ພໍ່ແມ່ ເຈົ້າຕ້ອງຊ່ວຍລູກໃຫ້ມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’
“ເຈົ້າຮູ້ຈັກພະຄຳພີສັກສິດຕັ້ງແຕ່ຍັງເປັນແອນ້ອຍ ເຊິ່ງໃຫ້ສະຕິປັນຍາທີ່ຈະເຮັດໃຫ້ເຈົ້າລອດໄດ້.”—2 ຕີໂມເຕ 3:15, ລ.ມ.
ເພງ: 141, 134
1, 2. ເປັນຫຍັງພໍ່ແມ່ບາງຄົນອາດກັງວົນເມື່ອລູກຢາກອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ?
ແຕ່ລະປີມີນັກສຶກສາຄຳພີໄບເບິນຫຼາຍພັນຄົນໄດ້ອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາ. ໃນຈຳນວນນີ້ມີໄວໜຸ່ມຫຼາຍຄົນທີ່ໃຫຍ່ມາໃນຄວາມຈິງເຊິ່ງເຂົາເຈົ້າໄດ້ເລືອກແນວທາງທີ່ດີທີ່ສຸດໃນຊີວິດ. (ຄຳເພງ 1:1-3) ຖ້າເຈົ້າເປັນພໍ່ແມ່ທີ່ເປັນຄລິດສະຕຽນ ແນ່ນອນວ່າເຈົ້າຄົງຄອຍຖ້າມື້ທີ່ຈະໄດ້ເຫັນລູກຂອງເຈົ້າຮັບບັບເຕມາ.—ສົມທຽບກັບ 3 ໂຢຮັນ 4
2 ແຕ່ເຈົ້າກໍອາດມີເລື່ອງທີ່ກັງວົນ ເພາະເຈົ້າອາດເຄີຍເຫັນໄວໜຸ່ມບາງຄົນທີ່ຮັບບັບເຕມາແລ້ວແຕ່ຫຼັງຈາກນັ້ນກໍເລີ່ມສົງໄສວ່າການໃຊ້ຊີວິດຕາມມາດຕະຖານຂອງພະເຈົ້ານັ້ນດີແທ້ໆບໍ ແລະບາງຄົນກໍເຖິງຂັ້ນອອກຈາກຄວາມຈິງໄປ. ດັ່ງນັ້ນ ເຈົ້າຈຶ່ງອາດເປັນຫ່ວງວ່າໃນອະນາຄົດລູກທີ່ກຳລັງເລີ່ມຮັບໃຊ້ພະເຢໂຫວາອາດບໍ່ຮັກຄວາມຈິງຄືກັບຕອນທຳອິດ ເຊິ່ງລູກອາດເປັນຄືກັບຄລິດສະຕຽນບາງຄົນໃນສະຕະວັດທຳອິດທີ່ຢູ່ເມືອງເອເຟດທີ່ພະເຍຊູເວົ້າກັບເຂົາເຈົ້າວ່າ: “ເຈົ້າບໍ່ມີຄວາມຮັກແບບທີ່ເຈົ້າມີໃນຕອນທຳອິດ.” (ຄຳປາກົດ 2:4, ລ.ມ.) ເຈົ້າຈະຊ່ວຍລູກແນວໃດໃຫ້ຮັກຄວາມຈິງຢູ່ສະເໝີ “ເຕີບໂຕຂຶ້ນແລະໄດ້ຮັບຄວາມລອດ”? (1 ເປໂຕ 2:2, ລ.ມ.) ເພື່ອຈະໄດ້ຄຳຕອບ ໃຫ້ເຮົາມາເບິ່ງຕົວຢ່າງຂອງຕີໂມເຕນຳກັນ.
“ເຈົ້າຮູ້ຈັກພະຄຳພີສັກສິດ”
3. (ກ) ຕີໂມເຕເຂົ້າມາເປັນຄລິດສະຕຽນໄດ້ແນວໃດ ແລະລາວເຮັດແນວໃດກັບສິ່ງທີ່ລາວໄດ້ຮຽນຮູ້? (ຂ) ສາມສິ່ງທີ່ໂປໂລໄດ້ເວົ້າເຖິງຕີໂມເຕມີຫຍັງແດ່?
