ວຽກ
ວຽກກັບຄວາມສຸກມີອັນໃດທີ່ກ່ຽວຂ້ອງກັນ?
ຂໍ້ດີຂອງການຮຽນຮູ້ເພື່ອທີ່ຈະເຮັດວຽກໄດ້ເກັ່ງໆມີອັນໃດແດ່?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
1ຊມ 16:16-23—ດາວິດເປັນທີ່ຮູ້ຈັກໃນຖານະນັກດົນຕີທີ່ເກັ່ງຫຼາຍ ແລະດົນຕີຂອງລາວໄດ້ຊ່ວຍໃຫ້ກະສັດຂອງອິດສະຣາເອນບໍ່ກະວົນກະວາຍໃຈແລະເຫັນຄຸນຄ່າຄວາມສາມາດທາງດ້ານດົນຕີຂອງລາວ
2ຂຄ 2:13, 14—ຮີຣາມອາບີເປັນຊ່າງທີ່ເກັ່ງ ດັ່ງນັ້ນກະສັດໂຊໂລໂມນຈຶ່ງໃຊ້ລາວໃນວຽກກໍ່ສ້າງທີ່ຍິ່ງໃຫຍ່
ເປັນຫຍັງຜູ້ຮັບໃຊ້ຂອງພະເຢໂຫວາຈຶ່ງຢາກເປັນທີ່ຮູ້ຈັກໃນຖານະເປັນຄົນເຮັດວຽກຢ່າງດຸໝັ່ນ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 24:10-21—ເຣເບກາເປັນຄົນທີ່ມັກຊ່ວຍເຫຼືອຄົນອື່ນແລະພະຍາຍາມເຮັດວຽກໜັກ ແລະລາວໄດ້ເຮັດຫຼາຍກວ່າທີ່ຄົນຮັບໃຊ້ຂອງອັບຣາຮາມຂໍໃຫ້ລາວເຮັດ
ຟລປ 2:19-23—ອັກຄະສາວົກໂປໂລມອບໝາຍວຽກສຳຄັນໃຫ້ຕີໂມທຽວເພາະລາວຖ່ອມໂຕແລະເຕັມໃຈເຮັດວຽກໜັກເພື່ອຜູ້ອື່ນ
ເປັນຫຍັງເຮົາຈຶ່ງບໍ່ຢາກເປັນຄົນຂີ້ຄ້ານ?
ສພສ 13:4; 18:9; 21:25, 26; ປຍຈ 10:18
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ສພສ 6:6-11—ກະສັດໂຊໂລໂມນໃຊ້ມົດເພື່ອສອນບົດຮຽນກ່ຽວກັບການເຮັດວຽກໜັກແລະການຫຼີກລ່ຽງຄວາມຂີ້ຄານ
ເປັນຫຍັງເຮົາຈຶ່ງຄວນເຮັດວຽກໜັກເພື່ອຫາລ້ຽງໂຕເອງ?
ເປັນຫຍັງເຮົາຕ້ອງເຮັດວຽກໜັກເພື່ອເບິ່ງແຍງຄອບຄົວຂອງເຮົາ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ນຣ 1:16, 17; 2:2, 3, 6, 7, 17, 18—ຣຸດແມ່ໝ້າຍສາວເຮັດວຽກໜັກເພື່ອເບິ່ງແຍງນາໂອມີແມ່ຍ່າຂອງລາວ
ມທ 15:4-9—ພະເຢຊູຕຳໜິຄົນທີ່ໃຊ້ການຮັບໃຊ້ພະເຈົ້າເປັນຂໍ້ແກ້ໂຕທີ່ຈະບໍ່ຊ່ວຍເຫຼືອພໍ່ແມ່
ເປັນຫຍັງເຮົາຈຶ່ງຄວນແບ່ງປັນສິ່ງທີ່ເຮົາໄດ້ຮັບຈາກການເຮັດວຽກໜັກໃຫ້ກັບຜູ້ອື່ນ?
ເຮົາຄວນເບິ່ງການຫາເງິນແນວໃດ?
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາເຮັດວຽກເກັ່ງແລະເບິ່ງແຍງຄວາມຈຳເປັນດ້ານວັດຖຸຂອງເຮົາ?
