ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮບບ ໜ້າ 207-223
  • ຄຳ​ອະທິບາຍ​ເພີ່ມ​ເຕີມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ອະທິບາຍ​ເພີ່ມ​ເຕີມ
  • ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ມີ​ພະລັງ​ໃນ​ວຽກ​ປະກາດ​ຂອງ​ເຮົາ
    ວຽກຮັບໃຊ້ພະເຈົ້າ—2015
  • ວິທີ​ທີ່​ຄຳ​ພະຍາກອນ​ຂອງ​ດານຽນ​ບອກ​ລ່ວງ​ຫນ້າ​ເລື່ອງ​ການ​ປາກົດ​ຕົວ​ຂອງ​ເມຊີ
    ຄຳພີໄບເບິນສອນແນວໃດແທ້ໆ?
ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຮບບ ໜ້າ 207-223

ຄຳ​ອະທິບາຍ​ເພີ່ມ​ເຕີມ

1 ເຢໂຫວາ

ຊື່​ຂອງ​ພະເຈົ້າ​ແມ່ນ ເຢໂຫວາ ຊື່​ນີ້​ມີ​ຄວາມ​ໝາຍ​ວ່າ “ພະອົງ​ເຮັດ​ໃຫ້​ເປັນ.” ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ແລະ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ພະອົງ​ມີ​ລິດເດດ​ເຮັດ​ໄດ້​ທຸກ​ຢ່າງ​ຕາມ​ທີ່​ພະອົງ​ຕ້ອງການ.

ໃນ​ພາສາ​ເຮັບເຣີ ຊື່​ຂອງ​ພະເຈົ້າ​ຂຽນ​ດ້ວຍ​ຕົວ​ອັກສອນ 4 ຕົວ. ໃນ​ພາສາ​ລາວ​ຂຽນ​ເປັນ​ຕົວ​ອັກສອນ ຢຫວຫ. ໃນ​ເນື້ອ​ຄວາມ​ຕົ້ນ​ສະບັບ​ຂອງ​ຄຳພີ​ໄບເບິນ​ພາກ​ພາສາ​ເຮັບເຣີ​ມີ​ຊື່​ຂອງ​ພະເຈົ້າ​ຢູ່​ເກືອບ 7.000 ເທື່ອ. ຜູ້​ຄົນ​ຢູ່​ທົ່ວ​ໂລກ​ອອກ​ສຽງ​ຊື່​ເຢໂຫວາ​ແຕກຕ່າງ​ກັນ​ຕາມ​ລັກສະນະ​ຂອງ​ແຕ່​ລະ​ພາສາ​ທີ່​ຜູ້​ຄົນ​ໃຊ້​ກັນ.

▸ ບົດ​ທີ 1 ຂໍ້ 15, ໄຂ​ເງື່ອນ

2 ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່ “ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ”

ເນື້ອ​ໃນ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ. ແຕ່​ພະອົງ​ໃຊ້​ມະນຸດ​ໃຫ້​ຂຽນ. ເລື່ອງ​ນີ້​ກໍ​ຄື​ກັບ​ຫົວ​ໜ້າ​ຄົນ​ໜຶ່ງ​ສັ່ງ​ລູກ​ນ້ອງ​ໃຫ້​ຂຽນ​ຈົດ​ໝາຍ. ເນື້ອ​ໃນ​ຈົດ​ໝາຍ​ນັ້ນ​ເປັນ​ຄວາມ​ຄິດ​ຂອງ​ຫົວ​ໜ້າ​ບໍ່​ແມ່ນ​ຂອງ​ລູກ​ນ້ອງ. ພະເຈົ້າ​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ໃນ​ຫຼາຍ​ວິທີ​ເພື່ອ​ຊີ້​ນຳ​ຄົນ​ທີ່​ຂຽນ​ຄຳພີ​ໄບເບິນ. ບາງ​ຄັ້ງ​ກໍ​ເຮັດ​ໃຫ້​ພວກ​ເຂົາ​ເຫັນ​ນິມິດ​ຫຼື​ຄວາມ​ຝັນ ເພື່ອ​ພວກ​ເຂົາ​ຈະ​ຂຽນ​ຕາມ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ຂຽນ.

▸ ບົດ​ທີ 2 ຂໍ້ 5

3 ຫຼັກ​ການ

ຫຼັກ​ການ​ແມ່ນ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ໃຫ້​ຕັດສິນ​ໃຈ​ເລື່ອງ​ຕ່າງໆໄດ້​ຢ່າງ​ຖືກຕ້ອງ. ຕົວຢ່າງ​ເຊັ່ນ: ຫຼັກ​ການ​ທີ່​ວ່າ “ການ​ຄົບຫາ​ກັບ​ຄົນ​ທີ່​ບໍ່​ດີ​ເຮັດ​ໃຫ້​ນິດໄສ​ດີໆເສຍ​ໄປ.” ຫຼັກ​ການ​ນີ້​ສອນ​ວ່າ​ຄົນ​ທີ່​ເຮົາ​ເລືອກ​ເປັນ​ໝູ່​ມີ​ອິດທິພົນ​ຕໍ່​ເຮົາ​ທັງ​ໃນ​ທາງ​ທີ່​ດີ​ແລະ​ທາງ​ທີ່​ບໍ່​ດີ. (1 ໂກຣິນໂທ 15:33) ແລະ​ຫຼັກ​ການ​ທີ່​ວ່າ “ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ກໍ​ຕ້ອງ​ເກັບ​ກ່ຽວ​ສິ່ງ​ນັ້ນ” ຫຼັກ​ການ​ນີ້​ສອນ​ວ່າ​ເຮົາ​ຕ້ອງ​ຮັບ​ຜົນ​ຈາກ​ສິ່ງ​ທີ່​ເຮົາ​ເຮັດ.—ຄາລາເຕຍ 6:7

▸ ບົດ​ທີ 2 ຂໍ້ 12

4 ຄຳ​ພະຍາກອນ

ຄຳ​ພະຍາກອນ​ແມ່ນ​ຂ່າວ​ສານ​ຈາກ​ພະເຈົ້າ. ຄຳ​ພະຍາກອນ​ອາດ​ເປັນ​ການ​ບອກ​ໃຫ້​ຮູ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ຫຼື​ບອກ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ ຫຼື​ອາດ​ເປັນ​ຄຳ​ສອນ ຄຳ​ສັ່ງ ຫຼື​ຄຳ​ພິພາກສາ​ກໍ​ໄດ້. ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ.

▸ ບົດ​ທີ 2 ຂໍ້ 13

5 ຄຳ​ພະຍາກອນ​ກ່ຽວ​ກັບ​ເມຊີອາ

ພະ​ເຢຊູ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ກ່ຽວ​ກັບ​ເມຊີອາ​ເກີດ​ຂຶ້ນ​ແທ້. ເບິ່ງ​ຂອບ “ຄຳ​ພະຍາກອນ​ກ່ຽວ​ກັບ​ເມຊີອາ.”

