ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ເທຊະໂລນິກ 2
  • ພະຄຳພີຄລິດສະຕຽນພາກພາສາກຣີກສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

1 ເທຊະໂລນິກ—ໃຈ​ຄວາມ​ສຳຄັນ

    • 2

      • ວຽກ​ຮັບໃຊ້​ຂອງ​ໂປໂລ​ທີ່​ເມືອງ​ເທຊະໂລນິກ (1-12)

      • ຊາວ​ເທ​ຊະ​ໂລ​ນິກ​ຍອມ​ຮັບ​ຄຳ​ສອນ​ຂອງ​ພະເຈົ້າ (13-16)

      • ໂປໂລ​ຢາກ​ພົບ​ພີ່​ນ້ອງ​ຊາວ​ເທ​ຊະ​ໂລ​ນິກ​ຫຼາຍ (17-20)

1 ເທຊະໂລນິກ 2:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຈິ​ອຸປະສັກ​ຢ່າງ​ໜັກ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 133

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 59

1 ເທຊະໂລນິກ 2:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2024, ໜ້າ 30-31

1 ເທຊະໂລນິກ 2:6

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ໝາຍ​ເຖິງ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

1 ເທຊະໂລນິກ 2:12

ໄຂເງື່ອນ

  • *

    ຫຼື “ລາຊະອານາຈັກ”

1 ເທຊະໂລນິກ 2:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 5

1 ເທຊະໂລນິກ 2:19

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳ​ສັບ

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ
  • ພະຄຳພີຄລິດສະຕຽນພາກພາສາກຣີກສະບັບແປໂລກໃໝ່
  • ອ່ານໃນ ສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ພະຄຳພີຄລິດສະຕຽນພາກພາສາກຣີກສະບັບແປໂລກໃໝ່
1 ເທຊະໂລນິກ 2:1-20

1 ເທຊະໂລນິກ

2​ ພີ່ນ້ອງ​ເອີຍ ພວກ​ເຈົ້າ​ກໍ​ຮູ້​ວ່າ​ການ​ທີ່​ພວກ​ເຮົາ​ໄປ​ຫາ​ພວກ​ເຈົ້າ​ນັ້ນ​ເກີດ​ຜົນ​ດີ​ແທ້ໆ. 2 ເຖິງ​ວ່າ​ຕອນ​ທຳອິດ ພວກ​ເຮົາ​ຕ້ອງ​ທົນ​ທຸກ​ແລະ​ຖືກ​ດູຖູກ​ຢຽດ​ຫຍາມ​ໃນ​ເມືອງ​ຟີລິບປອຍ​ແບບ​ທີ່​ພວກ​ເຈົ້າ​ຮູ້ ແຕ່​ພວກເຮົາ​ກໍ​ລວບລວມ​ຄວາມ​ກ້າ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ ແລ້ວ​ໄປ​ບອກ​ຂ່າວ​ດີ​ຂອງ​ພະອົງ​ກັບ​ພວກ​ເຈົ້າ​ທັງໆທີ່​ເຈິ​ການ​ຕໍ່​ຕ້ານ​ຢ່າງ​ໜັກ.* 3 ຄຳ​ແນະນຳ​ທີ່​ພວກ​ເຮົາ​ໃຫ້​ພວກ​ເຈົ້າ​ນັ້ນ​ບໍ່​ໄດ້​ມາ​ຈາກ​ຄວາມ​ຄິດ​ຜິດໆຫຼື​ເຈຕະນາ​ທີ່​ບໍ່​ບໍລິສຸດ ແລະ​ບໍ່​ໄດ້​ເປັນ​ການ​ຫຼອກ​ລວງ 4 ແຕ່​ພະເຈົ້າ​ພໍ​ໃຈ​ທີ່​ຈະ​ຝາກ​ຂ່າວ​ດີ​ໄວ້​ກັບ​ພວກ​ເຮົາ ພວກ​ເຮົາ​ຈຶ່ງ​ປະກາດ​ຂ່າວ​ດີ​ນີ້​ບໍ່​ແມ່ນ​ເພື່ອ​ເອົາ​ໃຈ​ມະນຸດ ແຕ່​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ພະອົງ​ເປັນ​ຜູ້​ກວດ​ສອບ​ຫົວໃຈ​ພວກ​ເຮົາ.

