ກິດຈະການ
12 ຕອນນັ້ນກະສັດເຮໂຣດເລີ່ມທຳຮ້າຍບາງຄົນໃນປະຊາຄົມ. 2 ລາວສັ່ງທະຫານໃຫ້ເອົາດາບຂ້າຢາໂກໂບທີ່ເປັນອ້າຍນ້ອງກັບໂຢຮັນ. 3 ເມື່ອເຫັນວ່າພວກຢິວພໍໃຈ ລາວຈຶ່ງຈັບເປໂຕນຳ. (ຕອນນັ້ນເປັນໄລຍະເທດສະການເຂົ້າຈີ່ບໍ່ມີເຊື້ອ) 4 ເມື່ອລາວຈັບເປໂຕແລ້ວກໍຂັງໄວ້ໃນຄຸກ ແລະໃຫ້ມີທະຫານຄຸມມື້ລະ 4 ກະ ກະລະ 4 ຄົນ ແລະຕັ້ງໃຈວ່າຫຼັງຈາກເທດສະການປັດສະຄາຈະເອົາຕົວອອກມາຕັດສິນຕໍ່ໜ້າປະຊາຊົນ. 5 ເປໂຕຈຶ່ງຕ້ອງຢູ່ໃນຄຸກ ແລະປະຊາຄົມກໍອະທິດຖານຕໍ່ພະເຈົ້າເພື່ອເປໂຕຢ່າງຈິງຈັງ.
6 ໃນຄືນກ່ອນທີ່ເຮໂຣດຈະເອົາຕົວເປໂຕອອກມາຕັດສິນຕໍ່ໜ້າປະຊາຊົນ ເປໂຕກຳລັງນອນຫຼັບຢູ່. ມີໂສ້ 2 ເສັ້ນລ່າມລາວໄວ້ກັບທະຫານເບື້ອງລະຄົນ ແລະມີຄົນຍາມເຝົ້າຢູ່ໜ້າປະຕູຫ້ອງຂັງ. 7 ທັນໃດນັ້ນກໍມີທູດສະຫວັນຂອງພະເຢໂຫວາມາຢືນຢູ່ຫັ້ນ ແລະມີແສງສະຫວ່າງເຈີດຈ້າສ່ອງໄປທົ່ວຫ້ອງຂັງ. ທູດສະຫວັນອົງນັ້ນກໍຕົບຂ້າງເປໂຕໃຫ້ຕື່ນ ແລະບອກວ່າ: “ຟ້າວລຸກຂຶ້ນໄວໆ!” ແລ້ວໂສ້ກໍຫຼຸດອອກຈາກມືເປໂຕ. 8 ທູດສະຫວັນບອກເປໂຕວ່າ: “ແຕ່ງໂຕ*ແລະໃສ່ເກີບ.” ເປໂຕກໍເຮັດຕາມ ແລ້ວທູດສະຫວັນບອກວ່າ: “ໃສ່ເສື້ອຄຸມແລ້ວນຳຫຼັງຂ້ອຍມາໄວໆ.” 9 ເປໂຕກໍນຳຫຼັງທູດສະຫວັນອອກໄປ ແຕ່ລາວບໍ່ຮູ້ວ່າເຫດການທີ່ເກີດຂຶ້ນຢູ່ນັ້ນເປັນເລື່ອງຈິງ. ລາວຄິດວ່າກຳລັງເຫັນນິມິດ. 10 ເມື່ອຜ່ານທະຫານຍາມຊັ້ນທີໜຶ່ງແລະຊັ້ນທີສອງ ພວກເຂົາກໍມາຮອດປະຕູເຫຼັກທີ່ເປັນທາງເຂົ້າໄປໃນເມືອງ ແລ້ວປະຕູນັ້ນກໍເປີດເອງ. ເມື່ອອອກໄປແລ້ວທັງສອງກໍໄປທີ່ຖະໜົນສາຍໜຶ່ງ ແລະທັນໃດນັ້ນທູດສະຫວັນກໍຫາຍຕົວໄປ. 11 ເມື່ອເປໂຕຮູ້ສຶກຕົວກໍເວົ້າວ່າ: “ຕອນນີ້ຂ້ອຍຮູ້ແລ້ວວ່າພະເຢໂຫວາໃຊ້ທູດສະຫວັນຂອງພະອົງມາຊ່ວຍຂ້ອຍໃຫ້ພົ້ນຈາກນ້ຳມືຂອງເຮໂຣດ ແລະຈາກທຸກສິ່ງທີ່ພວກຢິວຢາກໃຫ້ເກີດຂຶ້ນກັບຂ້ອຍ.”
