ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 39 ໜ້າ 282-286
  • ຂ້ອຍ​ຈະ​ບັນລຸ​ເປົ້າ​ໝາຍ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ບັນລຸ​ເປົ້າ​ໝາຍ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເລື່ອງທີ່ຄ້າຍກັນ
  • ເດັກ​ນ້ອຍ​ແລະ​ໄວຮຸ່ນ ເຈົ້າ​ໄດ້​ຈົດຈໍ່​ຢູ່​ທີ່​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໃຫ້​ສຳເລັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 39 ໜ້າ 282-286

ບົດ​ທີ 39

ຂ້ອຍ​ຈະ​ບັນລຸ​ເປົ້າ​ໝາຍ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?

ໃນ​ສິ່ງ​ຕໍ່​ໄປ​ນີ້​ເຈົ້າ​ຢາກ​ມີ​ອັນ​ໃດ?

◻ ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ

◻ ມີ​ໝູ່​ຫຼາຍ​ຂຶ້ນ

◻ ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ

ທີ່​ຈິງ​ແລ້ວ ເຈົ້າ​ສາມາດ​ມີ​ໄດ້​ທັງ​ສາມ​ຢ່າງ! ເຈົ້າ​ຕ້ອງ​ເຮັດ​ແນວ​ໃດ? ໂດຍ​ການ​ຕັ້ງ​ເປົ້າ​ໝາຍ​ແລະ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ນັ້ນ. ຂໍ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ຕໍ່​ໄປ​ນີ້

ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ. ເມື່ອ​ຕັ້ງ​ເປົ້າ​ໝາຍ​ນ້ອຍໆແລະ​ເຮັດ​ໄດ້​ສຳເລັດ ເຈົ້າ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໃນ​ການ​ເຮັດ​ຕາມ​ເປົ້າ​ໝາຍ​ທີ່​ໃຫຍ່​ກວ່າ. ເຈົ້າ​ຈະ​ຮູ້ສຶກ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ນຳ​ອີກ​ເມື່ອ​ປະເຊີນ​ບັນຫາ​ໃນ​ແຕ່​ລະ​ວັນ​ເຊັ່ນ ເມື່ອ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ກົດ​ດັນ​ຈາກ​ຄົນ​ຮຸ່ນ​ດຽວ​ກັນ.

ມີ​ໝູ່​ຫຼາຍ​ຂຶ້ນ. ຄົນ​ເຮົາ​ມັກ​ຢູ່​ກັບ​ຄົນ​ທີ່​ມີ​ເປົ້າ​ໝາຍ​ທີ່​ສົມ​ເຫດ​ສົມ​ຜົນ ຄື​ຮູ້​ວ່າ​ຕົນ​ເອງ​ຕ້ອງການ​ຫຍັງ​ແລະ​ຕັ້ງ​ໃຈ​ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ​ນັ້ນ.

ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ຂໍ​ໃຫ້​ຍອມ​ຮັບ​ຄວາມ​ຈິງ​ໃນ​ເລື່ອງ​ນີ້ ການ​ຮູ້ສຶກ​ເບື່ອ​ໜ່າຍ​ຫຼື​ຕ້ອງ​ລໍ​ຖ້າ​ໃຫ້​ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ໃນ​ຊີວິດ​ບໍ່​ແມ່ນ​ເລື່ອງ​ທີ່​ມ່ວນ. ແຕ່​ເມື່ອ​ຕັ້ງ​ເປົ້າ​ໝາຍ ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ໄດ້ ເຈົ້າ​ຈະ​ຮູ້ສຶກ​ພູມ​ໃຈ. ເຈົ້າ​ພ້ອມ​ທີ່​ຈະ​ເລີ່ມ​ຕົ້ນ​ແລ້ວ​ບໍ? ໜ້າ​ຕ່າງໆຕໍ່​ໄປ​ນີ້​ຈະ​ຊ່ວຍ​ໄດ້!a

✔ 1 ກຳນົດ​ເປົ້າ​ໝາຍ

1. ຄິດ​ເຖິງ​ເປົ້າ​ໝາຍ​ທຸກ​ຢ່າງ​ເທົ່າ​ທີ່​ຈະ​ຄິດ​ອອກ​ໄດ້. ຂໍ​ໃຫ້​ມ່ວນ​ກັບ​ຂັ້ນ​ຕອນ​ນີ້! ຢ່າ​ຟ້າວ​ວິເຄາະ ພຽງ​ແຕ່​ຂຽນ​ເປົ້າ​ໝາຍ​ຕ່າງໆໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ລອງ​ເບິ່ງ​ດູ​ວ່າ​ເຈົ້າ​ຈະ​ຄິດ​ອອກ​ຈັກ 10 ເປົ້າ​ໝາຍ​ໄດ້​ບໍ.

