ຮູບເວທີແລະປ້າຍ
1922—ໜຶ່ງຮ້ອຍປີທີ່ແລ້ວ
“ພະເຈົ້າໃຫ້ພວກເຮົາຊະນະໄດ້ຍ້ອນພະເຢຊູຄລິດ.” (1ກຣ. 15:57) ຄຳເວົ້ານີ້ທີ່ເປັນຂໍ້ຄຳພີປະຈຳປີ 1922 ໄດ້ເຮັດໃຫ້ນັກສຶກສາຄຳພີໄບເບິນໝັ້ນໃຈວ່າ ພະເຢໂຫວາຈະໃຫ້ລາງວັນກັບເຂົາເຈົ້າຍ້ອນຄວາມສັດຊື່. ໃນປີນັ້ນ ພະເຢໂຫວາໄດ້ໃຫ້ລາງວັນກັບເຂົາເຈົ້າທີ່ປະກາດຢ່າງຫ້າວຫັນ ເພາະເພິ່ນໄດ້ອວຍພອນຕອນທີ່ເຂົາເຈົ້າພິມແລະປະກອບປຶ້ມຕ່າງໆຂອງອົງການ ແລະໃຊ້ວິທະຍຸເພື່ອເຜີຍແຜ່ຄວາມຈິງ. ຕໍ່ມາໃນປີ 1922 ເຮົາກໍເຫັນໄດ້ແຈ້ງອີກວ່າພະເຢໂຫວາອວຍພອນປະຊາຊົນຂອງເພິ່ນ ເພາະນັກສຶກສາຄຳພີໄບເບິນສາມາດປະຊຸມກັນຢູ່ຫໍປະຊຸມໃຫຍ່ໃນເມືອງຊີດາພອຍ ລັດໂອຮາຍໂອ ສະຫະລັດອາເມຣິກາ. ການປະຊຸມຄັ້ງນັ້ນມີຜົນຕໍ່ວຽກຂອງອົງການພະເຢໂຫວາຈົນຮອດທຸກມື້ນີ້.
“ຄວາມຄິດທີ່ດີ”
ເມື່ອມີການຂະຫຍາຍວຽກປະກາດ ພີ່ນ້ອງກໍຕ້ອງການວາລະສານແລະປຶ້ມຕ່າງໆຫຼາຍຂຶ້ນ. ພີ່ນ້ອງທີ່ຢູ່ເບເທນບຣຸກລິນໄດ້ພິມວາລະສານເອົາເອງ ແຕ່ເຂົາເຈົ້າໄດ້ຈ້າງບໍລິສັດໜຶ່ງໃຫ້ພິມປຶ້ມປົກແຂງ. ເປັນເວລາຫຼາຍເດືອນທີ່ບໍລິສັດພິມປຶ້ມປົກແຂງໃຫ້ບໍ່ທັນຕາມຄວາມຕ້ອງການຂອງເຮົາ. ດັ່ງນັ້ນ ພີ່ນ້ອງຣັດເທີຝອດຈຶ່ງໄປເວົ້າກັບພີ່ນ້ອງໂຣເບີດ ມາຕິນ ເຊິ່ງເປັນຜູ້ທີ່ເບິ່ງແຍງພະແນກການຈັດພິມໃນເບເທນວ່າ ເປັນໄປໄດ້ບໍທີ່ເຮົາຈະຜະລິດປຶ້ມປົກແຂງເອົາເອງ.
ໂຮງງານພິມຢູ່ຖະໜົນຄອນຄອດໃນບຣຸກລິນນິວຢອກ
ພີ່ນ້ອງໂຣເບີດບອກວ່າ: “ມັນເປັນຄວາມຄິດທີ່ດີ ແຕ່ມັນເປັນວຽກໃຫຍ່ແທ້ໆ. ເພາະວ່າເຮົາຕ້ອງໄດ້ເຮັດຂະບວນການຈັດພິມເຊິ່ງເລີ່ມຕັ້ງແຕ່ການຈັດໂຕໜັງສືຈົນຮອດປະກອບເຂົ້າກັນໃຫ້ເປັນປຶ້ມຫົວໜຶ່ງ. ພີ່ນ້ອງໄດ້ຊື້ອຸປະກອນຈັດພິມແລະເຊົ່າສະຖານທີ່ຢູ່ຖະໜົນຄອນຄອດເຮືອນເລກທີ 18 ໃນບຣຸກລິນ.
