ໂກໂລຊາຍ
2 ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າຂ້ອຍກຳລັງຕໍ່ສູ້ໜັກສ່ຳໃດເພື່ອພວກເຈົ້າ ແລະເພື່ອຄົນທີ່ຢູ່ໃນເມືອງລາວດີເກອາກັບຄົນອື່ນໆທຸກຄົນທີ່ຍັງບໍ່ເຄີຍພົບຂ້ອຍ. 2 ເພື່ອພວກເຂົາຈະໄດ້ຮັບກຳລັງໃຈແລະກົມກຽວກັນດ້ວຍຄວາມຮັກ ເພື່ອຈະໄດ້ຮັບສິ່ງທີ່ມີຄ່າຫຼາຍ ນັ້ນແມ່ນຄວາມເຂົ້າໃຈທີ່ຖືກຕ້ອງຊັດເຈນແລະຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມລັບອັນສັກສິດຂອງພະເຈົ້າ ຄວາມລັບນັ້ນແມ່ນເລື່ອງພະຄລິດ. 3 ຄັງສະຕິປັນຍາແລະຄວາມຮູ້ທີ່ລ້ຳຄ່າທັງໝົດຖືກເກັບເຊື່ອງໄວ້ໃນຕົວເພິ່ນ. 4 ຂ້ອຍເວົ້າເລື່ອງນີ້ກໍເພື່ອບໍ່ໃຫ້ຜູ້ໃດມາຫຼອກລວງພວກເຈົ້າໄດ້ ເຖິງວ່າລາວຈະໃຊ້ຄຳເວົ້າຈູງໃຈທີ່ເປັນຕາຟັງ. 5 ເຖິງວ່າຂ້ອຍຈະບໍ່ໄດ້ຢູ່ນຳ ແຕ່ໃຈຂ້ອຍຢູ່ກັບພວກເຈົ້າ ແລະຂ້ອຍດີໃຈທີ່ເຫັນພວກເຈົ້າຢູ່ນຳກັນຢ່າງເປັນລະບຽບຮຽບຮ້ອຍແລະມີຄວາມເຊື່ອທີ່ໝັ້ນຄົງໃນພະຄລິດ.
6 ດັ່ງນັ້ນ ເມື່ອພວກເຈົ້າຍອມຮັບພະເຢຊູຄລິດຜູ້ເປັນນາຍແລ້ວ ກໍໃຫ້ໃຊ້ຊີວິດແບບເພິ່ນຕໍ່ໄປ 7 ໃຫ້ມີຄວາມເຊື່ອທີ່ໝັ້ນຄົງໃນພະຄລິດຕາມທີ່ພວກເຈົ້າໄດ້ຮັບການສອນມາ ພວກເຈົ້າຈະໄດ້ເປັນຄືຕົ້ນໄມ້ໃຫຍ່ທີ່ມີຮາກເລິກໃນດິນແລະໃຫ້ຂອບໃຈພະເຈົ້າສະເໝີ.
8 ລະວັງໃຫ້ດີ ຢ່າໃຫ້ຜູ້ໃດມາຊັກຊວນພວກເຈົ້າໃຫ້ຫຼົງດ້ວຍປັດຊະຍາແລະຄຳຫຼອກລວງທີ່ບໍ່ມີປະໂຫຍດຕາມທີ່ມະນຸດສອນຕໍ່ໆກັນມາແລະຕາມແນວຄິດຕ່າງໆຂອງໂລກ ເຊິ່ງບໍ່ໄດ້ມາຈາກພະຄລິດ. 9 ພະຄລິດສະແດງຄຸນລັກສະນະຂອງພະເຈົ້າໄດ້ຢ່າງຄົບຖ້ວນ. 10 ພວກເຈົ້າຈຶ່ງມີຄົບທຸກຢ່າງຍ້ອນເພິ່ນເຊິ່ງເປັນຜູ້ນຳ*ທີ່ຢູ່ເໜືອການປົກຄອງແລະເໜືອອຳນາດທັງໝົດ. 11 ພວກເຈົ້າເປັນຄົນຂອງພະຄລິດ ພວກເຈົ້າຈຶ່ງບໍ່ໄດ້ຮັບສິນຕັດແບບທີ່ເຮັດດ້ວຍມືມະນຸດ ແຕ່ພວກເຈົ້າສະລະຖິ້ມຮ່າງກາຍມະນຸດທີ່ມີບາບ ເຊິ່ງເປັນການຮັບສິນຕັດແບບຜູ້ຮັບໃຊ້ຂອງພະຄລິດ. 12 ພວກເຈົ້າຖືກຝັງໄວ້ກັບພະຄລິດດ້ວຍການຮັບບັບເຕມາແບບດຽວກັບເພິ່ນ ແລະເມື່ອເປັນຄົນຂອງພະຄລິດແລ້ວ ພວກເຈົ້າຈຶ່ງຖືກປຸກໃຫ້ຄືນມາຈາກຕາຍແລະຢູ່ກັບເພິ່ນ ເພາະພວກເຈົ້າມີຄວາມເຊື່ອໃນພະລັງອຳນາດທີ່ພະເຈົ້າປຸກເພິ່ນໃຫ້ຄືນມາຈາກຕາຍ.