2. ປະເມີນ​ຄ່າ​ເປົ້າ​ໝາຍ. ເປົ້າ​ໝາຍ​ຂໍ້​ໃດ​ທີ່​ເປັນ​ຕາ​ໜ້າ​ຕື່ນ​ເຕັ້ນ​ທີ່​ສຸດ? ຂໍ້​ໃດ​ທ້າທາຍ​ຫຼາຍ​ທີ່​ສຸດ? ຂໍ້​ໃດ​ທີ່​ເຈົ້າ​ຈະ​ພູມ​ໃຈ​ເປັນ​ພິເສດ​ຖ້າ​ເຮັດ​ໄດ້​ສຳເລັດ? ຂໍ​ໃຫ້​ຈື່​ໄວ້​ວ່າ ເປົ້າ​ໝາຍ​ທີ່​ດີ​ທີ່​ສຸດ​ກໍ​ຄື​ເປົ້າ​ໝາຍ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ສຳລັບ​ເຈົ້າ.

3. ຈັດ​ລຳດັບ​ຄວາມ​ສຳຄັນ. ໃຫ້​ເຈົ້າ​ໃສ່​ຕົວ​ເລກ​ຕາມ​ລຳດັບ​ທີ່​ຢາກ​ຈະ​ເຮັດ​ໃຫ້​ສຳເລັດ.

✔ 2 ວາງ​ແຜນ

ສຳລັບ​ເປົ້າ​ໝາຍ​ແຕ່​ລະ​ຢ່າງ​ທີ່​ເຈົ້າ​ເລືອກ ຂໍ​ໃຫ້​ເຮັດ​ສິ່ງ​ຕໍ່​ໄປ​ນີ້

ຂຽນ​ເປົ້າ​ໝາຍ​ຂອງ​ເຈົ້າ.

ຮຽນ​ພາສາ​ອັງກິດ

ກຳນົດ​ເວລາ. ເພາະ​ເປົ້າ​ໝາຍ​ທີ່​ບໍ່​ມີ​ກຳນົດ​ເວລາ​ກໍ​ເປັນ​ພຽງ​ແຕ່​ຄວາມ​ຝັນ!

ວັນ​ທີ 1 ກໍລະກົດ

ກຳນົດ​ຂັ້ນ​ຕອນ​ຕ່າງໆທີ່​ກ່ຽວ​ຂ້ອງ.

ຂັ້ນ​ຕອນ

1. ຊອກ​ຄູ່​ມື​ສົນທະນາ​ພາສາ​ອັງກິດ.

2. ຮຽນ​ຄຳ​ສັບ​ໃໝ່​ອາທິດ​ລະ​ສິບ​ຄຳ.

3. ຟັງ​ຄົນ​ອື່ນ​ເວົ້າ​ພາສາ​ອັງກິດ.

4. ຂໍ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ກວດ​ເບິ່ງ​ຫຼັກ​ໄວຍະກອນ​ແລະ​ການ​ອອກ​ສຽງ.

ອຸປະສັກ​ທີ່​ອາດ​ເກີດ​ຂຶ້ນ. ຄິດ​ຫາ​ວິທີ​ເອົາ​ຊະນະ​ອຸປະສັກ​ເຫຼົ່າ​ນັ້ນ.

ອຸປະສັກ​ທີ່​ອາດ​ເກີດ​ຂຶ້ນ

ບໍ່​ມີ​ຄົນ​ທີ່​ເວົ້າ​ພາສາ​ອັງກິດ​ຢູ່​ໃກ້ໆ

ຕັ້ງ​ໃຈ. ສັນຍາ​ກັບ​ຕົວ​ເອງ​ວ່າ​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ບັນລຸ​ເປົ້າ​ໝາຍ​ນັ້ນ. ຈາກ​ນັ້ນ​ໃຫ້​ເຊັນ​ຊື່​ແລະ​ຂຽນ​ວັນ​ທີ.

ວິທີ​ເອົາ​ຊະນະ​ອຸປະສັກ

ດາວ​ໂຫຼດ​ບັນທຶກ​ສຽງ​ການ​ອ່ານ​ໜັງສື​ພາສາ​ອັງກິດ​ຈາກ www.jw.org.

․․․․․ ․․․․․

ເຊັນ​ຊື່ ວັນ​ທີ

✔ 3 ລົງ​ມື​ປະຕິບັດ!

