ມາຣະໂກ
8 ໃນໄລຍະນັ້ນ ມີຄົນຈຳນວນຫຼາຍມາຫາພະເຢຊູອີກ ແລະພວກເຂົາບໍ່ມີຫຍັງກິນ. ພະເຢຊູຈຶ່ງເອີ້ນພວກລູກສິດມາແລະບອກວ່າ: 2 “ຂ້ອຍອີ່ຕົນຄົນເຫຼົ່ານີ້ຫຼາຍ ຍ້ອນພວກເຂົາຢູ່ກັບຂ້ອຍ 3 ມື້ແລ້ວແລະບໍ່ມີຫຍັງກິນ. 3 ຖ້າໃຫ້ພວກເຂົາເມືອເຮືອນຕອນທີ່ຍັງຫິວແບບນີ້ ພວກເຂົາອາດໝົດແຮງກາງທາງກໍໄດ້ ແລະບາງຄົນກໍຢູ່ໄກຫຼາຍ.” 4 ແຕ່ພວກລູກສິດບອກເພິ່ນວ່າ: “ໃນບ່ອນຫ່າງໄກແບບນີ້ຈະໄປຊອກອາຫານຢູ່ໃສມາໃຫ້ຄົນທັງໝົດນີ້ກິນຈົນອີ່ມ?” 5 ພະເຢຊູຈຶ່ງຖາມພວກເຂົາວ່າ: “ພວກເຈົ້າມີເຂົ້າຈີ່ຈັກອັນ?” ພວກເຂົາຕອບວ່າ: “ມີ 7 ອັນ.” 6 ພະເຢຊູບອກໃຫ້ປະຊາຊົນນັ່ງລົງພື້ນ ຈາກນັ້ນເພິ່ນກໍຈັບເອົາເຂົ້າຈີ່ 7 ອັນ ແລ້ວອະທິດຖານຂອບໃຈພະເຈົ້າ ແລະຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກລູກສິດເອົາໄປຢາຍ ແລ້ວພວກເຂົາກໍຢາຍໃຫ້ປະຊາຊົນ. 7 ພວກເຂົາຍັງມີປານ້ອຍບໍ່ເທົ່າໃດໂຕນຳອີກ ພະເຢຊູໄດ້ອະທິດຖານ ແລ້ວບອກພວກລູກສິດເອົາປາເຫຼົ່ານັ້ນໄປຢາຍໃຫ້ປະຊາຊົນຄືກັນ. 8 ທຸກຄົນໄດ້ກິນຈົນອີ່ມແລະພວກເຂົາທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມ 7 ກະຕ່າໃຫຍ່. 9 ຢູ່ຫັ້ນມີຜູ້ຊາຍປະມານ 4.000 ຄົນ. ຫຼັງຈາກກິນແລ້ວໆ ພະເຢຊູກໍໃຫ້ພວກເຂົາເມືອ.
10 ທັນທີຫຼັງຈາກນັ້ນ ພະເຢຊູກໍຂຶ້ນເຮືອກັບພວກລູກສິດແລະໄປຮອດເຂດດານມານຸທາ.* 11 ຢູ່ຫັ້ນມີພວກຟາຣິຊາຍມາໂຕ້ຖຽງກັບເພິ່ນ ແລະທ້າໃຫ້ເພິ່ນເຮັດການອັດສະຈັນໃນທ້ອງຟ້າໃຫ້ພວກເຂົາເຫັນເພື່ອຈະທົດສອບເພິ່ນ. 12 ພະເຢຊູຖອນຫາຍໃຈໃຫຍ່ແລະເວົ້າວ່າ: “ເປັນຫຍັງຄົນສະໄໝນີ້ຢາກເຫັນການອັດສະຈັນຢູ່ເລື້ອຍໆ? ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຂົາຈະບໍ່ໄດ້ເຫັນການອັດສະຈັນຫຍັງເລີຍ.” 13 ເມື່ອເວົ້າຈົບ ພະເຢຊູກໍໄປຈາກພວກເຂົາແລະຂຶ້ນເຮືອຂ້າມທະເລສາບໄປອີກຟາກໜຶ່ງ.