13 ເຖິງວ່າພວກເຈົ້າຕາຍໄປແລ້ວຍ້ອນການເຮັດຜິດແລະບໍ່ໄດ້ຮັບສິນຕັດຢູ່ຮ່າງກາຍ ແຕ່ພະເຈົ້າກໍເຮັດໃຫ້ພວກເຈົ້າມີຊີວິດຮ່ວມກັບພະຄລິດ. ພະອົງຍົກໂທດໃຫ້ພວກເຮົາສຳລັບຄວາມຜິດທຸກຢ່າງ 14 ແລະຍົກເລີກກົດໝາຍທີ່ຂຽນໄວ້ເຊິ່ງມີຂໍ້ກຳນົດທີ່ເຮັດໃຫ້ເຫັນວ່າພວກເຮົາມີບາບ. ພະອົງເອົາກົດໝາຍນັ້ນໄປຄຶງໄວ້ທີ່ເສົາທໍລະມານ.* 15 ດ້ວຍເສົາທໍລະມານນີ້* ພະເຈົ້າເຮັດໃຫ້ພວກຜູ້ປົກຄອງແລະຜູ້ມີອຳນາດພ່າຍແພ້ ແລະພະອົງປະຈານພວກເຂົາຕໍ່ໜ້າຝູງຄົນ ໃຫ້ພວກເຂົາເປັນຄືກັບຊະເລີຍເສິກທີ່ຍ່າງນຳຫຼັງຂະບວນແຫ່ສະຫຼອງໄຊຊະນະ.
16 ດັ່ງນັ້ນ ຢ່າໃຫ້ຜູ້ໃດຕັດສິນພວກເຈົ້າໃນເລື່ອງການກິນການດື່ມ ຫຼືການສະຫຼອງເທດສະການ ຫຼືການຖືວັນເດືອນອອກໃໝ່ຫຼືວັນຊະບາໂຕ. 17 ສິ່ງເຫຼົ່ານັ້ນເປັນພຽງເງົາຂອງສິ່ງທີ່ຈະມີມາ ແຕ່ຂອງແທ້ຈະມາທາງພະຄລິດ. 18 ຢ່າໃຫ້ຜູ້ໃດເຮັດໃຫ້ພວກເຈົ້າພາດລາງວັນ ຄົນເຫຼົ່ານັ້ນທຳທ່າເຮັດເປັນຄົນຖ່ອມຕົວແລະມັກນະມັດສະການພວກທູດສະຫວັນ* ພວກເຂົາຍຶດໝັ້ນກັບສິ່ງທີ່ເຫັນດ້ວຍຕາແລະຄິດແບບຄົນບາບ. ເຮັດໃຫ້ພວກເຂົາອວດດີຢ່າງບໍ່ມີເຫດຜົນ 19 ພວກເຂົາບໍ່ຍຶດຢູ່ກັບເພິ່ນທີ່ເປັນສ່ວນຫົວ* ເພິ່ນເປັນຜູ້ທີ່ເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຮັບການຫຼໍ່ລ້ຽງແລະເຊື່ອມຕໍ່ກັນດ້ວຍຂໍ້ຕໍ່ແລະເສັ້ນເອັນ ເຮັດໃຫ້ຮ່າງກາຍຈະເລີນເຕີບໂຕຕາມທີ່ພະເຈົ້າຕ້ອງການ.
20 ໃນເມື່ອພວກເຈົ້າຕາຍຮ່ວມກັບພະຄລິດແລະປະຕິເສດແນວຄິດຕ່າງໆຂອງໂລກແລ້ວ ເປັນຫຍັງພວກເຈົ້າຍັງໃຊ້ຊີວິດຄືກັບເປັນຄົນຂອງໂລກແລະຍອມເຮັດຕາມຂໍ້ກຳນົດຕ່າງໆເຊັ່ນ: 21 “ຢ່າຈັບ ຢ່າຊີມ ຢ່າບາຍ”? 22 ຂໍ້ກຳນົດເຫຼົ່ານີ້ກ່ຽວຂ້ອງກັບສິ່ງຂອງທີ່ເມື່ອຖືກໃຊ້ແລ້ວກໍໝົດໄປ ເປັນພຽງຄຳສັ່ງແລະຄຳສອນຂອງມະນຸດ. 23 ທີ່ຈິງ ຂໍ້ກຳນົດເຫຼົ່ານີ້ຟັງເບິ່ງຄືສະຫຼາດແຕ່ເປັນວິທີນະມັດສະການທີ່ຄົນຄິດຂຶ້ນມາເອງ. ພວກເຂົາທໍລະມານຮ່າງກາຍແລະທຳທ່າເຮັດເປັນຄົນຖ່ອມຕົວ ແຕ່ການເຮັດແບບນັ້ນບໍ່ຊ່ວຍໃຫ້ຊະນະຄວາມຕ້ອງການຂອງຮ່າງກາຍທີ່ມີບາບໄດ້ເລີຍ.