1 ໂກຣິນໂທ
12 ພີ່ນ້ອງເອີຍ ຂ້ອຍຢາກໃຫ້ພວກເຈົ້າເຂົ້າໃຈເລື່ອງຄວາມສາມາດ*ທີ່ມາຈາກພະລັງຂອງພະເຈົ້າ. 2 ຈື່ໄດ້ບໍຕອນທີ່ພວກເຈົ້າຍັງບໍ່ຮູ້ຈັກພະເຈົ້າ* ພວກເຈົ້າຖືກຊັກຈູງໃຫ້ຂາບໄຫວ້ຮູບບູຊາທີ່ເວົ້າບໍ່ໄດ້ ແລ້ວແຕ່ໃຜຈະຊັກຈູງພວກເຈົ້າໄປ. 3 ແຕ່ຕອນນີ້ ຂ້ອຍຂໍບອກໃຫ້ຮູ້ວ່າຜູ້ທີ່ໄດ້ຮັບພະລັງຂອງພະເຈົ້າບໍ່ມີທາງທີ່ຈະເວົ້າວ່າ: “ພະເຢຊູເປັນຄົນທີ່ຖືກສາບແຊ່ງ!” ແລະສະເພາະຜູ້ທີ່ໄດ້ຮັບພະລັງບໍລິສຸດຂອງພະເຈົ້າເທົ່ານັ້ນຈະເວົ້າໄດ້ວ່າ: “ພະເຢຊູແມ່ນຜູ້ເປັນນາຍ!”
4 ຄວາມສາມາດ*ມີຫຼາຍຢ່າງ ແຕ່ມາຈາກພະລັງດຽວກັນ. 5 ວຽກຮັບໃຊ້ມີຫຼາຍແບບ ແຕ່ເຮັດເພື່ອຜູ້ເປັນນາຍຜູ້ດຽວ. 6 ການງານມີຫຼາຍຢ່າງ ແຕ່ມີພະເຈົ້າອົງດຽວທີ່ຊ່ວຍທຸກຄົນໃຫ້ເຮັດວຽກທຸກຢ່າງໄດ້. 7 ພະເຈົ້າໃຫ້ແຕ່ລະຄົນໄດ້ຮັບພະລັງຂອງພະອົງເພື່ອເຮັດປະໂຫຍດໃຫ້ຄົນອື່ນ. 8 ເຊັ່ນ: ພະລັງຂອງພະເຈົ້າເຮັດໃຫ້ຜູ້ໜຶ່ງເວົ້າແບບຄົນມີປັນຍາ ພະລັງດຽວກັນນັ້ນເຮັດໃຫ້ຜູ້ໜຶ່ງເວົ້າແບບຄົນມີຄວາມຮູ້ 9 ພະລັງດຽວກັນເຮັດໃຫ້ຜູ້ໜຶ່ງມີຄວາມເຊື່ອ ພະລັງນັ້ນເຮັດໃຫ້ຜູ້ໜຶ່ງມີຄວາມສາມາດ*ທີ່ຈະປິ່ນປົວພະຍາດໄດ້ 10 ໃຫ້ຜູ້ໜຶ່ງເຮັດການອັດສະຈັນໄດ້ ໃຫ້ຜູ້ໜຶ່ງພະຍາກອນໄດ້ ໃຫ້ຜູ້ໜຶ່ງໄຈ້ແຍກໄດ້ວ່າຄຳເວົ້າໃດມາຈາກພະເຈົ້າ ໃຫ້ຜູ້ໜຶ່ງເວົ້າພາສາຕ່າງໆໄດ້ ແລະໃຫ້ຜູ້ໜຶ່ງແປພາສາເຫຼົ່ານັ້ນໄດ້. 11 ແຕ່ຄວາມສາມາດທັງໝົດນີ້ເກີດຈາກພະລັງດຽວກັນ ເຊິ່ງພະເຈົ້າໃຫ້ແຕ່ລະຄົນຕາມທີ່ພະອົງ*ຕ້ອງການ.
12 ໃນຮ່າງກາຍໜຶ່ງມີອະໄວຍະວະຫຼາຍສ່ວນ ແລະເຖິງວ່າຈະມີອະໄວຍະວະຫຼາຍສ່ວນ ແຕ່ອະໄວຍະວະທັງໝົດກໍປະກອບກັນເປັນຮ່າງກາຍດຽວ ພະຄລິດກໍເປັນແບບນັ້ນຄືກັນ. 13 ບໍ່ວ່າພວກເຮົາຈະເປັນຄົນຢິວຫຼືຄົນກຣີກ ເປັນທາດຫຼືເປັນອິດສະຫຼະ ພວກເຮົາທຸກຄົນຮັບບັບເຕມາດ້ວຍພະລັງດຽວກັນເພື່ອປະກອບກັນເປັນຮ່າງກາຍດຽວ ແລະພວກເຮົາທຸກຄົນໄດ້ຮັບພະລັງດຽວກັນນັ້ນ.
