ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 35 ໜ້າ 252-256
  • ຂ້ອຍ​ຈະ​ເຊົາ​ໃຊ້​ຢາເສບຕິດ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ເຊົາ​ໃຊ້​ຢາເສບຕິດ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 35 ໜ້າ 252-256

ບົດ​ທີ 35

ຂ້ອຍ​ຈະ​ເຊົາ​ໃຊ້​ຢາເສບຕິດ​ໄດ້​ແນວ​ໃດ?

ເຈົ້າ​ຕິດ​ຢາເສບຕິດ​ບໍ? ເຈົ້າ​ອາດ​ຮູ້​ວ່າ​ການ​ຕິດ​ຢາເສບຕິດ​ຈະ​ທຳລາຍ​ສະໝອງ​ແລະ​ຮ່າງກາຍ. ເຈົ້າ​ແມ່ນ​ກະທັ່ງ​ອາດ​ເຄີຍ​ພະຍາຍາມ​ທີ່​ຈະ​ເຊົາ​ນິດໄສ​ນີ້ ແຕ່​ແລ້ວ​ກໍ​ກັບ​ໄປ​ໃຊ້​ຢາເສບຕິດ​ອີກ. ຖ້າ​ເປັນ​ເຊັ່ນ​ນັ້ນ ຢ່າ​ຟ້າວ​ໝົດ​ຫວັງ. ຄົນ​ອື່ນໆສາມາດ​ເອົາ​ຊະນະ​ນິດໄສ​ການ​ຕິດ​ຢາເສບຕິດ​ໄດ້ ແລະ​ເຈົ້າ​ກໍ​ສາມາດ​ເຮັດ​ໄດ້​ຄື​ກັນ! ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ພິຈາລະນາ​ໃນ​ສິ່ງ​ທີ່​ສາມ​ຄົນ​ເຊິ່ງ​ມາ​ຈາກ​ພູມ​ຫຼັງ​ທີ່​ແຕກຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ ເວົ້າ​ເຖິງ​ວິທີ​ທີ່​ເຂົາ​ເຈົ້າ​ສາມາດ​ເຊົາ​ໄດ້.

ຊື່ ນາງ ມາທາ

ພູມ​ຫຼັງ ແມ່​ບໍ່​ໄດ້​ແຕ່ງ​ດອງ​ເມື່ອ​ຂ້ອຍ​ເກີດ ສະນັ້ນ​ຂ້ອຍ​ກັບ​ນ້ອງ​ສາວ​ຈຶ່ງ​ເຕີບ​ໃຫຍ່​ຂຶ້ນ​ມາ​ໂດຍ​ທີ່​ບໍ່​ມີ​ພໍ່. ນັບ​ຕັ້ງ​ແຕ່​ອາຍຸ​ປະມານ 12 ປີ ຂ້ອຍ​ເລີ່ມ​ໄປ​ເຕັ້ນ​ດິດສະໂກ​ກັບ​ນ້າ​ສາວ​ເຊິ່ງ​ເປັນ​ຄົນ​ທີ່​ມັກ​ເຕັ້ນ. ຂ້ອຍ​ເປັນ​ຄົນ​ມັກ​ສັງຄົມ​ຫຼາຍ​ແລະ​ບໍ່​ດົນ​ກໍ​ເຂົ້າ​ໄປ​ພົວ​ພັນ​ກັບ​ຄົນ​ທີ່​ມີ​ນິດໄສ​ບໍ່​ດີ. ຂ້ອຍ​ເລີ່ມ​ທົດລອງ​ໃຊ້​ຢາເສບຕິດ​ຕອນ​ອາຍຸ 13 ປີ. ນອກ​ຈາກ​ນັ້ນ ກໍ​ເລີ່ມ​ຕົ້ນ​ໃຊ້​ໂຄ​ເຄນ. ທຳອິດ ຂ້ອຍ​ເພີດເພີນ​ກັບ​ການ​ໃຊ້​ຢາເສບຕິດ ແຕ່​ຕໍ່​ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ເລີ່ມ​ເຫັນ​ພາບ​ລວງ​ຕາ​ແລະ​ຢ້ານ​ທຸກ​ຢ່າງ. ແລະ​ເມື່ອ​ຢາ​ໝົດ​ລິດ ຂ້ອຍ​ມີ​ແຕ່​ຄິດ​ເລື່ອງ​ການ​ຂ້າ​ຕົວ​ຕາຍ. ຂ້ອຍ​ຕ້ອງການ​ເຊົາ​ໃຊ້​ຢາເສບຕິດ ແຕ່​ວ່າ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ.