3 ອັກຄະສາວົກໂປໂລໄປຢາມພີ່ນ້ອງໃນເມືອງລີສະທາຄັ້ງທຳອິດໃນປີ ຄ.ສ. 47. ເປັນໄປໄດ້ທີ່ຕອນນັ້ນຕີໂມເຕເປັນໄວໜຸ່ມໄດ້ເຂົ້າມາເປັນຄລິດສະຕຽນ. ລາວໄດ້ເຮັດຕາມສິ່ງທີ່ໄດ້ຮຽນຮູ້ແລະ 2 ປີຕໍ່ມາລາວກໍເລີ່ມເດີນທາງຮ່ວມກັບໂປໂລ. ຫຼັງຈາກນັ້ນປະມານ 16 ປີໂປໂລກໍຂຽນຈົດໝາຍເຖິງຕີໂມເຕວ່າ: “ໃຫ້ເຮັດຕາມສິ່ງທີ່ໄດ້ຮຽນຮູ້ຈົນໝັ້ນໃຈແລ້ວຕໍ່ໆໄປ ເຈົ້າກໍຮູ້ວ່າເຈົ້າຮຽນມາຈາກໃຜ ແລະເຈົ້າຮູ້ຈັກພະຄຳພີສັກສິດ [ພະຄຳພີພາກພາສາເຫບເລີ] ຕັ້ງແຕ່ຍັງເປັນແອນ້ອຍເຊິ່ງໃຫ້ສະຕິປັນຍາທີ່ຈະເຮັດໃຫ້ເຈົ້າລອດໄດ້ໂດຍຄວາມເຊື່ອໃນພະຄລິດເຍຊູ.” (2 ຕີໂມເຕ 3:14, 15, ລ.ມ.) ຂໍໃຫ້ສັງເກດທີ່ໂປໂລ ເວົ້າເຖິງຕີໂມເຕວ່າເປັນຄົນທີ່ (1) ຮູ້ຈັກພະຄຳພີສັກສິດ (2) ຮຽນຮູ້ຈົນໝັ້ນໃຈ ແລະ (3) ມີສະຕິປັນຍາທີ່ຈະເຮັດໃຫ້ລອດໂດຍຄວາມເຊື່ອໃນພະຄລິດເຍຊູ.
ແມ່ນແຕ່ລູກທີ່ຍັງນ້ອຍກໍສາມາດຮຽນຮູ້ກ່ຽວກັບຜູ້ຄົນແລະເລື່ອງຕ່າງໆທີ່ຢູ່ໃນຄຳພີໄບເບິນໄດ້
4. ເຈົ້າເຄີຍໃຊ້ເຄື່ອງມືຫຍັງແດ່ເພື່ອສອນລູກ? (ເບິ່ງຮູບທຳອິດ)
4 ຖ້າເຈົ້າມີລູກ ເຈົ້າຄົງຢາກໃຫ້ລູກຮູ້ຈັກພະຄຳພີບໍລິສຸດເປັນຢ່າງດີ ເຊິ່ງຕອນນີ້ຄຳພີໄບເບິນກໍມີທັງພາກພາສາເຫບເລີແລະເກັຣກ ເພາະຄວາມຮູ້ທີ່ຢູ່ໃນຄຳພີໄບເບິນເປັນສິ່ງທີ່ຈະຊ່ວຍໃຫ້ລູກສ້າງສາຍສຳພັນທີ່ດີກັບພະເຢໂຫວາ. ແມ່ນແຕ່ລູກທີ່ຍັງນ້ອຍກໍສາມາດຮຽນຮູ້ກ່ຽວກັບຜູ້ຄົນແລະເລື່ອງຕ່າງໆທີ່ຢູ່ໃນຄຳພີໄບເບິນໄດ້. ນອກຈາກນັ້ນ ອົງການຂອງພະເຢໂຫວາຍັງມີປຶ້ມ ຈຸນລະສານ ແລະວິດີໂອຢ່າງຫຼວງຫຼາຍທີ່ເວົ້າເຖິງຄວາມຮູ້ໃນຄຳພີໄບເບິນເພື່ອຊ່ວຍພໍ່ແມ່ໃຊ້ສອນລູກ. ພາສາຂອງເຈົ້າມີຫຍັງແດ່ທີ່ຈະໃຊ້ໄດ້?
“ຮຽນຮູ້ຈົນໝັ້ນໃຈ”
5. ເຮົາຮູ້ໄດ້ແນວໃດວ່າຕີໂມເຕຮຽນຮູ້ຈົນໝັ້ນໃຈໃນຂ່າວດີເລື່ອງພະເຍຊູ?