14 ຮ່າງກາຍໜຶ່ງບໍ່ໄດ້ມີພຽງອະໄວຍະວະດຽວເທົ່ານັ້ນ ແຕ່ມີອະໄວຍະວະຫຼາຍສ່ວນ. 15 ເຖິງຕີນຈະເວົ້າວ່າ “ຍ້ອນຂ້ອຍບໍ່ແມ່ນມື ຂ້ອຍຈຶ່ງບໍ່ເປັນສ່ວນຂອງຮ່າງກາຍນີ້” ແຕ່ຕີນກໍຍັງເປັນສ່ວນໜຶ່ງຂອງຮ່າງກາຍຢູ່. 16 ເຖິງຫູຈະເວົ້າວ່າ “ຂ້ອຍບໍ່ແມ່ນຕາ ຂ້ອຍຈຶ່ງບໍ່ເປັນສ່ວນຂອງຮ່າງກາຍນີ້” ແຕ່ຫູກໍຍັງເປັນສ່ວນໜຶ່ງຂອງຮ່າງກາຍຢູ່. 17 ຖ້າໝົດຮ່າງກາຍເປັນຕາ ຈະໃຊ້ຫຍັງຟັງ? ແລະຖ້າໝົດຮ່າງກາຍເປັນຫູ ຈະໃຊ້ຫຍັງດົມກິ່ນ? 18 ແຕ່ພະເຈົ້າຈັດອະໄວຍະວະແຕ່ລະສ່ວນໃຫ້ຢູ່ໃນຮ່າງກາຍຕາມທີ່ພະອົງເຫັນວ່າເໝາະສົມ.
19 ຖ້າອະໄວຍະວະທຸກສ່ວນຄືກັນໝົດ ແລ້ວຈະເປັນຮ່າງກາຍໄດ້ແນວໃດ? 20 ກໍແມ່ນຢູ່ທີ່ອະໄວຍະວະມີຫຼາຍສ່ວນ ແຕ່ທັງໝົດປະກອບກັນເປັນຮ່າງກາຍດຽວ. 21 ຕາຈະເວົ້າກັບມືວ່າ “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ ຫຼືຫົວຈະເວົ້າກັບຕີນວ່າ “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້. 22 ອະໄວຍະວະໃນຮ່າງກາຍທີ່ເບິ່ງຄືອ່ອນແອກວ່າພັດເປັນອະໄວຍະວະທີ່ຈຳເປັນຫຼາຍ 23 ແລະອະໄວຍະວະທີ່ພວກເຮົາຄິດວ່າບໍ່ເປັນຕານັບຖື ພວກເຮົາພັດເບິ່ງແຍງມັນຢ່າງດີ ພວກເຮົາຈຶ່ງເຮັດໃຫ້ອະໄວຍະວະທີ່ບໍ່ງາມປານໃດມີກຽດຫຼາຍຂຶ້ນ 24 ສ່ວນອະໄວຍະວະທີ່ງາມຢູ່ແລ້ວ ພວກເຮົາກໍບໍ່ຈຳເປັນຕ້ອງເບິ່ງແຍງມັນຫຼາຍ. ທີ່ຈິງ ພະເຈົ້າເອງປະກອບຮ່າງກາຍໃນແບບທີ່ໃຫ້ອະໄວຍະວະທີ່ບໍ່ເປັນຕານັບຖືເບິ່ງເປັນຕານັບຖືຫຼາຍຂຶ້ນ 25 ເພື່ອບໍ່ໃຫ້ເກີດຄວາມແຕກແຍກໃນຮ່າງກາຍ ແຕ່ໃຫ້ອະໄວຍະວະທັງໝົດເບິ່ງແຍງກັນແລະກັນ. 26 ຖ້າອະໄວຍະວະໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບນຳ ຫຼືຖ້າອະໄວຍະວະໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍດີໃຈນຳ.
27 ພວກເຈົ້າປະກອບກັນເປັນຮ່າງກາຍຂອງພະຄລິດ ແລະພວກເຈົ້າແຕ່ລະຄົນເປັນສ່ວນໜຶ່ງ*ຂອງຮ່າງກາຍນັ້ນ. 28 ພະເຈົ້າແຕ່ງຕັ້ງຄົນໃຫ້ເຮັດໜ້າທີ່ຕ່າງໆໃນປະຊາຄົມດັ່ງນີ້ຄື: ໜຶ່ງເປັນອັກຄະສາວົກ ສອງເປັນຜູ້ພະຍາກອນ ສາມເປັນຄູສອນ ແລ້ວກໍມີຄົນເຮັດການອັດສະຈັນ ຄົນທີ່ມີຄວາມສາມາດ*ໃນການປິ່ນປົວພະຍາດ ຄົນທີ່ໃຫ້ການຊ່ວຍເຫຼືອໃນຮູບແບບຕ່າງໆ ຄົນທີ່ມີຄວາມສາມາດໃນການນຳໜ້າ ແລະຄົນທີ່ເວົ້າພາສາຕ່າງໆ. 29 ບໍ່ແມ່ນທຸກຄົນເປັນອັກຄະສາວົກແມ່ນບໍ? ບໍ່ແມ່ນທຸກຄົນເປັນຜູ້ພະຍາກອນແມ່ນບໍ? ບໍ່ແມ່ນທຸກຄົນເປັນຄູສອນແມ່ນບໍ? ບໍ່ແມ່ນທຸກຄົນເຮັດການອັດສະຈັນໄດ້ແມ່ນບໍ? 30 ບໍ່ແມ່ນທຸກຄົນມີຄວາມສາມາດ*ທີ່ຈະປິ່ນປົວພະຍາດໄດ້ແມ່ນບໍ? ບໍ່ແມ່ນທຸກຄົນເວົ້າພາສາຕ່າງໆໄດ້ແມ່ນບໍ? ບໍ່ແມ່ນທຸກຄົນເປັນຜູ້ແປໄດ້ແມ່ນບໍ? 31 ເຖິງຢ່າງນັ້ນ ຂໍໃຫ້ພວກເຈົ້າພະຍາຍາມຕໍ່ໄປເພື່ອຈະໄດ້ຄວາມສາມາດ*ທີ່ຍິ່ງໃຫຍ່ກວ່າ ແລະຕອນນີ້ຂ້ອຍຈະຊີ້ໃຫ້ພວກເຈົ້າເຫັນທາງທີ່ດີເລີດ.