ວິທີ​ທີ່​ຊ່ວຍ​ໃຫ້​ເຊົາ​ໄດ້ ຂ້ອຍ​ເລີ່ມ​ຕົ້ນ​ຄິດ​ຫາ​ພະເຈົ້າ​ແລະ​ແມ່ນ​ແຕ່​ໄປ​ໂບດ​ສອງ​ສາມ​ເທື່ອ. ແຕ່​ກໍ​ແຮ່ງ​ທໍ້​ແທ້​ໃຈ​ຫຼາຍ​ຂຶ້ນ. ຕອນ​ອາຍຸ​ໄດ້ 18 ປີ ຂ້ອຍ​ໄປ​ຢູ່​ກິນ​ກັບ​ແຟນ​ແລະ​ເຮົາ​ມີ​ລູກ​ນຳ​ກັນ​ຄົນ​ໜຶ່ງ. ການ​ມີ​ລູກ​ຊາຍ​ແຮ່ງ​ເຮັດ​ໃຫ້​ຂ້ອຍ​ຢາກ​ປ່ຽນ​ແປງ​ຮູບ​ແບບ​ຊີວິດ​ຂອງ​ຕົນ​ເອງ. ໝູ່​ເກົ່າ​ຄົນ​ໜຶ່ງ​ຍ້າຍ​ມາ​ຢູ່​ເຮືອນ​ກົງ​ກັນ​ຂ້າມ​ກັບ​ເຮືອນ​ທີ່​ຂ້ອຍ​ຢູ່. ລາວ​ມາ​ຢາມ​ແລະ​ຖາມ​ວ່າ​ຂ້ອຍ​ເປັນ​ແນວ​ໃດ. ຂ້ອຍ​ລະບາຍ​ທຸກ​ຢ່າງ​ໃນ​ໃຈ​ສູ່​ລາວ​ຟັງ. ລາວ​ບອກ​ວ່າ​ລາວ​ໄດ້​ກາຍ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຂ້ອຍ. ຂ້ອຍ​ຍອມ​ຮັບ​ເອົາ​ການ​ສຶກສາ.

ຂ້ອຍ​ຮຽນ​ຮູ້​ວ່າ​ພະເຈົ້າ​ບໍ່​ພໍ​ໃຈ​ກັບ​ຮູບ​ແບບ​ຊີວິດ​ຂອງ​ຂ້ອຍ ແລະ​ຍ້ອນ​ແນວ​ນັ້ນ​ຂ້ອຍ​ຕ້ອງ​ເຊົາ​ໃຊ້​ຢາເສບຕິດ​ແລະ​ເຊົາ​ສູບ​ຢາ. ແຕ່​ຂ້ອຍ​ຍັງ​ເຊົາ​ໃຊ້​ຢາເສບຕິດ​ບໍ່​ໄດ້. ຂ້ອຍ​ຈຶ່ງ​ອ້ອນ​ວອນ​ຫາ​ພະ​ເຢໂຫວາ​ພະເຈົ້າ​ມື້​ລະ​ຫຼາຍໆຄັ້ງ​ເພື່ອ​ຊ່ວຍ​ໃຫ້​ຫລຸດ​ພົ້ນ​ຈາກ​ນິດໄສ​ທີ່​ບໍ່​ດີ. ຂ້ອຍ​ຕ້ອງການ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. (ສຸພາສິດ 27:11) ຫຼັງ​ຈາກ​ສຶກສາ​ພະ​ຄຳພີ​ໄດ້​ຫົກ​ເດືອນ​ແລະ​ຄົບຫາ​ກັບ​ພະຍານ​ພະ​ເຢໂຫວາ ຂ້ອຍ​ສາມາດ​ເຊົາ​ໃຊ້​ຢາເສບຕິດ. ຕອນ​ນີ້​ຊີວິດ​ຂ້ອຍ​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ. ຂ້ອຍ​ບໍ່​ໄດ້​ໂສກ​ເສົ້າ​ອີກ​ຕໍ່​ໄປ. ຂ້ອຍ​ພົບ​ກັບ​ພີ່​ນ້ອງ​ຊາຍ​ຄລິດສະຕຽນ​ທີ່​ດີ​ຫຼາຍ​ແລະ​ແຕ່ງ​ດອງ​ກັບ​ລາວ. ຂ້ອຍ​ລ້ຽງ​ລູກ​ຊາຍ​ໂດຍ​ອາໄສ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ. ຂ້ອຍ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ແລະ​ຊ່ວຍ​ຂ້ອຍ!

