ໂຢຮັນ
6 ຫຼັງຈາກນັ້ນ ພະເຢຊູກໍນັ່ງເຮືອຂ້າມທະເລສາບຄາລີເລຫຼືທີ່ເອີ້ນກັນວ່າຕີເບເຣຍ. 2 ມີຄົນຈຳນວນຫຼາຍຕິດຕາມເພິ່ນໄປຍ້ອນພວກເຂົາເຫັນເພິ່ນປິ່ນປົວຄົນເຈັບປ່ວຍຢ່າງອັດສະຈັນ. 3 ພະເຢຊູຂຶ້ນໄປເທິງພູເຂົາແລະນັ່ງກັບພວກລູກສິດ. 4 ຕອນນັ້ນໃກ້ຈະຮອດເທດສະການປັດສະຄາຂອງຊາວຢິວແລ້ວ. 5 ເມື່ອພະເຢຊູເງີຍໜ້າຂຶ້ນແລະເຫັນຄົນຈຳນວນຫຼາຍມາຫາ ເພິ່ນຈຶ່ງຖາມຟີລິບວ່າ: “ພວກເຮົາຈະໄປຊື້ເຂົ້າຈີ່ຢູ່ໃສຈຶ່ງຈະພໍລ້ຽງຄົນທັງໝົດນີ້ໄດ້?” 6 ພະເຢຊູເວົ້າແບບນັ້ນກໍເພື່ອທົດສອບລາວ ເພາະເພິ່ນຮູ້ແລ້ວວ່າຈະເຮັດຫຍັງ. 7 ຟີລິບຕອບເພິ່ນວ່າ: “ເຖິງວ່າພວກເຮົາໄປຊື້ເຂົ້າຈີ່ 200 ເດນາຣິອົນ*ກໍຍັງບໍ່ພໍໃຫ້ພວກເຂົາກິນຄົນລະເລັກລະໜ້ອຍ.” 8 ລູກສິດອີກຄົນໜຶ່ງຊື່ອັນເດອາທີ່ເປັນອ້າຍນ້ອງກັບຊີໂມນເປໂຕບອກພະເຢຊູວ່າ: 9 “ເດັກນ້ອຍຜູ້ນີ້ມີເຂົ້າຈີ່ບາເລ 5 ອັນກັບປານ້ອຍໆ 2 ໂຕ ແຕ່ມັນບໍ່ພໍດອກສຳລັບຄົນຫຼາຍປານນີ້.”
10 ພະເຢຊູຈຶ່ງສັ່ງພວກລູກສິດວ່າ: “ບອກໃຫ້ພວກເຂົານັ່ງລົງ.” ທຸກຄົນກໍນັ່ງລົງພື້ນທີ່ເປັນຫຍ້າ ຄົນທີ່ຢູ່ບ່ອນນັ້ນມີຜູ້ຊາຍປະມານ 5.000 ຄົນ. 11 ພະເຢຊູຈັບເອົາເຂົ້າຈີ່ ອະທິດຖານຂອບໃຈພະເຈົ້າ ແລ້ວຢາຍໃຫ້ທຸກຄົນທີ່ນັ່ງຢູ່ຫັ້ນ. ເພິ່ນຈັບປານ້ອຍໆນັ້ນຂຶ້ນມາແລ້ວເຮັດແບບດຽວກັນ ແລະທຸກຄົນໄດ້ກິນຈົນອີ່ມ. 12 ເມື່ອພວກເຂົາກິນອີ່ມແລ້ວ ເພິ່ນສັ່ງພວກລູກສິດວ່າ: “ທ້ອນເຂົ້າຈີ່ທີ່ເຫຼືອໄວ້ ເພື່ອບໍ່ໃຫ້ເສຍຖິ້ມລ້າໆ.” 13 ພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອຈາກເຂົ້າຈີ່ບາເລ 5 ອັນນັ້ນໄດ້ເຕັມ 12 ກະຕ່າ.
