ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 107-110
  • ອະທິດຖານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອະທິດຖານ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 107-110

ອະທິດຖານ

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ?

ພສ 65:2; 145:18; 1ຢຮ 5:14

ເບິ່ງ ພສ 66:19; ກຈກ 10:31; ຮຣ 5:7 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 18:36-38—ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ພະຍາກອນ​ເອລີຢາ​ຢູ່​ເທິງ​ພູເຂົາ​ກາເມນ​ຢ່າງ​ວ່ອງໄວ​ໃນ​ລະຫວ່າງ​ທີ່​ລາວ​ປະເຊີນ​ໜ້າ​ກັບ​ຜູ້​ພະຍາກອນ​ຂອງ​ພະ​ບາອານ

    • ມທ 7:7-11—ພະ​ເຢຊູ​ສະໜັບສະໜູນ​ເຮົາ​ໃຫ້​ອະທິດຖານ​ຕໍ່​ໆ​ໄປ​ແລະ​ຮັບຮອງ​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຟັງ​ເຮົາ

ໃຜ​ແມ່ນ​ຜູ້​ດຽວ​ທີ່​ຄລິດສະຕຽນ​ຄວນ​ອະທິດຖານ​ເຖິງ?

ພສ 5:1, 2; 69:13; ມທ 6:9; ຟລປ 4:6

ເຮົາ​ອະທິດຖານ​ໃນ​ນາມ​ຂອງ​ໃຜ?

ຢຮ 15:16; 16:23, 24

ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ໃຜ?

ກຈກ 10:34, 35; 1ປຕ 3:12; 1ຢຮ 3:22; 5:14

ພະ​ເຢໂຫວາ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ໃຜ?

ສພສ 15:29; 28:9; ອຊຢ 1:15; ມກ 3:4; ຢກບ 4:3; 1ປຕ 3:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຊ 24:9, 10—ພະ​ເຢໂຫວາ​ບໍ່​ຍອມ​ຟັງ​ບາລາອາມ​ເພາະ​ຄຳ​ຂໍ​ຂອງ​ລາວ​ຂັດ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ

    • ອຊຢ 1:15-17—ຍ້ອນ​ປະຊາຊົນ​ຂອງ​ເພິ່ນ​ກາຍ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ​ແລະ​ມີ​ຄວາມ​ຜິດ​ຮ້າຍ​ແຮງ ພະ​ເຢໂຫວາ​ຈຶ່ງ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ

ປົກກະຕິ​ແລ້ວ​ເຮົາ​ມັກ​ຈະ​ເວົ້າ​ຫຍັງ​ໃນ​ຕອນ​ທ້າຍ​ຂອງ​ຄຳ​ອະທິດຖານ​ຂອງ​ເຮົາ ແລະ​ຍ້ອນຫຍັງ?

1ຂຄ 16:36; ພສ 41:13; 72:19; 89:52; 1ກຣ 14:16

ຄຳພີ​ໄບເບິນ​ກຳນົດ​ໃຫ້​ເຮົາ​ຕັ້ງ​ທ່າ​ສະເພາະ​ເມື່ອ​ອະທິດຖານ​ບໍ?

1ກສ 8:54; ມຣກ 11:25; ລກ 22:39, 41; ຢຮ 11:41

ເບິ່ງ ຢນ 2:1 ນຳ

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ສາມາດ​ອະທິດຖານ​ຂໍ​ອັນ​ໃດ​ໄດ້​ແດ່​ເມື່ອ​ເຂົາເຈົ້າ​ປະຊຸມ​ກັນ​ເພື່ອ​ນະມັດສະການ?

ກຈກ 4:23, 24; 12:5

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຂຄ 29:10-19—ກະສັດ​ດາວິດ​ໄດ້​ອະທິດຖານ​ຕໍ່​ໜ້າ​ປະຊາຊົນ​ອິດສະຣາເອນ​ເມື່ອ​ເຂົາເຈົ້າ​ບໍລິຈາກ​ສິ່ງ​ຂອງ​ເພື່ອ​ສ້າງ​ວິຫານ

    • ກຈກ 1:12-14—ພວກ​ອັກຄະສາວົກ ພວກ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ ມາຣິອາ​ແມ່​ຂອງ​ພະ​ເຢຊູ ແລະ​ພວກ​ຜູ້​ຍິງ​ທີ່​ສັດຊື່​ບາງ​ຄົນ​ມາ​ເຈິ​ກັນ​ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ອະທິດຖານ​ນຳ​ກັນ

ຕອນ​ທີ່​ອະທິດຖານ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ໂອ້​ອວດ​ຫຼື​ພະຍາຍາມ​ເຮັດ​ໃຫ້​ຜູ້​ອື່ນ​ປະທັບໃຈ?

ມທ 6:5; ລກ 18:10-14

ເປັນ​ຫຍັງ​ເຮົາ​ຕ້ອງ​ອະທິດຖານ​ກ່ອນ​ກິນ​ເຂົ້າ?

