິ່ນປົວ.”—ນາງ ໄຣດີ

      [ກອບໜ້າ 100]

      ຖ້າ​ເຈົ້າ​ຮູ້ສຶກ​ຈົມ​ຢູ່​ກັບ​ຄວາມ​ທຸກ

      ແມ່ນ​ແຕ່​ຊາຍ​ຍິງ​ທີ່​ສັດ​ຊື່​ບາງ​ຄົນ​ເຊິ່ງ​ກ່າວ​ໄວ້​ໃນ​ຄຳພີ​ໄບເບິນ ບາງ​ຄັ້ງ​ຄາວ​ກໍ​ຮູ້ສຶກ​ຈົມ​ຢູ່​ກັບ​ຄວາມ​ທຸກ​ເນື່ອງ​ຈາກ​ຄວາມ​ກັງວົນ​ໃນ​ຊີວິດ. ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ.

      ເລເບກາ “ຖ້າ​ຢ່າງ​ນັ້ນ​ເປັນ​ສັນ​ໃດ​ຕົວ​ເຮົາ​ຍັງ​ເປັນ​ຢູ່?”—ຕົ້ນເດີມ 25:22.

      ໂມເຊ “ຂໍ​ເຊີນ​ພະອົງ​ໂຜດ​ຂ້າ​ຂ້ານ້ອຍ​ເຖີ້ນ...ຂ້ານ້ອຍ​ຈະ​ບໍ່​ເຫັນ​ການ​ອັນຕະລາຍ​ທີ່​ມາ​ຖືກ​ຂ້ານ້ອຍ.”—ຈົດເຊັນບັນຊີ 11:15.

      ເອລີຢາ “ໂອ້​ພະ​ເຢໂຫວາ​ເຊີນ​ເອົາ​ຈິດ​ໃຈ​ຂ້ານ້ອຍ​ໄປ​ເຖີ້ນ ເຫດ​ວ່າ​ຂ້ານ້ອຍ​ບໍ່​ດີ​ກວ່າ​ພວກ​ປູ່​ຍ່າ​ຕາ​ນາຍ​ຂອງ​ຂ້ານ້ອຍ.”—1 ກະສັດ 19:4.

      ໂຢບ “ໂອ້​ຖ້າ​ພະອົງ​ຢາກ​ໄດ້​ເຊື່ອງ​ຂ້ານ້ອຍ​ໄວ້​ໃນ​ບ່ອນ​ທີ່​ຕາ​ບໍ່​ເຫັນ...ຈົນ...ໝາຍ​ເວລາ​ກຳນົດ​ໄວ້​ຈົນ​ພະອົງ​ຈະ​ລະນຶກ​ຄຶດ​ຮອດ​ຂ້ານ້ອຍ.”—ໂຢບ 14:13.

      ໃນ​ແຕ່​ລະ​ກໍລະນີ​ທີ່​ກ່າວ​ເຖິງ​ຂ້າງ​ເທິງ​ນັ້ນ ໃນ​ທີ່​ສຸດ​ສະພາບການ​ໄດ້​ປ່ຽນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ແລະ​ໃນ​ແບບ​ທີ່​ຜູ້​ທົນ​ທຸກ​ບໍ່​ໄດ້​ຮູ້​ລ່ວງ​ໜ້າ​ກ່ອນ. ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ສິ່ງ​ດຽວ​ກັນ​ນັ້ນ​ສາມາດ​ເປັນ​ຈິງ​ໃນ​ກໍລະນີ​ຂອງ​ເຈົ້າ!

      [ຮູບ​ພາບ​ໜ້າ 102]

      ຄວາມ​ຮູ້ສຶກ​ໝົດ​ຫວັງ​ເປັນ​ຄື​ກັບ​ພາຍຸ​ເມກ ໃນ​ທີ່​ສຸດ​ມັນ​ຈະ​ຜ່ານ​ພົ້ນ​ໄປ

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