14 ເມື່ອປະຊາຊົນເຫັນການອັດສະຈັນທີ່ພະເຢຊູເຮັດ ພວກເຂົາກໍພາກັນເວົ້າວ່າ: “ທ່ານຜູ້ນີ້ເປັນຜູ້ພະຍາກອນຄົນນັ້ນແທ້ໆທີ່ຈະມາໃນໂລກ.” 15 ເມື່ອພະເຢຊູຮູ້ວ່າພວກເຂົາພະຍາຍາມຈະຕັ້ງເພິ່ນໃຫ້ເປັນກະສັດ ເພິ່ນກໍແຍກຕົວໄປຢູ່ທີ່ພູເຂົາຄົນດຽວ.
16 ເມື່ອຮອດຕອນຄ່ຳ ພວກລູກສິດຂອງພະເຢຊູກໍລົງໄປທີ່ທະເລສາບ 17 ແລະຂຶ້ນເຮືອເພື່ອຈະຂ້າມຟາກໄປເມືອງກາເປນາອູມ. ຕອນນັ້ນມືດແລ້ວ ແລະພະເຢຊູກໍຍັງບໍ່ທັນມາຫາພວກເຂົາ. 18 ແລ້ວກໍເກີດພາຍຸເຊິ່ງເຮັດໃຫ້ທະເລສາບປັ່ນປ່ວນ. 19 ເມື່ອພວກເຂົາພາຍເຮືອອອກໄປໄດ້ປະມານ 5 ຫຼື 6 ກິໂລແມັດ* ກໍເຫັນພະເຢຊູຍ່າງເທິງໜ້ານ້ຳເຂົ້າມາໃກ້ເຮືອ ພວກເຂົາກໍຕົກໃຈຢ້ານ. 20 ແຕ່ເພິ່ນບອກພວກເຂົາວ່າ: “ບໍ່ຕ້ອງຕົກໃຈ! ຂ້ອຍເອງ ບໍ່ຕ້ອງຢ້ານ.” 21 ພວກເຂົາກໍດີໃຈແລະໃຫ້ພະເຢຊູຂຶ້ນເຮືອ ບໍ່ດົນເຮືອກໍຮອດຝັ່ງທີ່ພວກເຂົາຕັ້ງໃຈຈະໄປ.
22 ມື້ຕໍ່ມາ ຝູງຄົນຍັງຢູ່ອີກຟາກໜຶ່ງ ພວກເຂົາຮູ້ວ່າຢູ່ຫັ້ນມີເຮືອນ້ອຍພຽງລຳດຽວ ແລະພວກລູກສິດຂຶ້ນເຮືອລຳນັ້ນໄປແລ້ວ ແຕ່ພະເຢຊູບໍ່ໄດ້ໄປນຳ. 23 ມີເຮືອບາງລຳຈາກເມືອງຕີເບເຣຍເຂົ້າມາຈອດຢູ່ຝັ່ງໃກ້ໆກັບບໍລິເວນທີ່ຜູ້ເປັນນາຍໄດ້ຢາຍເຂົ້າຈີ່ໃຫ້ຜູ້ຄົນກິນຫຼັງຈາກເພິ່ນອະທິດຖານຂອບໃຈພະເຈົ້າ. 24 ເມື່ອຝູງຄົນບໍ່ເຫັນພະເຢຊູກັບພວກລູກສິດ ພວກເຂົາກໍຂຶ້ນເຮືອເຫຼົ່ານັ້ນ ແລະຂ້າມຟາກມາທີ່ເມືອງກາເປນາອູມເພື່ອຊອກຫາພະເຢຊູ.