ຊື່ ທ້າວ ມາຊີໂອ

ພູມ​ຫຼັງ ຂ້ອຍ​ເຕີບ​ໃຫຍ່​ຂຶ້ນ​ຢູ່​ເຂດ​ນອກ​ເມືອງ​ຊານຕູອານເດຣ ເຊິ່ງ​ເປັນ​ເມືອງ​ທີ່​ມີ​ພົນລະເມືອງ​ໜາ​ແໜ້ນ​ໃນ​ລັດ​ຊາວປາວໂລ ປະເທດ​ເບຣຊີນ. ຂ້ອຍ​ສູບ​ຢາ ໃຊ້​ຢາເສບຕິດ ແລະ​ປຸ້ນ​ເຄື່ອງ​ຂອງ​ຕັ້ງ​ແຕ່​ຍັງ​ນ້ອຍໆ. ໝູ່​ຂອງ​ຂ້ອຍ​ຫຼາຍ​ຄົນ​ກ່ຽວ​ຂ້ອງ​ກັບ​ການ​ລັກ​ລົດ​ໃຫຍ່​ແລະ​ການ​ຄ້າ​ຢາເສບຕິດ. ຄົນ​ໜຶ່ງ​ໃນ​ຈຳນວນ​ໝູ່​ເຫຼົ່າ​ນັ້ນ​ສະເໜີ​ຢາເສບຕິດ​ລ້າໆໃຫ້​ກັບ​ໜຸ່ມ​ສາວ​ທີ່​ອາໄສ​ຢູ່​ເຂດ​ບ້ານ​ຂອງ​ພວກ​ເຮົາ. ເມື່ອ​ພວກ​ເຂົາ​ເຈົ້າ​ຕິດ​ແລ້ວ ກໍ​ຈຳເປັນ​ຕ້ອງ​ຊື້​ຢາເສບຕິດ​ຈາກ​ລາວ.

ຕຳຫຼວດ​ລາດ​ຕະເວນ​ຢູ່​ເຂດ​ອາໄສ​ບ້ານ​ຂອງ​ພວກ​ເຮົາ​ຕະຫຼອດ​ເວລາ ແລະ​ຂ້ອຍ​ຖືກ​ຈັບ​ຫຼາຍ​ຄັ້ງ​ເນື່ອງ​ຈາກ​ຄວາມ​ຜິດ​ເລັກໆນ້ອຍໆ ແລະ​ຄັ້ງ​ໜຶ່ງ​ຖືກ​ຕັ້ງ​ຂໍ້​ຫາ​ຄ້າ​ຢາເສບຕິດ. ຫຼາຍ​ຄັ້ງ​ຂ້ອຍ​ເອົາ​ເຄື່ອງ​ທີ່​ກຸ່ມ​ນັກເລງ​ລັກ​ມາ​ແລະ​ປືນ​ຂອງ​ເຂົາ​ເຈົ້າ​ໄວ້​ຢູ່​ເຮືອນ​ຂອງ​ຂ້ອຍ.