ໃຫ້​ເລີ່ມ​ຕົ້ນ​ທັນທີ​ໂລດ. ໃຫ້​ຖາມ​ຕົວ​ເອງ​ວ່າ ‘ມື້​ນີ້​ຂ້ອຍ​ຈະ​ເຮັດ​ອັນ​ໃດ​ແດ່​ເພື່ອ​ຈະ​ເລີ່ມ​ໄປ​ໃຫ້​ເຖິງ​ເປົ້າ​ໝາຍ?’ ແມ່ນ​ຢູ່ ເຈົ້າ​ອາດ​ຍັງ​ບໍ່​ທັນ​ກຳນົດ​ລາຍ​ລະອຽດ​ທຸກ​ຢ່າງ ແຕ່​ຢ່າ​ຍອມ​ໃຫ້​ສິ່ງ​ນີ້​ຖ່ວງ​ດຶງ​ບໍ່​ໃຫ້​ເລີ່ມ​ຕົ້ນ. ດັ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ໄວ້​ທີ່​ວ່າ: “ຖ້າ​ທ່ານ​ລໍ​ຖ້າ​ໃຫ້​ລົມ​ແລະ​ອາກາດ​ເໝາະ​ກ່ອນ ທ່ານ​ກໍ​ຈະ​ບໍ່​ໄດ້​ປູກ​ຝັງ​ແລະ​ໄດ້​ເກັບ​ກ່ຽວ​ຫຍັງ​ຈັກ​ເທື່ອ.” (ຜູ້​ເທສະໜາ​ປ່າວ​ປະກາດ 11:4, ທ.ປ.) ໃຫ້​ຊອກ​ຫາ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ນັບ​ຕັ້ງ​ແຕ່​ມື້​ນີ້ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ສິ່ງ​ເລັກ​ນ້ອຍ​ກໍ​ໃຫ້​ເຮັດ​ທັນທີ​ໂລດ.

ທົບ​ທວນ​ເປົ້າ​ໝາຍ​ທຸກ​ມື້. ໃຫ້​ເຕືອນ​ຕົວ​ເອງ​ວ່າ​ເປັນ​ຫຍັງ​ເປົ້າ​ໝາຍ​ແຕ່​ລະ​ຢ່າງ​ສຳຄັນ​ສຳລັບ​ເຈົ້າ. ສຳຫຼວດ​ຄວາມ​ກ້າວ​ໜ້າ​ຂອງ​ເຈົ້າ​ໂດຍ​ໃຫ້​ໝາຍ ✔ (ຫຼື​ຂຽນ​ວັນ​ທີ​ທີ່​ເຮັດ​ສຳເລັດ) ໃສ່​ກັບ​ຂັ້ນ​ຕອນ​ແຕ່​ລະ​ຂໍ້​ເມື່ອ​ເຮັດ​ສຳເລັດ​ແລ້ວ.

ໃຊ້​ຈິນຕະນາການ. ໃຫ້​ເຈົ້າ​ຄິດ​ລ່ວງ​ໜ້າ​ແລະ​ວາດ​ພາບ​ວ່າ​ຕົວ​ເອງ​ບັນລຸ​ເປົ້າ​ໝາຍ​ນັ້ນ. ຈາກ​ນັ້ນ​ໃຫ້​ຄິດ​ຫວນ​ຄືນ​ເພື່ອ​ນຶກ​ພາບ​ແຕ່​ລະ​ຂັ້ນ​ຕອນ. ສຸດ​ທ້າຍ ໃຫ້​ນຶກ​ເຖິງ​ພາບ​ຕົວ​ເອງ​ເຮັດ​ສຳເລັດ​ຕາມ​ຂັ້ນ​ຕອນ​ເທື່ອ​ລະ​ຂັ້ນ​ນັ້ນ ແລະ​ຈິນຕະນາການ​ວ່າ​ເຈົ້າ​ຮູ້ສຶກ​ພູມ​ໃຈ​ສ່ຳ​ໃດ​ທີ່​ໄດ້​ບັນລຸ​ເປົ້າ​ໝາຍ​ຂອງ​ເຈົ້າ. ຕອນ​ນີ້​ໄດ້​ເວລາ​ທີ່​ຕ້ອງ​ລົງ​ມື​ເຮັດ​ແລ້ວ!

[ຂໍ້​ຄວາມ​ໄຂ​ເງື່ອນ]

a ຄຳ​ແນະນຳ​ເຫຼົ່າ​ນີ້​ໃຊ້​ໄດ້​ກັບ​ເປົ້າ​ໝາຍ​ໄລຍະ​ສັ້ນ ແຕ່​ຫຼັກ​ການ​ເຫຼົ່າ​ນີ້​ຍັງ​ໃຊ້​ໄດ້​ກັບ​ເປົ້າ​ໝາຍ​ໄລຍະ​ຍາວ​ນຳ​ອີກ.

