ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຮາກາ​ກັບ​ອິດຊະມາເອນ (1-16)

ປະຖົມມະການ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:2, 3
  • +ຄລຕ 4:25

ປະຖົມມະການ 16:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:1, 3

ປະຖົມມະການ 16:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:17, 18; ອພຍ 15:22

ປະຖົມມະການ 16:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:20; 25:13-16; 1ຂຄ 1:29-31

ປະຖົມມະການ 16:11

ໄຂເງື່ອນ

  • *

    ແປ​ວ່າ “ພະເຈົ້າ​ໄດ້​ຍິນ”

ປະຖົມມະການ 16:12

ໄຂເງື່ອນ

  • *

    ບາງຄົນ​ຄິດ​ວ່າ​ເປັນ​ມ້າ​ລາຍ. ອາດ​ເປັນ​ຍ້ອນ​ວ່າ​ລາ​ປ່າ​ກັບ​ມ້າ​ລາຍ​ມີ​ນິດໄສ​ມັກ​ຢູ່​ໂຕ​ດຽວ​ແລະ​ບໍ່​ຢູ່​ເປັນ​ຝູງ.

  • *

    ຫຼື​ອາດ​ແປ​ວ່າ “ລາວ​ຈະ​ເປັນ​ສັດຕູ​ກັບ​ອ້າຍນ້ອງ​ຂອງ​ລາວ​ທຸກ​ຄົນ”

ປະຖົມມະການ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:3

ປະຖົມມະການ 16:14

ໄຂເງື່ອນ

  • *

    ແປ​ວ່າ “ນ້ຳ​ສ້າງ​ຂອງ​ພະອົງ​ຜູ້​ມີ​ຊີວິດ​ຢູ່​ແລະ​ເຫັນ​ຂ້ອຍ”

ປະຖົມມະການ 16:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:9; ຄລຕ 4:22, 24

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 16:1ປຖກ 15:2, 3
ປຖກ. 16:1ຄລຕ 4:25
ປຖກ. 16:2ປຖກ 30:1, 3
ປຖກ. 16:7ປຖກ 25:17, 18; ອພຍ 15:22
ປຖກ. 16:10ປຖກ 17:20; 25:13-16; 1ຂຄ 1:29-31
ປຖກ. 16:13ສພສ 15:3
ປຖກ. 16:15ປຖກ 21:9; ຄລຕ 4:22, 24
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 16:1-16

ປະຖົມມະການ

16 ອັບຣາມ​ແລະ​ຊາຣາຍ​ຍັງ​ບໍ່​ມີ​ລູກ​ເທື່ອ+ ແຕ່​ຊາຣາຍ​ມີ​ຄົນ​ຮັບໃຊ້​ຊື່​ຮາກາ​ເຊິ່ງ​ເປັນ​ຄົນ​ເອຢິບ.+ 2 ຊາຣາຍ​ຈຶ່ງ​ເວົ້າ​ກັບ​ອັບຣາມ​ວ່າ: “ອ້າຍ ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ນ້ອງ​ມີ​ລູກ. ຂໍ​ອ້າຍ​ໄປ​ນອນ​ນຳ​ຄົນ​ຮັບໃຊ້​ຂອງ​ນ້ອງ ລາວ​ອາດ​ຈະ​ມີ​ລູກ​ໃຫ້​ນ້ອງ​ກໍ​ໄດ້.”+ ອັບຣາມ​ກໍ​ເຮັດ​ຕາມ​ທີ່​ຊາຣາຍ​ບອກ. 3 ຫຼັງ​ຈາກ​ອັບຣາມ​ຢູ່​ໃນ​ແຜ່ນດິນ​ການາອານ​ໄດ້ 10 ປີ ຊາຣາຍ​ໄດ້​ຍົກ​ຄົນ​ຮັບ​ໃຊ້​ຊື່​ຮາກາ ເຊິ່ງ​ເປັນ​ຄົນ​ເອຢິບ​ໃຫ້​ເປັນ​ເມຍ​ຂອງ​ອັບຣາມ. 4 ດັ່ງນັ້ນ ອັບຣາມ​ຈຶ່ງ​ໄປ​ນອນ​ນຳ​ຮາກາ ແລະ​ຮາກາ​ກໍ​ຖື​ພາ. ເມື່ອ​ຮູ້​ວ່າ​ໂຕ​ເອງ​ຖື​ພາ ຮາກາ​ກໍ​ເລີ່ມດູຖູກຊາຣາຍ.