ມທ 6:25, 30-32; ລກ 11:2, 3; 2ກຣ 9:10
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 31:3-13—ລາບານປະຕິບັດຕໍ່ຢາໂຄບທີ່ເປັນລູກເຂີຍແລະລູກຈ້າງຂອງລາວຢ່າງບໍ່ຍຸຕິທຳ ແຕ່ພະເຢໂຫວາເຫັນຢາໂຄບເຮັດວຽກໜັກແລະອວຍພອນລາວ
ປຖກ 39:1-6, 20-23—ພະເຢໂຫວາອວຍພອນວຽກງານຂອງໂຢເຊັບ ທັງໃນຖານະເປັນຄົນຮັບໃຊ້ໃນເຮືອນຂອງໂປຕີຟາແລະໃນຖານະເປັນນັກໂທດ
ເປັນຫຍັງວຽກຂອງເຮົາຈຶ່ງຕ້ອງບໍ່ສຳຄັນຫຼາຍກວ່າການຮັບໃຊ້ພະເຈົ້າ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ລກ 12:15-21—ພະເຢຊູຍົກຕົວຢ່າງປຽບທຽບເພື່ອສອນວ່າເປັນເລື່ອງໂງ່ທີ່ຈະຄິດວ່າການເຮັດວຽກເພື່ອຫາເງິນສຳຄັນກວ່າການເຂົ້າໃກ້ພະເຈົ້າຫຼາຍຂຶ້ນ
1ຕມ 6:17-19—ໂປໂລບອກຄົນທີ່ຮັ່ງວ່າຢ່າເປັນຄົນຖືໂຕແລະໃຫ້ເປັນຄົນ “ຮັ່ງດ້ວຍຄວາມດີ”
ຫຼັກການອັນໃດທີ່ສາມາດຊ່ວຍໃຫ້ເຮົາຕັດສິນໃຈໄດ້ດີກ່ຽວກັບວຽກທີ່ເຮົາຈະເຮັດ?
ອພຍ 20:4; ກຈກ 15:29; ອຟຊ 4:28; ພນມ 21:8—ຂ້ອຍຈະຕ້ອງເຮັດບາງສິ່ງບາງຢ່າງທີ່ພະເຈົ້າຫ້າມໃນວຽກຂອງຂ້ອຍບໍ?
ອພຍ 21:22-24; ອຊຢ 2:4; 1ກຣ 6:9, 10; 2ກຣ 7:1—ວຽກນັ້ນຈະຊ່ວຍຫຼືສະໜັບສະໜູນໃຫ້ຜູ້ອື່ນເຮັດບາງສິ່ງບາງຢ່າງທີ່ພະເຈົ້າຕຳໜິ ເຊິ່ງຈະເຮັດໃຫ້ຂ້ອຍມີຄວາມຜິດບໍ?
ຣມ 13:1-7; ຕຕ 3:1, 2—ວຽກນີ້ຢາກໃຫ້ຂ້ອຍຝ່າຝືນກົດໝາຍບໍ?
2ກຣ 6:14-16; ພນມ 18:2, 4—ວຽກນີ້ຈະເຮັດໃຫ້ຂ້ອຍມີສ່ວນຮ່ວມຫຼືເປັນຜູ້ສະໜັບສະໜູນສາສະໜາປອມບໍ?
ເຮັດວຽກເພື່ອພະເຢໂຫວາ
ວຽກທີ່ສຳຄັນທີ່ສຸດທີ່ເຮົາສາມາດເຮັດໄດ້ແມ່ນຫຍັງ?
ເປັນຫຍັງເຮົາຈຶ່ງຕ້ອງພະຍາຍາມສຸດຄວາມສາມາດທີ່ຈະເຮັດວຽກຮັບໃຊ້ພະເຢໂຫວາໃຫ້ດີທີ່ສຸດ?
ລກ 13:24; ຣມ 12:11; 1ກຣ 15:58; ຮຣ 6:10-12
ເບິ່ງ 1ຕມ 3:1 ນຳ
ເປັນຫຍັງເຮົາບໍ່ຄວນປຽບທຽບສິ່ງທີ່ຜູ້ຮັບໃຊ້ຄົນອື່ນໆຂອງພະເຢໂຫວາສາມາດເຮັດໄດ້?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ມທ 25:14, 15—ຕົວຢ່າງປຽບທຽບຂອງພະເຢຊູສະແດງໃຫ້ເຫັນວ່າເພິ່ນບໍ່ໄດ້ຄາດຫວັງໃຫ້ລູກສິດໝົດທຸກຄົນເຮັດວຽກງານໃຫ້ສຳເລັດໃນປະລິມານທີ່ເທົ່າກັນ
ລກ 21:2-4—ພະເຢຊູເບິ່ງວ່າເງິນບໍລິຈາກທີ່ມີຄ່າໜ້ອຍດຽວຂອງແມ່ໝ້າຍທີ່ທຸກຍາກມີຄຸນຄ່າຫຼາຍ
ເມື່ອເຮົາຖືກຂໍໃຫ້ເຮັດບາງຢ່າງເພື່ອພະເຢໂຫວາ ເຮົາຈະໄດ້ຮັບກຳລັງທີ່ຫຼາຍກວ່າປົກກະຕິຈາກໃສ?
2ກຣ 4:7; ອຟຊ 3:20, 21; ຟລປ 4:13
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
2ຕມ 4:17—ອັກຄະສາວົກໂປໂລຍອມຮັບວ່າລາວໄດ້ຮັບກຳລັງທີ່ຈຳເປັນເມື່ອລາວຕ້ອງການ