1 ຕີໂມທຽວ
4 ແຕ່ພະລັງຂອງພະເຈົ້າບອກຢ່າງຊັດເຈນວ່າ ໃນອະນາຄົດຈະມີບາງຄົນປະຖິ້ມຄວາມເຊື່ອຍ້ອນປ່ຽນໄປສົນໃຈຖ້ອຍຄຳຫຼອກລວງທີ່ເບິ່ງຄືວ່າມາຈາກພະເຈົ້າ ແລະໄປສົນໃຈຄຳສອນຂອງພວກປີສາດ 2 ພວກເຂົາຟັງຄຳຕົວະຂອງພວກຄົນຫຼອກລວງ ເຊິ່ງໃຈຮູ້ຜິດຮູ້ຖືກຂອງຄົນເຫຼົ່ານັ້ນດ້ານຄືກັບຜິວໜັງທີ່ຖືກເຫຼັກຮ້ອນດາດຈົນຕາຍດ້ານ. 3 ຄົນຫຼອກລວງພວກນັ້ນຫ້າມການແຕ່ງດອງ ຫ້າມກິນອາຫານບາງຢ່າງທີ່ພະເຈົ້າສ້າງໄວ້ໃຫ້ຄົນເຮົາກິນ ເຊິ່ງຄົນທີ່ມີຄວາມເຊື່ອແລະຮູ້ຈັກຄວາມຈິງຢ່າງຖ່ອງແທ້ຈະກິນດ້ວຍຄວາມຂອບໃຈ. 4 ທຸກສິ່ງທີ່ພະເຈົ້າສ້າງໄວ້ດີທັງໝົດ ບໍ່ມີຫຍັງເປັນສິ່ງທີ່ຫ້າມກິນຖ້າກິນດ້ວຍຄວາມຂອບໃຈ 5 ເພາະຖ້ອຍຄຳຂອງພະເຈົ້າແລະຄຳອະທິດຖານເຮັດໃຫ້ສິ່ງເຫຼົ່ານັ້ນບໍລິສຸດແລ້ວ.
6 ເມື່ອເຈົ້າແນະນຳເລື່ອງເຫຼົ່ານີ້ກັບພີ່ນ້ອງ ເຈົ້າກໍຈະເປັນຜູ້ຮັບໃຊ້ທີ່ດີຂອງພະຄລິດເຢຊູ ເປັນຄົນທີ່ຫຼໍ່ລ້ຽງຈິດໃຈດ້ວຍຖ້ອຍຄຳກ່ຽວກັບຄວາມເຊື່ອແລະຄຳສອນທີ່ດີທີ່ເຈົ້າເຮັດຕາມສະເໝີ. 7 ຢ່າສົນໃຈເລື່ອງຕົວະທີ່ຂັດກັບຄວາມຄິດຂອງພະເຈົ້າເຊິ່ງຜູ້ຍິງສູງອາຍຸມັກເລົ່າ ແຕ່ໃຫ້ຝຶກຝົນຕົວເອງເພື່ອຈະມີຄວາມເຫຼື້ອມໃສພະເຈົ້າ. 8 ການຝຶກຝົນຮ່າງກາຍມີປະໂຫຍດພຽງໜ້ອຍດຽວ ແຕ່ຄວາມເຫຼື້ອມໃສພະເຈົ້າມີປະໂຫຍດທຸກດ້ານ ເພາະຈະເຮັດໃຫ້ພວກເຮົາໄດ້ຮັບພອນໃນຊີວິດທັງປັດຈຸບັນແລະອະນາຄົດ. 9 ຖ້ອຍຄຳນັ້ນເປັນຄວາມຈິງແລະຄວນຍອມຮັບເອົາ. 10 ແລະທີ່ພວກເຮົາທຸ່ມເທເຮັດວຽກໜັກກໍຍ້ອນຝາກຄວາມຫວັງໄວ້ກັບພະເຈົ້າຜູ້ມີຊີວິດຢູ່ ພະອົງເປັນຜູ້ຊ່ວຍໃຫ້ລອດຂອງຄົນທຸກຊະນິດ ໂດຍສະເພາະຂອງຄົນທີ່ສັດຊື່.
11 ໃຫ້ເຈົ້າບອກແລະສອນພີ່ນ້ອງໃນເລື່ອງເຫຼົ່ານີ້ຢູ່ສະເໝີ. 12 ຢ່າໃຫ້ຜູ້ໃດດູຖູກເຈົ້າຍ້ອນເຫັນວ່າເຈົ້າຍັງໜຸ່ມ ແຕ່ໃຫ້ຄຳເວົ້າ ຄວາມປະພຶດ ຄວາມຮັກ ຄວາມເຊື່ອ ແລະຄວາມບໍລິສຸດຂອງເຈົ້າເປັນຕົວຢ່າງທີ່ດີໃຫ້ແກ່ຄົນທີ່ສັດຊື່. 13 ໃຫ້ເຈົ້າເອົາໃຈໃສ່ໃນການອ່ານໃຫ້ຄົນອື່ນຟັງ ການໃຫ້ຄຳແນະນຳ* ແລະການສອນຈົນກວ່າຂ້ອຍຈະໄປຫາ. 14 ຢ່າລະເລີຍຄວາມສາມາດ*ທີ່ເຈົ້າໄດ້ຮັບໂດຍທາງຄຳພະຍາກອນທີ່ມີຜູ້ເວົ້າໄວ້ກ່ຽວກັບເຈົ້າເມື່ອຄະນະຜູ້ດູແລວາງມືເທິງເຈົ້າ. 15 ໃຫ້ເຈົ້າຄິດຕຶກຕອງແລະທຸ່ມເທກັບເລື່ອງເຫຼົ່ານີ້ ເພື່ອຄົນອື່ນຈະເຫັນຄວາມກ້າວໜ້າຂອງເຈົ້າໄດ້ຢ່າງຊັດເຈນ. 16 ໃຫ້ເອົາໃຈໃສ່ຕົວເຈົ້າແລະການສອນຂອງເຈົ້າໃຫ້ດີ. ໃຫ້ມຸ່ງໝັ້ນເຮັດສິ່ງເຫຼົ່ານີ້ສະເໝີ ເພາະຖ້າເຮັດແບບນັ້ນເຈົ້າຈະຊ່ວຍທັງຕົວເອງແລະຄົນທີ່ຟັງເຈົ້າໃຫ້ລອດ.