ລູກາ
21 ເມື່ອພະເຢຊູແນມໄປທີ່ກ່ອງບໍລິຈາກກໍເຫັນຄົນຮັ່ງມີກຳລັງປ່ອນເງິນລົງໄປ. 2 ແລ້ວເພິ່ນກໍເຫັນແມ່ໝ້າຍທຸກຍາກຄົນໜຶ່ງປ່ອນເງິນຫຼຽນນ້ອຍໆ 2 ຫຼຽນທີ່ມີຄ່າໜ້ອຍຫຼາຍ* 3 ເພິ່ນຈຶ່ງເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ແມ່ໝ້າຍທີ່ທຸກຍາກຜູ້ນີ້ໄດ້ປ່ອນເງິນລົງໃນກ່ອງບໍລິຈາກຫຼາຍກວ່າທຸກຄົນ. 4 ເພາະຄົນອື່ນເອົາເງິນເຫຼືອໃຊ້ມາບໍລິຈາກ ແຕ່ແມ່ໝ້າຍຜູ້ນີ້ ເຖິງຈະທຸກຍາກຫຼາຍ ກໍຍັງເອົາເງິນທັງໝົດທີ່ລາວມີສຳລັບລ້ຽງຊີວິດມາບໍລິຈາກ.”
5 ຕໍ່ມາ ມີບາງຄົນເວົ້າເຖິງວິຫານວ່າຕົກແຕ່ງດ້ວຍຫີນທີ່ສວຍງາມແລະດ້ວຍຂອງທີ່ມີຄ່າທີ່ຜູ້ຄົນເອົາມາຖວາຍ 6 ພະເຢຊູຈຶ່ງບອກວ່າ: “ສິ່ງທັງໝົດທີ່ພວກເຈົ້າເຫັນຢູ່ນີ້ ມື້ໜຶ່ງຈະຖືກທຳລາຍຈົນບໍ່ເຫຼືອແມ່ນແຕ່ຫີນກ້ອນດຽວທີ່ຢອງທັບກັນຢູ່.” 7 ພວກເຂົາກໍເລີຍຖາມພະເຢຊູວ່າ: “ອາຈານ ເລື່ອງນີ້ຈະເກີດຂຶ້ນຕອນໃດ ແລະຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າເລື່ອງນີ້ໃກ້ຈະເກີດຂຶ້ນແລ້ວ?” 8 ເພິ່ນຕອບວ່າ: “ລະວັງໃຫ້ດີ ຢ່າໃຫ້ຜູ້ໃດມາຫຼອກລວງພວກເຈົ້າ ເພາະຫຼາຍຄົນຈະມາແອບອ້າງຊື່ຂ້ອຍແລະບອກວ່າ ‘ຂ້ອຍເປັນພະຄລິດ’ ແລະຍັງບອກອີກວ່າ ‘ໃກ້ຈະຮອດເວລານັ້ນແລ້ວ.’ ຢ່າຫຼົງເຊື່ອພວກເຂົາ. 9 ນອກຈາກນັ້ນ ເຈົ້າຈະໄດ້ຍິນສຽງການສູ້ຮົບແລະຄວາມປັ່ນປ່ວນວຸ່ນວາຍ* ບໍ່ຕ້ອງຢ້ານ ເພາະທັງໝົດນີ້ຈະຕ້ອງເກີດຂຶ້ນກ່ອນ ແຕ່ຈຸດຈົບຍັງບໍ່ມາເຖິງທັນທີ.”
10 ພະເຢຊູບອກພວກເຂົາຕໍ່ໄປວ່າ: “ຈະມີການສູ້ຮົບກັນລະຫວ່າງປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກ. 11 ຈະເກີດແຜ່ນດິນໄຫວໃຫຍ່ໃນບ່ອນຕ່າງໆ ຈະເກີດການຂາດແຄນອາຫານແລະໂລກລະບາດຫຼາຍແຫ່ງ ແລະຈະເກີດປາກົດການທີ່ໜ້າຢ້ານ ແລະຈະມີສັນຍານຕ່າງໆທີ່ເຫັນໄດ້ແຈ້ງໃນທ້ອງຟ້າ.