25 ເມື່ອພວກເຂົາມາຮອດອີກຟາກໜຶ່ງຂອງທະເລສາບແລະເຫັນພະເຢຊູ ພວກເຂົາກໍຖາມເພິ່ນວ່າ: “ອາຈານ ທ່ານມາຮອດຕັ້ງແຕ່ຕອນໃດ?” 26 ພະເຢຊູຕອບພວກເຂົາວ່າ: “ຂ້ອຍຂໍເວົ້າກົງໆວ່າ ພວກເຈົ້າຊອກຫາຂ້ອຍບໍ່ແມ່ນຍ້ອນເຫັນການອັດສະຈັນທີ່ໃຫ້ຫຼັກຖານວ່າພະເຈົ້າໃຊ້ຂ້ອຍມາ ແຕ່ຍ້ອນພວກເຈົ້າໄດ້ກິນອີ່ມ. 27 ຢ່າເຮັດວຽກເພື່ອຈະໄດ້ອາຫານທີ່ເນົ່າເປື່ອຍໄດ້ ແຕ່ໃຫ້ເຮັດວຽກເພື່ອຈະໄດ້ອາຫານທີ່ບໍ່ເນົ່າເປື່ອຍເຊິ່ງຈະໃຫ້ຊີວິດຕະຫຼອດໄປ. ‘ລູກມະນຸດ’ ຈະໃຫ້ອາຫານນັ້ນກັບພວກເຈົ້າ ຍ້ອນເພິ່ນເປັນຄົນທີ່ພະເຈົ້າຜູ້ເປັນພໍ່ຮັບຮອງແລ້ວ.”*
28 ພວກເຂົາຈຶ່ງຖາມພະເຢຊູວ່າ: “ພວກເຮົາຕ້ອງເຮັດວຽກຫຍັງເພື່ອພະເຈົ້າຈະພໍໃຈພວກເຮົາ?” 29 ເພິ່ນຕອບວ່າ: “ວຽກທີ່ພະເຈົ້າພໍໃຈແມ່ນໃຫ້ພວກເຈົ້າສະແດງວ່າມີຄວາມເຊື່ອໃນຜູ້ທີ່ພະອົງໃຊ້ມາ.” 30 ພວກເຂົາຈຶ່ງຖາມພະເຢຊູວ່າ: “ຄັນຊັ້ນ ທ່ານຈະເຮັດການອັດສະຈັນຫຍັງໃຫ້ພວກເຮົາເຫັນ ພວກເຮົາຈະໄດ້ເຊື່ອທ່ານ? 31 ບັນພະບຸລຸດຂອງພວກເຮົາໄດ້ກິນມານາໃນບ່ອນທຸລະກັນດານຕາມທີ່ຂຽນໄວ້ໃນພະຄຳພີທີ່ວ່າ: ‘ພະອົງໃຫ້ອາຫານຈາກສະຫວັນແກ່ພວກເຂົາ.’” 32 ພະເຢຊູບອກພວກເຂົາວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ທີ່ຈິງແລ້ວ ໂມເຊບໍ່ໄດ້ໃຫ້ອາຫານຈາກສະຫວັນແກ່ພວກເຈົ້າ ແຕ່ແມ່ນພະເຈົ້າຜູ້ເປັນພໍ່ຂອງຂ້ອຍທີ່ໃຫ້ອາຫານແທ້ຈາກສະຫວັນແກ່ພວກເຈົ້າ 33 ເພາະອາຫານຈາກພະເຈົ້າແມ່ນຜູ້ທີ່ລົງມາຈາກສະຫວັນແລະໃຫ້ຊີວິດແກ່ໂລກນີ້.” 34 ພວກເຂົາຈຶ່ງບອກເພິ່ນວ່າ: “ນາຍເອີຍ ຂໍອາຫານນັ້ນແດ່ເພື່ອພວກເຮົາຈະໄດ້ກິນໄປຕະຫຼອດ.”