14 ແຕ່ພວກລູກສິດລືມເອົາເຂົ້າຈີ່ໄປນຳ ແລະໃນເຮືອມີແຕ່ເຂົ້າຈີ່ອັນດຽວ. 15 ພະເຢຊູເຕືອນພວກເຂົາຢ່າງໜັກແໜ້ນວ່າ: “ເຝົ້າລະວັງໃຫ້ດີໆ ຢ່າຮັບເອົາເຊື້ອຂອງພວກຟາຣິຊາຍກັບຂອງເຮໂຣດເດີ້.” 16 ແລ້ວພວກເຂົາກໍເລີ່ມຮ້າຍກັນເລື່ອງທີ່ລືມເອົາເຂົ້າຈີ່ມາ. 17 ເມື່ອພະເຢຊູໄດ້ຍິນ ກໍເວົ້າກັບພວກເຂົາວ່າ: “ເປັນຫຍັງພວກເຈົ້າຈຶ່ງຮ້າຍກັນເລື່ອງທີ່ບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ຮູ້ແລະບໍ່ເຂົ້າໃຈຄວາມໝາຍຂອງເລື່ອງນີ້ອີກຫວາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມເຂົ້າໃຈຫຍັງເລີຍ? 18 ‘ພວກເຈົ້າມີຕາແຕ່ເບິ່ງບໍ່ເຫັນ ມີຫູແຕ່ບໍ່ໄດ້ຍິນ’ ຄືກັນຫວາ? ຈື່ບໍ 19 ຕອນທີ່ຂ້ອຍຫັກເຂົ້າຈີ່ 5 ອັນລ້ຽງຜູ້ຊາຍ 5.000 ຄົນນັ້ນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມຈັກກະຕ່າ?” ພວກເຂົາຕອບວ່າ: “12 ກະຕ່າ.” 20 “ແລ້ວຕອນທີ່ຂ້ອຍຫັກເຂົ້າຈີ່ 7 ອັນລ້ຽງຜູ້ຊາຍ 4.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ເຕັມຈັກກະຕ່າໃຫຍ່?” ພວກເຂົາຕອບວ່າ: “7 ກະຕ່າໃຫຍ່.” 21 ເພິ່ນຈຶ່ງບອກພວກເຂົາວ່າ: “ເຫັນແບບນີ້ແລ້ວ ພວກເຈົ້າຍັງບໍ່ເຂົ້າໃຈອີກຫວາ?”
22 ເມື່ອພະເຢຊູກັບພວກລູກສິດມາຮອດເມືອງເບັດຊາອີດາ ຜູ້ຄົນກໍພາຜູ້ຊາຍຕາບອດຄົນໜຶ່ງມາຫາແລະອ້ອນວອນເພິ່ນໃຫ້ບາຍຕົວລາວ. 23 ພະເຢຊູຈູງຜູ້ຊາຍຕາບອດອອກໄປນອກເມືອງ ເພິ່ນເອົານ້ຳລາຍມາໃສ່ຕາລາວ ວາງມືເທິງລາວ ແລ້ວຖາມວ່າ: “ເຈົ້າເຫັນຫຍັງແດ່?” 24 ລາວເງີຍໜ້າຂຶ້ນເບິ່ງແລະຕອບວ່າ: “ຂ້ອຍຄິດວ່າເຫັນຄົນ. ພວກເຂົາເປັນຄືກັບຕົ້ນໄມ້ແຕ່ຍ່າງໄປຍ່າງມາ.” 25 ພະເຢຊູວາງມືເທິງຕາລາວອີກເທື່ອໜຶ່ງ ແລ້ວລາວກໍເຫັນແຈ້ງ. ຕາລາວດີເປັນປົກກະຕິແລະເບິ່ງເຫັນທຸກຢ່າງຊັດເຈນ. 26 ພະເຢຊູຈຶ່ງບອກໃຫ້ລາວເມືອເຮືອນແລະສັ່ງວ່າ: “ບໍ່ຕ້ອງເຂົ້າໄປໃນເມືອງ.”
