ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 60 points 1-6
  • ສະໜິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສະໜິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ເດັກ​ນ້ອຍ​ແລະ​ໄວຮຸ່ນ ເຈົ້າ​ໄດ້​ຈົດຈໍ່​ຢູ່​ທີ່​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຜູ້ທີ່ຍັງໜຸ່ມ ຂໍໃຫ້ເປັນຜູ້ໃຫຍ່ທາງຄວາມເຊື່ອຫຼັງຈາກຮັບບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຂ້ອຍ​ຈະ​ບັນລຸ​ເປົ້າ​ໝາຍ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຕັ້ງ​ເປົ້າໝາຍ​ແລະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໃຫ້​ສຳເລັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 60 points 1-6
ບົດ​ທີ 60. ຜູ້​ຍິງ​ຄົນ​ໜຶ່ງ​ນັ່ງ​ອ່ານ​ຄຳພີ​ໄບເບິນ​ຢູ່​ລະບຽງ. ແລະ​ມີ​ປຶ້ມ ‘ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ’ ວາງ​ຢູ່​ເທິງ​ໂຕະ.

ບົດ​ທີ 60

ສະໜິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ

ສະບັບພິມ
ສະບັບພິມ
ສະບັບພິມ

ຈາກ​ທີ່​ເຈົ້າ​ໄດ້​ຮຽນ​ຄຳພີ​ໄບເບິນ​ມາ​ຈົນ​ຮອດ​ຕອນນີ້ ເຈົ້າ​ຄື​ຊິ​ໄດ້​ຮຽນ​ຫຼາຍ​ຢ່າງ​ກ່ຽວກັບ​ພະ​ເຢໂຫວາ​ທີ່​ເຮັດ​ໃຫ້​ເຈົ້າ​ຮັກ​ເພິ່ນ​ຫຼາຍ ແລະ​ອາດ​ເຮັດ​ໃຫ້​ເຈົ້າ​ອຸທິດ​ຕົວ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ​ແລ້ວ. ແຕ່​ຖ້າ​ເຈົ້າ​ຍັງ​ບໍ່​ໄດ້​ເຮັດ​ແບບ​ນັ້ນ ເຈົ້າ​ອາດ​ກຳລັງ​ຄິດ​ວ່າ​ຈະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ໄວໆ​ນີ້. ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ກໍ​ຍັງ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ອີກ ແລະ​ຈະ​ສະໜິດ​ກັບ​ເພິ່ນ​ໄດ້​ຕະຫຼອດ​ໄປ​ນຳ. ແຕ່​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

1. ເປັນ​ຫຍັງ​ເຈົ້າ​ຄວນ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ?

ເຮົາ​ຕ້ອງ​ພະຍາຍາມ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ. ຍ້ອນຫຍັງ? “ເພື່ອ​ພວກ​ເຮົາ​ຈະ​ບໍ່​ລອຍ​ຫ່າງ​ອອກ​ໄປ” ຈາກ​ເພິ່ນ. (ເຮັບເຣີ 2:1) ແລ້ວ​ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່​ໄປ​ໄດ້? ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້​ກໍ​ຄື ເຮົາ​ຕ້ອງ​ດຸ​ໝັ່ນ​ປະກາດ​ແລະ​ຄິດ​ວ່າ​ຈະ​ເຮັດ​ຫຍັງ​ໄດ້​ອີກ​ເພື່ອ​ຈະ​ຮັບໃຊ້​ພະເຈົ້າ​ໄດ້​ຫຼາຍ​ຂຶ້ນ. (ອ່ານ​ຟີລິບປອຍ 3:16) ເຮົາ​ຈະ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ.—ເພງ​ສັນລະເສີນ 84:10

2. ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ອີກ​ເພື່ອ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ?

ເຖິງ​ວ່າ​ເຈົ້າ​ຈະ​ຮຽນ​ມາ​ຮອດ​ບົດ​ສຸດທ້າຍ​ຂອງ​ປຶ້ມ​ຫົວ​ນີ້​ແລ້ວ ແຕ່​ເຈົ້າ​ກໍ​ຍັງ​ຕ້ອງ​ໃຊ້​ຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄລິດສະຕຽນ​ຕໍ່​ໄປ​ເລື້ອຍໆ. ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ “ປູກ​ຝັງ​ນິດໄສ​ໃໝ່.” (ເອເຟໂຊ 4:23, 24) ຖ້າ​ເຈົ້າ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ຕໍ່​ໄປ​ແລະ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ ເຈົ້າ​ກໍ​ຈະ​ໄດ້​ຮຽນ​ຮູ້​ແນວ​ໃໝ່ໆ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ໄດ້​ຮູ້​ຈັກ​ຄຸນລັກສະນະ​ຕ່າງໆ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຮຽນ​ແບບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ. ຖ້າ​ເຈົ້າ​ເຫັນ​ວ່າ​ມີ​ຫຍັງ​ທີ່​ເຈົ້າ​ຕ້ອງ​ປ່ຽນແປງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ກໍ​ຂໍ​ໃຫ້​ເຈົ້າ​ລົງມື​ເຮັດ.

3. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ແດ່?

ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ . . . ຈະ​ຝຶກ​ອົບຮົມ​ພວກ​ເຈົ້າ​ຈົນ​ສຳເລັດ . . . ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນຄົງ ເຂັ້ມແຂງ ແລະ​ບໍ່​ຫວັ່ນໄຫວ.” (1 ເປໂຕ 5:10) ເຮົາ​ທຸກ​ຄົນ​ອາດ​ເຈິ​ການ​ລໍ້ໃຈ​ໃຫ້​ເຮັດ​ຜິດ. ແຕ່​ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ເຮົາ​ເຂັ້ມແຂງ​ແລະ​ຮັບມື​ໄດ້. (ເພງ​ສັນລະເສີນ 139:23, 24) ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ຕັ້ງໃຈ​ແລະ​ມີ​ກຳລັງ​ທີ່​ຈະ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່.—ອ່ານ​ຟີລິບປອຍ 2:13

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຈົ້າ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ​ໄດ້​ແນວ​ໃດ​ແລະ​ເພິ່ນ​ຈະ​ອວຍພອນ​ເຈົ້າ​ແນວ​ໃດ.

4. ລົມ​ກັບ​ພະ​ເຢໂຫວາ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ​ແລະ​ຟັງ​ເພິ່ນ​ສະເໝີ

ເຈົ້າ​ໄດ້​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ຍ້ອນ​ເຈົ້າ​ສຶກສາ​ຄຳພີ​ໄບເບິນ​ແລະ​ອະທິດຖານ​ເຖິງ​ເພິ່ນ​ເປັນ​ປະຈຳ. ການ​ເຮັດ​ແບບ​ນັ້ນ​ຕໍ່​ໄປ​ຈະ​ຊ່ວຍ​ໃຫ້​ເຈົ້າ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ອ່ານ​ເພງ​ສັນລະເສີນ 62:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ນີ້ ເຈົ້າ​ຄິດ​ວ່າ​ເຈົ້າ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແບບ​ໃດ​ເພື່ອ​ຈະ​ສະໜິດ​ກັບ​ເພິ່ນ​ໃຫ້​ຫຼາຍ​ຂຶ້ນ?

ອ່ານ​ເພງ​ສັນລະເສີນ 1:2 ແລະ​ໄຂເງື່ອນ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄວນ​ອ່ານ​ຄຳພີ​ໄບເບິນ​ແນວ​ໃດ​ເພື່ອ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ?

ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ສຶກສາ​ສ່ວນ​ໂຕ? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ວິທີ​ນຳ​ກັນ ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ໄດ້​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ສຶກສາ​ສ່ວນ​ໂຕ (5:22)

  • ໃນ​ວິດີໂອ ມີ​ວິທີ​ໃດ​ແດ່​ທີ່​ເຈົ້າ​ຢາກ​ເອົາ​ໄປ​ໃຊ້?

  • ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ສຶກສາ?

5. ມີ​ເປົ້າໝາຍ​ໃນ​ການ​ຮັບໃຊ້ພະ​ເຢໂຫວາ

ຖ້າ​ເຮົາ​ມີ​ເປົ້າໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ກໍ​ແຮ່ງ​ຈະສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ຊີວິດ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ມີ​ໄດ້ (3:31)

  • ໃນ​ວິດີໂອ ເມື່ອ​ຄາເມຣອນ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ລາວ​ໄດ້​ຮັບ​ປະໂຫຍດ​ຫຍັງ?

ບໍ່​ແມ່ນ​ທຸກ​ຄົນ​ຈະ​ຍ້າຍ​ໄປ​ປະກາດ​ໃນ​ຕ່າງ​ປະເທດ​ໄດ້. ແຕ່​ເຮົາ​ທຸກ​ຄົນ​ກໍ​ອາດ​ມີ​ເປົ້າໝາຍ​ທີ່​ເຮົາ​ສາມາດ​ເຮັດ​ໄດ້. ອ່ານ​ສຸພາສິດ 21:5 ແລ້ວ​ລົມ​ກັນ​ວ່າ​ມີ​ເປົ້າໝາຍ​ຫຍັງ​ແດ່​ທີ່​ເຈົ້າ​ເຮັດ​ໄດ້ . . .