▸ ບົດ​ທີ 2 ຂໍ້ 17, ໄຂ​ເງື່ອນ

ຄຳ​ພະຍາກອນ​ກ່ຽວ​ກັບ​ເມຊີອາ

ເຫດການ

ຄຳ​ພະຍາກອນ

ສິ່ງ​ທີ່​ເກີດ​ຂຶ້ນ​ແທ້

ເກີດ​ໃນ​ຕະກູນ​ຢູດາ

ຕົ້ນເດີມ 49:10

ລູກາ 3:23-33

ເກີດ​ຈາກ​ສາວ​ບໍລິສຸດ

ເອຊາອີ 7:14

ມັດທາຍ 1:18-25

ເປັນ​ເຊື້ອ​ສາຍ​ຂອງ​ກະສັດ​ດາວິດ

ເອຊາອີ 9:7

ມັດທາຍ 1:1, 6-17

ພະ​ເຢໂຫວາ​ບອກ​ວ່າ​ພະ​ເຢຊູ​ເປັນ​ລູກ​ຂອງ​ພະອົງ

ຄຳເພງ 2:7

ມັດທາຍ 3:17

ຄົນ​ສ່ວນ​ຫຼາຍ​ບໍ່​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ

ເອຊາອີ 53:1

ໂຢຮັນ 12:37, 38

ຂີ່​ລາ​ເຂົ້າ​ເມືອງ​ເຢຣູຊາເລັມ

ຊາກາລີ 9:9

ມັດທາຍ 21:1-9

ຖືກ​ໝູ່​ສະໜິດ​ທໍລະຍົດ

ຄຳເພງ 41:9

ໂຢຮັນ 13:18, 21-30

ຖືກ​ຄົນ​ທໍລະຍົດ​ດ້ວຍ​ຫຼຽນ​ເງິນ 30 ຫຼຽນ

ຊາກາລີ 11:12

ມັດທາຍ 26:14-16

ມິດ​ງຽບ​ຕອນ​ທີ່​ຖືກ​ກ່າວ​ຫາ

ເອຊາອີ 53:7

ມັດທາຍ 27:11-14

ເຄື່ອງ​ນຸ່ງ​ຖືກ​ເອົາ​ມາ​ຈົກ​ສະຫຼາກ

ຄຳເພງ 22:18

ມັດທາຍ 27:35

ຖືກ​ເຍາະ​ເຍີ້ຍ​ເທິງ​ເສົາ​ທໍລະມານ

ຄຳເພງ 22:7, 8

ມັດທາຍ 27:39-43

ກະດູກ​ບໍ່​ຫັກ​ຈັກ​ທ່ອນ

ຄຳເພງ 34:20

ໂຢຮັນ 19:33, 36

ຖືກ​ຝັງ​ກັບ​ເສດຖີ

ເອຊາອີ 53:9

ມັດທາຍ 27:57-60

ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ

ຄຳເພງ 16:10

ກິດຈະການ 2:24, 27

ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ​ໃນ​ສະຫວັນ

ຄຳເພງ 110:1

ກິດຈະການ 7:55, 56

6 ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ໂລກ

ພະ​ເຢໂຫວາ​ຕັ້ງ​ໃຈ​ສ້າງ​ໂລກ​ໃຫ້​ເປັນ​ສວນ​ທີ່​ສວຍ​ງາມ​ເພື່ອ​ໃຫ້​ເປັນ​ບ້ານ​ຂອງ​ທຸກ​ຄົນ​ທີ່​ຮັກ​ພະອົງ. ຄວາມ​ຕ້ອງການ​ຂອງ​ພະອົງ​ຍັງ​ຄື​ເກົ່າ​ບໍ່​ເຄີຍ​ປ່ຽນ​ແປງ. ອີກ​ບໍ່​ດົນ ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ໝົດ​ໄປ ແລະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະອົງ​ມີ​ຊີວິດ​ຕະຫຼອດ​ໄປ.

▸ ບົດ​ທີ 3 ຂໍ້ 1

7 ມານ​ຊາຕານ

ຊາຕານ​ເປັນ​ທູດ​ສະຫວັນ​ອົງ​ທຳອິດ​ທີ່​ກະບົດ​ຕໍ່​ພະເຈົ້າ. ຄຳ​ວ່າ​ຊາຕານ​ໝາຍ​ເຖິງ “ຜູ້​ຕໍ່​ຕ້ານ​ພະເຈົ້າ” ມັນ​ໄດ້​ຊື່​ນີ້​ກໍ​ຍ້ອນ​ມັນ​ຕໍ່​ຕ້ານ​ພະ​ເຢໂຫວາ ມັນ​ຍັງ​ຖືກ​ເອີ້ນ​ວ່າ​ມານ​ຮ້າຍ​ນຳ​ອີກ. ຄຳ​ວ່າ​ມານ​ຮ້າຍ​ໃນ​ຄຳພີ​ໄບເບິນ​ໝາຍ​ເຖິງ “ຜູ້​ໝິ່ນ​ປະໝາດ.” ມັນ​ໄດ້​ຊື່​ນີ້​ກໍ​ຍ້ອນ​ມັນ​ໃສ່​ຮ້າຍ​ພະເຈົ້າ​ແລະ​ລໍ້​ລວງ​ມະນຸດ.

▸ ບົດ​ທີ 3 ຂໍ້ 4

8 ທູດ​ສະຫວັນ

ພະ​ເຢໂຫວາ​ສ້າງ​ທູດ​ສະຫວັນ​ກ່ອນ​ທີ່​ຈະ​ສ້າງ​ໂລກ. ທູດ​ສະຫວັນ​ຖືກ​ສ້າງ​ໃຫ້​ຢູ່​ໃນ​ສະຫວັນ​ແລະ​ມີ​ຫຼາຍ​ກວ່າ​ໜຶ່ງ​ຮ້ອຍ​ລ້ານ​ອົງ. (ດານຽນ 7:10) ທູດ​ສະຫວັນ​ທີ່​ພັກດີ​ຕໍ່​ພະເຈົ້າ​ບໍ່​ຍອມ​ໃຫ້​ມະນຸດ​ຂາບ​ໄຫວ້​ນະມັດສະການ​ພວກ​ເຂົາ. ທູດ​ສະຫວັນ​ແຕ່​ລະ​ອົງ​ມີ​ຊື່ ມີ​ບຸກຄະລິກ​ແລະ​ນິດໄສ​ບໍ່​ຄື​ກັນ. ພວກ​ເຂົາ​ມີ​ຕຳແໜ່ງ​ແລະ​ໜ້າ​ທີ່​ແຕກຕ່າງ​ກັນ. ຕົວຢ່າງ​ເຊັ່ນ: ຮັບໃຊ້​ຢູ່​ຕໍ່​ໜ້າ​ບັນລັງ​ຂອງ​ພະ​ເຢໂຫວາ ເປັນ​ຜູ້​ສົ່ງ​ຂ່າວ ຄຸ້ມຄອງ​ແລະ​ຊີ້​ນຳ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຢູ່​ໃນ​ໂລກ ເຮັດ​ໜ້າ​ທີ່​ລົງໂທດ​ຕາມ​ຄຳ​ພິພາກສາ​ຂອງ​ພະເຈົ້າ ຫຼື​ສະໜັບສະໜູນ​ວຽກ​ປະກາດ​ຂ່າວ​ດີ. (ຄຳເພງ 34:7; ພະນິມິດ 14:6; 22:8, 9) ໃນ​ອະນາຄົດ ພວກ​ທູດ​ສະຫວັນ​ຈະ​ຮ່ວມ​ສູ້​ຮົບ​ກັບ​ພະ​ເຢຊູ​ໃນ​ສົງຄາມ​ອາມາເຄໂດນ.—ພະນິມິດ 16:14, 16; 19:14, 15

▸ ບົດ​ທີ 3 ຂໍ້ 5; ບົດ​ທີ 10 ຂໍ້ 1

9 ບາບ

ບາບ​ແມ່ນ​ຄວາມ​ຮູ້ສຶກ ຄວາມ​ຄິດ ຫຼື​ການ​ກະທຳ​ທີ່​ຂັດ​ກັບ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ. ຕອນ​ທຳອິດ​ພະເຈົ້າ​ສ້າງ​ທຸກ​ສິ່ງ​ໃຫ້​ສົມບູນ​ແບບ ແຕ່​ເມື່ອ​ອາດາມ​ກັບ​ເອວາ​ເລືອກ​ບໍ່​ເຊື່ອ​ຟັງ​ພະອົງ ພວກ​ເຂົາ​ກໍ​ເຮັດ​ບາບ​ແລະ​ບໍ່​ໄດ້​ເປັນ​ມະນຸດ​ສົມບູນ​ແບບ​ອີກ​ຕໍ່​ໄປ. ພວກ​ເຂົາ​ຕ້ອງ​ເຖົ້າ​ລົງ​ແລະ​ຕາຍ ແລະ​ເນື່ອງ​ຈາກ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ພວກ​ເຂົາ ເຮົາ​ຈຶ່ງ​ໄດ້​ຮັບ​ບາບ​ສືບ​ທອດ​ມາ​ຈາກ​ພວກ​ເຂົາ ເຮົາ​ທຸກ​ຄົນ​ຈຶ່ງ​ເປັນ​ຄົນ​ບາບ​ຕັ້ງ​ແຕ່​ເກີດ​ທັງໆທີ່​ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ນອກ​ຈາກ​ນັ້ນ ຍ້ອນ​ເຮົາ​ເປັນ​ຄົນ​ບາບ​ເຮົາ​ຈຶ່ງ​ເຮັດ​ບາບ ເຮົາ​ຄິດ ຮູ້ສຶກ ຫຼື​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ແຕ່​ພະ​ເຢໂຫວາ​ຮູ້​ວ່າ​ບາບ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ ພະອົງ​ຈຶ່ງ​ໃຫ້​ກົດໝາຍ​ແລະ​ຫຼັກ​ການ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ເຮັດ​ບາບ​ແລະ​ເຮັດ​ໃຫ້​ພະອົງ​ເສຍໃຈ.

▸ ບົດ​ທີ 3 ຂໍ້ 7; ບົດ​ທີ 5 ຂໍ້ 3

10 ອາມາເຄໂດນ

ອາມາເຄໂດນ​ເປັນ​ສົງຄາມ​ຂອງ​ພະເຈົ້າ​ເພື່ອ​ທຳລາຍ​ໂລກ​ຂອງ​ຊາຕານ​ແລະ​ຄວາມ​ຊົ່ວ​ທຸກ​ຢ່າງ.