12 ເມື່ອເປໂຕຄິດກ່ຽວກັບເລື່ອງທີ່ເກີດຂຶ້ນ ລາວກໍໄປເຮືອນຂອງມາຣີທີ່ເປັນແມ່ຂອງໂຢຮັນເຊິ່ງມີອີກຊື່ໜຶ່ງວ່າມາຣະໂກ ມີຫຼາຍຄົນມາເຕົ້າໂຮມກັນແລະອະທິດຖານຢູ່ທີ່ນັ້ນ. 13 ເປໂຕເຄາະປະຕູຮົ້ວ ແລ້ວສາວໃຊ້ຊື່ໂຣດາກໍມາທີ່ປະຕູ. 14 ເມື່ອຈື່ໄດ້ວ່າເປັນສຽງເປໂຕ ລາວກໍດີໃຈຫຼາຍຈົນລືມເປີດປະຕູໃຫ້ ແຕ່ພັດແລ່ນເຂົ້າໄປບອກຄົນໃນເຮືອນວ່າເປໂຕຢືນຢູ່ໜ້າປະຕູຮົ້ວ. 15 ຄົນໃນເຮືອນເວົ້າກັບໂຣດາວ່າ: “ເຈົ້າເສຍສະຕິແລ້ວ” ແຕ່ລາວຢືນຢັນວ່າແມ່ນເປໂຕແທ້ໆ. ພວກເຂົາຈຶ່ງບອກວ່າ: “ຄືຊິແມ່ນທູດສະຫວັນປະຈຳຕົວເປໂຕຕີ້.” 16 ເປໂຕຍັງຢືນເຄາະປະຕູຢູ່ຫັ້ນຈົນພວກເຂົາມາເປີດປະຕູແລະເຫັນເປໂຕ ພວກເຂົາກໍພາກັນແປກໃຈຫຼາຍ. 17 ເປໂຕຍົກມືຂຶ້ນບອກໃຫ້ພວກເຂົາມິດແລ້ວເລົ່າໃຫ້ຟັງຢ່າງລະອຽດວ່າພະເຢໂຫວາຊ່ວຍລາວອອກມາຈາກຄຸກໄດ້ແນວໃດ ແລະເວົ້າວ່າ: “ໄປບອກເລື່ອງນີ້ກັບຢາໂກໂບແລະພວກພີ່ນ້ອງເດີ້.” ແລ້ວເປໂຕກໍເດີນທາງໄປບ່ອນອື່ນ.
18 ເມື່ອຮອດຕອນເຊົ້າກໍເກີດຄວາມສັບສົນວຸ່ນວາຍຫຼາຍໃນທ່າມກາງພວກທະຫານ ພວກເຂົາພາກັນສົງໄສວ່າເປໂຕໄປໃສ. 19 ເຮໂຣດພະຍາຍາມຊອກຫາເປໂຕຢູ່ທຸກບ່ອນແຕ່ກໍບໍ່ພົບ ລາວຈຶ່ງສອບສວນພວກທະຫານຍາມແລະສັ່ງໃຫ້ເອົາຕົວພວກເຂົາໄປລົງໂທດ ແລ້ວເຮໂຣດກໍອອກຈາກແຂວງຢູດາຍໄປຢູ່ເມືອງກາຍຊາເຣຍໄລຍະໜຶ່ງ.
20 ຕອນນັ້ນ ເຮໂຣດກຳລັງໃຈຮ້າຍໃຫ້ຄົນໃນເມືອງຕີເຣແລະຊີໂດນ. ຄົນຈາກສອງເມືອງນັ້ນຈຶ່ງພາກັນມາຫາເຮໂຣດ ເມື່ອພວກເຂົາໂນ້ມນ້າວບລາສະໂຕທີ່ເປັນຜູ້ເບິ່ງແຍງວັງໃຫ້ຊ່ວຍ ພວກເຂົາໄດ້ໄປຂໍຄືນດີກັບເຮໂຣດ ເພາະເມືອງຂອງພວກເຂົາຕ້ອງເພິ່ງອາຫານຈາກດິນແດນຂອງກະສັດເຮໂຣດ. 21 ເມື່ອຮອດມື້ສຳຄັນ ເຮໂຣດແຕ່ງຊຸດກະສັດເຕັມຍົດແລະນັ່ງເທິງບັນລັງພິພາກສາແລ້ວກ່າວຄຳປາໄສຕໍ່ປະຊາຊົນ. 22 ຄົນທີ່ມາຊຸມນຸມກັນກໍຮ້ອງຂຶ້ນວ່າ: “ນີ້ແມ່ນສຽງພະເຈົ້າ ບໍ່ແມ່ນສຽງມະນຸດ!” 23 ທັນໃດນັ້ນ ທູດສະຫວັນຂອງພະເຢໂຫວາກໍລົງໂທດເຮໂຣດຍ້ອນລາວບໍ່ໄດ້ໃຫ້ກຽດພະເຈົ້າ ລາວຈຶ່ງລົ້ມປ່ວຍແລະຖືກໜອນກັດກິນຈົນຕາຍ.
24 ຄຳສອນຂອງພະເຢໂຫວາກໍແພ່ອອກໄປແລະຄົນກໍເຂົ້າມາເຊື່ອຫຼາຍຂຶ້ນເລື້ອຍໆ.
25 ເມື່ອບາຣະນາບາກັບໂຊໂລເຮັດວຽກຊ່ວຍເຫຼືອພີ່ນ້ອງໃນເມືອງເຢຣູຊາເລັມແລ້ວໆ ພວກເຂົາກໍກັບໄປ ແລ້ວພາໂຢຮັນທີ່ມີອີກຊື່ໜຶ່ງວ່າມາຣະໂກໄປນຳ.