ມາຣະໂກ
6 ພະເຢຊູເດີນທາງຈາກບ່ອນນັ້ນແລະກັບເມືອບ້ານທີ່ເປັນຖິ່ນຖານຂອງເພິ່ນ ພວກລູກສິດກໍຕິດຕາມເພິ່ນໄປ. 2 ເມື່ອຮອດວັນຊະບາໂຕ ພະເຢຊູເຂົ້າໄປສອນໃນບ່ອນປະຊຸມຂອງຊາວຢິວ ຜູ້ຟັງສ່ວນຫຼາຍກໍຮູ້ສຶກງຶດງໍ້ແລະພາກັນເວົ້າວ່າ: “ຜູ້ນີ້ໄດ້ຄວາມສາມາດທັງໝົດນີ້ມາຈາກໃສ? ລາວມີສະຕິປັນຍາແບບນີ້ໄດ້ແນວໃດ? ແລະຜູ້ໃດໃຫ້ລິດເດດລາວເຮັດການອັດສະຈັນແບບນີ້ໄດ້? 3 ລາວເປັນຊ່າງໄມ້ ເປັນລູກຊາຍຂອງມາຣີ ແລະເປັນອ້າຍຂອງຢາໂກໂບ ໂຢເຊັບ ຢູດາກັບຊີໂມນບໍ່ແມ່ນບໍ? ພວກນ້ອງສາວຂອງລາວກໍເປັນໄທບ້ານດຽວກັບພວກເຮົາບໍ່ແມ່ນບໍ?” ດັ່ງນັ້ນ ພວກເຂົາຈຶ່ງບໍ່ຍອມຮັບພະເຢຊູ. 4 ເພິ່ນຈຶ່ງບອກພວກເຂົາວ່າ: “ຜູ້ພະຍາກອນໄດ້ຮັບການຍອມຮັບນັບຖືໃນທຸກບ່ອນ ຍົກເວັ້ນໃນຖິ່ນຖານຂອງຕົວເອງ ໃນທ່າມກາງຍາດພີ່ນ້ອງ ແລະໃນຄອບຄົວ.” 5 ດັ່ງນັ້ນ ພະເຢຊູຈຶ່ງບໍ່ໄດ້ເຮັດການອັດສະຈັນຢູ່ບ່ອນນັ້ນ ນອກຈາກວາງມືເທິງຄົນເຈັບປ່ວຍພຽງບໍ່ເທົ່າໃດຄົນເພື່ອປິ່ນປົວພວກເຂົາ. 6 ທີ່ຈິງ ເພິ່ນແປກໃຈຫຼາຍທີ່ພວກເຂົາບໍ່ມີຄວາມເຊື່ອ. ຈາກນັ້ນ ພະເຢຊູໄດ້ໄປສອນຕາມບ້ານຕ່າງໆໃນບໍລິເວນໃກ້ຄຽງນັ້ນ.
7 ພະເຢຊູເອີ້ນອັກຄະສາວົກ 12 ຄົນມາ ແລ້ວເລີ່ມສົ່ງພວກເຂົາອອກໄປເປັນຄູ່ໆ ແລະໃຫ້ພວກເຂົາມີອຳນາດເໜືອພວກປີສາດ. 8 ເພິ່ນສັ່ງພວກເຂົາວ່ານອກຈາກໄມ້ຄ້ອນເທົ້າແລ້ວ ບໍ່ໃຫ້ເອົາຫຍັງຕິດຕົວໄປນຳ ບໍ່ວ່າຈະເປັນເຂົ້າຈີ່ ຖົງໃສ່ອາຫານ ຫຼືເງິນ* 9 ແຕ່ໃຫ້ເອົາເກີບທີ່ໃສ່ຢູ່ກັບເຄື່ອງນຸ່ງທີ່ຄາຄີງເທົ່ານັ້ນ. 10 ເພິ່ນບອກພວກເຂົາອີກວ່າ: “ເມື່ອເຂົ້າໄປໃນເຮືອນຫຼັງໃດ ກໍໃຫ້ພັກຢູ່ຫັ້ນຈົນກວ່າຈະອອກຈາກເມືອງນັ້ນ. 11 ຖ້າບ່ອນໃດບໍ່ຕ້ອນຮັບພວກເຈົ້າຫຼືບໍ່ຟັງພວກເຈົ້າ ກໍໃຫ້ສັ່ນຂີ້ຝຸ່ນອອກຈາກຕີນຕອນທີ່ອອກຈາກບ່ອນນັ້ນ ເພື່ອໃຫ້ພວກເຂົາຮູ້ວ່າພວກເຈົ້າເຕືອນພວກເຂົາແລ້ວ.” 12 ພວກເຂົາຈຶ່ງອອກໄປປະກາດໃຫ້ຜູ້ຄົນກັບໃຈ 13 ຂັບໄລ່ປີສາດຫຼາຍໂຕ ເອົານ້ຳມັນທາຄົນເຈັບປ່ວຍ ແລະປິ່ນປົວພວກເຂົາໃຫ້ດີເປັນປົກກະຕິ.