▸ ບົດ​ທີ 3 ຂໍ້ 13; ບົດ​ທີ 8 ຂໍ້ 18

11 ການ​ປົກຄອງ​ຂອງ​ພະເຈົ້າ

ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ລັດຖະບານ​ທີ່​ພະ​ເຢໂຫວາ​ຕັ້ງ​ຂຶ້ນ​ໃນ​ສະຫວັນ​ເຊິ່ງ​ມີ​ພະ​ເຢຊູ​ຄລິດ​ເປັນ​ກະສັດ. ໃນ​ອະນາຄົດ​ພະ​ເຢໂຫວາ​ຈະ​ໃຊ້​ການ​ປົກຄອງ​ນີ້​ຈັດການ​ກັບ​ຄວາມ​ຊົ່ວ​ທຸກ​ຢ່າງ. ຈາກ​ນັ້ນ ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຈະ​ປົກຄອງ​ໂລກ​ນີ້.

▸ ບົດ​ທີ 3 ຂໍ້ 14

12 ພະ​ເຢຊູ​ຄລິດ

ພະເຈົ້າ​ສ້າງ​ພະ​ເຢຊູ​ກ່ອນ​ທຸກ​ສິ່ງ​ທຸກ​ຢ່າງ. ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ມາ​ໃນ​ໂລກ​ເພື່ອ​ຕາຍ​ແທນ​ມະນຸດ​ທຸກ​ຄົນ. ຫຼັງ​ຈາກ​ພະ​ເຢຊູ​ຖືກ​ຂ້າ ພະ​ເຢໂຫວາ​ໄດ້​ປຸກ​ເພິ່ນ​ໃຫ້​ຄືນ​ມາ​ຈາກ​ຕາຍ. ຕອນ​ນີ້​ພະ​ເຢຊູ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ກຳລັງ​ປົກຄອງ​ໃນ​ສະຫວັນ.

▸ ບົດ​ທີ 4 ຂໍ້ 2

13 ຄຳ​ພະຍາກອນ​ເລື່ອງ 70 ອາທິດ

ຄຳພີ​ໄບເບິນ​ພະຍາກອນ​ຫຼື​ບອກ​ລ່ວງ​ໜ້າ​ວ່າ​ເມຊີອາ​ຈະ​ມາ​ໃນ​ໄລຍະ​ເວລາ​ທີ່ “69 ອາທິດ” ສິ້ນ​ສຸດ​ລົງ. ໄລຍະ​ເວລາ​ນີ້​ເລີ່ມ​ຕົ້ນ​ໃນ​ປີ 455 ກ່ອນ ຄ.ສ ແລະ​ສິ້ນ​ສຸດ​ໃນ​ປີ ຄ.ສ 29. ເຮົາ​ຮູ້​ໄດ້​ແນວ​ໃດ?

ໄລຍະ​ເວລາ 69 ອາທິດ​ເລີ່ມ​ໃນ​ປີ 455 ກ່ອນ ຄ.ສ ເມື່ອ​ເນເຫມີ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ແລະ​ເລີ່ມ​ຕົ້ນ​ສ້າງ​ເມືອງ​ນັ້ນ​ຂຶ້ນ​ໃໝ່. (ດານຽນ 9:25; ເນເຫມີ 2:1, 5-8) ຄຳ​ວ່າ “ອາທິດ” ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ເລກ 7. ແຕ່​ອາທິດ​ໃນ​ຄຳ​ພະຍາກອນ​ນີ້​ບໍ່​ແມ່ນ 7 ມື້ ແຕ່​ໝາຍ​ເຖິງ 7 ປີ​ເຊິ່ງ​ເປັນ​ໄປ​ຕາມ​ກົດ​ຂອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ທີ່ “ໃຫ້ 1 ມື້​ແທນ 1 ປີ” (ຈົດເຊັນບັນຊີ 14:34; ເອເຊກຽນ 4:6, ລ.ມ.) ນີ້​ໝາຍ​ຄວາມ​ວ່າ 1 ອາທິດ​ເທົ່າ​ກັບ 7 ປີ ແລະ 69 ອາທິດ​ຈຶ່ງ​ເທົ່າ​ກັບ 483 ປີ (69 x 7). ດັ່ງ​ນັ້ນ ຖ້າ​ເຮົາ​ເລີ່ມ​ນັບ​ຕັ້ງ​ແຕ່​ປີ 455 ກ່ອນ ຄ.ສ ໄປ 483 ປີ (ບໍ່​ມີ​ປີ 0) ກໍ​ຈະ​ຕົກ​ໃນ​ປີ ຄ.ສ 29 ເຊິ່ງ​ກົງ​ກັບ​ປີ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ແລະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ເມຊີອາ!—ລູກາ 3:1, 2, 21, 22

ຄຳ​ພະຍາກອນ​ດຽວ​ກັນ​ນີ້​ຍັງ​ບອກ​ວ່າ​ຫຼັງ​ຈາກ “69 ອາທິດ” ແລ້ວ​ຍັງ​ມີ​ອີກ “1 ອາທິດ” ຫຼື​ອີກ 7 ປີ. ໄລຍະ​ເວລາ​ນັ້ນ​ແມ່ນ​ປີ ຄ.ສ 29 ເຖິງ ຄ.ສ 36 ເຊິ່ງ​ໃນ​ໄລຍະ​ເວລາ​ນັ້ນ​ເມຊີອາ​ຖືກ​ຂ້າ​ໃນ​ປີ ຄ.ສ 33 ແລະ​ຕັ້ງ​ແຕ່​ປີ ຄ.ສ 36 ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຄົນ​ທຸກ​ຊາດ​ບໍ່​ແມ່ນ​ແຕ່​ຊາວ​ຢິວ.—ດານຽນ 9:24-27, ລ.ມ.

▸ ບົດ​ທີ 4 ຂໍ້ 7

ເສັ້ນ​ສະແດງ: ຄຳ​ພະຍາກອນ​ເລື່ອງ 70 ອາທິດ​ໃນ​ດານຽນ​ບົດ 9 ບອກ​ລ່ວງ​ໜ້າ​ເລື່ອງ​ການ​ປາກົດ​ຕົວ​ຂອງ​ເມຊີອາ

14 ຄຳ​ສອນ​ປອມ​ເລື່ອງ​ຕີເອກະນຸພາບ​ຫຼື​ຕີ​ເອກະພາບ

ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເປັນ​ຜູ້​ສ້າງ​ແລະ​ພະອົງ​ສ້າງ​ພະ​ເຢຊູ​ກ່ອນ​ສິ່ງ​ອື່ນໆທັງ​ໝົດ. (ໂກໂລຊາຍ 1:15, 16) ພະ​ເຢຊູ​ບໍ່​ແມ່ນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ. ເພິ່ນ​ບໍ່​ເຄີຍ​ບອກ​ວ່າ​ເພິ່ນ​ເທົ່າ​ທຽມ​ກັບ​ພະເຈົ້າ. ທີ່​ຈິງ ເພິ່ນ​ບອກ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຍິ່ງໃຫຍ່​ກວ່າ​ຂ້ອຍ.” (ໂຢຮັນ 14:28; 1 ໂກຣິນໂທ 15:28) ແຕ່​ບາງ​ສາສະໜາ​ສອນ​ເລື່ອງ​ຕີ​ເອກະພາບ​ທີ່​ວ່າ​ພະເຈົ້າ​ມີ​ອົງ​ດຽວ​ແຕ່​ມີ​ສາມ​ພາກ​ຫຼື​ສາມ​ບຸກຄົນ ຄື ພະ​ບິດາ ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ (ພະ​ຈິດ). ແຕ່​ໃນ​ຄຳພີ​ໄບເບິນ​ບໍ່​ເຄີຍ​ມີ​ຄຳ​ວ່າ “ຕີ​ເອກະພາບ.” ນີ້​ຈຶ່ງ​ເປັນ​ຄຳ​ສອນ​ທີ່​ຜິດ.

ພະ​ວິນຍານ​ບໍລິສຸດ​ຫຼື​ພະລັງ​ບໍລິສຸດ​ແມ່ນ​ພະລັງ​ທີ່​ພະເຈົ້າ​ໃຊ້​ໃນ​ການ​ເຮັດ​ສິ່ງ​ຕ່າງໆ. ພະອົງ​ໃຊ້​ພະລັງ​ທີ່​ເບິ່ງ​ບໍ່​ເຫັນ​ນີ້​ເຮັດ​ສິ່ງ​ທີ່​ພະອົງ​ຕ້ອງການ. ພະລັງ​ບໍລິສຸດ​ບໍ່​ແມ່ນ​ບຸກຄົນ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ ຄລິດສະຕຽນ​ຍຸກ​ທຳອິດ “ເຕັມ​ໄປ​ດ້ວຍ​ພະລັງ​ບໍລິສຸດ” ແລະ​ເຢໂຫວາ​ກໍ​ບອກ​ວ່າ: “ເຮົາ​ຈະ​ໃຫ້​ພະລັງ​ຂອງ​ເຮົາ​ກັບ​ຄົນ​ທຸກ​ປະເພດ.”—ກິດຈະການ 2:1-4, 17, ໄຂ​ເງື່ອນ

▸ ບົດ​ທີ 4 ຂໍ້ 12; ບົດ​ທີ 15 ຂໍ້ 17

15 ໄມ້​ກາງເຂນ

ເປັນ​ຫຍັງ​ຄລິດສະຕຽນ​ແທ້​ບໍ່​ໃຊ້​ໄມ້​ກາງເຂນ​ໃນ​ການ​ນະມັດສະການ​ພະເຈົ້າ?

