ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 33
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຢາໂຄບ​ໄປ​ຫາ​ເອຊາວ (1-16)

      • ຢາໂຄບ​ເດີນ​ທາງ​ໄປ​ເມືອງ​ເຊເຄັມ (17-20)

ປະຖົມມະການ 33:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:6
  • +ປຖກ 32:22

ປະຖົມມະການ 33:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:7, 12
  • +ປຖກ 30:19
  • +ປຖກ 30:22-24

ປະຖົມມະການ 33:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:22; ພສ 127:3

ປະຖົມມະການ 33:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 33:2

ປະຖົມມະການ 33:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:16
  • +ປຖກ 32:4, 5

ປະຖົມມະການ 33:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:6, 7

ປະຖົມມະການ 33:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:11, 20

ປະຖົມມະການ 33:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:13-15
  • +ປຖກ 30:43

ປະຖົມມະການ 33:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:17

ປະຖົມມະການ 33:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:3

ປະຖົມມະການ 33:17

ໄຂເງື່ອນ

  • *

    ແປ​ວ່າ “ຕູບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:24, 27; 1ກສ 7:46

ປະຖົມມະການ 33:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:20; 28:6
  • +ຢຊ 24:1
  • +ປຖກ 10:19; 12:6

ປະຖົມມະການ 33:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:32; ກຈກ 7:15, 16

ປະຖົມມະການ 33:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:1, 7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 33:1ປຖກ 32:6
ປຖກ. 33:1ປຖກ 32:22
ປຖກ. 33:2ປຖກ 30:7, 12
ປຖກ. 33:2ປຖກ 30:19
ປຖກ. 33:2ປຖກ 30:22-24
ປຖກ. 33:5ປຖກ 32:22; ພສ 127:3
ປຖກ. 33:7ປຖກ 33:2
ປຖກ. 33:8ປຖກ 32:16
ປຖກ. 33:8ປຖກ 32:4, 5
ປຖກ. 33:9ປຖກ 36:6, 7
ປຖກ. 33:10ປຖກ 32:11, 20
ປຖກ. 33:11ປຖກ 32:13-15
ປຖກ. 33:11ປຖກ 30:43
ປຖກ. 33:13ປຖກ 31:17
ປຖກ. 33:14ປຖກ 32:3
ປຖກ. 33:17ຢຊ 13:24, 27; 1ກສ 7:46
ປຖກ. 33:18ປຖກ 25:20; 28:6
ປຖກ. 33:18ຢຊ 24:1
ປຖກ. 33:18ປຖກ 10:19; 12:6
ປຖກ. 33:19ຢຊ 24:32; ກຈກ 7:15, 16
ປຖກ. 33:20ປຖກ 35:1, 7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 33:1-20

ປະຖົມມະການ

33 ເມື່ອ​ຢາໂຄບ​ເງີຍ​ໜ້າ​ຂຶ້ນ​ກໍ​ເຫັນ​ເອຊາວ​ກຳລັງ​ມາ​ກັບ​ຄົນ​ຂອງ​ລາວ 400 ຄົນ.+ ລາວ​ເລີຍ​ຈັດ​ໃຫ້​ເລອາ ຣາເຄນ ແລະ​ສາວ​ໃຊ້ 2 ຄົນ​ຢູ່​ກັບ​ພວກ​ລູກ​ຂອງ​ໂຕ​ເອງ.+ 2 ລາວ​ໃຫ້​ສາວ​ໃຊ້ 2 ຄົນ​ກັບ​ລູກ​ຂອງ​ເຂົາ​ເຈົ້າ​ຢູ່​ທາງ​ໜ້າ+ ຕໍ່ມາ​ແມ່ນ​ເລອາ​ກັບ​ລູກ​ຂອງ​ລາວ+ ແລະ​ສຸດ​ທ້າຍ​ກໍ​ແມ່ນ​ຣາເຄນ+​ກັບ​ໂຢເຊັບ. 3 ແລ້ວ​ຢາໂຄບ​ກໍ​ອອກ​ໜ້າ​ໄປ​ກ່ອນ​ທຸກ​ຄົນ. ໃນ​ລະຫວ່າງ​ທີ່​ຍ່າງ​ໄປ​ຫາ​ອ້າຍ ຢາໂຄບ​ໄດ້​ໝູບ​ໜ້າ​ລົງພື້ນເປັນ​ໄລຍະ​ໆ​ ລວມ​ທັງ​ໝົດ 7 ເທື່ອ​ເພື່ອ​ສະແດງ​ຄວາມ​ນັບຖື.

