2 ໂກຣິນໂທ
1 ຂ້ອຍໂປໂລ ອັກຄະສາວົກ*ຂອງພະຄລິດເຢຊູຕາມທີ່ພະເຈົ້າຕ້ອງການ ກັບຕີໂມທຽວພີ່ນ້ອງຂອງພວກເຮົາຂຽນເຖິງປະຊາຄົມຂອງພະເຈົ້າໃນເມືອງໂກຣິນໂທແລະເຖິງຜູ້ບໍລິສຸດທຸກຄົນທີ່ຢູ່ແຂວງອະຂາຢາ.
2 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາ ແລະຈາກພະເຢຊູຄລິດຜູ້ເປັນນາຍ.
3 ຂໍໃຫ້ພະເຈົ້າຜູ້ເປັນພໍ່ຂອງພະເຢຊູຄລິດນາຍຂອງພວກເຮົາໄດ້ຮັບການຍ້ອງຍໍສັນລະເສີນ ພະອົງເປັນພໍ່ທີ່ມີຄວາມເມດຕາກະລຸນາແລະເປັນພະເຈົ້າທີ່ໃຫ້ກຳລັງໃຈໃນທຸກສະຖານະການ. 4 ພະອົງໃຫ້ກຳລັງໃຈພວກເຮົາທຸກຄັ້ງທີ່ເຈິຄວາມຍາກລຳບາກ* ເພື່ອວ່າພວກເຮົາຈະໃຫ້ກຳລັງໃຈຄົນທີ່ເຈິຄວາມຍາກລຳບາກ*ທຸກຮູບແບບໄດ້ ຄືກັບທີ່ພວກເຮົາໄດ້ຮັບກຳລັງໃຈຈາກພະເຈົ້າ. 5 ພວກເຮົາທົນທຸກມາຫຼາຍເພື່ອພະຄລິດ ແຕ່ພວກເຮົາກໍໄດ້ຮັບກຳລັງໃຈຫຼາຍຄືກັນຜ່ານທາງພະຄລິດ. 6 ເມື່ອພວກເຮົາເຈິຄວາມຍາກລຳບາກ* ນັ້ນກໍເຮັດໃຫ້ພວກເຈົ້າໄດ້ຮັບກຳລັງໃຈແລະຄວາມລອດ ແລະເມື່ອພວກເຮົາໄດ້ຮັບກຳລັງໃຈ ພວກເຈົ້າກໍໄດ້ຮັບກຳລັງໃຈຄືກັນ ກຳລັງໃຈນີ້ຈະຊ່ວຍພວກເຈົ້າໃຫ້ອົດທົນກັບຄວາມທຸກແບບດຽວກັບທີ່ພວກເຮົາເຈິ. 7 ພວກເຮົາໝັ້ນໃຈໃນພວກເຈົ້າສະເໝີ ພວກເຮົາຮູ້ວ່າພວກເຈົ້າຕ້ອງທົນທຸກຄືກັບພວກເຮົາແລະພວກເຈົ້າກໍໄດ້ຮັບກຳລັງໃຈຄືກັບພວກເຮົາ.
8 ພີ່ນ້ອງເອີຍ ພວກເຮົາຢາກໃຫ້ພວກເຈົ້າຮູ້ເລື່ອງຄວາມຍາກລຳບາກທີ່ພວກເຮົາເຈິໃນແຂວງອາຊີ.* ພວກເຮົາຖືກກົດດັນຢ່າງໜັກເກີນກຳລັງທີ່ພວກເຮົາຈະທົນໄດ້ ຈົນຄິດວ່າຈະຕາຍແທ້ໆ. 9 ທີ່ຈິງ ພວກເຮົາຮູ້ສຶກຄືກັບວ່າຖືກຕັດສິນປະຫານຊີວິດໄປແລ້ວ ເຫດການນັ້ນສອນພວກເຮົາໃຫ້ວາງໃຈໃນພະເຈົ້າຜູ້ປຸກຄົນຕາຍໃຫ້ຟື້ນຄືນມາ ບໍ່ແມ່ນວາງໃຈໃນຕົວເອງ. 10 ພະເຈົ້າໄດ້ຊ່ວຍພວກເຮົາໃຫ້ລອດຕາຍມາແລ້ວແລະຈະຊ່ວຍພວກເຮົາອີກ ພວກເຮົາໝັ້ນໃຈວ່າພະອົງຈະຊ່ວຍພວກເຮົາຕໍ່ໄປ. 11 ພວກເຈົ້າກໍຊ່ວຍພວກເຮົາໄດ້ໂດຍອະທິດຖານເພື່ອພວກເຮົາ. ເພາະວ່າຖ້າມີຫຼາຍຄົນຂໍເພື່ອພວກເຮົາ ພະເຈົ້າຈະຟັງແລະຊ່ວຍພວກເຮົາ ແລະຍ້ອນແນວນີ້ຫຼາຍຄົນຈະຂອບໃຈພະເຈົ້າ.