12 ແຕ່ກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ ພວກເຈົ້າຈະຖືກຈັບແລະຖືກຂົ່ມເຫງ ຈະຖືກຄຸມຕົວໄປໃນບ່ອນປະຊຸມຂອງຊາວຢິວແລະຖືກຂັງຄຸກ. ພວກເຈົ້າຈະຖືກພາຕົວໄປຢູ່ຕໍ່ໜ້າກະສັດແລະເຈົ້າແຂວງເພາະພວກເຈົ້າເປັນລູກສິດຂອງຂ້ອຍ. 13 ນີ້ຈະເປັນໂອກາດທີ່ພວກເຈົ້າຈະໄດ້ບອກພວກເຂົາໃຫ້ຮູ້ຄວາມຈິງ. 14 ພວກເຈົ້າບໍ່ຕ້ອງຊ້ອມໄວ້ກ່ອນວ່າຈະເວົ້າຫຍັງ 15 ເພາະຂ້ອຍຈະໃຫ້ພວກເຈົ້າມີສະຕິປັນຍາແລະຮູ້ວ່າຈະເວົ້າຫຍັງ ຈົນພວກຄົນທີ່ຮ່ວມຫົວກັນຕໍ່ຕ້ານພວກເຈົ້າຈະຄັດຄ້ານຫຼືໂຕ້ແຍ່ງບໍ່ໄດ້. 16 ແມ່ນແຕ່ພໍ່ແມ່ ອ້າຍເອື້ອຍນ້ອງ ຍາດພີ່ນ້ອງ ແລະໝູ່ເພື່ອນຂອງພວກເຈົ້າກໍຈະສົ່ງຕົວພວກເຈົ້າຂຶ້ນສານ* ແລະເຮັດໃຫ້ພວກເຈົ້າບາງຄົນຕ້ອງຖືກຂ້າ 17 ທຸກຄົນຈະກຽດຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ. 18 ແຕ່ເສັ້ນຜົມຂອງພວກເຈົ້າແມ່ນແຕ່ເສັ້ນດຽວກໍຈະບໍ່ຖືກທຳລາຍ. 19 ໃຫ້ອົດທົນຈົນເຖິງທີ່ສຸດ ແລ້ວພວກເຈົ້າຈະໄດ້ຊີວິດ.
20 ເມື່ອພວກເຈົ້າເຫັນກອງທັບມາຕັ້ງຄ້າຍອ້ອມຮອບເມືອງເຢຣູຊາເລັມ ກໍໃຫ້ຮູ້ວ່າເມືອງນີ້ໃກ້ຈະຖືກທຳລາຍໃຫ້ຮ້າງເປົ່າແລ້ວ. 21 ໃນຕອນນັ້ນ ໃຫ້ຄົນທີ່ຢູ່ໃນແຂວງຢູດາຍເລີ່ມໜີໄປທີ່ພູເຂົາ ໃຫ້ຄົນທີ່ຢູ່ໃນເມືອງອອກໄປ ແລະຄົນທີ່ຢູ່ນອກເມືອງຢ່າເຂົ້າມາ 22 ເພາະໄລຍະນັ້ນພະເຈົ້າຈະພິພາກສາດ້ວຍຄວາມຍຸຕິທຳ*ຕາມທີ່ຂຽນໄວ້ໃນພະຄຳພີ. 23 ໄລຍະເວລານັ້ນຈະເປັນຕາຢ້ານຫຼາຍສຳລັບຜູ້ຍິງຖືພາແລະແມ່ລູກອ່ອນທີ່ລູກຍັງບໍ່ເຊົານົມ! ເພາະຈະເກີດຄວາມທຸກຢ່າງໜັກໃນແຜ່ນດິນແລະຊົນຊາດນີ້ຈະຖືກລົງໂທດ. 24 ພວກເຂົາຈະລົ້ມຕາຍດ້ວຍຄົມດາບແລະຖືກຈັບໄປເປັນຊະເລີຍໃນປະເທດຕ່າງໆ* ແລະເມືອງເຢຣູຊາເລັມຈະຖືກຊາດອື່ນໆຢຽບຍ່ຳ ຈົນກວ່າເວລາຂອງຄົນຕ່າງຊາດຈະຈົບລົງ.