ມທ 14:19; ກຈກ 27:35; 1ກຣ 10:25, 26, 30, 31

ເປັນ​ຫຍັງ​ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍ​ໆ?

ຣມ 12:12; ອຟຊ 6:18; 1ທຊ 5:17; 1ປຕ 4:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 6:6-10—ດານີເອນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຕໍ່​ໄປ​ຢູ່​ໃນ​ບ່ອນ​ທີ່​ຄົນ​ອື່ນ​ສາມາດ​ເຫັນ​ລາວ ເຖິງ​ວ່າ​ລາວ​ອາດ​ຖືກ​ຂ້າ​ຍ້ອນ​ເຮັດ​ແບບ​ນັ້ນ

    • ລກ 18:1-8—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ​ຂອງ​ຜູ້​ພິພາກສາ​ຄົນ​ໜຶ່ງ​ທີ່​ບໍ່​ນັບຖື​ພະເຈົ້າ​ເຊິ່ງ​ໃນ​ທີ່​ສຸດ​ກໍ​ຊ່ວຍ​ແມ່​ໝ້າຍ​ຄົນ​ໜຶ່ງ​ທີ່​ມາ​ຂໍ​ຄວາມ​ຍຸຕິທຳ​ຈາກ​ລາວ​ເລື້ອຍ​ໆ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ຟັງ​ເມື່ອ​ເຮົາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເລື້ອຍ​ໆ​

ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຢາກ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂໍ​ການ​ໃຫ້​ອະໄພ​ຂອງ​ເຮົາ?

2ຂຄ 7:13, 14

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 22:11-13, 18-20—ພະ​ເຢໂຫວາ​ເມດຕາ​ແລະ​ມີ​ຄວາມ​ກະລຸນາ​ຕໍ່​ກະສັດ​ໂຢຊີຢາ​ຍ້ອນ​ລາວ​ຖ່ອມ​ໃຈ​ແລະ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ

    • 2ຂຄ 33:10-13—ກະສັດ​ມານາເຊ​ຖ່ອມ​ໂຕ​ແລະ​ອ້ອນວອນ​ຂໍ​ພະ​ເຢໂຫວາ​ຍົກໂທດ​ໃຫ້​ລາວ. ພະ​ເຢໂຫວາ​ຍົກໂທດ​ໃຫ້​ມານາເຊ​ແລະ​ໃຫ້​ລາວ​ກັບ​ມາ​ເປັນ​ກະສັດ​ຄື​ເກົ່າ

ເຮົາ​ຕ້ອງ​ເຮັດ​ຫຍັງ ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ?

ມທ 6:14, 15; ມຣກ 11:25; ລກ 17:3, 4

ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ຈະ​ບອກ​ພະ​ເຢໂຫວາ​ວ່າ​ເຮົາ​ຢາກ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ?

ມທ 6:10; ລກ 22:41, 42

ເປັນ​ຫຍັງ​ຄຳ​ອະທິດຖານ​ຂອງ​ເຮົາ​ຄວນ​ສະແດງ​ຄວາມ​ເຊື່ອ​ໃຈ​ໃນ​ພໍ່​ເທິງ​ສະຫວັນ​ຂອງ​ເຮົາ?

ມຣກ 11:24; ຮຣ 6:10; ຢກບ 1:5-7

ເຮົາ​ສາມາດ​ອະທິດຖານ​ກ່ຽວກັບ​ຫຍັງ​ໄດ້​ແດ່?

ຂໍ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ

ລກ 11:2

ຂໍ​ໃຫ້​ພະ​ເຢໂຫວາ​ເລີ່ມ​ປົກຄອງ​ພວກ​ເຮົາ

ມທ 6:10

ຂໍ​ໃຫ້​ທຸກ​ຢ່າງ​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເປັນ

ມທ 6:10; 26:42

ຂໍ​ໃຫ້​ພະ​ເຢໂຫວາ​ໃຫ້​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ

ລກ 11:3

ຂໍ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ພວກ​ເຮົາ

ດນອ 9:19; ລກ 11:4

ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພວກ​ເຮົາ​ບໍ່​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ

ມທ 6:13

ຂອບໃຈ​ພະ​ເຢໂຫວາ

ອຟຊ 5:20; ຟລປ 4:6; 1ທຊ 5:17, 18

ຂໍ​ໃຫ້​ຮູ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ຂໍ​ໃຫ້​ມີ​ຄວາມ​ເຂົ້າໃຈ​ແລະ​ສະຕິ​ປັນຍາ

ສພສ 2:3-6; ຟລປ 1:9; ຢກບ 1:5

ເບິ່ງ ພສ 119:34 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 3:11, 12—ກະສັດ​ໂຊໂລໂມນ​ໄດ້​ຂໍ​ໃຫ້​ມີ​ສະຕິ​ປັນຍາ ແລະ​ພະ​ເຢໂຫວາ​ໄດ້​ໃຫ້​ລາວ​ມີ​ສະຕິ​ປັນຍາ​ຫຼາຍ​ຈົນ​ບໍ່​ມີ​ໃຜ​ຈະ​ທຽບ​ລາວ​ໄດ້