  1. ມີ​ການ​ໃຊ້​ໄມ້​ກາງເຂນ​ໃນ​ສາສະໜາ​ປອມ​ຕັ້ງ​ແຕ່​ສະໄໝ​ບູຮານ. ຜູ້​ຄົນ​ໃຊ້​ໄມ້​ກາງເຂນ​ເພື່ອ​ຂາບ​ໄຫວ້​ບູຊາ​ທຳມະຊາດ​ແລະ​ພິທີ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ເພດ​ຂອງ​ພວກ​ນອກ​ຮີດ. ຕະຫຼອດ​ໄລຍະ 300 ປີ​ຫຼັງ​ຈາກ​ພະ​ເຢຊູ​ຕາຍ ຄລິດສະຕຽນ​ບໍ່​ໄດ້​ໃຊ້​ໄມ້​ກາງເຂນ​ໃນ​ການ​ນະມັດສະການ. ແຕ່​ຈັກກະພັດ​ໂຣມ​ທີ່​ຊື່​ຄອນສະແຕນຕິນ​ໄດ້​ເຮັດ​ໃຫ້​ໄມ້​ກາງເຂນ​ເປັນ​ສັນຍະລັກ​ຂອງ​ສາສະໜາ​ຄລິດ. ມີ​ການ​ໃຊ້​ໄມ້​ກາງເຂນ​ເພື່ອ​ໃຫ້​ສາສະໜາ​ຄລິດ​ເປັນ​ທີ່​ນິຍົມ​ຫຼາຍ​ຂຶ້ນ​ທັງໆທີ່​ໄມ້​ກາງເຂນ​ບໍ່​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ພະ​ເຢຊູ​ຄລິດ​ເລີຍ. ສາລານຸກົມ​ກາໂຕລິກ​ສະບັບ​ໃໝ່ ອະທິບາຍ​ວ່າ: “ໄມ້​ກາງເຂນ​ພົບ​ເຫັນ​ໄດ້​ທັງ​ໃນ​ວັດທະນະທຳ​ກ່ອນ​ສະໄໝ​ຂອງ​ພະ​ເຢຊູ ແລະ​ໃນ​ວັດທະນະທຳ​ຂອງ​ຄົນ​ທີ່​ບໍ່​ແມ່ນ​ຄລິດສະຕຽນ.”

  2. ພະ​ເຢຊູ​ບໍ່​ໄດ້​ຕາຍ​ຢູ່​ໄມ້​ກາງເຂນ. ຄຳ​ພາສາ​ກຣີກ​ທີ່​ສະບັບ​ແປ​ບາງ​ສະບັບ​ໄດ້​ແປ​ໄວ້​ວ່າ: “ໄມ້​ກາງເຂນ” ແທ້ໆແລ້ວ​ມີ​ຄວາມ​ໝາຍ​ວ່າ: “ເສົາ​ທີ່​ຕັ້ງ​ຊື່” “ທ່ອນ​ໄມ້” ຫຼື “ຕົ້ນ​ໄມ້.” ເດິ ຄອມແພນຽນ ໄບເບິນອະທິບາຍ​ວ່າ: “ບໍ່​ມີ​ບ່ອນ​ໃດ​ໃນ [ຄຳພີ​ໄບເບິນ​ພາກ​ພັນທະສັນຍາ​ໃໝ່] ທີ່​ເປັນ​ພາສາ​ກຣີກ​ຊີ້​ເຖິງ​ໄມ້​ສອງ​ທ່ອນ​ດ້ວຍ​ຊ້ຳ.” ທີ່​ຈິງ ພະ​ເຢຊູ​ຕາຍ​ຢູ່​ເສົາ​ທີ່​ຕັ້ງ​ຊື່.

  3. ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ເຮົາ​ໃຊ້​ຮູບ​ບູຊາ​ຫຼື​ສັນຍະລັກ​ອັນ​ໃດ​ກໍ​ຕາມ​ໃນ​ການ​ນະມັດສະການ.—ອົບພະຍົບ 20:4, 5; 1 ໂກຣິນໂທ 10:14

▸ ບົດ​ທີ 5 ຂໍ້ 12

16 ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ

ພະ​ເຢຊູ​ສັ່ງ​ລູກສິດ​ຂອງ​ເພິ່ນ​ໃຫ້​ຈັດການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ. ພວກ​ເຂົາ​ເຮັດ​ແບບ​ນີ້​ທຸກ​ປີ​ໃນ​ວັນ​ທີ 14 ເດືອນ​ນີຊານ ເຊິ່ງ​ເປັນ​ມື້​ດຽວ​ກັນ​ກັບ​ທີ່​ຊາວ​ອິດສະຣາເອນ​ສະຫຼອງ​ເທດສະການ​ປັດສະຄາ. ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ທີ່​ໃຊ້​ໃນ​ການ​ປະຊຸມ​ນີ້​ໝາຍ​ເຖິງ​ຮ່າງກາຍ​ແລະ​ເລືອດ​ຂອງ​ພະ​ເຢຊູ. ມີ​ການ​ສົ່ງ​ຜ່ານ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃຫ້​ທຸກ​ຄົນ​ໃນ​ການ​ປະຊຸມ​ນີ້. ຄົນ​ທີ່​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ​ຈະ​ກິນ​ເຂົ້າຈີ່​ແລະ​ດື່ມ​ເຫຼົ້າ​ແວງ. ສ່ວນ​ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ຢູ່​ຕະຫຼອດ​ໄປ​ໃນ​ໂລກ​ພວກ​ເຂົາ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້​ດ້ວຍ​ຄວາມ​ນັບຖື ແຕ່​ບໍ່​ກິນ​ເຂົ້າຈີ່​ຫຼື​ດື່ມ​ເຫຼົ້າ​ແວງ.

▸ ບົດ​ທີ 5 ຂໍ້ 21

17 ຜີ​ມີ​ແທ້​ບໍ?

ຫຼາຍ​ຄົນ​ເຊື່ອ​ວ່າ​ເມື່ອ​ຄົນ​ເຮົາ​ຕາຍ​ໄປ​ແລ້ວ​ກໍ​ກາຍ​ເປັນ​ຜີ​ຫຼື​ເປັນ​ວິນຍານ. ແຕ່​ເລື່ອງ​ນີ້​ບໍ່​ສອດຄ່ອງ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ຄຳພີ​ໄບເບິນ​ອະທິບາຍ​ສະພາບ​ຂອງ​ຄົນ​ຕາຍ​ໄວ້​ຢ່າງ​ຈະ​ແຈ້ງ​ວ່າ “ຄົນ​ຕາຍ​ແລ້ວ​ບໍ່​ຮູ້ຈັກ​ສິ່ງ​ໃດ.” (ຜູ້​ເທສະໜາ​ປ່າວ​ປະກາດ 9:5) ເຮົາ​ເຫັນ​ຄວາມ​ຈິງ​ຂໍ້​ນີ້​ທີ່​ວ່າ ຮ່າງ​ກາຍ​ແລະ​ຄວາມ​ຄິດ​ຂອງ​ເຮົາ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ວຽກ​ຂອງ​ສະໝອງ. ເມື່ອ​ຄົນ​ເຮົາ​ຕາຍ​ສະໝອງ​ກໍ​ເຊົາ​ເຮັດ​ວຽກ ຄວາມ​ຈື່​ຈຳ ຄວາມ​ຮູ້ສຶກ ແລະ​ຮ່າງກາຍ​ຂອງ​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ວຽກ​ຕໍ່​ໄປ​ດ້ວຍ​ຕົວ​ເອງ​ໄດ້. ເລື່ອງ​ນີ້​ກົງ​ກັບ​ທີ່​ຄຳເພງ 146:4 (ລ.ມ.) ບອກ​ວ່າ: “ເມື່ອ​ເຂົາ​ໝົດ​ລົມ​ຫາຍ​ໃຈ ເຂົາ​ກໍ​ກັບ​ເປັນ​ດິນ ແລະ​ໃນ​ວັນ​ນັ້ນ​ຄວາມ​ຄິດ​ຂອງ​ເຂົາ​ກໍ​ສູນ​ຫາຍ​ໄປ.” ດັ່ງ​ນັ້ນ ເປັນ​ໄປ​ບໍ່​ໄດ້​ທີ່​ຄົນ​ຕາຍ​ແລ້ວ​ຈະ​ກາຍ​ເປັນ​ຜີ​ຫຼື​ມີ​ວິນຍານ​ທີ່​ຢູ່​ຕໍ່​ໄປ​ຫຼັງ​ຈາກ​ຕາຍ. ຈະ​ວ່າ​ແນວ​ໃດ​ທີ່​ບາງ​ຄົນ​ບອກ​ວ່າ​ລາວ​ເຫັນ​ຜີ​ຫຼື​ວິນຍານ​ຂອງ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ເດ? ຄຳພີ​ໄບເບິນ​ບອກ​ວ່າ​ສິ່ງ​ທີ່​ລາວ​ເຫັນ​ບໍ່​ແມ່ນ​ວິນຍານ​ຂອງ​ຄົນ​ທີ່​ຕາຍ ແຕ່​ອາດ​ເປັນ​ທູດ​ສະຫວັນ​ຊົ່ວ​ເຊິ່ງ​ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ທີ 10.

