ໂຢຮັນ
16 “ຂ້ອຍບອກເລື່ອງທັງໝົດນີ້ເພື່ອພວກເຈົ້າຈະບໍ່ສູນເສຍຄວາມເຊື່ອ.* 2 ພວກເຈົ້າຈະຖືກໄລ່ອອກຈາກບ່ອນປະຊຸມຂອງຊາວຢິວ.* ທີ່ຈິງ ອີກບໍ່ດົນທຸກຄົນທີ່ຂ້າພວກເຈົ້າຈະຄິດວ່ານັ້ນເປັນການຮັບໃຊ້ພະເຈົ້າ.* 3 ພວກເຂົາຈະເຮັດແບບນັ້ນກໍຍ້ອນບໍ່ຮູ້ຈັກພະເຈົ້າຜູ້ເປັນພໍ່ແລະບໍ່ຮູ້ຈັກຂ້ອຍ. 4 ແຕ່ຂ້ອຍບອກເລື່ອງທັງໝົດນີ້ເພື່ອວ່າ ເມື່ອເຫດການນັ້ນເກີດຂຶ້ນ ພວກເຈົ້າຈະຄິດພໍ້ວ່າຂ້ອຍໄດ້ບອກພວກເຈົ້າແລ້ວ.
ຂ້ອຍບໍ່ໄດ້ບອກເລື່ອງທັງໝົດນີ້ກັບພວກເຈົ້າຕັ້ງແຕ່ທຳອິດ ກໍຍ້ອນທີ່ຜ່ານມາຂ້ອຍຍັງຢູ່ນຳພວກເຈົ້າ. 5 ຕອນນີ້ຂ້ອຍຈະໄປຫາພະອົງຜູ້ທີ່ໃຊ້ຂ້ອຍມາ ແຕ່ບໍ່ມີຜູ້ໃດໃນພວກເຈົ້າຖາມຂ້ອຍວ່າ ‘ທ່ານຈະໄປໃສ?’ 6 ຍ້ອນຂ້ອຍບອກພວກເຈົ້າເລື່ອງເຫຼົ່ານີ້ ພວກເຈົ້າຈຶ່ງທຸກໃຈຫຼາຍ. 7 ເຖິງຢ່າງນັ້ນ ຂ້ອຍຈະບອກໃຫ້ຮູ້ວ່າ ການທີ່ຂ້ອຍຈະໄປກໍເພື່ອປະໂຫຍດຂອງພວກເຈົ້າ ເພາະຖ້າຂ້ອຍບໍ່ໄປ ຜູ້ຊ່ວຍຈະບໍ່ມາຫາພວກເຈົ້າ ແຕ່ຖ້າຂ້ອຍໄປ ຂ້ອຍກໍຈະສົ່ງຜູ້ຊ່ວຍມາຫາພວກເຈົ້າ. 8 ເມື່ອມາແລ້ວ ຜູ້ຊ່ວຍນັ້ນຈະເຮັດໃຫ້ໂລກເຂົ້າໃຈແຈ້ງໃນເລື່ອງບາບ ເລື່ອງຄວາມຖືກຕ້ອງຊອບທຳ ແລະເລື່ອງການຕັດສິນລົງໂທດຈາກພະເຈົ້າ. 9 ໃນເລື່ອງບາບນັ້ນ ຜູ້ຊ່ວຍຈະເຮັດໃຫ້ເຫັນແຈ້ງວ່າໂລກນີ້ມີບາບ ເພາະໂລກນີ້ບໍ່ໄດ້ສະແດງຄວາມເຊື່ອໃນຕົວຂ້ອຍ. 10 ໃນເລື່ອງຄວາມຖືກຕ້ອງຊອບທຳນັ້ນ ຜູ້ຊ່ວຍຈະເຮັດໃຫ້ໂລກຮູ້ວ່າສິ່ງທີ່ຂ້ອຍເຮັດນັ້ນຖືກຕ້ອງ ເພາະຂ້ອຍກຳລັງຈະໄປຫາພະເຈົ້າຜູ້ເປັນພໍ່ ແລ້ວພວກເຈົ້າຈະບໍ່ເຫັນຂ້ອຍອີກ 11 ແລະໃນເລື່ອງການຕັດສິນລົງໂທດນັ້ນ ຜູ້ຊ່ວຍຈະເຮັດໃຫ້ຮູ້ວ່າພະເຈົ້າຈະຕັດສິນລົງໂທດໃຜ ເພາະພະອົງຕັດສິນລົງໂທດຜູ້ປົກຄອງໂລກນີ້ແລ້ວ.