ບໍ່ແມ່ນທຸກຄົນທີ່ຈະດີໃຈເມື່ອເຫັນວ່າເຮົາມີໂຮງງານຜະລິດປຶ້ມເອົາເອງ. ປະທານບໍລິສັດທີ່ເຮົາເຄີຍຈ້າງໃຫ້ຜະລິດປຶ້ມໄດ້ມາຢາມໂຮງງານໃໝ່ຂອງເຮົາ. ລາວເວົ້າວ່າ: “ພວກເຈົ້າມີເຄື່ອງມືທີ່ທັນສະໄໝ ແຕ່ບໍ່ມີໃຜຈັກຄົນທີ່ຮູ້ຈັກໃຊ້ເຄື່ອງນີ້. ພາຍໃນ 6 ເດືອນມັນຈະກາຍເປັນເຫຼັກເສດທັງໝົດ.”
ພີ່ນ້ອງໂຣເບີດບອກວ່າ: “ທີ່ລາວເວົ້າກໍມີເຫດຜົນຢູ່. ແຕ່ເຮົາຮູ້ວ່າພະເຢໂຫວາຈະຊ່ວຍເຮົາຄືກັບທີ່ເພິ່ນເຄີຍຊ່ວຍມາແລ້ວ.” ພີ່ນ້ອງໂຣເບີດເວົ້າຖືກ ເພາະຈາກນັ້ນບໍ່ດົນພີ່ນ້ອງກໍສາມາດຜະລິດປຶ້ມໄດ້ 2.000 ຫົວຕໍ່ມື້.
ຜູ້ຄວບຄຸມເຄື່ອງພິມຢືນຢູ່ໃກ້ກັບເຄື່ອງພິມລາຍໂນໄທທີ່ຢູ່ໃນໂຮງງານ
ເຂົ້າຫາຜູ້ຄົນເປັນພັນໂດຍທາງວິທະຍຸ
ນອກຈາກຈະພິມປຶ້ມເອົາເອງແລ້ວ ພະຍານພະເຢໂຫວາຍັງເລີ່ມໃຊ້ວິທີການປະກາດຂ່າວດີແບບໃໝ່ໂດຍປະກາດທາງວິທະຍຸ. ໃນຕອນບ່າຍຂອງວັນອາທິດທີ 26 ກຸມພາ ປີ 1922 ພີ່ນ້ອງຣັດເທີຝອດໄດ້ໃຫ້ຄຳບັນຍາຍທາງວິທະຍຸເປັນຄັ້ງທຳອິດ. ລາວບັນຍາຍເລື່ອງ “ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນເວລານີ້ຈະບໍ່ຕາຍເລີຍ” ໃນສະຖານີວິທະຍຸ ເຄໂອຈີ (KOG) ຢູ່ລັອດແອງເຈີລິດສ໌ ລັດຄາລິຟໍເນຍ ສະຫະລັດອາເມຣິກາ.