5 ການສອນລູກກ່ຽວກັບຜູ້ຄົນແລະເລື່ອງຕ່າງໆທີ່ຢູ່ໃນຄຳພີໄບເບິນຍັງບໍ່ພໍ. ຂໍໃຫ້ຈື່ວ່າຕີໂມເຕຍັງຕ້ອງ “ຮຽນຮູ້ຈົນໝັ້ນໃຈ.” ເຖິງວ່າລາວຈະຮູ້ຈັກພະຄຳພີພາກພາສາເຫບເລີ “ຕັ້ງແຕ່ເປັນແອນ້ອຍ” ແຕ່ຕໍ່ມາລາວໄດ້ເຫັນຂໍ້ພິສູດດ້ວຍຕາຕົວເອງທີ່ເຮັດໝັ້ນໃຈວ່າພະເຍຊູເປັນເມຊີ. ລາວຈຶ່ງມີຄວາມເຊື່ອທີ່ເຂັ້ມແຂງຈົນເຖິງຂັ້ນຮັບບັບເຕມາແລະໄດ້ຮັບໃຊ້ເປັນມິດຊັນນາລີຮ່ວມກັບໂປໂລ.
6. ເຈົ້າຈະຊ່ວຍລູກໃຫ້ມີຄວາມເຊື່ອໃນຄຳພີໄບເບິນໄດ້ແນວໃດ?
6 ເຈົ້າຈະຊ່ວຍລູກໃຫ້ມີຄວາມເຊື່ອແລະ “ຮຽນຮູ້ຈົນໝັ້ນໃຈ” ຄືກັບຕີໂມເຕໄດ້ແນວໃດ? ທຳອິດ ຂໍໃຫ້ອົດທົນ. ເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງຕ້ອງໃຊ້ເວລາ ແລະການທີ່ເຈົ້າເຊື່ອຫຍັງບາງຢ່າງກໍບໍ່ໄດ້ໝາຍຄວາມວ່າລູກຈະເຊື່ອໃນສິ່ງນັ້ນຕາມເຈົ້າໂດຍອັດຕະໂນມັດ. ເດັກນ້ອຍແຕ່ລະຄົນຕ້ອງໃຊ້ “ຄວາມສາມາດໃນການຄິດຫາເຫດຜົນ” ຂອງຕົວເອງເພື່ອຈະມີຄວາມເຊື່ອໃນຄຳພີໄບເບິນ. (ອ່ານໂລມ 12:1, ລ.ມ.) ເນື່ອງຈາກເປັນພໍ່ແມ່ ເຈົ້າຈຶ່ງເປັນຫຼັກທີ່ຈະຊ່ວຍລູກໃຫ້ມີຄວາມເຊື່ອເຂັ້ມແຂງ ໂດຍສະເພາະເມື່ອລູກຂອງເຈົ້າຖາມຄຳຖາມ. ໃຫ້ເຮົາມາເບິ່ງນຳກັນວ່າເຮົາສາມາດຮຽນຫຍັງໄດ້ແດ່ຈາກພໍ່ຄົນໜຶ່ງ.
7, 8. (ກ) ພໍ່ຄົນໜຶ່ງໃຊ້ຄວາມອົດທົນແນວໃດເມື່ອສອນລູກສາວຂອງລາວ? (ຂ) ຕອນໃດທີ່ເຈົ້າຄິດວ່າເຈົ້າຕ້ອງໃຊ້ອົດທົນກັບລູກ?
7 ໂທມັດມີລູກສາວອາຍຸ 11 ປີເລົ່າວ່າບາງເທື່ອລູກສາວກໍມັກຖາມຄຳຖາມຫຼາຍຢ່າງ ເຊັ່ນ: “ເປັນໄປໄດ້ບໍວ່າພະເຢໂຫວາໃຊ້ວິວັດທະນາການເພື່ອສ້າງສິ່ງທີ່ມີຊີວິດຢູ່ເທິງໂລກ? ຫຼື “ເປັນຫຍັງເຮົາຈຶ່ງບໍ່ຫຍຸ້ງກ່ຽວກັບການເມືອງ ເຊັ່ນ: ການເລືອກຕັ້ງເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ?” ບາງເທື່ອ ລາວຕ້ອງຫ້າມໃຈທີ່ຈະບໍ່ບອກລູກໄປເລີຍວ່າຕ້ອງເຊື່ອຫຍັງ. ໂທມັດຮູ້ວ່າສິ່ງທີ່ເຮັດໃຫ້ຄົນເຮົາໝັ້ນໃຈໃນຄວາມຈິງບໍ່ໄດ້ອາໄສພຽງຫຼັກຖານສຳຄັນແຕ່ເລື່ອງດຽວ ແຕ່ຕ້ອງອາໄສຫຼັກຖານຫຼາຍໆຢ່າງປະກອບກັນ.