12 ຂ້ອຍຍັງມີອີກຫຼາຍເລື່ອງທີ່ຈະບອກພວກເຈົ້າ ແຕ່ຖ້າບອກຕອນນີ້ ພວກເຈົ້າກໍຍັງບໍ່ເຂົ້າໃຈ. 13 ແຕ່ເມື່ອຜູ້ຊ່ວຍມາ ເຊິ່ງແມ່ນພະລັງຂອງພະເຈົ້າທີ່ເຮັດໃຫ້ເຫັນຄວາມຈິງ ຜູ້ຊ່ວຍນັ້ນຈະຊ່ວຍພວກເຈົ້າໃຫ້ເຂົ້າໃຈຄວາມຈິງທັງໝົດ ຜູ້ຊ່ວຍຈະບໍ່ເວົ້າເອງ ແຕ່ຈະເວົ້າຕາມທີ່ໄດ້ຍິນມາ ແລະຈະບອກໃຫ້ພວກເຈົ້າຮູ້ສິ່ງທີ່ຈະເກີດຂຶ້ນ. 14 ຜູ້ຊ່ວຍຈະເຮັດໃຫ້ຂ້ອຍໄດ້ຮັບການຍົກຍ້ອງເພາະຈະຖ່າຍທອດສິ່ງທີ່ໄດ້ຍິນຈາກຂ້ອຍໃຫ້ພວກເຈົ້າ. 15 ພະເຈົ້າຜູ້ເປັນພໍ່ບອກຂ້ອຍທຸກຢ່າງທີ່ພະອົງຮູ້ ຂ້ອຍຈຶ່ງບອກໄດ້ວ່າຜູ້ຊ່ວຍນັ້ນຈະຖ່າຍທອດສິ່ງທີ່ໄດ້ຍິນຈາກຂ້ອຍໃຫ້ພວກເຈົ້າ. 16 ຈັກໜ້ອຍພວກເຈົ້າຈະບໍ່ເຫັນຂ້ອຍ ແລ້ວອີກຈັກໜ້ອຍພວກເຈົ້າຈະໄດ້ເຫັນຂ້ອຍ.”
17 ເມື່ອໄດ້ຍິນແບບນັ້ນ ລູກສິດບາງຄົນກໍລົມກັນວ່າ: “ເພິ່ນໝາຍເຖິງຫຍັງທີ່ບອກວ່າ ‘ຈັກໜ້ອຍພວກເຈົ້າຈະບໍ່ເຫັນຂ້ອຍ ແລ້ວອີກຈັກໜ້ອຍພວກເຈົ້າຈະໄດ້ເຫັນຂ້ອຍ’ ແລະທີ່ເພິ່ນບອກວ່າ ‘ເພາະຂ້ອຍກຳລັງຈະໄປຫາພະເຈົ້າຜູ້ເປັນພໍ່’?” 18 ພວກເຂົາຈຶ່ງລົມກັນວ່າ: “ທີ່ເພິ່ນບອກວ່າ ‘ອີກຈັກໜ້ອຍ’ ນັ້ນໝາຍເຖິງຫຍັງ? ພວກເຮົາບໍ່ຮູ້ວ່າເພິ່ນເວົ້າເລື່ອງຫຍັງ.” 19 ພະເຢຊູຮູ້ວ່າພວກເຂົາຢາກຖາມເລື່ອງນີ້ ເພິ່ນຈຶ່ງຖາມພວກເຂົາວ່າ: “ພວກເຈົ້າລົມກັນກ່ຽວກັບເລື່ອງທີ່ຂ້ອຍເວົ້າແມ່ນບໍ ທີ່ຂ້ອຍບອກວ່າ: ‘ຈັກໜ້ອຍພວກເຈົ້າຈະບໍ່ເຫັນຂ້ອຍ ແລ້ວອີກຈັກໜ້ອຍພວກເຈົ້າຈະໄດ້ເຫັນຂ້ອຍ’? 20 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະຮ້ອງໄຫ້ຄ່ຳຄວນ ແຕ່ໂລກຈະດີໃຈ. ພວກເຈົ້າຈະມີຄວາມທຸກ ແຕ່ຄວາມທຸກນັ້ນຈະປ່ຽນເປັນຄວາມສຸກ. 21 ຜູ້ຍິງມີຄວາມທຸກເມື່ອຮອດເວລາເກີດລູກ ແຕ່ເມື່ອເກີດລູກແລ້ວ ລາວກໍລືມຄວາມທຸກທໍລະມານທັງໝົດ ຍ້ອນລາວມີຄວາມສຸກທີ່ໄດ້ເຫັນຄົນຜູ້ໜຶ່ງເກີດມາໃນໂລກ. 22 ຄືກັບພວກເຈົ້າທີ່ຕອນນີ້ມີຄວາມທຸກ ແຕ່ເຮົາຈະໄດ້ພົບກັນອີກ ແລ້ວພວກເຈົ້າຈະມີຄວາມສຸກ ຈະບໍ່ມີຜູ້ໃດມາຍາດຄວາມສຸກນັ້ນໄປຈາກພວກເຈົ້າໄດ້. 23 ໃນມື້ນັ້ນ ພວກເຈົ້າຈະບໍ່ຖາມຫຍັງຂ້ອຍເລີຍ. ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າຂໍຫຍັງຈາກພະເຈົ້າຜູ້ເປັນພໍ່ໃນນາມຂອງຂ້ອຍ ພະອົງຈະໃຫ້ສິ່ງນັ້ນແກ່ພວກເຈົ້າ. 24 ຜ່ານມາພວກເຈົ້າຍັງບໍ່ເຄີຍຂໍຫຍັງໃນນາມຂອງຂ້ອຍ. ຂໍແມ້ ຂໍໃນນາມຂອງຂ້ອຍແລ້ວພວກເຈົ້າຈະໄດ້ຮັບ ແລະພວກເຈົ້າຈະມີຄວາມສຸກຫຼາຍ.