ມີປະມານ 25.000 ຄົນທີ່ໄດ້ຟັງລາຍການນີ້. ບາງຄົນກໍສົ່ງຈົດໝາຍມາຂອບໃຈພີ່ນ້ອງຣັດເທີຝອດ. ໜຶ່ງໃນນັ້ນກໍຄື ວິວລັດ ເອັດຟອດ ທີ່ຢູ່ໃນຊັນຕາອັນນາ ລັດຄາລິຟໍເນຍ. ລາວຊົມເຊີຍພີ່ນ້ອງຣັດເທີຝອດທີ່ບັນຍາຍມ່ວນແລະໜ້າສົນໃຈ. ລາວເວົ້າວ່າ: “ໃນຄອບຄົວຂ້ອຍມີ 3 ຄົນທີ່ບໍ່ສະບາຍແລະອອກຈາກເຮືອນບໍ່ໄດ້ເລີຍ. ຖ້າບໍ່ມີການບັນຍາຍໂດຍທາງວິທະຍຸ ພວກເຮົາກໍຄືຊິບໍ່ໄດ້ຟັງເຈົ້າບັນຍາຍເລີຍເຖິງວ່າເຈົ້າຈະບັນຍາຍຢູ່ໃກ້ເຮືອນເຮົາກໍຕາມ.”
ຕໍ່ມາອົງການຂອງເຮົາກໍໄດ້ຈັດລາຍການໃນຫຼາຍໆສະຖານີ. ຮອດທ້າຍປີ 1922 ຫໍສັງເກດການສະບັບໜຶ່ງໄດ້ບອກວ່າ: “ມີຢ່າງໜ້ອຍ 300.000 ຄົນທີ່ໄດ້ຍິນຂ່າວສານຂອງເຮົາຜ່ານທາງວິທະຍຸ.”
ເມື່ອມີການຕອບຮັບດີ ນັກສຶກສາຄຳພີໄບເບິນຈຶ່ງຕັດສິນໃຈທີ່ຈະສ້າງສະຖານີວິທະຍຸຢູ່ເກາະສະເຕັດເຕນເຊິ່ງຢູ່ບໍ່ໄກຈາກເບເທນບຣຸກລິນ. ໃນປີຕໍ່ມາ ເຂົາເຈົ້າເອີ້ນສະຖານີນີ້ວ່າ ດັບເບິນຢູບີບີອາ (WBBR) ແລະໃຊ້ສະຖານີນີ້ເພື່ອປະກາດຂ່າວດີໄປຫຼາຍໆບ່ອນ.
“ເອດີວີ (ADV)”
ຫໍສັງເກດການ ສະບັບວັນທີ 15 ມິຖຸນາ 1922 ບອກວ່າ: “ຈະມີການປະຊຸມໃຫຍ່ໃນເມືອງຊີດາພອຍ ລັດໂອຮາຍໂອໃນວັນທີ 5-13 ກັນຍາ 1922.” ນັກສຶກສາຄຳພີໄບເບິນຮູ້ສຶກຕື່ນເຕັ້ນຫຼາຍແທ້ໆທີ່ໄດ້ເຂົ້າຮ່ວມການປະຊຸມນີ້.
ໃນຄຳບັນຍາຍທຳອິດ ພີ່ນ້ອງຣັດເທີຝອດບອກວ່າ: “ຂ້ອຍໝັ້ນໃຈແທ້ໆວ່າພະອົງເຈົ້າຈະອວຍພອນການປະຊຸມນີ້ ແລະຈະໃຫ້ມີການປະກາດແບບທີ່ບໍ່ເຄີຍມີມາກ່ອນ.” ໃນການປະຊຸມຄັ້ງນັ້ນ ຜູ້ບັນຍາຍຫຼາຍຄົນໄດ້ໃຫ້ກຳລັງໃຈພີ່ນ້ອງທີ່ຈະປະກາດຕໍ່ໆໄປ.