14 ແລ້ວກະສັດເຮໂຣດກໍໄດ້ຍິນເລື່ອງຂອງພະເຢຊູຍ້ອນຜູ້ຄົນພາກັນເວົ້າເຖິງເພິ່ນ ພວກເຂົາເວົ້າວ່າ: “ຜູ້ນີ້ແມ່ນໂຢຮັນຜູ້ໃຫ້ບັບເຕມາທີ່ຄືນມາຈາກຕາຍແລ້ວ ຍ້ອນແນວນີ້ລາວຈຶ່ງເຮັດການອັດສະຈັນໄດ້.” 15 ສ່ວນບາງຄົນບອກວ່າ: “ລາວແມ່ນເອລີຢາ” ແຕ່ບາງຄົນບອກວ່າ: “ລາວແມ່ນຜູ້ພະຍາກອນຄົນໜຶ່ງຄືກັບຜູ້ພະຍາກອນໃນສະໄໝກ່ອນໆ.” 16 ເມື່ອເຮໂຣດໄດ້ຍິນເລື່ອງນັ້ນກໍເວົ້າວ່າ: “ໂຢຮັນຄົນທີ່ຂ້ອຍສັ່ງຕັດຫົວໄດ້ຟື້ນຄືນມາແລ້ວ.” 17 ກ່ອນໜ້ານີ້ ເຮໂຣດສົ່ງຄົນໄປຈັບໂຢຮັນແລ້ວລ່າມໂສ້ໄວ້ໃນຄຸກ ຍ້ອນເລື່ອງທີ່ເຮໂຣດໄປແຕ່ງດອງກັບເຮໂຣເດຍທີ່ເຄີຍເປັນເມຍຂອງຟີລິບເຊິ່ງເປັນອ້າຍຂອງລາວ. 18 ໂຢຮັນເຄີຍເວົ້າກັບເຮໂຣດຫຼາຍເທື່ອວ່າ: “ມັນຜິດທີ່ທ່ານເອົາເຮໂຣເດຍມາເປັນເມຍ.” 19 ເຮໂຣເດຍຈຶ່ງຄຽດແຄ້ນແລະຢາກຈະຂ້າໂຢຮັນ ແຕ່ຂ້າບໍ່ໄດ້. 20 ຍ້ອນເຮໂຣດຢຳເກງໂຢຮັນ ລາວຮູ້ວ່າໂຢຮັນເປັນຄົນດີແລະເຫຼື້ອມໃສພະເຈົ້າ ຈຶ່ງປົກປ້ອງໂຢຮັນໄວ້. ເຮໂຣດມັກຟັງສິ່ງທີ່ໂຢຮັນສອນ ເມື່ອຟັງແລ້ວລາວກໍບໍ່ຮູ້ວ່າຈະເຮັດແນວໃດກັບໂຢຮັນ.