ຜູ້​ຄົນ​ພາ​ກັນ​ຢ້ານ​ຂ້ອຍ. ຕາ​ຂອງ​ຂ້ອຍ​ແດງ​ກ່ຳ​ແລະ​ຂ້ອຍ​ບໍ່​ເຄີຍ​ຍິ້ມ​ຈັກ​ເທື່ອ. ທີ່​ຈິງ​ແລ້ວ ຂ້ອຍ​ມີ​ສີ​ໜ້າ​ທີ່​ໂຫດ​ຮ້າຍ​ຢູ່​ຕະຫຼອດ​ເວລາ. ຂ້ອຍ​ຖືກ​ຕັ້ງ​ຊື່​ຫຼິ້ນ​ວ່າ “ທູຟາວ” (ພະ​ຍຸ​ໄຕ້​ຝຸ່ນ) ເພາະ​ບ່ອນ​ໃດ​ກໍ​ຕາມ​ທີ່​ໄປ ຂ້ອຍ​ສ້າງ​ບັນຫາ​ໂລດ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ດື່ມ​ໜັກ​ແລະ​ໃຊ້​ຊີວິດ​ແບບ​ຜິດ​ສິລະທຳ. ໝູ່​ຂອງ​ຂ້ອຍ​ຫຼາຍ​ຄົນ​ເສຍ​ຊີວິດ​ຫຼື​ບໍ່​ຊັ້ນ​ກໍ​ຖືກ​ຄຸກ. ຂ້ອຍ​ເສົ້າໃຈ​ອີ່ຫຼີ​ຈົນ​ເຖິງ​ຂັ້ນ​ວ່າ​ເອົາ​ເຊືອກ​ໄປ​ມັດ​ງ່າ​ໄມ້​ແລະ​ພະຍາຍາມ​ທີ່​ຈະ​ຜູກ​ຄໍ​ຕາຍ.

ວິທີ​ທີ່​ຊ່ວຍ​ໃຫ້​ເຊົາ​ໃຊ້​ຢາເສບຕິດ ຂ້ອຍ​ຂໍ​ພະເຈົ້າ​ໃຫ້​ຊ່ວຍ​ຂ້ອຍ. ໃນ​ທີ່​ສຸດ ຂ້ອຍ​ກໍ​ພົບ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ເລີ່ມ​ຕົ້ນ​ສຶກສາ​ຄຳພີ​ໄບເບິນ. ຂ້ອຍ​ຮຽນ​ຮູ້​ວ່າ​ພະເຈົ້າ​ມີ​ຊື່​ສະເພາະ ນັ້ນ​ຄື​ເຢໂຫວາ ແລະ​ພະອົງ​ໃສ່​ໃຈ​ແລະ​ຊ່ວຍ​ຜູ້​ທີ່​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ດຳເນີນ​ຊີວິດ​ຕາ​ມາດຕະຖານ​ຂອງ​ພະອົງ. (ຄຳເພງ 83:18; 1 ເປໂຕ 5:6, 7) ຂ້ອຍ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ປ່ຽນ​ແປງ. ສິ່ງ​ໜຶ່ງ​ທີ່​ຍາກ​ທີ່​ສຸດ​ກໍ​ຄື​ການ​ຍິ້ມ.

ຂ້ອຍ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ​ຕະຫຼອດ ແລະ​ຂ້ອຍ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້. ຕົວຢ່າງ​ເຊັ່ນ ຂ້ອຍ​ເຊົາ​ຄົບຫາ​ກັບ​ໝູ່​ເກົ່າ ແລະ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ໄປ​ບາ​ຂາຍ​ເຫຼົ້າ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ຂ້ອຍ​ເລືອກ​ທີ່​ຈະ​ຄົບຫາ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. ເປັນ​ການ​ຕໍ່​ສູ້​ທີ່​ຍາກ ແຕ່​ຂ້ອຍ​ບໍ່​ໄດ້​ເປັນ​ຂີ້​ລັກ​ຫຼື​ເປັນ​ຕົວ​ສ້າງ​ບັນຫາ​ອີກ​ຕໍ່​ໄປ​ແລ້ວ. ແລະ​ຕອນ​ນີ້​ເປັນ​ເວລາ​ຫຼາຍ​ກວ່າ​ສິບ​ປີ​ແລ້ວ​ທີ່​ຂ້ອຍ​ບໍ່​ໄດ້​ແຕະ​ຕ້ອງ​ຢາເສບຕິດ​ເລີຍ.

