ລູກ ເດັກນ້ອຍ
ທັດສະນະຂອງພະເຈົ້າທີ່ມີຕໍ່ເດັກນ້ອຍ
ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເດັກນ້ອຍແລະຄົນໜຸ່ມສາວມີຄ່າສຳລັບເພິ່ນ?
ພບຍ 6:6, 7; 14:28, 29; ພສ 110:3; 127:3-5; 128:3, 4; ຢກບ 1:27
ເບິ່ງ ໂຢບ 29:12; ພສ 27:10; ສພສ 17:6 ນຳ
ເບິ່ງ “ຄອບຄົວ” ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 1:27, 28—ພະເຢໂຫວາຢາກໃຫ້ມະນຸດມີລູກມີຫຼານຫຼາຍໆຈົນເຕັມໂລກ
ປຖກ 9:1—ຫຼັງຈາກນ້ຳຖ້ວມໂລກ ພະເຈົ້າອວຍພອນໂນອາແລະພວກລູກຊາຍຂອງລາວໃຫ້ມີລູກມີຫຼານຫຼາຍໆຈົນເຕັມໂລກ
ປຖກ 33:5—ຢາໂຄບຖືວ່າລູກຂອງລາວເປັນຂອງຂວັນຈາກພະເຈົ້າ
ມຣກ 10:13-16—ພະເຢຊູຮັກເດັກນ້ອຍຄືກັບທີ່ພໍ່ຂອງເພິ່ນຮັກ
ພະເຢໂຫວາຮູ້ສຶກແນວໃດກັບຄົນທີ່ທຳຮ້າຍເດັກນ້ອຍ?
ຫຼັກການອັນໃດໃນຄຳພີໄບເບິນທີ່ສະແດງໃຫ້ເຫັນວ່າເຮົາບໍ່ຄວນຄາດຫວັງໃຫ້ເດັກນ້ອຍເຮັດໄດ້ຄືກັບຜູ້ໃຫຍ່?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 33:12-14—ຢາໂຄບໄດ້ຄ່ອຍໆເດີນທາງໄປເພື່ອວ່າການເດີນທາງຈະໄດ້ບໍ່ລຳບາກເກີນໄປສຳລັບເດັກນ້ອຍ
ເຮົາຄວນຕຳໜິພະເຈົ້າບໍເມື່ອລູກທົນທຸກ?
ພະເຢໂຫວາຮັບຮອງກັບເຮົາແນວໃດວ່າຄວາມທຸກທຸກຢ່າງຂອງເດັກນ້ອຍແລະຜູ້ໃຫຍ່ຈະໝົດໄປ?
ຖ້າພໍ່ແມ່ເຮັດຜິດຮ້າຍແຮງຫຼືປະຕິບັດກັບເຮົາແບບບໍ່ດີ ນັ້ນໝາຍຄວາມວ່າເຮົາມີຄ່າໜ້ອຍກວ່າຄົນອື່ນບໍຫຼືວ່າເຮົາຈະເຮັດຜິດແບບດຽວກັນກັບພໍ່ແມ່ບໍ?