8 ໂທມັດຮູ້ວ່າການສອນລູກສາວຕ້ອງໃຊ້ຄວາມອົດທົນ. ທີ່ຈິງ ຄລິດສະຕຽນທຸກຄົນຕ້ອງເປັນຄົນອົດທົນຢູ່ແລ້ວ. (ໂກໂລດ 3:12) ໂທມັດຮູ້ວ່າເພື່ອຈະຊ່ວຍລູກສາວໃຫ້ໝັ້ນໃຈໃນຄວາມຈິງ ລາວຕ້ອງໃຊ້ເວລາແລະລົມກັນຫຼາຍຄັ້ງ. ລາວຕ້ອງຫາເຫດຜົນກັບລູກໃນສິ່ງທີ່ລູກໄດ້ຮຽນຈາກຄຳພີໄບເບິນ. ໂທມັດບອກວ່າ: “ເມື່ອລົມກັນເຖິງຈຸດທີ່ສຳຄັນ ເມຍແລະຂ້ອຍຢາກຮູ້ວ່າລູກເຊື່ອໃນສິ່ງທີ່ກຳລັງຮຽນຢູ່ແທ້ໆບໍແລະເລື່ອງນັ້ນເຂົ້າເຖິງໃຈລູກແທ້ໆບໍ. ແຮ່ງລູກຖາມກໍແຮ່ງດີ ແຕ່ຂ້ອຍຈະຮູ້ສຶກກັງວົນຫຼາຍຖ້າລູກເຊື່ອຫຍັງທັນທີໂດຍບໍ່ຖາມຫຍັງເລີຍ.”
ເຈົ້າຕ້ອງອົດທົນເພື່ອຊ່ວຍລູກໃຫ້ມີຄວາມເຊື່ອໃນຄຳພີໄບເບິນ
9. ເຈົ້າຈະຊ່ວຍລູກແນວໃດໃຫ້ມີຄວາມເຊື່ອໃນຄຳພີໄບເບິນ?
9 ເມື່ອພໍ່ແມ່ສອນລູກດ້ວຍຄວາມອົດທົນ ລູກກໍຈະເລີ່ມເຂົ້າໃຈແງ່ມຸມຕ່າງໆຂອງຄວາມເຊື່ອທັງ ‘ທາງກວ້າງ ທາງຍາວ ທາງສູງ ແລະທາງເລິກ.’ (ເອເຟດ 3:18) ເຮົາຄວນສອນໃຫ້ເໝາະກັບອາຍຸແລະຄວາມສາມາດຂອງເຂົາເຈົ້າ. ເມື່ອລູກມີຄວາມເຊື່ອເຂັ້ມແຂງແລະໝັ້ນໃຈໃນສິ່ງທີ່ໄດ້ຮຽນຮູ້ ນັ້ນກໍຈະງ່າຍສຳລັບເຂົາເຈົ້າທີ່ຈະປົກປ້ອງຄວາມເຊື່ອເມື່ອຕ້ອງເວົ້າກັບຄົນອື່ນໆ ຫຼືໝູ່ຢູ່ໂຮງຮຽນ. (1 ເປໂຕ 3:15) ຕົວຢ່າງເຊັ່ນ: ລູກຂອງເຈົ້າສາມາດໃຊ້ຄຳພີໄບເບິນອະທິບາຍໄດ້ບໍວ່າເກີດຫຍັງຂຶ້ນຫຼັງຈາກຕາຍ? ເຂົາເຈົ້າຮູ້ສຶກວ່າຄຳອະທິບາຍຂອງຄຳພີໄບເບິນມີເຫດຜົນບໍ?a (ເບິ່ງໄຂເງື່ອນ) ຂໍໃຫ້ຈື່ວ່າເຈົ້າຕ້ອງອົດທົນເພື່ອຊ່ວຍລູກໃຫ້ມີຄວາມເຊື່ອໃນຄຳພີໄບເບິນ ແຕ່ການເຮັດແບບນີ້ຄຸ້ມຄ່າແນ່ນອນ.—ພະບັນຍັດ 6:6, 7
ຕົວຢ່າງຂອງເຈົ້າເປັນສິ່ງສຳຄັນທີ່ຈະຊ່ວຍລູກໃຫ້ມີຄວາມເຊື່ອຫຼາຍຂຶ້ນ
10. ອັນໃດຄວນເປັນສິ່ງສຳຄັນໃນການສອນລູກຂອງເຈົ້າ?