ເຮົາ​ສາມາດ​ຂໍ​ພະລັງ​ບໍລິສຸດ

ລກ 11:13; ກຈກ 8:14, 15

ເຮົາ​ສາມາດ​ອະທິດຖານ​ເພື່ອ​ຜູ້​ອື່ນ ລວມ​ທັງ​ຜູ້​ທີ່​ຖືກ​ຂົ່ມເຫງ

ກຈກ 12:5; ຣມ 15:30, 31; ຢກບ 5:16

ເບິ່ງ ກລຊ 4:12; 2ຕມ 1:3 ນຳ

ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ

ພສ 86:12; ອຊຢ 25:1; ດນອ 2:23

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 10:21—ພະ​ເຢຊູ​ສັນລະເສີນ​ພະ​ເຢໂຫວາ​ຕໍ່​ໜ້າ​ທຸກ​ຄົນ ທີ່​ເພິ່ນ​ເປີດເຜີຍ​ໃຫ້​ຄົນ​ຖ່ອມ​ໄດ້​ຮູ້​ຄວາມ​ຈິງ

    • ພນມ 4:9-11—ທູດສະຫວັນ​ໃຫ້​ກຽດ​ແລະ​ສະຫງ່າ​ລາສີ​ແກ່​ພະ​ເຢໂຫວາ​ຕາມ​ທີ່​ເພິ່ນ​ສົມຄວນ​ໄດ້​ຮັບ

ອະທິດຖານ​ເພື່ອ​ຄົນ​ທີ່​ມີ​ອຳນາດ​ເພື່ອ​ໃຫ້​ເຮົາ​ໄດ້​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ສະຫງົບ​ສຸກ​ແລະ​ປະກາດ​ກັບ​ຜູ້​ຄົນ

ມທ 5:44; 1ຕມ 2:1, 2

ເບິ່ງ ຢຣມ 29:7 ນຳ

ເໝາະ​ສົມ​ບໍ​ທີ່​ຈະ​ອະທິດຖານ​ໃນ​ຕອນ​ທີ່​ເຮົາ​ຮັບ​ບັບເຕມາ?

ລກ 3:21

ເໝາະ​ສົມ​ບໍ​ທີ່​ຈະ​ອະທິດຖານ​ເພື່ອ​ຜູ້​ທີ່​ບໍ່​ສະບາຍ​ທາງ​ຄວາມ​ເຊື່ອ?

ຢກບ 5:14, 15

ເປັນ​ຫຍັງ​ຜູ້​ຊາຍ​ບໍ່​ປົກ​ຫົວ​ຕອນ​ອະທິດຖານ ແລະ​ເປັນ​ຫຍັງ​ບາງ​ຄັ້ງ​ຜູ້​ຍິງ​ຈຶ່ງ​ປົກ​ຫົວ​ຕອນ​ອະທິດຖານ?

1ກຣ 11:2-16

ມີ​ອັນ​ໃດ​ສຳຄັນ​ກວ່າ​ການ​ອະທິດຖານ​ທີ່​ຍາວ​ໆ​ຫຼື​ການ​ອະທິດຖານ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ສຶກ?

ສສ 3:41; ມທ 6:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 18:25-29, 36-39—ເມື່ອ​ຜູ້​ພະຍາກອນ​ເອລີຢາ​ທ້າທາຍ​ຜູ້​ພະຍາກອນ​ຂອງ​ພະ​ບາອານ ເຂົາເຈົ້າ​ໄດ້​ອະທິດຖານ​ເຖິງ​ພະ​ຂອງ​ເຂົາເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ ແຕ່​ພະ​ບາອານ​ກໍ​ບໍ່​ຕອບ

    • ກຈກ 19:32-41—ພວກ​ຜູ້​ນະມັດສະການ​ຮູບ​ບູຊາ​ໃນ​ເມືອງ​ເອເຟໂຊ​ພາກັນ​ຮ້ອງ​ສຽງ​ດັງ​ເຖິງ​ເທບ​ທິດາ​ອາເຕມິດ​ຈົນ​ສັບສົນ​ວຸ່ນວາຍ​ເປັນ​ເວລາ 2 ຊົ່ວໂມງ​ໂດຍ​ບໍ່​ມີ​ຫຍັງ​ເກີດຂຶ້ນ ແຕ່​ມີ​ພຽງ​ສິ່ງ​ດຽວ​ທີ່​ເກີດຂຶ້ນ​ຄື​ເຈົ້າ​ເມືອງ​ບອກ​ໃຫ້​ເຂົາເຈົ້າ​ຢຸດ​ກໍ່​ຄວາມ​ວຸ່ນວາຍ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