4 ແຕ່​ເອຊາວ​ແລ່ນ​ເຂົ້າ​ໄປ​ຫາ​ຢາໂຄບ ທັງ​ກອດ​ແລະ​ຈູບ​ລາວ. ແລ້ວ​ທັງ​ສອງ​ຄົນ​ກໍ​ພາ​ກັນ​ຮ້ອງໄຫ້. 5 ເມື່ອ​ເອຊາວ​ແນມ​ເຫັນ​ພວກ​ຜູ້​ຍິງ​ກັບ​ເດັກ​ນ້ອຍ ລາວ​ກໍ​ຖາມ​ວ່າ: “ຄົນ​ທີ່​ມາ​ນຳ​ນ້ອງ​ແມ່ນ​ໃຜ?” ຢາໂຄບ​ຕອບ​ວ່າ: “ຄົນ​ເຫຼົ່າ​ນີ້​ແມ່ນ​ລູກ​ແມ່ນ​ເມຍ​ຂອງ​ນ້ອງ​ທີ່​ພະເຈົ້າ​ໃຫ້​ມາ.”+ 6 ພວກ​ສາວ​ໃຊ້​ກັບ​ລູກ​ຂອງ​ເຂົາ​ເຈົ້າ​ຍ່າງ​ມາ​ທາງ​ໜ້າ​ແລ້ວ​ກົ້ມຄຳນັບເອຊາວ. 7 ເລອາ​ກັບ​ພວກ​ລູກ​ຂອງ​ລາວ​ກໍ​ຍ່າງ​ອອກ​ມາ​ທາງ​ໜ້າ​ແລ້ວ​ກົ້ມ​ຄຳນັບ. ຕໍ່ມາ ໂຢເຊັບ​ກັບ​ຣາເຄນ​ກໍ​ຍ່າງ​ອອກ​ມາ​ທາງ​ໜ້າ​ແລ້ວ​ກົ້ມ​ຄຳນັບ​ຄື​ກັນ.+

8 ເອຊາວ​ຖາມ​ວ່າ: “ນ້ອງ​ສົ່ງ​ຄົນ​ກັບ​ຝູງ​ສັດ​ມາ​ເຮັດ​ຫຍັງ?”+ ຢາໂຄບ​ຕອບ​ວ່າ: “ເພື່ອ​ໃຫ້​ອ້າຍ​ພໍ​ໃຈ​ນ້ອງ.”+ 9 ເອຊາວ​ຕອບ​ວ່າ: “ນ້ອງ​ເອີ້ຍ ອ້າຍ​ມີ​ຊັບ​ສົມບັດ​ຫຼາຍ​ແລ້ວ+ ນ້ອງ​ບໍ່​ຕ້ອງ​ເອົາ​ມາ​ໃຫ້​ອ້າຍ​ດອກ.” 10 ແຕ່​ຢາໂຄບ​ເວົ້າ​ວ່າ: “ຢ່າ​ເວົ້າ​ຈັ່ງ​ຊັ້ນ​ເລີຍ​ອ້າຍ. ຖ້າ​ອ້າຍພໍ​ໃຈນ້ອງ ກໍ​ຂໍ​ໃຫ້​ອ້າຍ​ຮັບ​ເອົາ​ຂອງຂວັນ​ຈາກ​ນ້ອງ. ນ້ອງ​ເອົາ​ຂອງຂວັນ​ທັງ​ໝົດ​ນີ້​ມາ​ໃຫ້​ຍ້ອນ​ຢາກ​ເຫັນ​ໜ້າ​ອ້າຍ. ເມື່ອ​ນ້ອງ​ເຫັນ​ໜ້າ​ອ້າຍ​ກໍ​ຄື​ກັບ​ເຫັນ​ໜ້າ​ພະເຈົ້າ​ແລ້ວ ເພາະ​ອ້າຍ​ຕ້ອນຮັບ​ນ້ອງ​ດ້ວຍ​ຄວາມ​ຍິນດີ.+ 11 ຂໍ​ໃຫ້​ອ້າຍ​ຮັບ​ເອົາ​ຂອງຂວັນ​ຈາກ​ນ້ອງ​ທີ່​ຕັ້ງ​ໃຈ​ເອົາ​ມາ​ໃຫ້​ອ້າຍ+ ຍ້ອນ​ວ່າ​ພະເຈົ້າ​ພໍ​ໃຈ​ນ້ອງ​ແລະ​ໃຫ້​ສິ່ງ​ຈຳເປັນ​ທຸກ​ຢ່າງ​ກັບ​ນ້ອງ.”+ ຢາໂຄບ​ເວົ້າ​ຫຼາຍ​ເທື່ອ​ຈົນ​ເອຊາວ​ຍອມ​ຮັບ​ເອົາ​ຂອງຂວັນ​ນຳ​ລາວ.