ຊື່ ທ້າວ ກະເລັກ

ພູມ​ຫຼັງ ຂ້ອຍ​ເຕີບ​ໃຫຍ່​ຂຶ້ນ​ຢູ່​ໃນ​ຟາມ​ຢູ່​ລັດ​ຊື່​ຊາວ​ອົດສະຕຣາລີ. ພໍ່​ເປັນ​ຂີ້​ເຫຼົ້າ. ພໍ່​ກັບ​ແມ່​ແຍກ​ທາງ​ກັນ​ຕອນ​ຂ້ອຍ​ອາຍຸ​ແປດ​ປີ. ແມ່​ແຕ່ງ​ດອງ​ໃໝ່​ແລະ​ຂ້ອຍ​ຢູ່​ກັບ​ແມ່​ຈົນ​ຮອດ​ອາຍຸ 17 ປີ. ໃນ​ປີ​ນັ້ນ​ເອງ​ຂ້ອຍ​ຮຽນ​ຕັດ​ຂົນ​ແກະ​ແລະ​ເລີ່ມ​ໃຊ້​ຊີວິດ​ກັບ​ກຸ່ມ​ຄົນ​ຕັດ​ຂົນ​ແກະ​ເຊິ່ງ​ເດີນ​ທາງ​ໄປ​ບ່ອນ​ໃດ​ກໍ​ຕາມ​ທີ່​ຈະ​ໄດ້​ວຽກ. ຂ້ອຍ​ເລີ່ມ​ຕົ້ນ​ໃຊ້​ຢາເສບຕິດ​ຫຼາກ​ຫຼາຍ​ປະເພດ​ແລະ​ດື່ມ​ເຫຼົ້າ​ໜັກ. ຂ້ອຍ​ຈົ່ງ​ຜົມ​ຍາວ ໃສ່​ນ້ຳມັນ​ໃຫ້​ເຫຼື້ອມ​ແລະ​ເປຍ​ຜົມ​ທີ່​ຮ້ອຍ​ໝາກ​ຕຸ້ມ​ໃສ່. ຂ້ອຍ​ກາຍ​ເປັນ​ຄົນ​ຂີ້​ອິດສາ ຫຍາບ​ຄາຍ ແລະ​ອາລົມ​ຮ້ອນ. ຂ້ອຍ​ຕິດ​ຄຸກ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ.

ຂ້ອຍ​ຍ້າຍ​ໄປ​ຢູ່​ທີ່​ເມືອງ​ນ້ອຍໆຢູ່​ລັດ​ເວສະເຕີນ​ອົດສະຕຣາລີ ແລະ​ຢູ່​ກິນ​ກັບ​ແຟນ​ເຊິ່ງ​ເຮັດ​ວຽກ​ເສີບ​ເຫຼົ້າ​ຢູ່​ໃນ​ໂຮງ​ແຮມ​ຂອງ​ທ້ອງຖິ່ນ. ພວກ​ເຮົາ​ທັງ​ສອງ​ສູບ​ຢາ​ແລະ​ດື່ມ​ເຫຼົ້າ ແລະ​ປູກ​ກັນຊາ​ເອງ.