10 ແນ່ນອນວ່າ ຕົວຢ່າງຂອງເຈົ້າເປັນສິ່ງສຳຄັນທີ່ຈະຊ່ວຍລູກໃຫ້ມີຄວາມເຊື່ອຫຼາຍຂຶ້ນ. ສະເຕຟານີເປັນແມ່ທີ່ມີລູກສາວ 3 ຄົນບອກວ່າ: “ຕັ້ງແຕ່ລູກຍັງນ້ອຍໆ ຂ້ອຍຖາມຕົວເອງວ່າ: ‘ຂ້ອຍໄດ້ເລົ່າໃຫ້ລູກຟັງບໍວ່າເປັນຫຍັງຂ້ອຍໝັ້ນໃຈວ່າພະເຢໂຫວາມີຢູ່ແທ້? ເປັນຫຍັງຂ້ອຍໝັ້ນໃຈວ່າພະອົງຮັກຂ້ອຍ? ແລະເປັນຫຍັງຂ້ອຍໝັ້ນໃຈວ່າສິ່ງທີ່ພະອົງເຮັດຖືກຕ້ອງສະເໝີ? ລູກໄດ້ເຫັນຢ່າງຊັດເຈນບໍວ່າຂ້ອຍຮັກພະເຢໂຫວາແທ້ໆ?’ ຂ້ອຍບໍ່ສາມາດຄາດຫວັງໃຫ້ລູກໝັ້ນໃຈໄດ້ ຖ້າຂ້ອຍເອງຍັງບໍ່ໝັ້ນໃຈ.”
‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’
11, 12. ໃນຄຳພີໄບເບິນ ສະຕິປັນຍາແມ່ນຫຍັງ ແລະເຮົາຮູ້ໄດ້ແນວໃດວ່າຄົນທີ່ມີສະຕິປັນຍາບໍ່ຈຳເປັນຕ້ອງມີອາຍຸຫຼາຍ?
11 ເຮົາໄດ້ຮຽນຮູ້ວ່າຕີໂມເຕມີ (1) ຄວາມຮູ້ກ່ຽວກັບພະຄຳພີ (2) ຄວາມໝັ້ນໃຈໃນສິ່ງທີ່ເຊື່ອ ແຕ່ໂປໂລໝາຍຄວາມວ່າແນວໃດເມື່ອລາວບອກວ່າພະຄຳພີສັກສິດສາມາດເຮັດໃຫ້ຕີໂມເຕມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’?
12 ປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ (ພາສາອັງກິດ) ເຫຼັ້ມ 2 ອະທິບາຍວ່າໃນຄຳພີໄບເບິນ ຄຳວ່າ “ສະຕິປັນຍາ” ໝາຍລວມເຖິງ “ຄວາມສາມາດທີ່ຈະໃຊ້ຄວາມຮູ້ແລະຄວາມເຂົ້າໃຈເພື່ອແກ້ໄຂບັນຫາ ຫຼີກລ່ຽງອັນຕະລາຍ ບັນລຸເປົ້າໝາຍ ຫຼືໃຫ້ຄຳແນະນຳກັບຄົນອື່ນໄດ້ຢ່າງປະສົບຜົນສຳເລັດ. ສະຕິປັນຍາກົງກັນຂ້າມກັບຄວາມໂງ່.” ຄຳພີໄບເບິນບອກວ່າ: “ຄວາມບ້າ [“ໂງ່,” ລ.ມ.] ກໍຜູກໄວ້ໃນໃຈເດັກນ້ອຍ.” (ສຸພາສິດ 22:15) ດັ່ງນັ້ນ ຖ້າສະຕິປັນຍາກົງກັນຂ້າມກັບຄວາມໂງ່ ຄົນທີ່ມີສະຕິປັນຍາກໍເປັນຄົນທີ່ມີຄວາມເປັນຜູ້ໃຫຍ່. ການມີຄວາມເຊື່ອເຂັ້ມແຂງແລະມີຄວາມເປັນຜູ້ໃຫຍ່ບໍ່ໄດ້ເກີດຈາກການມີອາຍຸຫຼາຍຂຶ້ນເທົ່ານັ້ນ ແຕ່ເປັນເພາະມີຄວາມຢ້ານຢຳພະເຢໂຫວາແລະຢາກເຊື່ອຟັງພະອົງ.—ອ່ານຄຳເພງ 111:10
13. ໄວຮຸ່ນຈະເຮັດໃຫ້ເຫັນແນວໃດວ່າເຂົາເຈົ້າມີສະຕິປັນຍາເພື່ອຈະລອດ?