5 ທີ່​ຈິງ ພວກ​ເຈົ້າ​ກໍ​ຮູ້​ວ່າ​ພວກ​ເຮົາ​ບໍ່​ເຄີຍ​ໃຊ້​ຄຳ​ເວົ້າ​ປະ​ຈົບ​ປະ​ແຈງ​ຫຼື​ທຳ​ທ່າ​ເຮັດ​ເປັນ​ຄົນ​ດີ​ເພື່ອ​ໂລບ​ຢາກ​ໄດ້​ບາງ​ຢ່າງ. ພະເຈົ້າ​ເປັນ​ພະຍານ​ເລື່ອງ​ນີ້​ໄດ້! 6 ແລະ​ພວກ​ເຮົາ​ບໍ່​ຢາກ​ໄດ້​ຮັບ​ການ​ຍົກຍ້ອງ​ຈາກ​ມະນຸດ ບໍ່​ວ່າ​ຈາກ​ພວກ​ເຈົ້າ​ຫຼື​ຈາກ​ຄົນ​ອື່ນ. ພວກ​ເຮົາ​ເປັນ​ອັກຄະສາວົກ*​ຂອງ​ພະ​ຄລິດ ທີ່​ຈິງ ພວກ​ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເປັນ​ພາລະ​ໃຫ້​ພວກ​ເຈົ້າ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ກໍ​ໄດ້. 7 ແຕ່​ເມື່ອ​ຢູ່​ກັບ​ພວກ​ເຈົ້າ ພວກ​ເຮົາປະຕິບັດ​ຕໍ່​ພວກ​ເຈົ້າ​ດ້ວຍ​ຄວາມ​ອ່ອນ​ໂຍນ​ຄື​ແມ່​ລູກ​ອ່ອນ​ທະນຸ​ຖະໜອມ​ລູກ​ຂອງ​ຕົວ​ເອງ. 8 ພວກ​ເຮົາ​ຮັກພວກ​ເຈົ້າ​ແທ້ໆ ພວກ​ເຮົາ​ຈຶ່ງ​ບໍ່​ໄດ້​ໃຫ້​ພຽງ​ຂ່າວ​ດີ​ຂອງ​ພະເຈົ້າ​ກັບ​ພວກ​ເຈົ້າ​ເທົ່າ​ນັ້ນ ແຕ່​ຕັ້ງ​ໃຈ​ຈະ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ນຳ ເພາະ​ພວກ​ເຈົ້າ​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ​ຫຼາຍ.

9 ພີ່​ນ້ອງ​ເອີຍ ພວກ​ເຈົ້າ​ຄື​ຊິ​ຈື່​ໄດ້​ວ່າ​ຕອນ​ທີ່​ປະກາດ​ຂ່າວ​ດີ​ຂອງ​ພະເຈົ້າ​ແກ່​ພວກ​ເຈົ້າ ພວກ​ເຮົາ​ເຮັດ​ວຽກ​ໜັກ​ແລະ​ເມື່ອຍ​ຫຼາຍ ພວກ​ເຮົາ​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ຂອງ​ຜູ້​ໃດ. 10 ພວກ​ເຈົ້າ​ແລະ​ພະເຈົ້າ​ເປັນ​ພະຍານ​ຢືນຢັນ​ໄດ້​ວ່າ ຕອນ​ທີ່​ພວກ​ເຮົາ​ຊ່ວຍ​ພວກ​ເຈົ້າ​ທີ່​ເປັນ​ຜູ້​ເຊື່ອ​ຖື ພວກ​ເຮົາ​ສັດ​ຊື່​ແລະ​ເຮັດ​ທຸກ​ສິ່ງ​ແບບ​ຖືກຕ້ອງ​ບໍ່​ມີ​ບ່ອນ​ຕິ. 11 ແລະ​ພວກ​ເຈົ້າ​ກໍ​ຮູ້​ດີ​ວ່າ ພວກ​ເຮົາ​ເຕືອນ​ພວກ​ເຈົ້າ​ທຸກ​ຄົນ​ຢູ່​ເລື້ອຍໆ ລວມ​ທັງ​ປອບ​ໃຈ​ແລະ​ແນະນຳ​ພວກ​ເຈົ້າ​ຄື​ກັບ​ທີ່​ພໍ່​ເຮັດ​ຕໍ່​ລູກ 12 ເພື່ອ​ໃຫ້​ພວກ​ເຈົ້າ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະເຈົ້າ​ພໍ​ໃຈ ພະອົງ​ເອີ້ນ​ພວກ​ເຈົ້າ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປົກຄອງ*​ຂອງ​ພະອົງ​ແລະ​ໄດ້​ຮັບ​ກຽດ​ຈາກ​ພະອົງ.

