ຄາລາເຕຍ
1 ຂ້ອຍໂປໂລເປັນອັກຄະສາວົກ* ບໍ່ແມ່ນໂດຍການມອບໝາຍຫຼືການແຕ່ງຕັ້ງທີ່ມາຈາກມະນຸດ ແຕ່ຂ້ອຍໄດ້ຮັບການແຕ່ງຕັ້ງຈາກພະເຢຊູຄລິດແລະພະເຈົ້າຜູ້ເປັນພໍ່ຂອງພວກເຮົາເຊິ່ງໄດ້ປຸກພະຄລິດໃຫ້ຄືນມາຈາກຕາຍ 2 ຂ້ອຍກັບພວກພີ່ນ້ອງທີ່ຢູ່ນຳກັນ ຂຽນເຖິງປະຊາຄົມຕ່າງໆໃນແຂວງຄາລາເຕຍ.
3 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາ ແລະຈາກພະເຢຊູຄລິດຜູ້ເປັນນາຍ. 4 ພະຄລິດສະລະຕົວເພິ່ນເອງເພື່ອໄຖ່ບາບໃຫ້ພວກເຮົາ ເພື່ອຊ່ວຍພວກເຮົາໃຫ້ພົ້ນຈາກອຳນາດຂອງໂລກຊົ່ວນີ້*ຕາມທີ່ພະເຈົ້າຜູ້ເປັນພໍ່ຂອງພວກເຮົາຕ້ອງການ. 5 ຂໍໃຫ້ພະອົງໄດ້ຮັບການຍ້ອງຍໍສັນລະເສີນຕະຫຼອດໄປ. ອາແມນ.
6 ຂ້ອຍແປກໃຈຫຼາຍທີ່ພຽງເວລາສັ້ນໆພວກເຈົ້າກໍເລີ່ມຖອຍຫ່າງຈາກພະອົງຜູ້ທີ່ເອີ້ນພວກເຈົ້າມາດ້ວຍຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະຄລິດ ແລ້ວປ່ຽນໄປຟັງຂ່າວດີຈາກແຫຼ່ງອື່ນແທນ. 7 ແທ້ໆແລ້ວບໍ່ມີຂ່າວດີຈາກແຫຼ່ງອື່ນ ແຕ່ມີບາງຄົນເຮັດໃຫ້ພວກເຈົ້າສັບສົນແລະພະຍາຍາມຈະບິດເບືອນຂ່າວດີເລື່ອງພະຄລິດ. 8 ຖ້າມີຜູ້ໃດຫຼືແມ່ນແຕ່ທູດສະຫວັນມາປະກາດຂ່າວດີເລື່ອງອື່ນທີ່ແຕກຕ່າງຈາກຂ່າວດີທີ່ພວກເຮົາເຄີຍປະກາດກັບພວກເຈົ້າ ກໍໃຫ້ຜູ້ນັ້ນຖືກສາບແຊ່ງ. 9 ຂ້ອຍຂໍເວົ້າຊ້ຳອີກເທື່ອໜຶ່ງຄືກັບທີ່ຂ້ອຍເວົ້າໄປແລ້ວວ່າ ຜູ້ໃດທີ່ປະກາດຂ່າວດີເລື່ອງອື່ນນອກເໜືອຈາກທີ່ພວກເຈົ້າໄດ້ຮັບຈາກພວກເຮົາ ກໍໃຫ້ຜູ້ນັ້ນຖືກສາບແຊ່ງ.
10 ພວກເຈົ້າຄິດວ່າຂ້ອຍກຳລັງພະຍາຍາມເຮັດໃຫ້ມະນຸດຫຼືພະເຈົ້າພໍໃຈ? ຂ້ອຍພະຍາຍາມເອົາໃຈມະນຸດບໍ? ຖ້າຂ້ອຍຍັງເອົາໃຈມະນຸດຢູ່ຂ້ອຍກໍຄືຊິບໍ່ແມ່ນທາດຂອງພະຄລິດ. 11 ພີ່ນ້ອງເອີຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າຂ່າວດີທີ່ຂ້ອຍປະກາດນັ້ນບໍ່ໄດ້ເລີ່ມຈາກມະນຸດ 12 ແລະຂ້ອຍບໍ່ໄດ້ຮັບຂ່າວນັ້ນຈາກມະນຸດ ບໍ່ມີມະນຸດຄົນໃດສອນຂ້ອຍ ແຕ່ພະເຢຊູຄລິດເອງເປີດເຜີຍຂ່າວດີນັ້ນກັບຂ້ອຍ.