▸ ບົດ​ທີ 6 ຂໍ້ 6, ໄຂ​ເງື່ອນ; ບົດ​ທີ 15 ຂໍ້ 17

18 ກຳ​ເກົ່າ​ແລະ​ການ​ກັບ​ຊາດ​ມາ​ເກີດ

ຫຼາຍ​ຄົນ​ມີ​ຄວາມ​ເຊື່ອ​ທີ່​ວ່າ​ຊີວິດ​ຂອງ​ພວກ​ເຂົາ​ຖືກ​ລິຂິດ​ໄວ້​ຈາກ​ກຳ​ເກົ່າ​ທີ່​ເຄີຍ​ເຮັດ​ໃນ​ຊາດ​ກ່ອນ. ແຕ່​ເລື່ອງ​ນີ້​ບໍ່​ສອດຄ່ອງ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ຍ້ອນ​ຫຍັງ? ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທີ່​ມີ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ. (ພະບັນຍັດ 32:4; 1 ໂຢຮັນ 4:8) ດັ່ງ​ນັ້ນ ເປັນ​ໄປ​ບໍ່​ໄດ້​ທີ່​ພະອົງ​ຈະ​ລົງໂທດ​ຜູ້​ຄົນ​ໂດຍ​ຕັດສິນ​ຈາກ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ໃນ​ຊາດ​ກ່ອນ​ທັງໆທີ່​ພວກ​ເຂົາ​ບໍ່​ຮູ້​ຊ້ຳ​ວ່າ​ຕົວ​ເອງ​ໄດ້​ເຮັດ​ຫຍັງ. ນອກ​ຈາກ​ນັ້ນ ຖ້າ​ເລື່ອງ​ກຳ​ເກົ່າ​ເປັນ​ເລື່ອງ​ແທ້ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ພະຍາຍາມ​ເຮັດ​ຫຍັງ​ເລີຍ​ເພື່ອ​ໃຫ້​ຕົວ​ເອງ​ດີ​ຂຶ້ນ ເພາະ​ຊີວິດ​ເຮົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ. ໃນ​ຄຳພີ​ໄບເບິນ​ຢູ່​ຄາລາເຕຍ 6:7 ບອກ​ວ່າ: “ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ກໍ​ຕ້ອງ​ເກັບ​ກ່ຽວ​ສິ່ງ​ນັ້ນ.” ດັ່ງ​ນັ້ນ ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຊີວິດ​ຂອງ​ເຮົາ​ບໍ່​ໄດ້​ມາ​ຈາກ​ກຳ​ເກົ່າ​ຫຼື​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຊາດ​ກ່ອນ ແຕ່​ມາ​ຈາກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້.

ແລ້ວ​ເລື່ອງ​ການ​ກັບ​ຊາດ​ມາ​ເກີດ​ເດ? ຫຼາຍ​ຄົນ​ເຊື່ອ​ວ່າ​ຖ້າ​ເຮົາ​ເຮັດ​ຊົ່ວ​ໃນ​ຊາດ​ນີ້ ເຮົາ​ຈະ​ຕ້ອງ​ເກີດ​ເປັນ​ສັດ​ໃນ​ຊາດ​ໜ້າ. ດັ່ງ​ນັ້ນ ຖ້າ​ເຮົາ​ຢາກ​ເກີດ​ເປັນ​ຄົນ ເຮົາ​ຕ້ອງ​ເຮັດ​ຄວາມ​ດີ​ໃຫ້​ຫຼາຍໆ ແຕ່​ຄວາມ​ຄິດ​ແບບ​ນີ້​ມີ​ເຫດຜົນ​ບໍ? ລອງ​ຄິດ​ເບິ່ງ​ວ່າ​ສັດ​ເຮັດ​ຄວາມ​ດີ​ໄດ້​ບໍ? ສັດ​ເຮັດ​ຄວາມ​ດີ​ບໍ່​ໄດ້ ມີ​ແຕ່​ຄົນ​ເທົ່າ​ນັ້ນ​ທີ່​ເຮັດ​ຄວາມ​ດີ​ໄດ້. ດັ່ງ​ນັ້ນ ຖ້າ​ເຮົາ​ຕ້ອງ​ເກີດ​ເປັນ​ສັດ​ໃນ​ຊາດ​ໜ້າ​ເພື່ອ​ໄຊ້​​ກຳ ເຮົາ​ຈະ​ເຮັດ​ຄວາມ​ດີ​ໄດ້​ແນວ​ໃດ​ເພື່ອ​ຈະ​ກັບ​ມາ​ເກີດ​ເປັນ​ຄົນ​ອີກ​ເທື່ອ​ໜຶ່ງ. ທີ່​ຈິງ ຕອນ​ທີ່​ອາດາມ​ມະນຸດ​ຄົນ​ທຳອິດ​ເຮັດ​ຜິດ ລາວ​ຕ້ອງ​ຕາຍ. ພະເຈົ້າ​ບໍ່​ໄດ້​ບອກ​ວ່າ​ລາວ​ຈະ​ໄປ​ເກີດ​ໃໝ່​ເປັນ​ອີກ​ຄົນ​ໜຶ່ງ​ຫຼື​ເປັນ​ສັດ ແຕ່​ພະອົງ​ບອກ​ວ່າ​ລາວ​ຈະ ‘ກັບ​ເປັນ​ດິນ ເພາະ​ລາວ​ຖືກ​ສ້າງ​ຈາກ​ດິນ.’ (ຕົ້ນ​ເດີມ 3:19, ລ.ມ.) ດັ່ງ​ນັ້ນ ຄຳພີ​ໄບເບິນ​ສອນ​ວ່າ​ບໍ່​ມີ​ການ​ກັບ​ຊາດ​ມາ​ເກີດ.

▸ ບົດ​ທີ 6 ຂໍ້ 5; ບົດ​ທີ 15 ຂໍ້ 17

19 ເກເຮັນນາ

ເກເຮັນນາ​ແມ່ນ​ຊື່​ຮ່ອມ​ພູ​ທີ່​ຢູ່​ໃກ້​ກັບ​ເມືອງ​ເຢຣູຊາເລັມ ເປັນ​ບ່ອນ​ສຳລັບ​ເຜົາ​ທຳລາຍ​ຂີ້ເຫຍື້ອ. ບໍ່​ມີ​ຫຼັກ​ຖານ​ເລີຍ​ວ່າ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ມີ​ການ​ເອົາ​ສັດ​ຫຼື​ມະນຸດ​ໄປ​ທໍລະມານ​ຫຼື​ຈູດ​ໃນ​ຮ່ອມ​ພູ​ນີ້​ທັງໆທີ່​ຍັງ​ມີ​ຊີວິດ​ຢູ່. ດັ່ງ​ນັ້ນ ຈຶ່ງ​ບໍ່​ຖືກຕ້ອງ​ທີ່​ຈະ​ໃຊ້​ເກເຮັນນາ​ເປັນ​ສັນຍະລັກ​ຂອງ​ແດນ​ທໍລະມານ​ທີ່​ຄົນ​ຕາຍ​ຈະ​ຖືກ​ທໍລະມານ​ແລະ​ຖືກ​ເຜົາ​ຕະຫຼອດ​ໄປ. ເມື່ອ​ພະ​ເຢຊູ​ເວົ້າ​ເຖິງ​ຄົນ​ທີ່​ຖືກ​ຖິ້ມ​ໃນ​ເກເຮັນນາ ເພິ່ນ​ກຳລັງ​ເວົ້າ​ເຖິງ​ການ​ທຳລາຍ​ໃຫ້​ສາບ​ສູນ.—ມັດທາຍ 5:22; 10:28

▸ ບົດ​ທີ 7 ຂໍ້ 20

20 ຕົວຢ່າງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ

ແມ່ນ​ຄຳ​ອະທິດຖານ​ທີ່​ພະ​ເຢຊູ​ສອນ​ລູກສິດ​ໃຫ້​ອະທິດຖານ. ເມື່ອ​ພະ​ເຢຊູ​ສອນ​ລູກສິດ​ເລື່ອງ​ຕົວຢ່າງ​ຄຳ​ອະທິດຖານ ເພິ່ນ​ບອກ​ພວກ​ເຂົາ​ໃຫ້​ອະທິດຖານ​ແບບ​ນີ້:

  • “ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ”

    ເຮົາ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ຊື່ສຽງ​ຂອງ​ພະອົງ​ພົ້ນ​ຈາກ​ຄຳ​ຕຳໜິ​ຕິຕຽນ​ແລະ​ຄຳ​ຕົວະ​ທຸກ​ຢ່າງ. ຈາກ​ນັ້ນ ທູດ​ສະຫວັນ​ແລະ​ມະນຸດ​ທຸກ​ຄົນ​ໃນ​ໂລກ​ຈະ​ເຄົາລົບ​ນັບຖື​ຊື່​ຂອງ​ພະອົງ.