35 ພະເຢຊູເວົ້າກັບພວກເຂົາວ່າ: “ຕົວຂ້ອຍນີ້ແຫຼະແມ່ນອາຫານທີ່ໃຫ້ຊີວິດ. ຄົນທີ່ມາຫາຂ້ອຍຈະບໍ່ຫິວອີກເລີຍ ແລະຄົນທີ່ສະແດງຄວາມເຊື່ອໃນຕົວຂ້ອຍຈະບໍ່ກະຫາຍອີກເລີຍ. 36 ແຕ່ເປັນຄືກັບທີ່ຂ້ອຍບອກພວກເຈົ້າແລ້ວວ່າ ພວກເຈົ້າເຫັນຂ້ອຍແຕ່ກໍຍັງບໍ່ເຊື່ອ. 37 ທຸກຄົນທີ່ພະເຈົ້າຜູ້ເປັນພໍ່ຍົກໃຫ້ຂ້ອຍຈະມາຫາຂ້ອຍ ແລະຄົນທີ່ມາຫາຂ້ອຍ ຂ້ອຍຈະບໍ່ມີວັນໄລ່ລາວໄປ 38 ຂ້ອຍລົງມາຈາກສະຫວັນບໍ່ແມ່ນເພື່ອເຮັດຕາມໃຈຕົວເອງ ແຕ່ເພື່ອເຮັດຕາມຄວາມຕ້ອງການຂອງພະອົງທີ່ໃຊ້ຂ້ອຍມາ. 39 ພະອົງທີ່ໃຊ້ຂ້ອຍມາຢາກໃຫ້ຂ້ອຍເບິ່ງແຍງທຸກຄົນທີ່ພະອົງຍົກໃຫ້ຂ້ອຍ ເພື່ອບໍ່ໃຫ້ຫຼົງຫາຍໄປແມ່ນແຕ່ຄົນດຽວ ແລະໃຫ້ຂ້ອຍປຸກພວກເຂົາໃຫ້ຄືນມາຈາກຕາຍໃນວັນສຸດທ້າຍ. 40 ພໍ່ຂອງຂ້ອຍຢາກໃຫ້ທຸກຄົນທີ່ຍອມຮັບແລະສະແດງຄວາມເຊື່ອໃນລູກຂອງພະອົງມີຊີວິດຕະຫຼອດໄປ ຂ້ອຍຈະປຸກພວກເຂົາໃຫ້ຄືນມາຈາກຕາຍໃນວັນສຸດທ້າຍນັ້ນ.”
41 ພວກຢິວຈຶ່ງເລີ່ມພາກັນຈົ່ມເລື່ອງທີ່ພະເຢຊູເວົ້າວ່າ: “ຂ້ອຍເປັນອາຫານທີ່ລົງມາຈາກສະຫວັນ.” 42 ພວກເຂົາເວົ້າວ່າ: “ຜູ້ນີ້ແມ່ນເຢຊູລູກໂຢເຊັບບໍ່ແມ່ນບໍ? ພໍ່ແມ່ຂອງລາວພວກເຮົາກໍຮູ້ຈັກ ຄັນຊັ້ນ ລາວເວົ້າໄດ້ແນວໃດວ່າ ‘ຂ້ອຍລົງມາຈາກສະຫວັນ’?” 43 ພະເຢຊູບອກພວກເຂົາວ່າ: “ເຊົາຈົ່ມໄດ້ແລ້ວ. 44 ບໍ່ມີຜູ້ໃດຈະມາຫາຂ້ອຍໄດ້ ນອກຈາກພະເຈົ້າຜູ້ເປັນພໍ່ທີ່ໃຊ້ຂ້ອຍມາຈະຊັກນຳລາວ ແລະຂ້ອຍຈະປຸກລາວໃຫ້ຄືນມາຈາກຕາຍໃນວັນສຸດທ້າຍ. 45 ພວກຜູ້ພະຍາກອນໄດ້ຂຽນໄວ້ວ່າ: ‘ພວກເຂົາທຸກຄົນຈະໄດ້ຮັບການສອນຈາກພະເຢໂຫວາ.’ ທຸກຄົນທີ່ໄດ້ຟັງພະອົງຜູ້ເປັນພໍ່ແລະໄດ້ຮຽນຈາກພະອົງກໍມາຫາຂ້ອຍ. 46 ບໍ່ມີຄົນໃດເຄີຍເຫັນພະເຈົ້າຜູ້ເປັນພໍ່ຈັກເທື່ອ ນອກຈາກຜູ້ທີ່ມາຈາກພະເຈົ້າ ຜູ້ນັ້ນແຫຼະທີ່ເຄີຍເຫັນພະອົງ. 47 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ເຊື່ອໃນຕົວຂ້ອຍຈະມີຊີວິດຕະຫຼອດໄປ.