12 ເລື່ອງໜຶ່ງທີ່ພວກເຮົາອວດໄດ້ກໍຄື ໃຈຮູ້ຜິດຮູ້ຖືກບອກພວກເຮົາວ່າ ເມື່ອຢູ່ກັບຜູ້ຄົນໃນໂລກແລະໂດຍສະເພາະເມື່ອຢູ່ກັບພວກເຈົ້າ ພວກເຮົາປະພຶດຕົວດ້ວຍຄວາມບໍລິສຸດສະອາດແລະດ້ວຍຄວາມຈິງໃຈແບບທີ່ພະເຈົ້າສອນ ແລະພວກເຮົາບໍ່ໄດ້ເພິ່ງສະຕິປັນຍາຂອງມະນຸດ ແຕ່ເພິ່ງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ. 13 ສິ່ງທີ່ພວກເຮົາຂຽນເຖິງພວກເຈົ້ານັ້ນພວກເຈົ້າອ່ານ*ແລະເຂົ້າໃຈໄດ້ບໍ່ຍາກ ແລະຂ້ອຍຫວັງວ່າພວກເຈົ້າຈະເຂົ້າໃຈແຈ້ງຂຶ້ນເລື້ອຍໆ 14 ພວກເຈົ້າບາງຄົນກໍເຂົ້າໃຈແລ້ວວ່າ ພວກເຈົ້າອວດເລື່ອງຂອງພວກເຮົາໄດ້ ຄືກັບທີ່ພວກເຮົາຈະອວດເລື່ອງຂອງພວກເຈົ້າໄດ້ຄືກັນໃນວັນຂອງພະເຢຊູຜູ້ເປັນນາຍຂອງພວກເຮົາ.
15 ດ້ວຍຄວາມໝັ້ນໃຈໃນເລື່ອງນີ້ ຂ້ອຍເຄີຍຕັ້ງໃຈໄວ້ວ່າຈະແວ່ໄປຫາພວກເຈົ້າກ່ອນ ເພື່ອພວກເຈົ້າຈະໄດ້ດີໃຈອີກເປັນຄັ້ງທີສອງ.* 16 ຕອນນັ້ນ ຂ້ອຍຄິດວ່າຈະແວ່ຫາພວກເຈົ້າລະຫວ່າງທາງໄປແຂວງມາເກໂດເນຍ ແລະຕອນກັບຈາກແຂວງມາເກໂດເນຍຂ້ອຍຈະແວ່ຫາພວກເຈົ້າອີກ ແລ້ວພວກເຈົ້າຈະໄດ້ໄປສົ່ງຂ້ອຍໄລຍະໜຶ່ງຕອນທີ່ຈະໄປແຂວງຢູດາຍ. 17 ເມື່ອຂ້ອຍບອກວ່າຈະເຮັດແບບນັ້ນ ຂ້ອຍບໍ່ໄດ້ຖືວ່າເປັນເລື່ອງຫຼິ້ນໆ ຂ້ອຍບໍ່ຄືຄົນທົ່ວໄປທີ່ມັກເຮັດຕາມໃຈຕົວເອງ ທີ່ບອກວ່າ “ແມ່ນ” ແລ້ວກໍບອກວ່າ “ບໍ່.” 18 ພວກເຈົ້າໄວ້ໃຈຄຳເວົ້າຂອງພວກເຮົາໄດ້ຄືກັບທີ່ໄວ້ໃຈພະເຈົ້າ ພວກເຮົາຈະບໍ່ເວົ້າວ່າ “ແມ່ນ” ແລ້ວກໍບອກວ່າ “ບໍ່.” 19 ພະເຢຊູຄລິດລູກຂອງພະເຈົ້າ ທີ່ຂ້ອຍກັບຊີລາວານ*ແລະຕີໂມທຽວປະກາດກັບພວກເຈົ້າ ເພິ່ນບໍ່ໄດ້ເຮັດໃຫ້ຄຳວ່າ “ແມ່ນ” ປ່ຽນເປັນ “ບໍ່” ແຕ່ເຮັດໃຫ້ຄຳວ່າ “ແມ່ນ” ເປັນຈິງສະເໝີ. 20 ພະເຢຊູເຮັດໃຫ້ຄຳສັນຍາຂອງພະເຈົ້າທຸກເລື່ອງເກີດຂຶ້ນຈິງ. ຍ້ອນແນວນັ້ນພວກເຮົາຈຶ່ງເວົ້າວ່າ “ອາແມນ” ເມື່ອອະທິດຖານເຖິງພະເຈົ້າໃນນາມຂອງພະເຢຊູ ແລະນັ້ນເຮັດໃຫ້ພະເຈົ້າໄດ້ຮັບການຍົກຍ້ອງ. 21 ສ່ວນພະເຈົ້າເປັນຜູ້ຮັບຮອງວ່າພວກເຮົາກັບພວກເຈົ້າເປັນຄົນຂອງພະຄລິດ ແລະພະອົງເປັນຜູ້ທີ່ເຈີມພວກເຮົາທຸກຄົນໄວ້. 22 ພະອົງປະທັບກາພວກເຮົາ ພະອົງໃສ່ພະລັງຂອງພະອົງໃນຫົວໃຈພວກເຮົາເພື່ອຮັບຮອງ*ວ່າພວກເຮົາຈະໄດ້ລາງວັນ.
23 ຂ້ອຍສາບານຕໍ່ພະເຈົ້າໄດ້ວ່າທີ່ຂ້ອຍຍັງບໍ່ໄດ້ໄປເມືອງໂກຣິນໂທ ກໍຍ້ອນຂ້ອຍບໍ່ຢາກໃຫ້ພວກເຈົ້າຕ້ອງເສຍໃຈຫຼາຍກວ່ານີ້. 24 ພວກເຮົາບໍ່ແມ່ນນາຍທີ່ຈະຄວບຄຸມຄວາມເຊື່ອຂອງພວກເຈົ້າ ແຕ່ເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ ແລະທີ່ພວກເຈົ້າໝັ້ນຄົງຢູ່ໄດ້ກໍຍ້ອນຄວາມເຊື່ອຂອງພວກເຈົ້າເອງ.