21 ແລ້ວໂອກາດກໍມາເຖິງ ໃນວັນເກີດຂອງເຮໂຣດ ລາວໄດ້ຈັດງານລ້ຽງອາຫານຄ່ຳສຳລັບຄົນທີ່ມີຕຳແໜ່ງສູງ ນາຍທະຫານລະດັບສູງ ແລະຄົນສຳຄັນໃນແຂວງຄາລີເລ. 22 ລູກສາວຂອງເຮໂຣເດຍກໍອອກມາເຕັ້ນ ເຮັດໃຫ້ເຮໂຣດແລະແຂກທີ່ກິນເຂົ້ານຳລາວພໍໃຈຫຼາຍ ກະສັດຈຶ່ງຖາມລູກສາວຂອງເຮໂຣເດຍວ່າ: “ເຈົ້າຢາກໄດ້ຫຍັງ ຂໍມາໂລດ ຂ້ອຍຈະໃຫ້.” 23 ກະສັດເຖິງຂັ້ນສາບານກັບລາວວ່າ: “ບໍ່ວ່າເຈົ້າຈະຂໍຫຍັງ ຂ້ອຍຈະໃຫ້ທຸກຢ່າງ ແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກກໍໃຫ້ໄດ້.” 24 ລາວກໍອອກໄປຖາມແມ່ວ່າ: “ລູກຈະຂໍຫຍັງດີ?” ແມ່ຕອບວ່າ: “ຂໍຫົວຂອງໂຢຮັນຜູ້ໃຫ້ບັບເຕມາໂລດ.” 25 ລູກສາວຂອງເຮໂຣເດຍກໍຟ້າວກັບໄປຫາກະສັດແລະເວົ້າວ່າ: “ຂ້ອຍຢາກໄດ້ຫົວຂອງໂຢຮັນຜູ້ໃຫ້ບັບເຕມາ ເອົາໃສ່ຖາດມາໃຫ້ຂ້ອຍດຽວນີ້.” 26 ຄຳຂໍນີ້ເຮັດໃຫ້ເຮໂຣດລຳບາກໃຈຫຼາຍ ແຕ່ກໍປະຕິເສດບໍ່ໄດ້ຍ້ອນໄດ້ສາບານໄວ້ແລ້ວຕໍ່ໜ້າແຂກໃນງານ. 27 ກະສັດຈຶ່ງສັ່ງທະຫານໃຫ້ໄປເອົາຫົວຂອງໂຢຮັນມາທັນທີ ແລ້ວທະຫານຄົນນັ້ນກໍໄປຕັດຫົວໂຢຮັນໃນຄຸກ 28 ແລະໃສ່ຖາດເອົາມາໃຫ້ລູກສາວຂອງເຮໂຣເດຍ ແລ້ວລາວກໍເອົາໄປໃຫ້ແມ່. 29 ເມື່ອພວກລູກສິດຂອງໂຢຮັນໄດ້ຍິນຂ່າວ ກໍມາເອົາສົບລາວໄປໄວ້ໃນອຸໂມງຝັງສົບ.
30 ພວກອັກຄະສາວົກກັບມາຫາພະເຢຊູ ແລະລາຍງານທຸກເລື່ອງທີ່ພວກເຂົາໄດ້ເຮັດແລະໄດ້ສອນ. 31 ພະເຢຊູຈຶ່ງບອກພວກເຂົາວ່າ: “ໄປ໋ ພວກເຮົາໄປບ່ອນທີ່ຫ່າງໄກຈາກຜູ້ຄົນ ເພື່ອຈະໄດ້ພັກຜ່ອນໜ້ອຍໜຶ່ງ.” ເພິ່ນເວົ້າແບບນັ້ນຍ້ອນມີຄົນຈຳນວນຫຼາຍມາຫາ ຈົນເພິ່ນກັບພວກລູກສິດຮອດບໍ່ມີເວລາທີ່ຈະກິນເຂົ້າ. 32 ພະເຢຊູກັບພວກລູກສິດຈຶ່ງຂຶ້ນເຮືອໄປບ່ອນທີ່ມິດງຽບເພື່ອຈະມີເວລາເປັນສ່ວນຕົວ. 33 ແຕ່ເມື່ອຜູ້ຄົນເຫັນເພິ່ນກັບພວກລູກສິດຂີ່ເຮືອອອກໄປແລະຫຼາຍຄົນຮູ້ວ່າຈະໄປໃສ ຜູ້ຄົນຈາກເມືອງຕ່າງໆກໍແລ່ນໄປຖ້າຢູ່ບ່ອນນັ້ນກ່ອນ. 34 ເມື່ອພະເຢຊູອອກຈາກເຮືອ ເພິ່ນເຫັນຜູ້ຄົນຈຳນວນຫຼາຍມາຖ້າຢູ່ກໍຮູ້ສຶກອີ່ຕົນ ເພາະພວກເຂົາເປັນຄືແກະທີ່ບໍ່ມີຄົນລ້ຽງ ພະເຢຊູຈຶ່ງສອນພວກເຂົາຫຼາຍເລື່ອງ.