  • “ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະອົງ​ມາ​ທີ່​ໂລກ​ນີ້”

    ເຮົາ​ອະທິດຖານ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ທຳລາຍ​ໂລກ​ຊົ່ວ​ຂອງ​ຊາຕານ ຂໍ​ໃຫ້​ມາ​ປົກຄອງ​ໂລກ​ນີ້ ແລະ​ເຮັດ​ໃຫ້​ໂລກ​ເປັນ​ສວນ​ທີ່​ສວຍ​ງາມ.

  • “ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ . . . ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ”

    ເຮົາ​ອະທິດຖານ​ຂໍ​ໃຫ້​ໂລກ​ເປັນ​ແບບ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເປັນ ເພື່ອ​ມະນຸດ​ສົມບູນ​ແບບ​ທີ່​ເຊື່ອ​ຟັງ​ພະອົງ​ຈະ​ໄດ້​ຢູ່​ຕະຫຼອດ​ໄປ​ໃນ​ສວນ​ທີ່​ສວຍ​ງາມ ຄື​ກັບ​ແບບ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້​ຕັ້ງ​ແຕ່​ທຳອິດ​ຕອນ​ທີ່​ພະອົງ​ສ້າງ​ມະນຸດ.

▸ ບົດ​ທີ 8 ຂໍ້ 2

21 ຄ່າໄຖ່

ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄ່າໄຖ່​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ຄ່າໄຖ່​ແມ່ນ​ສິ່ງ​ທີ່​ຕ້ອງ​ຈ່າຍ​ເພື່ອ​ຊື້​ຊີວິດ​ສົມບູນ​ແບບ​ກັບ​ຄືນ​ມາ​ເຊິ່ງ​ອາດາມ​ມະນຸດ​ຄົນ​ທຳອິດ​ເຮັດ​ໃຫ້​ສູນ​ເສຍ​ໄປ ແລະ​ເພື່ອ​ຊ່ວຍ​ມະນຸດ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ໄດ້​ອີກ. ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ມາ​ໃນ​ໂລກ​ເພື່ອ​ເປັນ​ຄ່າໄຖ່​ແລະ​ຕາຍ​ແທນ​ຄົນ​ບາບ. ໂດຍ​ການ​ສະລະ​ຊີວິດ​ຂອງ​ພະ​ເຢຊູ ມະນຸດ​ທຸກ​ຄົນ​ຈຶ່ງ​ມີ​ໂອກາດ​ໄດ້​ເປັນ​ຄົນ​ທີ່​ສົມບູນ​ແບບ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ.

▸ ບົດ​ທີ 8 ຂໍ້ 21; ບົດ​ທີ 9 ຂໍ້ 13

22 ເປັນ​ຫຍັງ​ປີ 1914 ຈຶ່ງ​ເປັນ​ປີ​ສຳຄັນ?

ຄຳ​ພະຍາກອນ​ໃນ​ດານຽນ​ບົດ 4 ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະເຈົ້າ​ຕັ້ງ​ການ​ປົກຄອງ​ຂອງ​ພະອົງ​ໃນ​ປີ 1914.

ຄຳ​ພະຍາກອນ: ພະ​ເຢໂຫວາ​ໃຫ້​ກະສັດ​ເນບຶກາດເນດຊາຣ​ຝັນ​ເລື່ອງ​ໜຶ່ງ​ທີ່​ເປັນ​ຄຳ​ພະຍາກອນ​ບອກ​ເຫດການ​ລ່ວງ​ໜ້າ. ລາວ​ຝັນ​ເຫັນ​ຕົ້ນ​ໄມ້​ຕົ້ນ​ໜຶ່ງ​ຖືກ​ບັກ ແລ້ວ​ຕໍ​ຂອງ​ຕົ້ນ​ໄມ້​ກໍ​ຖືກ​ສຸບ​ປອກ​ເຫຼັກ​ກັບ​ປອກ​ທອງແດງ​ໃສ່​ເພື່ອ​ບໍ່​ໃຫ້​ເຕີບໂຕ​ເປັນ​ເວລາ “7 ປີ.” ຫຼັງ​ຈາກ​ນັ້ນ ຕົ້ນ​ໄມ້​ກໍ​ກັບ​ມາ​ເຕີບໂຕ​ອີກ​ຄັ້ງ.—ດານຽນ 4:1, 10-16, ລ.ມ.

ຄຳ​ພະຍາກອນ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຕົ້ນ​ໄມ້​ໃນ​ຄຳ​ພະຍາກອນ​ນີ້​ໝາຍ​ເຖິງ​ການ​ປົກຄອງ​ຂອງ​ພະເຈົ້າ. ເປັນ​ເວລາ​ຫຼາຍ​ປີ​ທີ່​ພະ​ເຢໂຫວາ​ໃຊ້​ກະສັດ​ຂອງ​ເມືອງ​ເຢຣູຊາເລັມ​ໃຫ້​ປົກຄອງ​ຊາດ​ອິດສະຣາເອນ. (1 ຂ່າວຄາວ 29:23) ແຕ່​ກະສັດ​ເຫຼົ່າ​ນັ້ນ​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ ການ​ປົກຄອງ​ຂອງ​ພວກ​ເຂົາ​ຈຶ່ງ​ສິ້ນ​ສຸດ​ລົງ. ເມືອງ​ເຢຣູຊາເລັມ​ຈຶ່ງ​ຖືກ​ທຳລາຍ​ໃນ​ປີ 607 ກ່ອນ ຄ.ສ ນັ້ນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ໄລຍະ​ເວລາ “7 ປີ.” (2 ກະສັດ 25:1, 8-10; ເອເຊກຽນ 21:25-27) ຕອນ​ທີ່​ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ: “ເມືອງ​ເຢຣູຊາເລັມ​ຈະ​ຖືກ​ຊາດ​ອື່ນໆຢຽບ​ຍ່ຳ ຈົນ​ກວ່າ​ເວລາ​ຂອງ​ຄົນ​ຕ່າງ​ຊາດ​ຈະ​ຈົບ​ລົງ” ເພິ່ນ​ກໍ​ກຳລັງ​ເວົ້າ​ເຖິງ​ໄລຍະ​ເວລາ “7 ປີ” ໃນ​ຄຳ​ພະຍາກອນ​ຂອງ​ດານຽນ. (ລູກາ 21:24) ໄລຍະ​ເວລາ “7 ປີ” ຈຶ່ງ​ບໍ່​ໄດ້​ສິ້ນ​ສຸດ​ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ແຕ່ງ​ຕັ້ງ​ກະສັດ​ອົງ​ໃໝ່​ໃນ​ຕອນ​ສິ້ນ​ສຸດ​ຂອງ “7 ປີ.” ການ​ປົກຄອງ​ຂອງ​ພະ​ເຢຊູ​ກະສັດ​ອົງ​ໃໝ່​ນີ້​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ທີ່​ຢູ່​ທົ່ວ​ໂລກ​ໄດ້​ຮັບ​ພອນ​ຕະຫຼອດ​ໄປ.—ລູກາ 1:30-33

ເວລາ “7 ປີ” ດົນ​ປານ​ໃດ? ໄລຍະ​ເວລາ “7 ປີ” ກວມ​ເອົາ​ໄລຍະ​ເວລາ 2.520 ປີ. ຖ້າ​ເຮົາ​ເລີ່ມ​ນັບ​ຕັ້ງ​ແຕ່​ປີ 607 ກ່ອນ ຄ.ສ ໄປ 2.520 ປີ (ບໍ່​ມີ​ປີ 0) ກໍ​ຈະ​ໄປ​ຕົກ​ຢູ່​ປີ 1914 ເຊິ່ງ​ເປັນ​ປີ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ພະ​ເຢຊູ​ທີ່​ເປັນ​ເມຊີອາ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ.

ເຮົາ​ເອົາ​ຕົວ​ເລກ 2.520 ມາ​ຈາກ​ໃສ? ຄຳພີ​ໄບເບິນ​ບອກ​ວ່າ ເວລາ 3 ປີ​ເຄິ່ງ ເທົ່າ​ກັບ 1.260 ມື້. (ພະນິມິດ 12:6, 14) ເວລາ “7 ປີ” ກໍ​ແມ່ນ​ສອງ​ເທົ່າ​ຂອງ 3 ປີ​ເຄິ່ງ. ດັ່ງ​ນັ້ນ “7 ປີ” ຈຶ່ງ​ເທົ່າ​ກັບ 2.520 ມື້ ແລະ​ຈາກ​ກົດ​ຂອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ທີ່ “ໃຫ້ 1 ມື້​ແທນ 1 ປີ.” ໄລຍະ​ເວລາ 2.520 ມື້​ກໍ​ຕ້ອງ​ເປັນ 2.520 ປີ.—ຈົດເຊັນບັນຊີ 14:34; ເອເຊກຽນ 4:6, ລ.ມ.