5 ຊາຣາຍ​ເລີຍ​ໄປ​ເວົ້າ​ກັບ​ອັບຣາມ​ວ່າ: “ນ້ອງ​ທຸກ​ໃຈ​ຍ້ອນ​ອ້າຍ​ນີ້​ແຫຼະ. ນ້ອງ​ເອົາຄົນ​ຮັບໃຊ້​ໃຫ້ອ້າຍ ແຕ່​ເມື່ອ​ລາວ​ຮູ້​ວ່າ​ໂຕ​ເອງ​ຖື​ພາ ລາວ​ກໍ​ເລີ່ມດູຖູກນ້ອງ. ຂໍ​ໃຫ້​ພະ​ເຢໂຫວາ​ຕັດສິນ​ພວກ​ເຮົາວ່າ​ເປັນ​ຄວາມ​ຜິດ​ຂອງ​ອ້າຍ​ຫຼື​ຂອງນ້ອງ.” 6 ອັບຣາມ​ຈຶ່ງ​ເວົ້າ​ກັບ​ຊາຣາຍ​ວ່າ: “ນ້ອງ​ເປັນ​ນາຍ​ລາວ ແນວ​ໃດ​ດີ​ກໍ​ໃຫ້​ເຮັດ​ໂລດ.” ແລ້ວ​ຊາຣາຍ​ກໍ​ເຮັດ​ໃຫ້​ຮາກາອັບອາຍຈົນ​ລາວ​ໜີ​ໄປ.

7 ຕໍ່ມາ ທູດ​ສະຫວັນຂອງ​ພະ​ເຢໂຫວາ​ກໍ​ມາ​ຫາ​ຮາກາ​ຢູ່​ບ່ອນ​ນ້ຳ​ອອກ​ບໍ່​ໃນ​ບ່ອນ​ກັນດານ​ທາງ​ໄປ​ຊູເຣ.+ 8 ແລ້ວ​ທູດ​ສະຫວັນເວົ້າ​ວ່າ: “ຮາກາ ສາວ​ໃຊ້​ຂອງ​ຊາຣາຍ​ເອີ້ຍ​ ເຈົ້າ​ມາ​ແຕ່​ໃສ​ແລະ​ຊິ​ໄປ​ໃສ?” ຮາກາ​ຕອບ​ວ່າ: “ຂ້ອຍ​ກຳລັງ​ໜີ​ຈາກ​ຊາຣາຍ​ນາຍ​ຂອງ​ຂ້ອຍ.” 9 ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ລາວ​ວ່າ: “ໃຫ້​ກັບ​ໄປ​ຫາ​ນາຍ​ຂອງ​ເຈົ້າ ແລະຖ່ອມ​ໂຕ ເຊື່ອ​ຟັງ​ໃນ​ສິ່ງ​ທີ່​ລາວ​ບອກ.” 10 ແລ້ວ​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເວົ້າ​ອີ​ກວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຈົນ​ນັບ​ບໍ່​ໄດ້.”+ 11 ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ຍັງ​ເວົ້າ​ຕື່ມ​ວ່າ: “ເຈົ້າ​ກຳລັງ​ຖື​ພາ​ແລະ​ຈະ​ເກີດ​ລູກ​ຊາຍ. ໃຫ້​ເຈົ້າ​ຕັ້ງ​ຊື່​ລູກ​ວ່າ​ອິດຊະມາເອນ* ຍ້ອນ​ພະ​ເຢໂຫວາ​ໄດ້​ຍິນ​ຄວາມທຸກ​ຂອງ​ເຈົ້າ. 12 ລູກ​ຊາຍ​ຄົນ​ນີ້​ຈະ​ມີ​ນິດໄສຄື​ລາ​ປ່າ.* ລາວ​ຈະ​ຕໍ່​ສູ້​ທຸກ​ຄົນ​ແລະ​ທຸກ​ຄົນ​ຈະ​ຕໍ່​ສູ້​ລາວ. ລາວ​ຈະ​ຢູ່​ຕ່າງ​ຫາກຈາກ​ພວກ​ອ້າຍ​ນ້ອງ​ຂອງ​ລາວ.”*

13 ແລ້ວ​ຮາກາ​ກໍ​ຮ້ອງ​ຊື່​ພະ​ເຢໂຫວາ​ຜູ້​ທີ່​ກຳລັງ​ເວົ້າ​ກັບ​ລາວ​ວ່າ: “ພະເຈົ້າ​ຜູ້​ທີ່​ເຫັນ​ລູກ.”+ ລາວ​ເວົ້າ​ຕື່ມ​ອີ​ກວ່າ: “ຂ້ອຍ​ໄດ້ເຫັນ​ເພິ່ນຜູ້​ທີ່​ເຫັນ​ຂ້ອຍ​ແລ້ວ.” 14 ນ້ຳ​ສ້າງ​ທີ່​ຢູ່​ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ເບເອລາຄາຍຣອຍ.* (ນ້ຳ​ສ້າງ​ນັ້ນ​ຢູ່​ລະຫວ່າງ​ກາເດັດ​ກັບ​ເບເຣັດ.) 15 ຕໍ່ມາ ຮາກາ​ກໍ​ເກີດ​ລູກ​ຊາຍ​ໃຫ້​ອັບຣາມ ແລະ​ອັບຣາມ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ອິດຊະມາເອນ.+ 16 ຕອນ​ທີ່​ຮາກາ​ເກີດ​ອິດຊະມາເອນ ອັບຣາມ​ອາຍຸ 86 ປີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