35 ເມື່ອຮອດຄ້າຍແລງ ພວກລູກສິດມາຫາພະເຢຊູແລ້ວເວົ້າວ່າ: “ແຖວນີ້ຫ່າງໄກຈາກຜູ້ຄົນແລະຕອນນີ້ກໍຄ່ຳແລ້ວ. 36 ບອກພວກເຂົາໃຫ້ໄປຊອກຊື້ອາຫານຕາມໄຮ່ນາແລະຕາມບ້ານທີ່ຢູ່ໃກ້ໆນີ້ສາ.” 37 ແຕ່ພະເຢຊູບອກລູກສິດວ່າ: “ພວກເຈົ້າຫັ້ນແຫຼະເອົາອາຫານໃຫ້ພວກເຂົາກິນ.” ພວກລູກສິດຕອບວ່າ: “ຈະໃຫ້ພວກເຮົາໄປຊື້ເຂົ້າຈີ່ 200 ເດນາຣິອົນ*ໃຫ້ຄົນເຫຼົ່ານີ້ກິນຫວາ?” 38 ເພິ່ນບອກພວກເຂົາວ່າ: “ເບິ່ງດຸວ່າພວກເຈົ້າມີເຂົ້າຈີ່ຈັກອັນ?” ພວກລູກສິດໄປເບິ່ງແລ້ວກໍຕອບພະເຢຊູວ່າ: “ມີ 5 ອັນກັບປາ 2 ໂຕ.” 39 ພະເຢຊູສັ່ງໃຫ້ທຸກຄົນນັ່ງລົງເປັນກຸ່ມຢູ່ພື້ນທີ່ມີຫຍ້າຂຽວໆ. 40 ພວກເຂົາກໍນັ່ງລົງເປັນກຸ່ມໆ ບາງກຸ່ມກໍ 100 ຄົນ ບາງກຸ່ມກໍ 50 ຄົນ. 41 ແລ້ວພະເຢຊູກໍຈັບເອົາເຂົ້າຈີ່ 5 ອັນກັບປາ 2 ໂຕ ແລະເງີຍໜ້າຂຶ້ນຟ້າ ອະທິດຖານ ຈາກນັ້ນກໍຫັກເຂົ້າຈີ່ຍື່ນໃຫ້ພວກລູກສິດເພື່ອຢາຍໃຫ້ປະຊາຊົນ ແລ້ວເພິ່ນກໍແບ່ງປາ 2 ໂຕນັ້ນໃຫ້ທຸກຄົນ. 42 ທຸກຄົນໄດ້ກິນຈົນອີ່ມ 43 ແລະພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 12 ກະຕ່າ ເຊິ່ງຍັງບໍ່ລວມປາທີ່ເຫຼືອ. 44 ຄົນທີ່ກິນເຂົ້າຈີ່ນັ້ນນັບສະເພາະຜູ້ຊາຍມີ 5.000 ຄົນ.
