ພະນິມິດ
10 ຂ້ອຍເຫັນທູດສະຫວັນທີ່ມີກຳລັງຫຼາຍອີກອົງໜຶ່ງລົງມາຈາກສະຫວັນ ມີເມກຫົ່ມຕົວເພິ່ນ ມີຮຸ້ງຢູ່ເທິງຫົວເພິ່ນ ໜ້າຂອງເພິ່ນຄືກັບດວງຕາເວັນ ແລະຂາຄືກັບເສົາໄຟ 2 ທູດສະຫວັນອົງນັ້ນຖືມ້ວນໜັງສືນ້ອຍໆມ້ວນໜຶ່ງທີ່ມາຍຢູ່ ຕີນຂວາຂອງເພິ່ນຢຽບເທິງທະເລ ແຕ່ຕີນຊ້າຍຂອງເພິ່ນຢຽບແຜ່ນດິນ 3 ແລະເພິ່ນເປັ່ງສຽງດັງຄືກັບໂຕສິງແຜດສຽງ ເມື່ອເພິ່ນເປັ່ງສຽງ ຟ້າຮ້ອງທັງເຈັດກໍເປັ່ງສຽງຄືກັນ.
4 ເມື່ອຟ້າຮ້ອງທັງເຈັດເວົ້າ ຂ້ອຍກຳລັງຈະຂຽນໄວ້ ແຕ່ກໍໄດ້ຍິນສຽງເວົ້າຈາກສະຫວັນວ່າ: “ສິ່ງທີ່ຟ້າຮ້ອງທັງເຈັດເວົ້າ ໃຫ້ເກັບໄວ້ເປັນຄວາມລັບ ບໍ່ຕ້ອງຂຽນເລື່ອງເຫຼົ່ານັ້ນ.” 5 ທູດສະຫວັນທີ່ຂ້ອຍເຫັນຢືນກວມລະຫວ່າງທະເລກັບແຜ່ນດິນນັ້ນໄດ້ຍົກມືຂວາຂຶ້ນຟ້າ 6 ເພິ່ນສາບານໂດຍອ້າງພະເຈົ້າຜູ້ມີຊີວິດຢູ່ຕະຫຼອດໄປ ຜູ້ສ້າງຟ້າກັບສິ່ງທີ່ຢູ່ເທິງຟ້າ ໂລກກັບສິ່ງທີ່ຢູ່ໃນໂລກ ແລະທະເລກັບສິ່ງທີ່ຢູ່ໃນທະເລ ເພິ່ນສາບານວ່າ: “ພະເຈົ້າຈະບໍ່ຊັກຊ້າອີກຕໍ່ໄປ. 7 ເມື່ອຮອດມື້ທີ່ທູດສະຫວັນອົງທີເຈັດເປົ່າແກ ເລື່ອງທີ່ເປັນຄວາມລັບອັນສັກສິດກໍຈະເກີດຂຶ້ນທຸກຢ່າງ. ຄວາມລັບນີ້ເປັນຂ່າວດີທີ່ພະເຈົ້າບອກແກ່ທາດຂອງພະອົງເຊິ່ງກໍຄືພວກຜູ້ພະຍາກອນ.”
8 ແລະສຽງທີ່ຂ້ອຍໄດ້ຍິນຈາກສະຫວັນກໍເວົ້າກັບຂ້ອຍອີກວ່າ: “ໄປເອົາມ້ວນໜັງສືທີ່ມາຍຢູ່ໃນມືຂອງທູດສະຫວັນອົງນັ້ນເຊິ່ງຢືນກວມລະຫວ່າງທະເລກັບແຜ່ນດິນ.” 9 ຂ້ອຍຈຶ່ງໄປຫາທູດສະຫວັນອົງນັ້ນແລະຂໍມ້ວນໜັງສືນ້ອຍໆມ້ວນນັ້ນຈາກເພິ່ນ ເພິ່ນບອກຂ້ອຍວ່າ: “ເອົາໄປ ແລ້ວກິນໃຫ້ໝົດ ມັນຈະເຮັດໃຫ້ທ້ອງຂອງເຈົ້າຂົມ ແຕ່ມັນຈະຫວານຄືນ້ຳເຜີ້ງຢູ່ໃນປາກຂອງເຈົ້າ.” 10 ຂ້ອຍຈຶ່ງເອົາມ້ວນໜັງສືນ້ອຍໆຈາກມືຂອງທູດສະຫວັນມາກິນ ແລ້ວມັນກໍຫວານຄືນ້ຳເຜີ້ງຢູ່ໃນປາກຂອງຂ້ອຍ ແຕ່ເມື່ອກິນໝົດ ທ້ອງຂອງຂ້ອຍກໍຂົມ. 11 ແລະຂ້ອຍໄດ້ຍິນສຽງບອກວ່າ: “ເຈົ້າຈະຕ້ອງພະຍາກອນອີກກ່ຽວກັບຊົນຊາດ ປະເທດ ແລະພາສາຕ່າງໆ ລວມທັງກະສັດທັງຫຼາຍນຳ.”