‘ດຳເນີນຊີວິດຕາມຄວາມເຊື່ອ ບໍ່ແມ່ນຕາມສິ່ງທີ່ເຫັນ’
ບໍ່ດົນກ່ອນທີ່ເມືອງເຢຣຶຊາເລມຖືກປິດລ້ອມແລະໃນທີ່ສຸດກໍຖືກທຳລາຍ ອັກຄະສາວົກໂປໂລຂຽນວ່າ ຄລິດສະຕຽນທີ່ເປັນເໝືອນທະຫານຜູ້ສັດຊື່ຂອງພະຄລິດຕ້ອງຄາດໝາຍວ່າຈະປະສົບກັບຄວາມລຳບາກ ແລະບໍ່ຈັດໃຫ້ຄວາມສະດວກສະບາຍແລະຄວາມມ່ວນຊື່ນຂອງຕົນເອງຢູ່ໃນອັນດັບທຳອິດ. (2 ຕີໂມ. 2:3, 4) ເນື່ອງຈາກຄວາມຫາຍະນະກຳລັງຈະເກີດຂຶ້ນກັບໂລກທີ່ບໍ່ເຫຼື້ອມໃສພະເຈົ້າ. ດັ່ງນັ້ນ ເຮົາຕ້ອງມີຄວາມເຊື່ອທີ່ເຂັ້ມແຂງເພື່ອຈະຈົດຈໍ່ຢູ່ໃນຄວາມເຊື່ອຕໍ່ໆໄປ. (2 ໂກ. 4:18; 5:7) ເບິ່ງວິດີໂອ‘ດຳເນີນຊີວິດຕາມຄວາມເຊື່ອ ບໍ່ແມ່ນຕາມສິ່ງທີ່ເຫັນ.’ (ເຂົ້າເວັບໄຊພາສາໄທ jw.org/th ເບິ່ງຫົວຂໍ້ ສິ່ງພິມແລະມັລຕິມີເດຍ > ວິດີໂອ) ຂໍໃຫ້ສັງເກດເບິ່ງວ່າການຍຶດຕິດກັບສິ່ງວັດຖຸຫຼາຍເກີນໄປເຮັດໃຫ້ນາຮາມແລະອາບີທັນຕົກໃນບ້ວງແຮ້ວຈົນເຖິງຕາຍແນວໃດ. ຈາກນັ້ນ ໃຫ້ຕອບຄຳຖາມຕໍ່ໄປນີ້.
(1) ໃນສະຕະວັດທຳອິດ ອັນໃດເປັນ “ສິ່ງຂອງອັນໜ້າກຽດໜ້າຊັງທີ່ . . . ຕັ້ງຢູ່ . . . ໃນທີ່ບໍລິສຸດ” ແລະຄລິດສະຕຽນທີ່ຢູ່ເມືອງເຢຣຶຊາເລມຕ້ອງລົງມືເຮັດຫຍັງ? (ມັດ. 24:15, 16) (2) ເປັນຫຍັງການໜີອອກຈາກເມືອງຈຳເປັນຕ້ອງມີຄວາມເຊື່ອ? (3) ການໜີອອກຈາກເມືອງຈຳເປັນຕ້ອງເສຍສະຫຼະສິ່ງໃດ? (4) ເປັນຫຍັງນາຮາມແລະອາບີທັນຈຶ່ງຊັກຊ້າ? (ມັດ. 24:17, 18) (5) ລາເຊນພົບກັບການທົດລອງຄວາມເຊື່ອອັນໃດອີກເມື່ອອອກຈາກເມືອງເຢຣຶຊາເລມ? (ມັດ. 10:34-37; ມໂກ. 10:29, 30) (6) ເອທານເປັນຕົວຢ່າງທີ່ດີແນວໃດໃນເລື່ອງຄວາມເຊື່ອແລະການໄວ້ວາງໃຈໃນພະເຢໂຫວາ? (7) ຄລິດສະຕຽນປະສົບກັບຄວາມຍາກລຳບາກອັນໃດໃນເມືອງເພັນລາ? (8) ຄວາມເຊື່ອຂອງນາຮາມແລະອາບີທັນຄ່ອຍໆອ່ອນແອລົງແນວໃດ? (9) ພະເຢໂຫວາເບິ່ງແຍງຄລິດສະຕຽນທີ່ຢູ່ເມືອງເພັນລາແນວໃດ? (ມັດ. 6:33; 1 ຕີໂມ. 6:6-8) (10) ເມື່ອປະເຊີນກັບອາວະສານຂອງລະບົບນີ້ ເຮົາຈະຮຽນແບບຄວາມເຊື່ອຂອງອັບລາຫາມແລະຊາລາແນວໃດ? (ເຫບ. 11:8-10) (11) ນາຮາມແລະອາບີທັນຫາເຫດຜົນແນວໃດເພື່ອຈະກັບຄືນໄປເມືອງເຢຣຶຊາເລມ ແລະເປັນຫຍັງການຄິດແບບນັ້ນຈຶ່ງຜິດ? (ລືກາ 21:21) (12) ເມື່ອນາຮາມແລະອາບີທັນກັບຄືນໄປເມືອງເຢຣຶຊາເລມ ສະພາບຊີວິດຈິງຂອງຜູ້ຄົນໃນເມືອງນັ້ນເປັນແນວໃດ? (13) ກ່ອນທີ່ອະວະສານຈະມາເຖິງ ເປັນຫຍັງເຮົາຕ້ອງເສີມສ້າງຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຂຶ້ນໃນຕອນນີ້?—ລືກາ 17:31, 32; 21:34-36
ການດຳເນີນຊີວິດຕາມຄວາມເຊື່ອໝາຍເຖິງ (1) ໄວ້ວາງໃຈໃນການຊີ້ນຳຂອງພະເຢໂຫວາ (2) ໃຫ້ການຊີ້ນຳຂອງພະອົງຊີ້ນຳກ້າວເດີນຂອງເຮົາ (3) ສະແດງໃຫ້ເຫັນວ່າເຮົາຮູ້ຄຸນຄ່າສິ່ງຝ່າຍວິນຍານຫຼາຍກວ່າສິ່ງຝ່າຍວັດຖຸ. ຂໍໃຫ້ເຮົາຕັດສິນໃຈທີ່ຈະດຳເນີນຊີວິດຕາມຄວາມເຊື່ອ ແລະໝັ້ນໃຈວ່າ: ‘ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກກຳລັງເສື່ອມສູນໄປ ແຕ່ວ່າຜູ້ທີ່ກະທຳຕາມນ້ຳໃຈຂອງພະເຈົ້າກໍຕັ້ງຢູ່ໄປເປັນນິດ.’—1 ໂຢ. 2:17