13 ໄວຮຸ່ນທີ່ມີຄວາມເຊື່ອເຂັ້ມແຂງແລະມີຄວາມເປັນຜູ້ໃຫຍ່ຈະບໍ່ຖືກ “ພັດໄປພັດມາແລະຫຼົບໄປຫຼົບມາ” ດ້ວຍຄວາມຕ້ອງການຂອງຕົວເອງຫຼືອິດທິພົນຈາກຄົນຮຸ່ນດຽວກັນ. (ເອເຟດ 4:14) ແທນທີ່ຈະເປັນແນວນັ້ນ ເຂົາເຈົ້າ “ໄດ້ຝຶກໃຊ້ຄວາມຄິດ ຈົນແຍກອອກວ່າອັນໃດຖືກອັນໃດຜິດ.” (ເຫບເລີ 5:14, ລ.ມ.) ເຂົາເຈົ້າສາມາດຕັດສິນໃຈໄດ້ຢ່າງສະຫຼາດສຸຂຸມ ເຖິງວ່າພໍ່ແມ່ຫຼືຜູ້ໃຫຍ່ຄົນອື່ນໆຈະບໍ່ເຫັນກໍຕາມ. (ຟີລິບ 2:12) ສະຕິປັນຍາແບບນັ້ນເປັນສິ່ງທີ່ສຳຄັນຫຼາຍເພື່ອຈະລອດ. (ອ່ານສຸພາສິດ 24:14) ເຈົ້າຈະຊ່ວຍລູກຂອງເຈົ້າແນວໃດໃຫ້ມີສະຕິປັນຍາແບບນັ້ນ? ເຈົ້າຕ້ອງແນ່ໃຈວ່າລູກຮູ້ວ່າເຈົ້າມີມາດຕະຖານການໃຊ້ຊີວິດແນວໃດ ເຈົ້າຕ້ອງເຮັດໃຫ້ລູກເຫັນວ່າເຈົ້າໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າໂດຍທາງຄຳເວົ້າແລະການກະທຳ.—ໂລມ 2:21-23
ເປັນຫຍັງຈຶ່ງເປັນສິ່ງສຳຄັນທີ່ພໍ່ແມ່ຈະພະຍາຍາມຕໍ່ໆໄປ? (ເບິ່ງຂໍ້ 14-18)
14, 15. (ກ) ໄວຮຸ່ນທີ່ຢາກຈະຮັບບັບເຕມາຄວນຄິດເຖິງຄຳຖາມຫຍັງ? (ຂ) ພໍ່ແມ່ຈະຊ່ວຍລູກແນວໃດໃຫ້ຄິດເຖິງພອນທີ່ຈະໄດ້ຮັບຖ້າລາວເຊື່ອຟັງພະເຈົ້າ?
14 ເພື່ອຈະຊ່ວຍລູກເຈົ້າໃຫ້ມີຄວາມເຊື່ອ ການບອກເຂົາເຈົ້າພຽງແຕ່ວ່າສິ່ງໃດຖືກສິ່ງໃດຜິດຍັງບໍ່ພໍ. ເຈົ້າຕ້ອງຊ່ວຍລູກຂອງເຈົ້າໃຫ້ຫາເຫດຜົນໂດຍໃຊ້ຄຳຖາມເຊັ່ນ: ‘ເປັນຫຍັງຄຳພີໄບເບິນຈຶ່ງຫ້າມບໍ່ໃຫ້ເຮັດບາງຢ່າງທີ່ຂ້ອຍມັກ? ຂ້ອຍຈະໝັ້ນໃຈໄດ້ແນວໃດວ່າມາດຕະຖານຂອງຄຳພີໄບເບິນດີທີ່ສຸດສຳລັບຂ້ອຍ?’—ເອຊາອີ 48:17, 18
15 ຖ້າລູກຂອງເຈົ້າຢາກຮັບບັບເຕມາ ເຈົ້າຕ້ອງຊ່ວຍລູກໃຫ້ຄິດຢ່າງຈິງຈັງວ່າການຮັບບັບເຕມາເຮັດໃຫ້ມີໜ້າທີ່ຮັບຜິດຊອບຫຼາຍຂຶ້ນ. ລູກຮູ້ສຶກແນວໃດກ່ຽວກັບໜ້າທີ່ເຫຼົ່ານັ້ນ? ສິ່ງນັ້ນມີຜົນດີຫຍັງແດ່? ລາວຕ້ອງເສຍສະລະຫຍັງແດ່? ແລະເມື່ອທຽບຜົນດີທີ່ໄດ້ຮັບກັບສິ່ງທີ່ລາວຕ້ອງເສຍສະລະ ເປັນຫຍັງຈຶ່ງບອກໄດ້ວ່າຄຸ້ມຄ່າ? (ມາລະໂກ 10:29, 30) ເປັນເລື່ອງສຳຄັນຫຼາຍທີ່ຈະຄິດຢ່າງຮອບຄອບກ່ຽວກັບຄຳຖາມເຫຼົ່ານີ້ກ່ອນຈະຮັບບັບເຕມາ. ຂໍໃຫ້ຊ່ວຍລູກຂອງເຈົ້າຄິດເຖິງພອນທີ່ຈະໄດ້ຮັບຖ້າລາວເຊື່ອຟັງ ແລະຄິດເຖິງຜົນເສຍຫາຍຖ້າລາວບໍ່ເຊື່ອຟັງ. ເມື່ອເຮັດແບບນີ້ລູກຂອງເຈົ້າກໍຈະເຊື່ອໝັ້ນຫຼາຍຂຶ້ນວ່າການເຮັດຕາມມາດຕະຖານຂອງຄຳພີໄບເບິນເປັນສິ່ງທີ່ດີສຳລັບເຂົາເຈົ້າສະເໝີ.—ພະບັນຍັດ 30:19, 20
ເມື່ອໄວໜຸ່ມທີ່ຮັບບັບເຕມາແລ້ວມີບັນຫາກ່ຽວກັບຄວາມເຊື່ອ
16. ພໍ່ແມ່ຄວນເຮັດແນວໃດຖ້າລູກທີ່ຮັບບັບເຕມາແລ້ວເລີ່ມມີຄວາມເຊື່ອໜ້ອຍລົງ?