27 ພະເຢຊູກັບພວກລູກສິດເດີນທາງໄປຕາມບ້ານຕ່າງໆໃນເຂດກາຍຊາເຣຍຟີລິບປອຍ ໃນຂະນະທີ່ເດີນທາງ ເພິ່ນຖາມພວກລູກສິດວ່າ: “ຄົນທົ່ວໄປເວົ້າວ່າຂ້ອຍແມ່ນໃຜ?” 28 ພວກເຂົາຕອບເພິ່ນວ່າ: “ບາງຄົນບອກວ່າແມ່ນໂຢຮັນຜູ້ໃຫ້ບັບເຕມາ ບາງຄົນບອກວ່າແມ່ນເອລີຢາ ແຕ່ກໍມີບາງຄົນບອກວ່າແມ່ນຜູ້ໜຶ່ງໃນພວກຜູ້ພະຍາກອນ.” 29 ແລ້ວພະເຢຊູຖາມພວກເຂົາວ່າ: “ພວກເຈົ້າເດ້ ຄິດວ່າຂ້ອຍແມ່ນໃຜ?” ເປໂຕຕອບວ່າ: “ທ່ານເປັນພະຄລິດ.” 30 ພະເຢຊູສັ່ງພວກລູກສິດຢ່າງໜັກແໜ້ນວ່າບໍ່ໃຫ້ບອກເລື່ອງນີ້ໃຫ້ຜູ້ໃດຟັງ. 31 ແລະເພິ່ນເລີ່ມອະທິບາຍໃຫ້ພວກເຂົາຮູ້ວ່າ ‘ລູກມະນຸດ’ ຈະຕ້ອງຖືກທໍລະມານຫຼາຍຢ່າງດ້ວຍນ້ຳມືຂອງພວກຜູ້ນຳຊາວຢິວ ແລະພວກປະໂລຫິດໃຫຍ່ກັບພວກຄູສອນສາສະໜາ ພວກນັ້ນຈະບໍ່ຍອມຮັບເພິ່ນແລະເພິ່ນຈະຖືກຂ້າ ແຕ່ຫຼັງຈາກນັ້ນ 3 ມື້ເພິ່ນຈະຄືນມາຈາກຕາຍ. 32 ພະເຢຊູບອກເລື່ອງນີ້ແບບກົງໄປກົງມາ ເປໂຕຈຶ່ງພາພະອົງໄປຕ່າງຫາກແລະແນະນຳເພິ່ນ. 33 ພະເຢຊູຫຼຽວໄປເບິ່ງພວກລູກສິດແລ້ວຕຳໜິເປໂຕວ່າ: “ເຊົາເວົ້າດຽວນີ້ ຊາຕານ!* ຍ້ອນສິ່ງທີ່ເຈົ້າຄິດບໍ່ແມ່ນຄວາມຄິດຂອງພະເຈົ້າ ແຕ່ແມ່ນຄວາມຄິດຂອງມະນຸດ.”
34 ແລ້ວພະເຢຊູເອີ້ນຝູງຄົນກັບພວກລູກສິດເຂົ້າມາຫາແລະເວົ້າວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອຕົວເອງ ຍອມແບກເສົາທໍລະມານ*ຂອງຕົວເອງ ແລ້ວຕິດຕາມຂ້ອຍເລື້ອຍໆໄປ. 35 ເພາະຄົນທີ່ພະຍາຍາມເອົາຕົວລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍແລະເພື່ອຂ່າວດີຈະໄດ້ຊີວິດ. 36 ທີ່ຈິງ ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກແຕ່ຕ້ອງເສຍຊີວິດ ຈະມີປະໂຫຍດຫຍັງ? 37 ທີ່ຈິງ ຄົນເຮົາຈະເອົາຫຍັງມາແລກກັບຊີວິດຂອງຕົວເອງ? 38 ໃນສະໄໝຂອງຄົນຊົ່ວແລະຄົນທີ່ບໍ່ສັດຊື່ຕໍ່ພະເຈົ້າ* ຖ້າຜູ້ໃດອາຍຍ້ອນເປັນລູກສິດແລະຍ້ອນຄຳສອນຂອງຂ້ອຍ ‘ລູກມະນຸດ’ ກໍຈະອາຍທີ່ຈະຍອມຮັບຜູ້ນັ້ນເມື່ອເພິ່ນໄດ້ຮັບອຳນາດຍິ່ງໃຫຍ່ຈາກພະເຈົ້າຜູ້ເປັນພໍ່ ເພິ່ນຈະມາພ້ອມກັບພວກທູດສະຫວັນທີ່ບໍລິສຸດ.”