25 ຈະເກີດສິ່ງທີ່ໜ້າອັດສະຈັນທີ່ດວງຕາເວັນ ດວງເດືອນ ແລະດວງດາວຕ່າງໆ ສ່ວນໃນໂລກຈະເກີດຄວາມທຸກເດືອດຮ້ອນແລະມີສຽງກຶກກ້ອງຂອງທະເລທີ່ປັ່ນປ່ວນ ຈົນຊາດຕ່າງໆບໍ່ຮູ້ທາງອອກ. 26 ຜູ້ຄົນຈະຢ້ານຈົນສະຫຼົບໄປຍ້ອນເຫັນສິ່ງທີ່ກຳລັງເກີດຂຶ້ນໃນໂລກ ແລະສິ່ງທີ່ມີພະລັງໃນຟ້າສະຫວັນຈະສັ່ນສະເທືອນ. 27 ແລ້ວຜູ້ຄົນຈະເຫັນ ‘ລູກມະນຸດ’ ມາເທິງເມກໃນທ້ອງຟ້າດ້ວຍລິດເດດແລະລັດສະໝີທີ່ແຮງກ້າ. 28 ເມື່ອເຫດການທັງໝົດນີ້ເລີ່ມເກີດຂຶ້ນ ໃຫ້ພວກເຈົ້າຢືນໂຕຊື່ແລະເງີຍໜ້າຂຶ້ນ ຍ້ອນພະເຈົ້າຈະມາຊ່ວຍພວກເຈົ້າໃຫ້ລອດແລ້ວ.”
29 ແລ້ວພະເຢຊູຈຶ່ງຍົກຕົວຢ່າງປຽບທຽບໃຫ້ພວກເຂົາຟັງວ່າ: “ໃຫ້ສັງເກດຕົ້ນໝາກເດື່ອແລະຕົ້ນໄມ້ອື່ນໆເບິ່ງແມ້. 30 ເມື່ອເຫັນຕົ້ນໄມ້ເຫຼົ່ານັ້ນປົ່ງໃບ ພວກເຈົ້າກໍຮູ້ວ່າໃກ້ຈະຮອດລະດູຮ້ອນແລ້ວ. 31 ຄ້າຍຄືກັນ ເມື່ອພວກເຈົ້າເຫັນເຫດການເຫຼົ່ານີ້ ພວກເຈົ້າກໍຮູ້ວ່າການປົກຄອງ*ຂອງພະເຈົ້າມາໃກ້ແລ້ວ. 32 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນສະໄໝນີ້ຈະບໍ່ຕາຍໄປກ່ອນທີ່ເຫດການທັງໝົດນີ້ຈະເກີດຂຶ້ນ. 33 ຟ້າສະຫວັນແລະໂລກຈະສູນສິ້ນໄປ ແຕ່ຄຳເວົ້າຂອງຂ້ອຍຈະບໍ່ມີວັນສູນຫາຍເລີຍ.
34 ລະວັງຕົວໃຫ້ດີ ຢ່າໝົກມຸ້ນກັບການກິນການດື່ມຫຼາຍໂພດ ຫຼືອຸກໃຈກັບຊີວິດ ແລ້ວວັນນັ້ນຈະມາຢ່າງກະທັນຫັນໂດຍທີ່ພວກເຈົ້າບໍ່ຮູ້ຕົວ 35 ຄືກັບແຮ້ວຈັບສັດ. ເພາະທຸກຄົນທົ່ວໂລກຈະຕ້ອງເຈິກັບວັນນັ້ນ. 36 ດັ່ງນັ້ນ ໃຫ້ເຈົ້າຕື່ນຕົວຢູ່ສະເໝີແລະອະທິດຖານອ້ອນວອນຢູ່ເລື້ອຍໆ ເພື່ອເຈົ້າຈະລອດຈາກເຫດການທັງໝົດທີ່ຈະເກີດຂຶ້ນແລະຢືນຢູ່ຕໍ່ໜ້າ ‘ລູກມະນຸດ’ ໄດ້.”
37 ຕອນກາງເວັນພະເຢຊູສອນຢູ່ວິຫານ ສ່ວນຕອນກາງຄືນເພິ່ນອອກໄປນອກເມືອງແລະພັກຢູ່ພູເຂົາທີ່ຊື່ວ່າພູເຂົາໝາກກອກ. 38 ຜູ້ຄົນຈະມາຫາເພິ່ນຢູ່ວິຫານແຕ່ເຊົ້າໆເພື່ອຟັງເພິ່ນສອນ.