ຫຼາຍຄົນເຂົ້າຮ່ວມການປະຊຸມໃຫຍ່ປີ 1922 ໃນເມືອງຊີດາພອຍລັດໂອຮາຍໂອ
ໃນວັນສຸກທີ 8 ກັນຍາມີປະມານ 8.000 ຄົນທີ່ເຂົ້າຮ່ວມການປະຊຸມໃຫຍ່. ເຂົາເຈົ້າຢາກຟັງຄຳບັນຍາຍຂອງພີ່ນ້ອງຣັດເທີຝອດແລະຫວັງວ່າລາວຈະອະທິບາຍຄວາມໝາຍຂອງຄຳວ່າ “ADV” ທີ່ຂຽນໄວ້ຢູ່ໃນໃບເຊີນການປະຊຸມ. ເມື່ອຫຼາຍຄົນນັ່ງລົງໃນຫໍປະຊຸມ ເຂົາເຈົ້າຄືຊິສັງເກດເຫັນຜ້າໃຫຍ່ໆທີ່ມ້ວນໄວ້ຢູ່ເທິງເວທີ. ພີ່ນ້ອງອາເທີ ຄຼອດສ໌ໄດ້ເດີນທາງມາແຕ່ເມືອງທູຊາ ລັດອັອກລາໂຫມາສະຫະລັດອາເມຣິກາເພື່ອມາຮ່ວມການປະຊຸມໃຫຍ່. ລາວໄດ້ເລືອກນັ່ງບ່ອນທີ່ຈະໄດ້ຍິນຄຳບັນຍາຍຄັກໆເພາະໃນສະໄໝນັ້ນບໍ່ມີໄມຫຼືລຳໂພງເພື່ອຂະຫຍາຍສຽງ.
“ເຮົາຕັ້ງໃຈຟັງຄຳບັນຍາຍທຸກຄຳ”
ເພື່ອເຮັດໃຫ້ແນ່ໃຈວ່າຈະບໍ່ມີໃຜມາລົບກວນຕອນບັນຍາຍ ຜູ້ປະກາດລາຍການຈຶ່ງບອກວ່າ ເມື່ອພີ່ນ້ອງຣັດເທີຝອດເລີ່ມບັນຍາຍຈະບໍ່ອະນຸຍາດໃຫ້ໃຜເຂົ້າມາໃນຫ້ອງນີ້. ຕອນ 9:30 ພີ່ນ້ອງຣັດເທີຝອດໄດ້ເລີ່ມບັນຍາຍກ່ຽວກັບຄຳເວົ້າຂອງພະເຢຊູທີ່ຢູ່ໃນມັດທາຍ 4:17 ທີ່ວ່າ: “ການປົກຄອງທີ່ຢູ່ໃນສະຫວັນມາໃກ້ແລ້ວ.” ເມື່ອລາວເວົ້າເຖິງວິທີທີ່ຄົນໃນໂລກນີ້ຈະໄດ້ຍິນເລື່ອງການປົກຄອງຂອງພະເຈົ້າ ລາວບອກວ່າ: “ພະເຢຊູບອກວ່າຕອນທີ່ເພິ່ນມາປະທັບ ເພິ່ນຈະເຮັດວຽກຄືກັບວຽກກ່ຽວເຂົ້າ ເຊິ່ງກໍຄືການລວບລວມຄົນທີ່ສັດຊື່ແລະຈິງໃຈ.”
ພີ່ນ້ອງອາເທີທີ່ໄດ້ນັ່ງຢູ່ບ່ອນທີ່ຈະໄດ້ຍິນຄຳບັນຍາຍຄັກໆບອກວ່າ: “ເຮົາຕັ້ງໃຈຟັງຄຳບັນຍາຍທຸກຄຳ.” ແຕ່ບໍ່ດົນລາວກໍຮູ້ສຶກບໍ່ຄ່ອຍສະບາຍແລະຕ້ອງອອກໄປນອກຫໍປະຊຸມ. ແຕ່ລາວກໍຈຳໃຈອອກໄປ ເພາະຮູ້ວ່າຖ້າອອກໄປແລ້ວຊິກັບເຂົ້າມາບໍ່ໄດ້.