25 ຂ້ອຍເຄີຍໃຊ້ຕົວຢ່າງປຽບທຽບເມື່ອບອກເລື່ອງຕ່າງໆກັບພວກເຈົ້າ. ເມື່ອເຖິງເວລາ ຂ້ອຍຈະບໍ່ໃຊ້ຕົວຢ່າງປຽບທຽບອີກ ແຕ່ຂ້ອຍຈະບອກພວກເຈົ້າກົງໆເລື່ອງພະເຈົ້າຜູ້ເປັນພໍ່. 26 ໃນຕອນນັ້ນ ພວກເຈົ້າຈະຂໍຈາກພະເຈົ້າຜູ້ເປັນພໍ່ໃນນາມຂອງຂ້ອຍ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍຈະຂໍແທນພວກເຈົ້າ. 27 ພະເຈົ້າຜູ້ເປັນພໍ່ຮັກພວກເຈົ້າ ຍ້ອນພວກເຈົ້າຮັກຂ້ອຍແລະເຊື່ອວ່າຂ້ອຍເປັນຕົວແທນຂອງພະອົງ. 28 ຂ້ອຍເຂົ້າມາໃນໂລກຖານະເປັນຕົວແທນພະເຈົ້າຜູ້ເປັນພໍ່ ແລະຕອນນີ້ຂ້ອຍກຳລັງຈະໄປຈາກໂລກເພື່ອກັບໄປຫາພະເຈົ້າຜູ້ເປັນພໍ່.”
29 ພວກລູກສິດຈຶ່ງເວົ້າວ່າ: “ຕອນນີ້ທ່ານເວົ້າກັບພວກເຮົາກົງໆໂດຍບໍ່ໃຊ້ຕົວຢ່າງປຽບທຽບແລ້ວ. 30 ພວກເຮົາເຫັນແລ້ວວ່າທ່ານຮູ້ທຸກຢ່າງ ແລະທ່ານບໍ່ຕ້ອງຖ້າໃຫ້ຄົນມາຖາມ ຍ້ອນທ່ານຮູ້ວ່າຜູ້ໃດຄິດຫຍັງຢູ່. ຍ້ອນແນວນີ້ແຫຼະ ພວກເຮົາຈຶ່ງເຊື່ອວ່າທ່ານມາຈາກພະເຈົ້າ.” 31 ພະເຢຊູຖາມພວກເຂົາວ່າ: “ຕອນນີ້ພວກເຈົ້າເຊື່ອແລ້ວແມ່ນບໍ? 32 ຖ້າເບິ່ງເດີ້! ໃກ້ຈະຮອດເວລາແລ້ວ ທີ່ຈິງ ເຖິງເວລາແລ້ວທີ່ພວກເຈົ້າແຕ່ລະຄົນຈະກະຈັດກະຈາຍກັນກັບເມືອເຮືອນຂອງຕົວເອງ ແລະຖິ້ມຂ້ອຍໄວ້ຜູ້ດຽວ ແຕ່ຂ້ອຍບໍ່ໄດ້ຢູ່ຄົນດຽວ ຍ້ອນພະເຈົ້າຜູ້ເປັນພໍ່ຢູ່ນຳຂ້ອຍ. 33 ຂ້ອຍບອກເລື່ອງທັງໝົດນີ້ເພື່ອພວກເຈົ້າຈະມີຄວາມສະຫງົບສຸກຍ້ອນຂ້ອຍ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຂໍໃຫ້ກ້າຫານ! ຂ້ອຍຊະນະໂລກແລ້ວ.”