12 ແລ້ວ​ເອຊາວ​ກໍ​ເວົ້າ​ວ່າ: “ໄປ໋ ເຮົາ​ອອກ​ເດີນ​ທາງ​ກັນ​ເລີຍ. ອ້າຍ​ຊິ​ອອກ​ໜ້າ​ກ່ອນ.” 13 ແຕ່​ຢາໂຄບ​ບອກ​ວ່າ: “ອ້າຍ​ເອີ້ຍ ເຮົາ​ມີ​ເດັກ​ນ້ອຍ+​ແລະ​ຕ້ອງ​ເບິ່ງ​ແຍງ​ແກະ​ກັບ​ງົວ​ແມ່​ລູກ​ອ່ອນ. ຖ້າ​ພວກ​ເຮົາ​ພາ​ກັນ​ໄປ​ໄວ​ໆ​ພາຍ​ໃນ​ມື້​ດຽວ ຢ້ານ​ວ່າ​ສັດ​ຊິ​ຕາຍ​ໝົດ​ຝູງ. 14 ໃຫ້​ອ້າຍ​ເດີນ​ທາງ​ອອກ​ກ່ອນ​ນ້ອງໂລດ. ນ້ອງ​ຊິ​ຄ່ອຍ​ໆ​ໄປ​ສ່ຳ​ກັບ​ທີ່​ຝູງ​ສັດ​ແລະ​ເດັກ​ນ້ອຍ​ໄປ​ໄດ້ ແລ້ວ​ນ້ອງ​ຈະ​ໄປ​ເຈິ​ອ້າຍ​ຢູ່​ເສອີ.”+ 15 ເອຊາວ​ເວົ້າ​ວ່າ: “ຄັ້ນ​ຊັ້ນ​ອ້າຍ​ຊິ​ໃຫ້​ຄົນ​ຂອງ​ອ້າຍ​ບາງ​ຄົນ​ໄປ​ກັບ​ນ້ອງ​ເດີ້.” ຢາໂຄບ​ຕອບ​ວ່າ: “ອ້າຍ​ບໍ່​ຕ້ອງ​ເຮັດ​ແນວ​ນີ້​ດອກ. ຂໍ​ພຽງ​ແຕ່​ອ້າຍ​ພໍ​ໃຈ​ນ້ອງ​ກໍ​ພໍ​ແລ້ວ.” 16 ໃນ​ມື້​ນັ້ນ ເອຊາວ​ໄດ້​ອອກ​ເດີນ​ທາງ​ກັບ​ເມືອ​ເສອີ.

17 ຢາໂຄບ​ເດີນ​ທາງ​ໄປ​ຮອດ​ສຸກໂກດ+ ແລ້ວ​ລາວ​ກໍ​ປຸກ​ເຮືອນ​ແລະ​ປຸກ​ຕູບ​ໃຫ້​ຝູງ​ສັດ​ຂອງ​ລາວ. ຍ້ອນ​ແນວ​ນັ້ນ​ລາວ​ເລີຍ​ເອີ້ນ​ບ່ອນ​ນັ້ນ​ວ່າ​ສຸກໂກດ.*

18 ຫຼັງ​ຈາກ​ອອກ​ຈາກ​ປາດັນອາລຳ+ ຢາໂຄບ​ກໍ​ມາ​ຮອດ​ເມືອງ​ເຊເຄັມ+​ໃນ​ແຜ່ນດິນ​ການາອານ+​ຢ່າງ​ປອດໄພ ແລະ​ລາວ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃກ້​ເມືອງ​ນັ້ນ. 19 ລາວ​ຊື້​ດິນ​ຕອນ​ໜຶ່ງ​ທີ່​ລາວ​ຕັ້ງ​ເຕັ້ນ​ຢູ່​ຫັ້ນ​ດ້ວຍ​ເງິນ 100 ແຜ່ນຈາກ​ພວກ​ລູກ​ຊາຍ​ຂອງ​ຮາໂມ​ພໍ່​ຂອງ​ເຊເຄັມ.+ 20 ຢາໂຄບ​ສ້າງ​ແທ່ນ​ບູຊາ​ຢູ່​ຫັ້ນ ແລະ​ເອີ້ນ​ແທ່ນ​ນັ້ນ​ວ່າ​ພະເຈົ້າ​ແມ່ນ​ພະເຈົ້າ​ຂອງ​ອິດສະຣາເອນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