ສອງສາມນາທີຜ່ານໄປ ພີ່ນ້ອງອາເທີກໍຮູ້ສຶກດີຂຶ້ນ. ລາວບອກວ່າ ຕອນທີ່ລາວຍ່າງກັບໄປຫໍປະຊຸມ ລາວໄດ້ຍິນສຽງຕົບມືບັກດັງໆ. ນີ້ເຮັດໃຫ້ລາວແຮ່ງຢາກຟັງຄຳບັນຍາຍເຖິງວ່າຈະຕ້ອງປີນຂຶ້ນໄປເທິງຫຼັງຄາກໍຕາມ. ໃນທີ່ສຸດ ພີ່ນ້ອງອາເທີເຊິ່ງຕອນນັ້ນອາຍຸ 23 ປີກໍໄດ້ປີນຂຶ້ນໄປເທິງຫຼັງຄາແທ້ໆ. ລາວໄດ້ນັ່ງໃກ້ປ່ອງທີ່ຮັບແສງເຂົ້າມາໃນຫ້ອງນັ້ນ. ລາວບອກວ່າ: “ບ່ອນນີ້ໄດ້ຍິນສຽງບັກຄັກໆເລີຍ!”
ອາເທີບໍ່ແມ່ນຜູ້ດຽວທີ່ປີນຂຶ້ນໄປຫຼັງຄານັ້ນ. ໝູ່ຂອງລາວຈຳນວນໜຶ່ງໄດ້ຂຶ້ນໄປກ່ອນແລ້ວ. ໜຶ່ງໃນນັ້ນກໍຄືແຟ໋ງ ຈອນສັນ. ລາວໄດ້ແລ່ນໄປຖາມອາເທີວ່າ: “ເຈົ້າມີມີດພັບບໍ?”
ອາເທີຕອບວ່າ: “ມີແທ້.”
ແຟ໋ງບອກວ່າ: “ໂອ ເຈົ້າຕອບຄຳອະທິດຖານຂອງເຮົາເລີຍ! ເຈົ້າເຫັນມ້ວນຜ້າໃຫຍ່ໆນີ້ບໍ? ມັນເປັນປ້າຍໂຄສະນາ. ໃຫ້ຕັ້ງໃຈຟັງດີໆເດີ້ຕອນທີ່ຈັດຈ໌a ເວົ້າວ່າ ‘ເຈົ້າຕ້ອງໂຄສະນາ ໂຄສະນາ’ ເພາະຕອນນັ້ນເຮົາຕ້ອງຕັດເຊືອກສີ່ເສັ້ນນີ້ເລີຍ.”
ພີ່ນ້ອງອາເທີກັບໝູ່ຂອງລາວໄດ້ຈັບມີດລໍຖ້າສັນຍານເພື່ອຈະຕັດເຊືອກ. ບໍ່ດົນພີ່ນ້ອງຣັດເທີຝອດກໍເວົ້າເຖິງສ່ວນທີ່ສຳຄັນທີ່ສຸດຂອງຄຳບັນຍາຍ. ລາວໄດ້ເວົ້າສຽງດັງດ້ວຍຄວາມຕື່ນເຕັ້ນວ່າ “ຈົ່ງເປັນພະຍານທີ່ແທ້ຈິງແລະສັດຊື່ເພື່ອອົງພະຜູ້ເປັນເຈົ້າ. ຈົ່ງຕໍ່ສູ້ຕໍ່ໄປຈົນກວ່າທຸກສ່ວນຂອງບາບີໂລນຈະຮົກຮ້າງວ່າງເປົ່າ. ຈົ່ງປະກາດຂ່າວສານນີ້ອອກໄປໃຫ້ກວ້າງໄກ. ມະນຸດໂລກຕ້ອງຮູ້ວ່າພະເຢໂຫວາເປັນພະເຈົ້າແລະພະເຢຊູຄລິດເປັນພະມະຫາກະສັດແຫ່ງກະສັດທັງຫຼາຍແລະເປັນອົງພະຜູ້ເປັນເຈົ້າແຫ່ງເຈົ້ານາຍທັງຫຼາຍ. ບັດນີ້ເປັນເວລາສຳຄັນທີ່ສຸດ. ເບິ່ງແມ້ ພະມະຫາກະສັດໄດ້ປົກຄອງແລ້ວ! ເຈົ້າເປັນຜູ້ເຜີຍແຜ່ຂອງພະອົງ. ດັ່ງນັ້ນ ຈົ່ງໂຄສະນາ ໂຄສະນາ ໂຄສະນາພະມະຫາກະສັດແລະລາຊະອານາຈັກຂອງພະອົງ!”