13 ນີ້​ເປັນ​ເຫດຜົນ​ທີ່​ພວກ​ເຮົາ​ຂອບໃຈ​ພະເຈົ້າ​ມາ​ຕະຫຼອດ ເພາະ​ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ຄຳ​ສອນ​ຂອງ​ພະເຈົ້າ​ຈາກ​ພວກ​ເຮົາ ພວກ​ເຈົ້າ​ຍອມ​ຮັບ​ຄຳ​ສອນ​ນັ້ນ​ໄວ້​ຄື​ກັບ​ເປັນ​ຄຳ​ສອນ​ຂອງ​ພະເຈົ້າ​ແທ້ໆ ບໍ່​ແມ່ນ​ຂອງ​ມະນຸດ ແລະ​ຄຳ​ສອນ​ນັ້ນ​ກຳລັງ​ເກີດ​ຜົນ​ກັບ​ພວກ​ເຈົ້າ​ທີ່​ເປັນ​ຜູ້​ເຊື່ອ​ຖື. 14 ພີ່​ນ້ອງ​ເອີຍ ພວກ​ເຈົ້າ​ຮຽນ​ແບບ​ຕົວຢ່າງ​ປະຊາຄົມ​ຄລິດສະຕຽນ​ຫຼາຍ​ແຫ່ງ​ໃນ​ແຂວງ​ຢູດາຍ​ເຊິ່ງ​ກໍ​ເປັນ​ປະຊາຄົມ​ຂອງ​ພະເຈົ້າ​ຄື​ກັນ ເພາະ​ພວກ​ເຈົ້າ​ທົນ​ທຸກ​ດ້ວຍ​ນ້ຳ​ມື​ຂອງ​ຄົນ​ຮ່ວມ​ຊາດ​ຄື​ກັບ​ທີ່​ພວກ​ເຂົາ​ທົນ​ທຸກ​ດ້ວຍ​ນ້ຳ​ມື​ຂອງ​ພວກ​ຢິວ 15 ເຊິ່ງ​ໄດ້​ປະຫານ​ແມ່ນ​ແຕ່​ພະ​ເຢຊູ​ຜູ້​ເປັນ​ນາຍ​ກັບ​ພວກ​ຜູ້​ພະຍາກອນ ແລະ​ຂົ່ມເຫງ​ພວກ​ເຮົາ​ນຳ​ອີກ. ພວກ​ເຂົາ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ ຊ້ຳ​ບໍ່​ໜຳ​ຍັງ​ກີດ​ກັນ​ຄົນ​ອື່ນ​ບໍ່​ໃຫ້​ຮັບ​ສິ່ງ​ທີ່​ເປັນ​ປະໂຫຍດ 16 ພວກ​ເຂົາ​ພະຍາຍາມ​ຂັດ​ຂວາງ​ພວກ​ເຮົາ​ບໍ່​ໃຫ້​ປະກາດ​ແລະ​ບໍ່​ໃຫ້​ພວກ​ເຮົາ​ຊ່ວຍ​ຄົນ​ຕ່າງ​ຊາດ​ໃຫ້​ໄດ້​ຮັບ​ຄວາມ​ລອດ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ບາບ​ຂອງ​ພວກ​ເຂົາ​ເພີ່ມ​ຂຶ້ນ​ເລື້ອຍໆ. ພະເຈົ້າ​ຈະ​ສະແດງ​ຄວາມ​ໃຈ​ຮ້າຍ​ຕໍ່​ພວກ​ເຂົາ​ຢ່າງ​ແນ່​ນອນ.

17 ພີ່​ນ້ອງ​ເອີຍ ຕອນ​ທີ່​ພວກ​ເຮົາ​ຢູ່​ຫ່າງ​ຈາກ​ພວກ​ເຈົ້າ​ໄລຍະ​ໜຶ່ງ (ພຽງ​ຮ່າງກາຍ​ເທົ່າ​ນັ້ນ ບໍ່​ແມ່ນ​ໃຈ) ພວກ​ເຮົາ​ຢາກ​ເຫັນ​ໜ້າ​ພວກ​ເຈົ້າ​ຫຼາຍ​ແທ້ໆ ແລະ​ພວກ​ເຮົາ​ພະຍາຍາມ​ເປັນ​ພິເສດ​ເພື່ອ​ຈະ​ໄປ​ພົບ​ພວກ​ເຈົ້າ​ໃຫ້​ໄດ້. 18 ພວກ​ເຮົາ​ຢາກ​ໄປ​ຫາ​ພວກ​ເຈົ້າ ໂດຍ​ສະເພາະ​ຂ້ອຍ​ໂປໂລ ພະຍາຍາມ​ບໍ່​ແມ່ນ​ເທື່ອ​ດຽວ​ແຕ່​ເຖິງ 2 ເທື່ອ​ແລ້ວ ແຕ່​ກໍ​ຖືກ​ຊາຕານ​ຂັດ​ຂວາງ. 19 ສິ່ງ​ໃດ​ຈະ​ເປັນ​ຄວາມ​ຫວັງ ຄວາມ​ຍິນດີ ຫຼື​ມົງກຸດ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ພາກ​ພູມ​ໃຈ​ເມື່ອ​ຢູ່​ຕໍ່​ໜ້າ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ໃນ​ເວລາ​ການ​ປະທັບ*ຂອງ​ເພິ່ນ? ບໍ່​ແມ່ນ​ພວກ​ເຈົ້າ​ບໍ? 20 ພວກ​ເຈົ້າ​ນັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ພູມ​ໃຈ​ແລະ​ຍິນດີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