16 ເຈົ້າຈະເຮັດແນວໃດ ຖ້າລູກຂອງເຈົ້າເລີ່ມສົງໄສຄວາມຈິງໃນຄຳພີໄບເບິນຫຼັງຈາກຮັບບັບເຕມາແລ້ວ. ຕົວຢ່າງເຊັ່ນ: ລູກຂອງເຈົ້າອາດເລີ່ມຕິດໃຈສິ່ງຕ່າງໆໃນໂລກນີ້ ຫຼືເລີ່ມສົງໄສວ່າການເຮັດຕາມມາດຕະຖານຂອງຄຳພີໄບເບິນເປັນສິ່ງທີ່ດີທີ່ສຸດໃນຊີວິດຂອງລາວແທ້ໆບໍ. (ຄຳເພງ 73:1-3, 12, 13) ເມື່ອມີເລື່ອງແບບນີ້ເກີດຂຶ້ນ ສິ່ງທີ່ເຈົ້າເຮັດອາດມີຜົນຕໍ່ລາວວ່າຢາກຈະຮັບໃຊ້ພະເຢໂຫວາຕໍ່ໄປຫຼືບໍ່. ບໍ່ວ່າລູກຈະຍັງນ້ອຍຫຼືເປັນໄວໜຸ່ມແລ້ວ ຢ່າຟ້າວຮ້າຍຫຼືຜິດຖຽງກັນກັບລູກ ແທນທີ່ຈະເປັນແບບນັ້ນ ເຈົ້າຕ້ອງເຮັດໃຫ້ລູກເຫັນວ່າເຈົ້າຮັກແລະຢາກຊ່ວຍລູກແທ້ໆ.
17, 18. ຖ້າລູກເລີ່ມສົງໄສຄວາມຈິງໃນຄຳພີໄບເບິນ ພໍ່ແມ່ຈະຊ່ວຍແນວໃດ?
17 ເມື່ອໄວຮຸ່ນຮັບບັບເຕມາກໍໝາຍຄວາມວ່າລາວໄດ້ອຸທິດຕົວໃຫ້ພະເຢໂຫວາແລ້ວ. ການເຮັດແບບນັ້ນເປັນການສັນຍາວ່າຈະຮັບໃຊ້ແລະຮັກພະອົງຫຼາຍກວ່າສິ່ງໃດທັງໝົດ. (ມາລະໂກ 12:30) ພະເຢໂຫວາຖືວ່າຄຳສັນຍາໃນການອຸທິດຕົວເປັນເລື່ອງທີ່ຈິງຈັງ ແລະເຮົາກໍຄວນຖືວ່າເລື່ອງນີ້ຈິງຈັງຄືກັນ. (ຜູ້ເທສະໜາປ່າວປະກາດ 5:4, 5) ໃຫ້ເຕືອນລູກຂອງເຈົ້າກ່ຽວກັບເລື່ອງນີ້ສະເໝີ. ແຕ່ທຳອິດພໍ່ແມ່ຕ້ອງອ່ານແລະສຶກສາສິ່ງຕ່າງໆທີ່ອົງການຂອງພະເຢໂຫວາໄດ້ຈັດກຽມໃຫ້ພໍ່ແມ່ກ່ອນ. ຈາກນັ້ນ ໃຫ້ຄ່ອຍໆລົມກັບລູກແລະເລືອກເວລາທີ່ເໝາະສົມເພື່ອຈະເນັ້ນໃຫ້ລູກເຫັນວ່າ ການຕັດສິນໃຈອຸທິດຕົວໃຫ້ພະເຢໂຫວາແລະຮັບບັບເຕມາເປັນທີ່ເລື່ອງຈິງຈັງຫຼາຍ ແຕ່ນັ້ນກໍຈະເຮັດໃຫ້ລາວໄດ້ຮັບພອນຫຼາຍຢ່າງ.