ພີ່ນ້ອງອາເທີບອກວ່າ ລາວກັບໝູ່ໄດ້ຕັດເຊືອກແລະປ້າຍນັ້ນກໍຄ່ອຍໆມາຍອອກມາຢ່າງສວຍງາມ. ບັດນີ້ ເຮົາຮູ້ແລ້ວວ່າ ADV ໝາຍເຖິງ “Advertise the King and Kingdom” ເຊິ່ງແປວ່າ “ໂຄສະນາກະສັດແລະລາຊະອານາຈັກຂອງພະອົງ.”
ວຽກທີ່ສຳຄັນ
ການປະຊຸມໃຫຍ່ໃນເມືອງຊີດາພອຍໄດ້ຊ່ວຍພີ່ນ້ອງໃຫ້ເຫັນຄວາມສຳຄັນຂອງວຽກປະກາດ. ນີ້ຈຶ່ງກະຕຸ້ນເຂົາເຈົ້າໃຫ້ເຮັດວຽກປະກາດຫຼາຍຂຶ້ນ. “ເຄາະພໍເທີ” ຄົນໜຶ່ງ (ຕອນນີ້ເອີ້ນວ່າໄພໂອເນຍ) ທີ່ມາຈາກອັອກລາໂຫມາ ສະຫະລັດອາເມຣິກາບອກວ່າ: “ເຂດທີ່ເຮົາປະກາດເປັນເຂດທີ່ຂຸດຄົ້ນຖ່ານຫີນແລະປະຊາຊົນຢູ່ຫັ້ນກໍທຸກຍາກຫຼາຍ.” ລາວເວົ້າຕື່ມວ່າ: “ເມື່ອປະຊາຊົນເຂດນັ້ນໄດ້ຍິນຂ່າວສານທີ່ຢູ່ໃນປຶ້ມເດິ ໂກເດິນ ເອຈ (The Golden Age) ເຂົາເຈົ້າກໍເລີ່ມຮ້ອງໄຫ້.” ລາວຍັງເວົ້າຕື່ມວ່າ: “ຂ້ອຍຮູ້ສຶກວ່າເປັນສິດທິພິເສດຫຼາຍແທ້ໆທີ່ໄດ້ຊ່ວຍໃຫ້ກຳລັງໃຈຄົນເຫຼົ່ານັ້ນ.”
ນັກສຶກສາຄຳພີໄບເບິນຮູ້ສຶກວ່າເປັນເລື່ອງຮີບດ່ວນທີ່ຈະເຮັດຕາມຄຳເວົ້າຂອງພະເຢຊູທີ່ຢູ່ໃນລູກາ 10:2 ທີ່ວ່າ: “ວຽກເກັບກ່ຽວເປັນວຽກໃຫຍ່ແທ້ໆ ແຕ່ຄົນເກັບກ່ຽວຍັງມີໜ້ອຍ.” ເມື່ອຮອດທ້າຍປີ ນັກສຶກສາຄຳພີໄບເບິນກໍແຮ່ງຖືກກະຕຸ້ນທີ່ຈະໂຄສະນາເລື່ອງການປົກຄອງຂອງພະເຈົ້າໄປໃນຂອບເຂດທີ່ກວ້າງໃຫຍ່ຫຼາຍກວ່າເກົ່າ.
a ບາງເທື່ອມີການເອີ້ນພີ່ນ້ອງຣັດເທີຝອດວ່າ ‘ຈັດຈ໌’ ຍ້ອນວ່າລາວເຄີຍເປັນຜູ້ພິພາກສາຢູ່ລັດມິດຊູຣີ ສະຫະລັດອາເມຣິກາ.