ຂໍ້​ພະ​ຄຳພີ​ຫຼັກ

“ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ຄົນ​ອຸດສາ​ກໍ​ນຳ​ໄປ​ເຖິງ​ຄວາມ​ບໍລິບູນ.”—ສຸພາສິດ 21:5.

ຄຳ​ແນະນຳ

ຢ່າ​ກັງວົນ​ກ່ຽວ​ກັບ​ການ​ຍຶດ​ຕິດ​ກັບ​ແຜນການ. ໃຫ້​ເປັນ​ຄົນ​ທີ່​ພ້ອມ​ຈະ​ປັບ​ປຸງ​ໄດ້ ແລະ​ໃຫ້​ປັບ​ຕົວ​ເມື່ອ​ເລີ່ມ​ກ້າວ​ໄປ​ສູ່​ເປົ້າ​ໝາຍ.

ເຈົ້າ​ຮູ້​ບໍ . . .?

ແຮ່ງ​ມີ​ເປົ້າ​ໝາຍ​ໃຫຍ່​ສ່ຳ​ໃດ ແຮ່ງ​ປະສົບ​ຄວາມ​ພໍ​ໃຈ​ຍິນດີ​ຫຼາຍ​ສ່ຳ​ນັ້ນ​ເມື່ອ​ເຈົ້າ​ເຮັດ​ບັນລຸ​ຜົນ​ສຳເລັດ!

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ມີ​ເປົ້າ​ໝາຍ​ຫຼາຍ​ໂພດ​ໃນ​ເວລາ​ດຽວ​ກັນ?—ຟີລິບ 1:10.

• ການ​ຕັ້ງ​ເປົ້າ​ໝາຍ​ແມ່ນ​ການ​ກຳນົດ​ແຜນການ​ທຸກ​ນາທີ​ໃນ​ຊີວິດ​ຂອງ​ເຈົ້າ​ບໍ?—ຟີລິບ 4:5.

[ຈຸດເດັ່ນໜ້າ 283]

“ອາດ​ທໍ້​ແທ້​ໃຈ​ໄດ້​ງ່າຍ​ຖ້າ​ບໍ່​ມີ​ຈຸດ​ມຸ່ງ​ໝາຍ​ຫຼື​ບໍ່​ມີ​ສິ່ງ​ໃດ​ໃຫ້​ລໍ​ຄອຍ. ແຕ່​ເມື່ອ​ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ໄດ້ ເຈົ້າ​ຈະ​ຮູ້ສຶກ​ດີ​ຕໍ່​ຕົວ​ເອງ.”—ທ້າວ ຣິດ

[ກອບ/ຮູບ​ພາບ​ໜ້າ 283]

ຕົວຢ່າງ​ເປົ້າ​ໝາຍ

ມິດຕະພາບ ຊອກ​ຫາ​ໝູ່​ຕ່າງ​ໄວ​ຈັກ​ຄົນ​ໜຶ່ງ. ຮື້​ຟື້ນ​ມິດຕະພາບ​ເກົ່າໆ.

ສຸຂະພາບ ອອກ​ກຳລັງ​ກາຍ​ໃຫ້​ໄດ້​ຢ່າງ​ໜ້ອຍ​ອາທິດ​ລະ 90 ນາທີ. ນອນ​ໃຫ້​ໄດ້​ຄືນ​ລະ​ແປດ​ຊົ່ວ​ໂມງ.

ໂຮງ​ຮຽນ ເຮັດ​ຄະແນນ​ໃຫ້​ດີ​ຂຶ້ນ​ໃນ​ວິຊາ​ຄະນິດສາດ. ບໍ່​ຍອມ​ແພ້​ຖ້າ​ໝູ່​ກົດ​ດັນ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ.

ສາຍ​ສຳພັນ​ກັບ​ພະເຈົ້າ ອ່ານ​ຄຳພີ​ໄບເບິນ​ມື້​ລະ 15 ນາທີ. ໃນ​ອາທິດ​ນີ້ ບອກ​ຄວາມ​ເຊື່ອ​ໃຫ້​ໝູ່​ຄົນ​ໜຶ່ງ​ຟັງ​ເຊິ່ງ​ຮຽນ​ຢູ່​ຫ້ອງ​ດຽວ​ກັນ.

[ຮູບ​ພາບ​ໜ້າ 284, 285]

ເປົ້າ​ໝາຍ​ເປັນ​ຄື​ກັບ​ແຜນຜັງ ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ເພື່ອ​ຈະ​ກາຍ​ເປັນ​ຮູບ​ເປັນ​ຮ່າງ​ໄດ້

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