ວິທີ​ທີ່​ຊ່ວຍ​ໃຫ້​ເຊົາ​ໃຊ້​ຢາເສບຕິດ ພວກ​ເຮົາ​ຫາ​ກໍ​ເກັບ​ກ່ຽວ​ກັນຊາ​ເມື່ອ​ພະຍານ​ພະ​ເຢໂຫວາ​ເຄາະ​ປະຕູ​ເຮືອນ​ທີ່​ເກົ່າໆຂອງ​ເຮົາ. ຂ້ອຍ​ບໍ່​ໄດ້​ຍອມ​ຮັບ​ເອົາ​ງ່າຍໆໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ. ເມື່ອ​ເວລາ​ຜ່ານ​ໄປ​ຂ້ອຍ​ພິສູດ​ໃຫ້​ຕົວ​ເອງ​ເຫັນ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ເປັນ​ຄວາມ​ຈິງ. ຈາກ​ນັ້ນ​ເທື່ອ​ລະ​ຂັ້ນ ຂ້ອຍ​ຕໍ່​ສູ້​ກັບ​ບັນຫາ​ແຕ່​ລະ​ຢ່າງ​ຂອງ​ຂ້ອຍ.

ໃນ​ຕໍ່​ມາ​ອີກ​ບໍ່​ດົນ​ຂ້ອຍ​ກໍ​ເຊົາ​ນິດໄສ​ສູບ​ກັນຊາ. ນັ້ນ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ຫຍັງ​ແດ່? ຂ້ອຍ​ອອກ​ແຮງ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ​ໃນ​ການ​ປູກ​ກັນຊາ ດັ່ງ​ນັ້ນ ທຳອິດ​ຄິດ​ວ່າ​ຈະ​ເອົາ​ທັງ​ໝົດ​ໄປ​ໃຫ້​ຄົນ​ອື່ນ. ແຕ່​ຂ້ອຍ​ຕັດສິນ​ໃຈ​ວ່າ​ນັ້ນ​ບໍ່​ແມ່ນ​ທາງ​ແກ້​ທີ່​ດີ ສະນັ້ນ​ຈຶ່ງ​ທຳລາຍ​ຕົ້ນ​ກັນຊາ. ການ​ອະທິດຖານ​ມີ​ບົດບາດ​ສຳຄັນ​ໃນ​ການ​ຊ່ວຍ​ໃຫ້​ເອົາ​ຊະນະ​ການ​ໃຊ້​ຢາເສບຕິດ​ແລະ​ການ​ດື່ມ​ເຫຼົ້າ​ໜັກ. ຂ້ອຍ​ຂໍ​ໃຫ້​ພະ​ວິນຍານ​ຂອງ​ພະເຈົ້າ​ຊ່ວຍ​ໃຫ້​ຊະນະ​ການ​ຕໍ່​ສູ້​ນີ້. ນອກ​ຈາກ​ນັ້ນ ຂ້ອຍ​ກໍ​ເຊົາ​ຄົບຫາ​ກັບ​ຜູ້​ທີ່​ສົ່ງເສີມ​ນິດໄສ​ທີ່​ບໍ່​ດີ. ໃນ​ຂະນະ​ທີ່​ຮຽນ​ຮູ້​ແລະ​ນຳ​ໃຊ້​ຄຳ​ສອນ​ຕ່າງໆໃນ​ຄຳພີ​ໄບເບິນ ຂ້ອຍ​ໄດ້​ຮັບ​ຄວາມ​ປອດໄພ​ທາງ​ດ້ານ​ອາລົມ​ທີ່​ຈຳເປັນ​ຕ້ອງ​ມີ​ເພື່ອ​ເອົາ​ຊະນະ​ນິດໄສ​ໃຈ​ຄໍ​ບາງ​ຢ່າງ​ທີ່​ບົກ​ພ່ອງ. ແຟນ​ຂອງ​ຂ້ອຍ​ກໍ​ສຶກສາ​ຄຳພີ​ໄບເບິນ​ແລະ​ປ່ຽນ​ແປງ​ນິດໄສ​ແລະ​ຮູບ​ແບບ​ຊີວິດ​ຂອງ​ລາວ. ພວກ​ເຮົາ​ແຕ່ງ​ດອງ​ກັນ. ເປັນ​ເວລາ 21 ປີ​ແລ້ວ​ທີ່​ພວກ​ເຮົາ​ມີ​ຄວາມ​ສຸກ​ກັບ​ການ​ມີ​ສຸຂະພາບ​ທີ່​ດີ​ກວ່າ ແລະ​ຕອນ​ນີ້​ພວກ​ເຮົາ​ຍິນດີ​ໃນ​ການ​ລ້ຽງ​ລູກ​ຊາຍ​ສອງ​ຄົນ. ຂ້ອຍ​ຂົນ​ລຸກ​ທີ່​ຈະ​ຄິດ​ວ່າ​ຊີວິດ​ຈະ​ເປັນ​ແນວ​ໃດ​ຖ້າ​ຂ້ອຍ​ບໍ່​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ​ໃນ​ການ​ປ່ຽນ​ແປງ​ຮູບ​ແບບ​ຊີວິດ.