13 ພວກເຈົ້າກໍຮູ້ຢູ່ແລ້ວວ່າຂ້ອຍເຄີຍເປັນຄົນແນວໃດຕອນທີ່ນັບຖືສາສະໜາຢິວ ຂ້ອຍຂົ່ມເຫງປະຊາຄົມຂອງພະເຈົ້າຢ່າງໜັກແລະຫາທາງກວາດລ້າງໃຫ້ໝົດ 14 ຂ້ອຍກ້າວໜ້າໃນສາສະໜາຢິວຫຼາຍກວ່າເພື່ອນຮ່ວມຊາດລຸ້ນດຽວກັນຫຼາຍຄົນ ຂ້ອຍກະຕືລືລົ້ນກວ່າພວກເຂົາຫຼາຍໃນເລື່ອງທຳນຽມຂອງບັນພະບຸລຸດຂອງຂ້ອຍ. 15 ແຕ່ພະເຈົ້າຜູ້ໃຫ້ຂ້ອຍເກີດມາ*ນັ້ນໄດ້ເລືອກຂ້ອຍດ້ວຍຄວາມກະລຸນາທີ່ຍິ່ງໃຫຍ່ ພະອົງພໍໃຈ 16 ທີ່ຈະໃຊ້ຂ້ອຍໃຫ້ປະກາດຂ່າວດີກ່ຽວກັບເພິ່ນຜູ້ເປັນລູກຂອງພະອົງໃຫ້ຄົນຕ່າງຊາດໄດ້ຮູ້ ຕອນນັ້ນຂ້ອຍບໍ່ໄດ້ປຶກສາຜູ້ໃດເລີຍ 17 ແລະຍັງບໍ່ໄດ້ໄປເມືອງເຢຣູຊາເລັມເພື່ອຈະພົບກັບຄົນທີ່ເປັນອັກຄະສາວົກກ່ອນຂ້ອຍ ແຕ່ຂ້ອຍໄປອາຣາເບຍ ແລ້ວຈຶ່ງກັບມາເມືອງດາມາກັດອີກ.
18 ສາມປີຕໍ່ມາ ຂ້ອຍຂຶ້ນໄປຢາມເກຟາ*ຢູ່ເມືອງເຢຣູຊາເລັມແລະພັກຢູ່ກັບລາວ 15 ມື້. 19 ແຕ່ຂ້ອຍບໍ່ໄດ້ພົບອັກຄະສາວົກຄົນອື່ນເລີຍນອກຈາກຢາໂກໂບທີ່ເປັນນ້ອງຊາຍຂອງຜູ້ເປັນນາຍ. 20 ຂ້ອຍຂໍຮັບຮອງກັບພວກເຈົ້າຕໍ່ໜ້າພະເຈົ້າວ່າ ການທີ່ຂ້ອຍຂຽນມາທັງໝົດນີ້ຂ້ອຍບໍ່ໄດ້ຕົວະ.
21 ຫຼັງຈາກນັ້ນ ຂ້ອຍກໍໄປທີ່ແຂວງຊີເຣຍກັບແຂວງກີລີເກຍ. 22 ແຕ່ປະຊາຄົມຕ່າງໆຂອງຄລິດສະຕຽນໃນແຂວງຢູດາຍຍັງບໍ່ເຄີຍພົບຂ້ອຍ. 23 ພວກເຂົາມີແຕ່ໄດ້ຍິນວ່າ: “ຄົນທີ່ເຄີຍຂົ່ມເຫງແລະພະຍາຍາມກວາດລ້າງພວກເຮົາ ຕອນນີ້ພັດເປັນຄົນປະກາດຂ່າວດີກ່ຽວກັບຄວາມເຊື່ອຂອງພວກເຮົາ.” 24 ພວກເຂົາຈຶ່ງຍ້ອງຍໍສັນລະເສີນພະເຈົ້າເພາະເລື່ອງຂອງຂ້ອຍ.