48 ຂ້ອຍເປັນອາຫານທີ່ໃຫ້ຊີວິດ. 49 ບັນພະບຸລຸດຂອງພວກເຈົ້າໄດ້ກິນມານາໃນບ່ອນທຸລະກັນດານແຕ່ກໍຍັງຕ້ອງຕາຍ. 50 ແຕ່ຄົນທີ່ກິນອາຫານແທ້ທີ່ລົງມາຈາກສະຫວັນຈະບໍ່ຕາຍເລີຍ. 51 ຂ້ອຍເປັນອາຫານທີ່ໃຫ້ຊີວິດເຊິ່ງລົງມາຈາກສະຫວັນ. ຖ້າຜູ້ໃດໄດ້ກິນອາຫານນີ້ ລາວຈະມີຊີວິດຢູ່ຕະຫຼອດໄປ. ທີ່ຈິງ ອາຫານທີ່ຂ້ອຍຈະໃຫ້ແມ່ນຮ່າງກາຍຂອງຂ້ອຍທີ່ຈະສະລະເພື່ອຄົນໃນໂລກຈະໄດ້ຮັບຊີວິດ.”
52 ພວກຢິວຈຶ່ງເລີ່ມຖຽງກັນວ່າ: “ຜູ້ນີ້ຈະເອົາຊີ້ນຂອງລາວໃຫ້ພວກເຮົາກິນໄດ້ແນວໃດ?” 53 ພະເຢຊູຈຶ່ງບອກພວກເຂົາວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ກິນຊີ້ນແລະດື່ມເລືອດຂອງ ‘ລູກມະນຸດ’ ພວກເຈົ້າຈະບໍ່ໄດ້ຊີວິດ.* 54 ຄົນທີ່ກິນຊີ້ນແລະດື່ມເລືອດຂອງຂ້ອຍຈະມີຊີວິດຕະຫຼອດໄປ ແລະຂ້ອຍຈະປຸກລາວໃຫ້ຄືນມາຈາກຕາຍໃນວັນສຸດທ້າຍ 55 ເພາະຊີ້ນຂອງຂ້ອຍເປັນອາຫານແທ້ ແລະເລືອດຂອງຂ້ອຍກໍເປັນເຄື່ອງດື່ມແທ້. 56 ຄົນທີ່ກິນຊີ້ນແລະດື່ມເລືອດຂອງຂ້ອຍກໍເປັນອັນໜຶ່ງອັນດຽວກັບຂ້ອຍ ແລະຂ້ອຍກໍເປັນອັນໜຶ່ງອັນດຽວກັບລາວ. 57 ພະເຈົ້າຜູ້ເປັນພໍ່ທີ່ມີຊີວິດຢູ່ໄດ້ໃຊ້ຂ້ອຍມາ ແລະຂ້ອຍມີຊີວິດຢູ່ໄດ້ຍ້ອນພະອົງ ຄົນທີ່ກິນຊີ້ນຂອງຂ້ອຍກໍຈະມີຊີວິດຢູ່ໄດ້ຍ້ອນຂ້ອຍຄືກັນ. 58 ນີ້ແມ່ນອາຫານແທ້ທີ່ລົງມາຈາກສະຫວັນ ເຊິ່ງບໍ່ຄືກັບທີ່ບັນພະບຸລຸດຂອງພວກເຈົ້າເຄີຍກິນແລະຍັງຕ້ອງຕາຍ ແຕ່ຄົນທີ່ກິນອາຫານນີ້ຈະມີຊີວິດຕະຫຼອດໄປ.” 59 ພະເຢຊູເວົ້າເລື່ອງນີ້ຕອນທີ່ສອນຢູ່ໃນບ່ອນປະຊຸມຂອງຊາວຢິວໃນເມືອງກາເປນາອູມ.