ຂໍ້​ພະ​ຄຳພີ​ຫຼັກ

“ພະ​ເຢໂຫວາ​ເປັນ​ເຫື່ອ​ແຮງ​ແລະ​ເປັນ​ກຳລັງ​ຂອງ​ຂ້ອຍ.”—ເອຊາອີ 12:2, ລ.ມ.

ຄຳ​ແນະນຳ

ຖ້າ​ເປັນ​ໄປ​ໄດ້​ໃຫ້​ຫຼີກ​ລ່ຽງ​ຜູ້​ຄົນ ສະຖານ​ທີ່ ແລະ​ສິ່ງ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ທີ່​ເຈົ້າ​ເຄີຍ​ໃຊ້​ຢາເສບຕິດ​ນຳ. ການ​ຄົ້ນ​ຄວ້າ​ສະແດງ​ໃຫ້​ເຫັນ​ວ່າ​ພຽງ​ແຕ່​ເຫັນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ຈຳນວນ​ສິ່ງ​ເຫຼົ່າ​ນີ້​ກໍ​ສາມາດ​ເຮັດ​ໃຫ້​ເຈົ້າ​ຢາກ​ໃຊ້​ຢາເສບຕິດ​ອີກ.

ເຈົ້າ​ຮູ້​ບໍ . . .?

ການ​ໃຊ້​ຢາເສບຕິດ​ສາມາດ​ປ່ຽນ​ແປງ​ໂຄງ​ສ້າງ​ການ​ເຮັດ​ວຽກ​ຂອງ​ມັນ​ສະໝອງ​ໃຫ້​ຜິດ​ປົກກະຕິ.

ແຜນ​ພາກ​ປະຕິບັດ!

ຖ້າ​ຫວນ​ກັບ​ຄືນ​ໄປ​ໃຊ້​ຢາເສບຕິດ​ອີກ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ຫຍັງ​ຄົນ​ເຮົາ​ອາດ​ຈຳເປັນ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຮູບ​ແບບ​ຊີວິດ​ຢ່າງ​ຫຼວງ​ຫຼາຍ ຖ້າ​ວ່າ​ຕ້ອງການ​ເຊົາ​ໃຊ້​ຢາເສບຕິດ?

• ການ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ສາມາດ​ຊ່ວຍ​ໄດ້​ແນວ​ໃດ?

[ຈຸດເດັ່ນໜ້າ 253]

“ໂດຍ​ການ​ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ອັນ​ສູງ​ສົ່ງ​ຂອງ​ຄຳພີ​ໄບເບິນ ຕອນ​ນີ້​ຂ້ອຍ​ພົບ​ກັບ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ໝາຍ.”—ນາງ ມາທາ

[ຮູບ​ພາບ​ໜ້າ 256]

ການ​ເອົາ​ຊະນະ​ນິດໄສ​ຕິດ​ຢາເສບຕິດ​ເປັນ​ຄື​ກັບ​ການ​ໜີ​ພົ້ນ​ຈາກ​ເຮືອນ​ທີ່​ກຳລັງ​ຖືກ​ໄຟ​ໄໝ້ ນັ້ນ​ຄື​ຕ້ອງ​ປະ​ຖິ້ມ​ບາງ​ຢ່າງ​ໄວ້ ແຕ່​ເຈົ້າ​ຈະ​ຮັກສາ​ຊີວິດ​ຕົວ​ເອງ​ໄວ້

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