ເບິ່ງ ພບຍ 30:15, 16 ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
2ກສ 18:1-7; 2ຂຄ 28:1-4—ເຮເຊກີຢາມີພໍ່ທີ່ຊົ່ວຮ້າຍທີ່ຂ້າລູກຂອງໂຕເອງ ແຕ່ເຮເຊກີຢາເຊື່ອຟັງພະເຢໂຫວາແລະໄດ້ກາຍເປັນກະສັດທີ່ດີຫຼາຍ
2ກສ 21:19-26; 22:1, 2—ອາໂມນພໍ່ຂອງໂຢສີຢາເປັນກະສັດທີ່ຊົ່ວຫຼາຍ ແຕ່ໂຢສີຢາພັດໄດ້ກາຍເປັນກະສັດທີ່ດີຫຼາຍ
1ກຣ 10:11, 12—ອັກຄະສາວົກໂປໂລອະທິບາຍວ່າເຮົາສາມາດຮຽນຮູ້ຈາກຄວາມຜິດພາດຂອງຜູ້ອື່ນແລະເລືອກທີ່ຈະບໍ່ເຮັດຜິດຊ້ຳອີກ
ຟລປ 2:12, 13—ອັກຄະສາວົກໂປໂລເຕືອນເຮົາວ່າຖ້າເຮົາຍັງຮັກສາຄວາມສັດຊື່ເຮົາກໍຈະໄດ້ຮັບຄວາມລອດ
ຄວາມຮັບຜິດຊອບຂອງເດັກນ້ອຍແລະໄວໜຸ່ມສາວ
ພະເຢໂຫວາເບິ່ງລູກທີ່ຍັງຢູ່ເຮືອນກັບພໍ່ແມ່ທີ່ຢ້ານຢຳພະເຈົ້າແນວໃດ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 19:12, 15—ເຫດຜົນໜຶ່ງທີ່ເຮັດໃຫ້ລູກສາວຂອງໂລດໄດ້ຮັບການປົກປ້ອງຈາກທູດສະຫວັນກໍຍ້ອນພໍ່ຂອງເຂົາເຈົ້າເປັນຄົນຊອບທຳ
ຖ້າພໍ່ແມ່ມີສາຍສຳພັນທີ່ດີກັບພະເຈົ້າ ນັ້ນໝາຍຄວາມວ່າລູກຈະມີຄືກັນບໍ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ລລວ 10:1-3, 8, 9—ລູກຊາຍຂອງປະໂລຫິດໃຫຍ່ອາໂຣນຖືກປະຫານຊີວິດ ອາດເປັນຍ້ອນເມົາເຫຼົ້າ
1ຊມ 8:1-5—ເຖິງແມ່ນວ່າຊາມູເອນເປັນຜູ້ພະຍາກອນທີ່ຊອບທຳ ແຕ່ພວກລູກຊາຍຂອງລາວພັດບໍ່ສັດຊື່
ເດັກນ້ອຍຄວນເຮັດແນວໃດຖ້າເຂົາເຈົ້າຢາກເຮັດໃຫ້ພະເຈົ້າພໍໃຈ?
ເປັນຫຍັງໄວໜຸ່ມສາວຄວນເຂົ້າຮ່ວມການປະຊຸມປະຈຳປະຊາຄົມ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ມທ 15:32-38—ຜູ້ທີ່ຟັງພະເຢຊູສອນລວມມີເດັກນ້ອຍນຳ
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເດັກນ້ອຍຮັບໃຊ້ເພິ່ນ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
1ຊມ 17:4, 8-10, 41, 42, 45-51—ພະເຢໂຫວາໃຊ້ດາວິດຕອນໜຸ່ມໃຫ້ປົກປ້ອງຊື່ຂອງເພິ່ນໂດຍການເອົາຊະນະຄົນຮ່າງຍັກທີ່ໂຫດຮ້າຍ
2ກສ 5:1-15—ພະເຢໂຫວາໃຊ້ເດັກນ້ອຍຜູ້ຍິງຄົນອິດສະຣາເອນຄົນໜຶ່ງໃຫ້ຊ່ວຍຫົວໜ້າກອງທັບທີ່ບໍ່ແມ່ນຄົນອິດສະຣາເອນຮຽນຮູ້ກ່ຽວກັບພະເຈົ້າອົງທ່ຽງແທ້
ມທ 21:15, 16—ພະເຢຊູເຫັນຄຸນຄ່າໄວໜຸ່ມສາວທີ່ສະແດງຄວາມນັບຖືເພິ່ນ
ພະເຈົ້າມີທັດສະນະແນວໃດຕໍ່ລູກຂອງພໍ່ແມ່ທີ່ບໍ່ມີຄວາມເຊື່ອ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ຈຊບ 16:25, 26, 32, 33—ເມື່ອຜູ້ຊາຍບາງຄົນກະບົດຕໍ່ໂມເຊແລະອາໂຣນ ພະເຢໂຫວາໄດ້ລົງໂທດເຂົາເຈົ້າແລະຄອບຄົວທີ່ສະໜັບສະໜູນເຂົາເຈົ້າ
ຈຊບ 26:10, 11—ໂກຣາຖືກປະຫານຊີວິດແຕ່ພວກລູກຊາຍຂອງລາວບໍ່ຕາຍຍ້ອນເຂົາເຈົ້າສັດຊື່ຕໍ່ພະເຈົ້າ
ເປັນຫຍັງໄວໜຸ່ມສາວໃນທຸກມື້ນີ້ຈຶ່ງຄວນເລືອກການຄົບຫາຢ່າງສະຫຼາດ?
ເບິ່ງ 2ຕມ 3:1-5 ນຳ