▸ ບົດ​ທີ 8 ຂໍ້ 23

ເສັ້ນ​ສະແດງ​ປີ​ແລະ​ເຫດການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຝັນ​ຂອງ​ເນບຶກາດເນດຊາຣ

23 ມີ​ຄາ​ເອນ​ອັກຄະ​ທູດ​ສະຫວັນ

ຄຳ​ວ່າ​ອັກຄະ​ທູດ​ສະຫວັນ​ໝາຍ​ເຖິງ​ຫົວ​ໜ້າ​ທູດ​ສະຫວັນ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ອັກຄະ​ທູດ​ສະຫວັນ​ພຽງ​ອົງ​ດຽວ ແລະ​ຊື່​ຂອງ​ເພິ່ນ​ແມ່ນ​ມີ​ຄາ​ເອນ.—ດານຽນ 12:1; ຢູດາ 9

ໃນ​ພະນິມິດ 12:7 ບອກ​ວ່າ: “ມີ​ຄາ​ເອນ​ກັບ​ພວກ​ທູດ​ສະຫວັນ​ຂອງ​ເພິ່ນ​ໄດ້​ສູ້​ຮົບ​ກັບ​ພະຍານາກ . . . ກັບ​ພວກ​ທູດ​ສະຫວັນ​ຝ່າຍ​ມັນ.” ຈາກ​ຂໍ້​ນີ້​ເຮົາ​ເຫັນ​ວ່າ​ມີ​ຄາ​ເອນ​ເປັນ​ຜູ້​ນຳ​ໃນ​ກອງທັບ​ຂອງ​ພະເຈົ້າ​ທີ່​ປະກອບ​ດ້ວຍ​ທູດ​ສະຫວັນ​ທີ່​ສັດ​ຊື່ ແລະ​ປຶ້ມ​ພະນິມິດ​ບອກ​ວ່າ​ຜູ້​ນຳ​ໃນ​ກອງທັບ​ຂອງ​ພະເຈົ້າ​ແມ່ນ​ພະ​ເຢຊູ. ດັ່ງ​ນັ້ນ ມີ​ຄາ​ເອນ​ຈຶ່ງ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ພະ​ເຢຊູ.—ພະນິມິດ 19:14-16

▸ ບົດ​ທີ 9 ຂໍ້ 4, ໄຂ​ເງື່ອນ

24 ສະໄໝ​ສຸດ​ທ້າຍ

ຄຳ​ນີ້​ຊີ້​ເຖິງ​ໄລຍະ​ເວລາ​ບໍ່​ດົນ​ກ່ອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ທຳລາຍ​ໂລກ​ຂອງ​ຊາຕານ. ໃນ​ສະໄໝ​ສຸດ​ທ້າຍ​ຈະ​ມີ​ເຫດການ​ທີ່​ສຳຄັນ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ. ນອກ​ຈາກ​ຄຳ​ວ່າ​ສະໄໝ​ສຸດ​ທ້າຍ ໃນ​ຄຳພີ​ໄບເບິນ​ຍັງ​ໃຊ້​ຄຳ​ອື່ນ​ເມື່ອ​ພະຍາກອນ​ເຖິງ​ໄລຍະ​ເວລາ​ດຽວ​ກັນ​ນີ້ ເຊັ່ນ: “ໄລຍະ​ສຸດ​ທ້າຍ​ຂອງ​ຍຸກ” ແລະ “ການ​ປະທັບ​ຂອງ​ລູກ​ມະນຸດ.” (ມັດທາຍ 24:3, 27, 37) “ສະໄໝ​ສຸດ​ທ້າຍ” ເລີ່ມ​ຕົ້ນ​ຕອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ໃນ​ສະຫວັນ​ໃນ​ປີ 1914 ແລະ​ຈະ​ຈົບ​ລົງ​ຕອນ​ທີ່​ໂລກ​ຂອງ​ຊາຕານ​ຖືກ​ທຳລາຍ​ໃນ​ສົງຄາມ​ອາມາເຄໂດນ.—2 ຕີໂມທຽວ 3:1; 2 ເປໂຕ 3:3

▸ ບົດ​ທີ 9 ຂໍ້ 5

25 ການ​ຄືນ​ມາ​ຈາກ​ຕາຍ

ການ​ທີ່​ພະເຈົ້າ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ ເອີ້ນ​ວ່າ ການ​ຄືນ​ມາ​ຈາກ​ຕາຍ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ການ​ຄືນ​ມາ​ຈາກ​ຕາຍ 9 ເທື່ອ ແລະ​ຍັງ​ບອກ​ວ່າ​ເອລີຢາ ເອລີເຊ ພະ​ເຢຊູ ເປໂຕ ແລະ​ໂປໂລ​ເຄີຍ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ. ພວກ​ເຂົາ​ເຮັດ​ການ​ອັດສະຈັນ​ນີ້​ໄດ້​ຍ້ອນ​ໄດ້​ຮັບ​ລິດເດດ​ຈາກ​ພະເຈົ້າ. ພະ​ເຢໂຫວາ​ສັນຍາ​ວ່າ​ໃນ​ອະນາຄົດ​ພະອົງ​ຈະ​ປຸກ “ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ” ໃຫ້​ກັບ​ມາ​ມີ​ຊີວິດ​ຢູ່​ໃນ​ໂລກ​ອີກ. (ກິດຈະການ 24:15) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ຄົນ​ທີ່​ພະເຈົ້າ​ເລືອກ​ຫຼື​ໄດ້​ຮັບ​ການ​ເຈີມ​ຈາກ​ພະເຈົ້າ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ຢູ່​ກັບ​ພະ​ເຢຊູ​ໃນ​ສະຫວັນ.—ໂຢຮັນ 5:28, 29; 11:25; ຟີລິບປອຍ 3:11; ພະນິມິດ 20:5, 6

▸ ບົດ​ທີ 9 ຂໍ້ 13

26 ການ​ຫຼິ້ນ​ໄສຍະສາດ

ການ​ຫຼິ້ນ​ໄສຍະສາດ​ແມ່ນ​ການ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ພວກ​ປີສາດ. ພວກ​ປີສາດ​ພະຍາຍາມ​ໃຫ້​ຜູ້​ຄົນ​ບໍ່​ເຊື່ອ​ຟັງ​ພະເຈົ້າ. ຫຼາຍ​ຄົນ​ພະຍາຍາມ​ຕິດ​ຕໍ່​ກັບ​ຄົນ​ຕາຍ​ຍ້ອນ​ພວກ​ເຂົາ​ເຊື່ອ​ຄຳ​ສອນ​ປອມ​ທີ່​ວ່າ​ເມື່ອ​ຄົນ​ເຮົາ​ຕາຍ​ໄປ​ແລ້ວ​ຈະ​ມີ​ວິນຍານ​ອອກ​ຈາກ​ຮ່າງ​ແລະ​ກາຍ​ເປັນ​ຜີ​ທີ່​ມີ​ລິດ​ເດດ. ພວກ​ເຂົາ​ຕິດ​ຕໍ່​ຫຼື​ເວົ້າ​ກັບ​ຄົນ​ຕາຍ​ໂດຍ​ກົງ​ຫຼື​ໂດຍ​ຜ່ານ​ທາງ​ຄົນ​ອື່ນ ເຊັ່ນ: ໝໍ​ຜີ​ຫຼື​ຄົນ​ຊົງ. ນອກ​ຈາກ​ນັ້ນ​ຍັງ​ມີ​ໂຫລາສາດ ການ​ທຳນວາຍ​ໂຊກ​ສະ​ຕາ ການ​ດູ​ດວງ ການ​ໃຊ້​ເວດ​ມົນ​ຄາຖາ ພໍ່​ມົດ​ໝໍ​ຜີ ຄວາມ​ເຊື່ອ​ເລື່ອງ​ຜີ​ສາງ​ເທວະດາ ແລະ​ພະລັງ​ເລິກ​ລັບ​ເໜືອ​ທຳມະຊາດ​ກໍ​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ. ພິທີ​ບາງ​ຢ່າງ​ໃນ​ງານ​ສົບ​ກໍ​ເປັນ​ການ​ຕິດ​ຕໍ່​ກັບ​ພວກ​ປີສາດ​ຄື​ກັນ ເຊັ່ນ: ພິທີ​ໄວ້​ທຸກ ອຸທິດ​ສ່ວນ​ກຸສົນ​ໃຫ້​ຄົນ​ຕາຍ ເຮັດ​ບຸນ​ໃຫ້​ຄົນ​ຕາຍ ຫຼື​ການ​ຈັດ​ງານ​ຄົບ​ຮອບ​ວັນ​ຕາຍ. ໃນ​ທຸກ​ມື້​ນີ້ ປຶ້ມ ວາລະສານ ໜັງ ໂປດສະເຕີ ແລະ​ແມ່ນ​ແຕ່​ເພງ​ກໍ​ເຮັດ​ໃຫ້​ເລື່ອງ​ປີສາດ ເວດ​ມົນ​ຄາຖາ ແລະ​ເລື່ອງ​ເລິກ​ລັບ​ເໜືອ​ທຳມະຊາດ​ເປັນ​ຕາ​ຕື່ນ​ເຕັ້ນ​ແລະ​ເບິ່ງ​ຄື​ບໍ່​ມີ​ພິດ​ບໍ່​ມີ​ໄພ​ຫຍັງ.—ຄາລາເຕຍ 5:20; ພະນິມິດ 21:8