45 ທັນທີຫຼັງຈາກນັ້ນ ພະເຢຊູກໍໃຫ້ພວກລູກສິດຂຶ້ນເຮືອຂ້າມຟາກໄປທາງເມືອງເບັດຊາອີດາກ່ອນ ສ່ວນເພິ່ນກໍຖ້າສົ່ງປະຊາຊົນຢູ່ບ່ອນນັ້ນ. 46 ຫຼັງຈາກລາພວກເຂົາແລ້ວ ພະເຢຊູກໍຂຶ້ນໄປເທິງພູເຂົາເພື່ອອະທິດຖານ. 47 ພໍຮອດຕອນຄ່ຳ ເຮືອຂອງພວກລູກສິດກໍຢູ່ກາງທະເລສາບ ແຕ່ພະເຢຊູຢູ່ເທິງຝັ່ງຄົນດຽວ. 48 ເມື່ອເພິ່ນເຫັນພວກເຂົາກຳລັງພາຍເຮືອດ້ວຍຄວາມຍາກລຳບາກຍ້ອນເຮືອແລ່ນຕ້ານກະແສລົມ ເພິ່ນກໍຍ່າງເທິງໜ້ານ້ຳມາຫາພວກເຂົາ ແຕ່ເຮັດຄືກັບວ່າຈະຍ່າງກາຍເຮືອພວກເຂົາໄປ ຕອນນັ້ນປະມານຍາມ 4.* 49 ເມື່ອພວກລູກສິດເຫັນຄົນຍ່າງຢູ່ເທິງໜ້ານ້ຳຈຶ່ງພາກັນເວົ້າວ່າ: “ແມ່ນຫຍັງຫັ້ນ!” ແລ້ວພວກເຂົາກໍຮ້ອງສຽງເຫຼີ. 50 ຍ້ອນພວກເຂົາເຫັນພະເຢຊູແລະຕົກໃຈຢ້ານ ແຕ່ເພິ່ນຟ້າວບອກພວກເຂົາວ່າ: “ບໍ່ຕ້ອງຕົກໃຈ! ຂ້ອຍເອງ ບໍ່ຕ້ອງຢ້ານ.” 51 ແລ້ວພະເຢຊູກໍຂຶ້ນໄປຫາພວກເຂົາຢູ່ເທິງເຮືອ ແລະລົມກໍສະຫງົບ ເມື່ອພວກເຂົາເຫັນແບບນັ້ນກໍຮູ້ສຶກງຶດງໍ້ຫຼາຍ 52 ຍ້ອນພວກເຂົາຍັງບໍ່ເຂົ້າໃຈຄວາມໝາຍຂອງການອັດສະຈັນກ່ຽວກັບເຂົ້າຈີ່ນັ້ນ.
53 ເມື່ອພະເຢຊູກັບລູກສິດຂ້າມມາຮອດຝັ່ງເຄັນເນຊາເຣັດແລ້ວ ພວກເຂົາກໍຈອດເຮືອໄວ້ໃກ້ຝັ່ງ. 54 ແຕ່ທັນທີທີ່ອອກຈາກເຮືອ ຜູ້ຄົນກໍຈື່ພະເຢຊູໄດ້. 55 ພວກເຂົາຈຶ່ງຟ້າວໄປບອກຄົນອື່ນໆທີ່ຢູ່ທົ່ວເຂດນັ້ນ ເມື່ອໄດ້ຍິນວ່າພະເຢຊູຢູ່ໃສ ພວກເຂົາກໍຫາມຄົນເຈັບປ່ວຍໃສ່ເປມາຫາເພິ່ນ. 56 ແລະບໍ່ວ່າພະເຢຊູຈະເຂົ້າໄປໃນບ້ານ ຫຼືໃນເມືອງ ຫຼືໃນຊົນນະບົດ ຜູ້ຄົນກໍຈະພາຄົນເຈັບປ່ວຍມາທີ່ຕະຫຼາດ* ຄົນເຈັບປ່ວຍໄດ້ອ້ອນວອນວ່າ ຂໍພຽງແຕ່ໄດ້ບາຍຍອຍເສື້ອຄຸມຂອງເພິ່ນເທົ່ານັ້ນ ແລະທຸກຄົນທີ່ໄດ້ບາຍຍອຍເສື້ອນັ້ນກໍເຊົາເຈັບປ່ວຍ.