18 ຕົວຢ່າງເຊັ່ນ: ເຈົ້າສາມາດຫາຄຳແນະນຳທີ່ດີໄດ້ໃນພາກຜະໜວກທີ່ຊື່ “ຄຳຖາມທີ່ພໍ່ແມ່ຖາມ” ເຊິ່ງຢູ່ດ້ານຫຼັງຂອງປຶ້ມຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1. ສ່ວນນີ້ບອກວ່າພໍ່ແມ່ບໍ່ຄວນຟ້າວຕັດສິນວ່າລູກຖິ້ມຄວາມຈິງໄປແລ້ວ. ແທນທີ່ຈະເປັນແບບນັ້ນ ໃຫ້ຊອກຫາສາເຫດທີ່ແທ້ຈິງ. ບາງເທື່ອອາດເປັນຍ້ອນລູກຖືກໝູ່ກົດດັນຫຼືບໍ່ກໍຍ້ອນຄວາມເຫງົາ ຫຼືລູກອາດຮູ້ສຶກວ່າໄວຮຸ່ນຄົນອື່ນໆກ້າວໜ້າໃນວຽກຮັບໃຊ້ຫຼາຍກວ່າລາວ. ໃນພາກຜະໜວກນັ້ນຍັງອະທິບາຍວ່າເມື່ອລູກມີບັນຫາເຫຼົ່ານີ້ກໍບໍ່ໄດ້ໝາຍຄວາມວ່າລູກບໍ່ເຫັນດີກັບຄວາມເຊື່ອຂອງເຈົ້າ. ແຕ່ອາດເປັນຍ້ອນລູກມີບັນຫາອື່ນ. ໃນພາກຜະໜວກນັ້ນຍັງໃຫ້ຄຳແນະນຳສຳລັບພໍ່ແມ່ກ່ຽວກັບວິທີຊ່ວຍລູກທີ່ເລີ່ມສົງໄສຄວາມຈິງໃນຄຳພີໄບເບິນ.
19. ພໍ່ແມ່ຈະຊ່ວຍລູກແນວໃດໃຫ້ມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ’?
19 ໃນຖານະເປັນພໍ່ແມ່ ເຈົ້າມີໜ້າທີ່ຮັບຜິດຊອບທີ່ສຳຄັນແລະມີສິດທິພິເສດຫຼາຍທີ່ຈະລ້ຽງລູກດ້ວຍ “ຄຳສັ່ງສອນແລະຄຳຕັກເຕືອນຈາກພະເຢໂຫວາ.” (ເອເຟດ 6:4, ລ.ມ.) ດັ່ງທີ່ເຮົາໄດ້ຮຽນ ນີ້ໝາຍຄວາມວ່າເຈົ້າຕ້ອງສອນເລື່ອງຄຳພີໄບເບິນໃຫ້ລູກແລະຊ່ວຍລູກໃຫ້ໝັ້ນໃຈໃນສິ່ງທີ່ໄດ້ຮຽນ. ເມື່ອເຂົາເຈົ້າມີຄວາມເຊື່ອເຂັ້ມແຂງຂຶ້ນ ເຂົາເຈົ້າກໍຈະຕັດສິນໃຈອຸທິດຕົວໃຫ້ພະເຢໂຫວາແລະໃຫ້ສິ່ງທີ່ດີທີ່ສຸດກັບພະອົງ. ຂໍໃຫ້ຄຳພີໄບເບິນ ພະລັງບໍລິສຸດຂອງພະເຢໂຫວາ ແລະຄວາມພະຍາຍາມຂອງເຈົ້າຊ່ວຍລູກໃຫ້ມີ ‘ສະຕິປັນຍາທີ່ຈະເຮັດໃຫ້ລອດ.’
a ຄູ່ມືປະກອບການຮຽນຂອງປຶ້ມ “ຄຳພີໄບເບິນສອນແນວໃດແທ້ໆ?” ເປັນເຄື່ອງມືທີ່ດີຫຼາຍທີ່ຊ່ວຍທັງເດັກນ້ອຍແລະຜູ້ໃຫຍ່ໃຫ້ຮູ້ວິທີອະທິບາຍຄຳສອນໃນຄຳພີໄບເບິນ. ເຈົ້າສາມາດເບິ່ງໄດ້ໃນ jw.org ເຊິ່ງມີຫຼາຍພາສາ. ເຂົ້າໄປທີ່ ຄຳສອນຂອງຄຳພີໄບເບິນ > ເຄື່ອງມືສຶກສາຄຳພີໄບເບິນ.