  • ໃນ​ປະຊາຄົມ.

  • ໃນ​ວຽກ​ປະກາດ.

ຫຼັກການ​ໃນ​ຂໍ້​ຄຳພີ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ເຮັດ​ຕາມ​ເປົ້າໝາຍ​ຂອງເຈົ້າ​ໄດ້​ແນວ​ໃດ?

ເປົ້າໝາຍ​ບາງ​ຢ່າງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້

  • ປັບປຸງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ໃຫ້​ດີ​ຂຶ້ນ.

  • ອ່ານ​ຄຳພີ​ໄບເບິນ​ໃຫ້​ຈົບ​ໝົດ​ຫົວ.

  • ຮູ້​ຈັກ​ກັບ​ພີ່ນ້ອງ​ທຸກ​ຄົນ​ໃນ​ປະຊາຄົມ​ຂອງ​ເຈົ້າ.

  • ຫາ​ຄົນ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ​ແລະ​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ.

  • ເປັນ​ໄພໂອເນຍ​ສົມທົບ​ຫຼື​ໄພໂອເນຍ​ປະຈຳ.

  • ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຊາຍ ໃຫ້​ພະຍາຍາມ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.

6. ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

ອ່ານ​ເພງ​ສັນລະເສີນ 22:26 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກໃນ​ຕອນນີ້​ແລະ​ຕະຫຼອດ​ໄປ?

ຜູ້​ຄົນ​ຢູ່​ໃນ​ສວນ​ອຸທິຍານ​ເທິງ​ໂລກ.

ສະຫຼຸບ

ສະໜິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ​ແລະ​ມີ​ເປົ້າໝາຍ​ໃນ​ການ​ຮັບໃຊ້​ເພິ່ນ. ແລ້ວ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ໄດ້?

  • ເຈົ້າ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ການ​ເຮັດ​ຕາມ​ເປົ້າໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ເຈົ້າ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ?

ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໄດ້​ໃນ​ປີ​ໜ້າ

ເບິ່ງ​ເພີ່ມເຕີມ

ພະ​ເຢໂຫວາ​ໃຫ້​ຄວາມ​ສຳຄັນ​ກັບ​ອັນ​ໃດ​ຫຼາຍ​ກວ່າ​ກັນ ລະຫວ່າງ​ເຫດການ​ສຳຄັນ​ພຽງ​ເທື່ອ​ດຽວ​ທີ່​ເຮົາ​ໄດ້​ສະແດງ​ຄວາມ​ເຊື່ອ​ຕໍ່​ເພິ່ນ​ຫຼື​ການ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ທຸກໆ​ມື້?

ເປັນ​ຄົນ​ສັດຊື່​ຄື​ອັບຣາຮາມ (9:20)

ບາງ​ເທື່ອ​ແມ່ນ​ແຕ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ອາດ​ຮູ້ສຶກ​ວ່າ​ບໍ່​ຄ່ອຍ​ມີ​ຄວາມ​ສຸກ. ແຕ່​ອັນ​ໃດ​ຊ່ວຍ​ເຂົາເຈົ້າ​ໃຫ້​ກັບ​ມາ​ມີ​ຄວາມ​ສຸກ​ໄດ້.

ກັບ​ມາ​ມີ​ຄວາມ​ສຸກ​ກັບ​ການ​ສຶກສາ​ແລະ​ການ​ຄິດ​ຕຶກຕອງ​ອີກ​ຄັ້ງ (5:25)

ເຈົ້າ​ຈະ​ຕັ້ງ​ເປົ້າໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ເປົ້າໝາຍ​ນັ້ນ​ໄດ້​ແນວ​ໃດ?

“ຈົ່ງ​ຕັ້ງ​ເປົ້າໝາຍ​ທາງ​ຄວາມ​ເຊື່ອ​ເພື່ອ​ສັນລະເສີນ​ພະ​ຜູ້​ສ້າງ​ຂອງ​ເຈົ້າ” (ຫໍສັງເກດການ 15 ກໍລະກົດ 2004)

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຈົ້າ​ຈະ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່ ແລະ​ເຈົ້າ​ຈະ​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ?

“ຈົ່ງ​ພະຍາຍາມ​ກ້າວໜ້າ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່—‘ວັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ໃກ້​ເຂົ້າ​ມາ​ແລ້ວ’” (ຫໍສັງເກດການ 15 ພຶດສະພາ 2009)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