▸ ບົດ​ທີ 10 ຂໍ້ 10; ບົດ​ທີ 16 ຂໍ້ 4

27 ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລິດເດດ​ສູງ​ສຸດ. ພະອົງ​ເປັນ​ຜູ້​ສ້າງ​ເອກະພົບ. (ພະນິມິດ 15:3) ພະອົງ​ຈຶ່ງ​ເປັນ​ເຈົ້າ​ຂອງ​ທຸກ​ສິ່ງ ແລະ​ມີ​ອຳນາດ​ປົກຄອງ​ສູງ​ສຸດ​ຫຼື​ມີ​ສິດ​ປົກຄອງ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ​ພຽງ​ແຕ່​ຜູ້​ດຽວ. (ຄຳເພງ 24:1; ເອຊາອີ 40:21-23; ພະນິມິດ 4:11) ພະອົງ​ຕັ້ງ​ກົດ​ໃຫ້​ທຸກ​ສິ່ງ​ທີ່​ພະອົງ​ສ້າງ ແລະ​ພະ​ເຢໂຫວາ​ຍັງ​ມີ​ອຳນາດ​ແຕ່ງ​ຕັ້ງ​ໃຫ້​ຄົນ​ອື່ນໆປົກຄອງ. ເຮົາ​ສາມາດ​ສະໜັບສະໜູນ​ສິດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໂດຍ​ຮັກ​ແລະ​ເຊື່ອ​ຟັງ​ພະອົງ.—1 ຂ່າວຄາວ 29:11

▸ ບົດ​ທີ 11 ຂໍ້ 10

28 ການ​ເອົາ​ລູກ​ອອກ

ການ​ເອົາ​ລູກ​ອອກ​ແມ່ນ​ການ​ຕັ້ງ​ໃຈ​ເຮັດ​ໃຫ້​ລູກ​ທີ່​ຢູ່​ໃນ​ທ້ອງ​ຕາຍ ບໍ່​ແມ່ນ​ຍ້ອນ​ເກີດ​ຈາກ​ອຸບັດ​ຕິ​ເຫດ​ຫຼື​ເກີດ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ແມ່​ແລະ​ລູກ​ທີ່​ຢູ່​ໃນ​ທ້ອງ. ທີ່​ຈິງ ຕັ້ງ​ແຕ່​ມີ​ການ​ປະຕິສົນທິ​ກໍ​ຖື​ວ່າ​ເປັນ​ຄົນ​ຜູ້​ໜຶ່ງ​ແລ້ວ ເດັກ​ບໍ່​ໄດ້​ເປັນ​ພຽງ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ​ຂອງ​ແມ່​ເທົ່າ​ນັ້ນ. ດັ່ງ​ນັ້ນ ການ​ເອົາ​ລູກ​ອອກ​ຈຶ່ງ​ເປັນ​ການ​ຂ້າ​ຄົນ.

▸ ບົດ​ທີ 13 ຂໍ້ 5

29 ການ​ໃສ່​ເລືອດ

ການ​ໃສ່​ເລືອດ​ແມ່ນ​ວິທີ​ທາງ​ການ​ແພດ​ທີ່​ໃຊ້​ເລືອດ​ຄົບ​ສ່ວນ​ຫຼື​ສ່ວນ​ປະກອບ​ຫຼັກ​ຊະນິດ​ໃດ​ຊະນິດ​ໜຶ່ງ​ຂອງ​ເລືອດ​ໃສ່​ເຂົ້າ​ໄປ​ໃນ​ຮ່າງກາຍ ບໍ່​ວ່າ​ເລືອດ​ນັ້ນ​ຈະ​ມາ​ຈາກ​ຕົວ​ເຮົາ​ເອງ​ທີ່​ເອົາ​ອອກ​ໄວ້​ຫຼື​ເປັນ​ເລືອດ​ຂອງ​ຄົນ​ອື່ນ. ສ່ວນ​ປະກອບ​ຫຼັກ 4 ຊະນິດ​ຂອງ​ເລືອດ​ມີ​ຄື: ປລາດສະມາ ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ແລະ​ເກັດ​ເລືອດ.

▸ ບົດ​ທີ 13 ຂໍ້ 13

30 ການ​ອົບຮົມ​ສັ່ງ​ສອນ

ຄຳ​ວ່າ “ສັ່ງ​ສອນ” ແລະ “ການ​ອົບຮົມ​ສັ່ງ​ສອນ” ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ໝາຍ​ເຖິງ​ແຕ່​ການ​ລົງໂທດ ແຕ່​ລວມ​ເຖິງ​ການ​ແນະນຳ ການ​ສອນ ແລະ​ການ​ແກ້ໄຂ. ເມື່ອ​ພະ​ເຢໂຫວາ​ອົບຮົມ​ສັ່ງ​ສອນ​ຜູ້​ໃດ ພະອົງ​ບໍ່​ເຄີຍ​ໃຊ້​ວິທີ​ທີ່​ໂຫດ​ຮ້າຍ​ຮຸນແຮງ. (ສຸພາສິດ 4:1, 2) ພະ​ເຢໂຫວາ​ວາງ​ແບບ​ຢ່າງ​ທີ່​ດີ​ເລີດ​ໃຫ້​ພໍ່​ແມ່. ການ​ອົບຮົມ​ສັ່ງ​ສອນ​ທີ່​ມາ​ຈາກ​ພະ​ເຢໂຫວາ​ເກີດ​ຜົນ​ດີ​ຫຼາຍ​ຈົນ​ເຮັດ​ໃຫ້​ຄົນ​ເຮົາ​ມັກ​ການ​ອົບຮົມ​ສັ່ງ​ສອນ​ຂອງ​ພະອົງ. (ສຸພາສິດ 12:1) ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ພະອົງ ແລະ​ພະອົງ​ຝຶກ​ສອນ​ພວກ​ເຂົາ. ພະອົງ​ໃຫ້​ຄຳ​ແນະນຳ​ພວກ​ເຂົາ​ເຊິ່ງ​ຊ່ວຍ​ແກ້ໄຂ​ຄວາມ​ຄິດ​ຜິດໆ ແລະ​ຊ່ວຍ​ພວກ​ເຂົາ​ໃຫ້​ຄິດ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ສຳລັບ​ພໍ່​ແມ່ ການ​ອົບຮົມ​ສັ່ງ​ສອນ​ໝາຍ​ເຖິງ​ການ​ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຄວນ​ເຊື່ອ​ຟັງ. ພໍ່​ແມ່​ຍັງ​ຕ້ອງ​ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ ຮັກ​ຄຳພີ​ໄບເບິນ ແລະ​ສອນ​ໃຫ້​ເຂົ້າ​ໃຈ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ນຳ​ອີກ.

▸ ບົດ​ທີ 14 ຂໍ້ 13

31 ປີສາດ

ພວກ​ປີສາດ​ເປັນ​ພວກ​ທູດ​ສະຫວັນ​ຊົ່ວ. ພວກ​ມັນ​ມີ​ລິດເດດ​ເໜືອ​ກວ່າ​ມະນຸດ ແລະ​ເຮົາ​ເບິ່ງ​ບໍ່​ເຫັນ​ພວກ​ມັນ. ພວກ​ທູດ​ສະຫວັນ​ກາຍ​ເປັນ​ປີສາດ​ເມື່ອ​ມັນ​ຕັ້ງ​ຕົວ​ເປັນ​ສັດຕູ​ກັບ​ພະເຈົ້າ​ໂດຍ​ບໍ່​ເຊື່ອ​ຟັງ​ພະອົງ. (ຕົ້ນເດີມ 6:2; ຢູດາ 6) ພວກ​ມັນ​ເຂົ້າ​ຮ່ວມ​ກັບ​ຊາຕານ​ໃນ​ການ​ກະບົດ​ຕໍ່​ພະ​ເຢໂຫວາ.—ພະບັນຍັດ 32:17; ລູກາ 8:30; ກິດຈະການ 16:16; ຢາໂກໂບ 2:19

▸ ບົດ​ທີ 16 ຂໍ້ 4

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