60 ເມື່ອພວກລູກສິດຂອງພະເຢຊູໄດ້ຍິນແບບນັ້ນ ຫຼາຍຄົນກໍເວົ້າວ່າ: “ຄຳເວົ້ານີ້ຮັບບໍ່ໄດ້ ພວກເຮົາບໍ່ຟັງແລ້ວ.” 61 ພະເຢຊູຮູ້ວ່າພວກເຂົາຈົ່ມກ່ຽວກັບເລື່ອງນີ້ ເພິ່ນຈຶ່ງຖາມວ່າ: “ເລື່ອງນີ້ເຮັດໃຫ້ພວກເຈົ້າຮັບບໍ່ໄດ້ບໍ? 62 ແລ້ວຖ້າພວກເຈົ້າເຫັນ ‘ລູກມະນຸດ’ ກັບຂຶ້ນໄປບ່ອນທີ່ເພິ່ນເຄີຍຢູ່ເດ້ ພວກເຈົ້າຈະວ່າແນວໃດ? 63 ພະລັງຂອງພະເຈົ້າໃຫ້ຊີວິດໄດ້ ແຕ່ສິ່ງທີ່ມະນຸດເຮັດໄດ້ບໍ່ມີປະໂຫຍດຫຍັງ. ສິ່ງທີ່ຂ້ອຍບອກພວກເຈົ້ານັ້ນມາຈາກພະລັງຂອງພະເຈົ້າແລະໃຫ້ຊີວິດ. 64 ແຕ່ພວກເຈົ້າບາງຄົນພັດບໍ່ເຊື່ອ” ພະເຢຊູເວົ້າແບບນັ້ນຍ້ອນເພິ່ນຮູ້ກ່ອນແລ້ວວ່າ*ມີໃຜແດ່ທີ່ບໍ່ເຊື່ອແລະຜູ້ໃດທີ່ຈະທໍລະຍົດເພິ່ນ. 65 ເພິ່ນເວົ້າຕໍ່ໄປວ່າ: “ຄືກັບທີ່ຂ້ອຍບອກພວກເຈົ້າໄປແລ້ວວ່າ ບໍ່ມີຜູ້ໃດຈະມາຫາຂ້ອຍໄດ້ ນອກຈາກພະເຈົ້າຜູ້ເປັນພໍ່ຈະຍອມໃຫ້ມາ.”
66 ຄຳເວົ້າຂອງພະເຢຊູເຮັດໃຫ້ລູກສິດຫຼາຍຄົນເຊົາຕິດຕາມເພິ່ນແລ້ວກັບໄປໃຊ້ຊີວິດແບບເກົ່າ. 67 ພະເຢຊູຈຶ່ງຖາມອັກຄະສາວົກ* 12 ຄົນວ່າ: “ພວກເຈົ້າເດ້ ຢາກກັບໄປຄືກັນບໍ?” 68 ຊີໂມນເປໂຕຕອບເພິ່ນວ່າ: “ນາຍເອີຍ ພວກເຮົາຈະໄປຫາຜູ້ໃດໄດ້ອີກ? ໃນເມື່ອທ່ານເອງມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ. 69 ພວກເຮົາເຊື່ອແລະຮູ້ແລ້ວວ່າທ່ານເປັນຜູ້ບໍລິສຸດຂອງພະເຈົ້າ.” 70 ພະເຢຊູບອກວ່າ: “ຂ້ອຍເອງເປັນຄົນເລືອກພວກເຈົ້າທັງ 12 ຄົນບໍ່ແມ່ນບໍ? ແຕ່ຄົນໜຶ່ງໃນພວກເຈົ້າພັດເປັນຜູ້ໝິ່ນປະໝາດ.”* 71 ທີ່ຈິງ ພະເຢຊູກຳລັງໝາຍເຖິງຢູດາລູກຂອງຊີໂມນອິດສະກາຣີອົດ ເພາະລາວຈະທໍລະຍົດເພິ່ນທັງໆທີ່ລາວເປັນຄົນໜຶ່ງໃນອັກຄະສາວົກ 12 ຄົນ.